VOANews.com

ວີໂອເອ ພາກພາສາລາວ ▪ Lao
ແຫລງຂາວທໄວໃຈໄດ

03 November 2009 

Today at VOA:

News in 45 Languages
ທ່ານກາໄຊປະກາດວ່າ ຈະລຶບລ້າງ ການສໍ້ຣາດບັງຫລວງ ໃນ ອັຟການິສຖານ

03/11/2009

Newly re-elected Afghan President Hamid Karzai, speaking in Kabul, said he will welcome opponents into his government and promised reforms to root out corruption, 03 Nov 2009
Newly re-elected Afghan President Hamid Karzai, speaking in Kabul, said he will welcome opponents into his government and promised reforms to root out corruption, 03 Nov 2009
ອັຟການິສຖານ:
ປະທານາທິບໍດີ ທີ່ໄດ້ຮັບ ເລືອກໃໝ່ ຂອງອັຟການິສຖານທ່ານ HAMID KARZAI ໄດ້ປະກາດວ່າ ຣັຖບານຂອງທ່ານ ຈະດຳເນີນງານ ຮ່ວມກັບປະຊາຊົນ ທຸກໆຄົນ ພາຍໃນປະເທດ ຂະນະທີ່ທຳການກຳຈັດການ ສໍ້ຣາດບັງຫຼວງ ທີ່ມີຢູ່ຢ່າງແຜ່ກວ້າງນັ້ນ. ທ່ານ KARZAI ກ່າວໃນຄຳປາສັຍ ສລອງໄຊຊະນະ ຂອງທ່ານ ທີ່ນະຄອນກາບູລ ໃນວັນອັງຄານມື້ ນີ້ວ່າ ຣັຖບານຊຸດໃໝ່ ຂອງທ່ານຈະເປັນແວ່ນ ແຍງ ຂອງອັຟການິສຖານ ທີ່ຈະສະທ້ອນເຖິງ ປະຊາຄົມ ຊາວອັຟການິສຖານທັງມວນ. ທ່ານ ໃຫ້ຄຳໝັ້ນສັນຍາ ທີ່ຈະກຳຈັດ ໃນອັນທີ່ທ່ານ ເອີ້ນວ່າ ຮອຍເປິະເປື້ອນ ຂອງການສໍ້ຣາດບັງ ຫລວງຈາກຣັຖບານ ອັຟການິສຖານ. ທ່ານ KARZAI ກ່າວຕື່ມວ່າ ຜູ້ທີ່ໄດ້ຮັບ ໄຊຊະນະ ຢ່າງແທ້ຈິງ ໃນການເລືອກຕັ້ງ ປະທານາທິບໍດີ ອັຟການິສຖານ ບໍ່ແມ່ນເປັນພຽງແຕ່ຜູ້ນຶ່ງ ຜູ້ດຽວທໍ່ນັ້ນ ແຕ່ຫາກແມ່ນ ຊາວອັຟການິສຖານ ທັງມວນ ທີ່ເຂົ້າຮ່ວມ ໃນຂັ້ນຕອນການ ເລືອກຕັ້ງ.

Map of Pyongyang, North Korea
Map of Pyongyang, North Korea
ເກົາຫລີເໜືອ - ນິວເຄລັຽ:
ເກົາຫລີເໜືອ ກ່າວວ່າ ຕົນໄດ້ເສັດສິ້ນໃນການນຳເອົາທ່ອນ ເຊື້ອໄຟ ທີ່ໃຊ້ແລ້ວ ໄປກັ່ນຄືນໃໝ່ ຊຶ່ງຈະອຳ ນວຍ ໃຫ້ ເກົາຫຼີເໜືອ ສາມາດຜລິດເຊື້ອໄຟ ສຳລັບນຳໄປເຮັດ ອາວຸດນິວເຄລັຽ ໄດ້ຫລາຍ ຂຶ້ນ. ອົງການຂ່າວສູນກາງ ຂອງທາງການ ເກົາຫລີເໜືອ ກ່າວວ່າ ເກົາຫລີເໜືອ ໄດ້ສຳ​ເລັດ ການກັ່ນທ່ອນເຊື້ອໄຟ ທີ່ໃຊ້ແລ້ວ 8 ພັນທ່ອນ ທີ່ພວກນັກຊ່ຽວຊານເວົ້າວ່າ ອາດຈະເຮັດໃຫ້ ຄອມມູນິສ ເກົາຫລີເໜືອ ມີທາດປລູໂຕນຽມ ພຽງພໍ ສຳລັບສ້າງ ອາວຸດນິວເຄລັຽ ໄດ້ຕື່ມອີກ ຢ່າງນ້ອຍນື່ງລູກ. ການປະກາດ ທີ່ວ່ານີ້ມີຂຶ້ນພຽງນຶ່ງມື້ ຫລັງຈາກກະຊວງການຕ່າງປະເທດ ເກົາຫລີເໜືອ ໄດ້ກົດດັນໃຫ້ ສະຫະຣັດ ເປີດການເຈຣະຈາ ໂດຍກົງ. ເກົາຫລີເໜືອ ເຕືອນວ່າ ຖ້າຫາກສະຫະຣັດ ຍັງບໍ່ພ້ອມ ທີ່ຈະເຂົ້າຮ່ວມ ການເຈຣະຈາເທື່ອ ຕົນກໍຈະ ດຳເນີນການ ຕາມວິທີທາງ ຂອງຕົນ. ພຽງຢາງ ໄດ້ຖອນໂຕອອກ ຈາກການ ເຈຣະຈາ 6 ຝ່າຍ ກ່ຽວ​ກັບ​ການຍຸຕິໂຄງ ການສ້າງອາວຸດນິວເຄລັຽຂອງຕົນ ໃນເດືອນເມສາ ຕົ້ນປີນີ້ ຫລັງຈາກ ອົງການສະຫະປະຊາຊາດ ໄດ້ຕຳໜິຕິຕຽນ ເກົາຫລີເໜືອ ທີ່ໄດ້ຍິງທົດລອງ ລູກສອນໄຟ ໄລຍະໄກ. ໃນເດືອນພຶສະພາ ຕໍ່ມາ ເກົາຫລີເໜືອ ກໍໄດ້ທົດລອງ ອາວຸດນິວເຄລັຽ ເປັນຄັ້ງທີ 2.

This combo of file photos shows Kurt Campbell (L), Assistant Secretary of State for East Asian and Pacific affairs and Scot Marciel (File)
This combo of file photos shows Kurt Campbell (L), Assistant Secretary of State for East Asian and Pacific affairs and Scot Marciel (File)
ມຽນມາ - ສະຫະຣັດ:
ເຈົ້າໜ້າທີ່ ອະວຸໂສ ຂອງສະຫະຣັດ 2 ທ່ານ ​ໄດ້ເລີ້ມການເຈຣະຈາ ຫາຣື ກັບພວກຜູ້ນຳ ຣັຖບານທະຫານ ໃນມຽນ ມາ ຊຶ່ງເປັນການຕິດຕໍ່ໃນຣະດັບສູງສຸດ ລະວ່າງ ປະເທດທັງສອງ ໃນຮອບ ນື່ງທົສວັດກວ່າໆ. ເຈົ້າໜ້າທີ່ ສະຖານທູດ ອະເມຣິກັນ ໃນມຽນມາ ກ່າວວ່າ ຣັຖມຸນຕຣີຊ່ອຍວ່າການ ກະຊວງການ ຕ່າງປະເທດ ສະຫະຣັດ ທ່ານ KURT CAMP BELL ຫົວໜ້າ ນັກການທູດ ສະຫະຣັດ ສຳລັບ ເຂດເອເຊັຽຕາເວັນອອກ ແລະຜູ້ຮອງຂອງ ທ່ານ ຄືທ່ານ SCOT MARCEIL ໄດ້ພົບປະ ໃນວັນ ອັງຄານມື້ນີ້ ກັບນາຍົກຣັຖມຸນຕຣີ THEIN SEIN ທີ່ນະຄອນຫຼວງ NAYPYITAW ຂອງ ມຽນມາ. ນອກຈາກການພົບປະ ກັບພວກຜູ້ນຳທະຫານຂອງມຽນມາແລ້ວ ໃນການຢ້ຽມຢາມ ດັ່ງກ່າວນີ້ ເປັນທີ່ຄາດກັນວ່າ ນັກການທູດ ຂອງສະຫະຣັດ ຍັງຈະໄດ້ພົບປະ ກັບພວກຜູ້ນຳ ພັກຝ່າຍຄ້ານ ຮວມທັງທ່ານນາງອອງຊານຊູຈີ ຜູ້ປະຊາທິປະໄຕທີ່ຖືກຄຸມຂັງຢູ່ ໃນເວລານີ້. ​ທ່ານ CAMPBELL ແມ່ນເຈົ້າໜ້າທີ່ ຣະດັບສູງສຸດ ຂອງສະຫະຣັດ ທີ່ໄດ້ໄປຢ້ຽມຢາມມຽນ ມານັບແຕ່ ເອກອັຄຣັຖທູດ ສະຫະຣັດ ປະຈຳອົງການ ສະຫະປະຊາຊາດ ທ່ານນາງ MADELINE ALBRIGHTໄດ້ໄປຢ້ຽມ ປະເທດດັ່ງກ່າວ ໃນເດືອນກັນຍາ ປີ 1995.

Xinjiang province in China
Xinjiang province in China
ຈີນ - ຄວາມວຸ້ນວາຍ:
ຕຳຣວດ ທີ່ແຂວງຊິນ ຈຽງ ໃນພາກຕາເວັນຕົກ ຂອງຈີນ ໄດ້ເລີ້ມທຳ​ການ ຕາມລ່າຄັ້ງໃໝ່ ຫາພວກທີ່ເຈົ້າໜ້າທີ່ຕ້ອງ ການໂຕ ທີ່ໄດ້ພົວພັນນຳ ການກໍ່ຄວາມຮຸນ​ແຮງ ລະຫວ່າງ ຊົນຊາດຊົນເຜົ່າ ໃນເດືອນກໍຣະກົດ ຜ່ານມາ. ຜແນກຮັກສາຄວາມປອດພັຍ ຂອງ ແຂວງຊິນຈຽງ ກ່າວໃນຖແລງຂ່າວ ທີ່ສົ່ງອອກ ທາງໂທຣະສານ ໃນວັນອັງຄານ ມື້ນີ້ວ່າ ການ ປາບປາມ ຢ່າງໜັກ ຈະດຳເນີນໄປ ຈົນຮອດ ທ້າຍປີນີ້ ແລະຈະກວມ​ເອົາ ທຸກໆເຂດ ໂດຍຈະໃຫ້ຕຳຣວດ ເຝົ້າຣະວັງ ໃນລະດັບສູງ ກ່ຽວກັບການ ວາງແຜນຂອງ ພວກກໍ່ການຮ້າຍ. ນອກນັ້ນ ຖແລງຂ່າວ ຍັງສັ່ງໃຫ້ ກຳລັງຮັກສາ ຄວາມສະງົບ ສືບຕໍ່ຊອກຄົ້ນຫາ ພວກທີ່ຕ້ອງສົງສັຍ ໃນການກໍ່ ຈະລາຈົນ. ຄວາມຮຸນແຮງ ໄດ້ຣະເບີດຂຶ້ນ ທີ່ອຸຣຸມຈີ ເມືອງຫລວງ ຂອງເຂດຊິນຈຽງ ໃນວັນທີ 5 ກໍຣະກົດ ຫລັງຈາກ ພວກຊາວ​ເຜົ່າວີເກີ້ ໄດ້ຈັດການ ໂຮມຊຸມນຸມປະທ້ວງ ແບບສັນຕິ ທີ່ແຂວງຊິນຈຽງ ກ່ຽວກັບ ການເສັຽຊີວິດ ຂອງພວກຄົນງານ ໂຮງງານເຜົ່າວີເກີ້ 2 ຄົນ ໃນການທະເລາະວິວາດ ກັບຊາວຈີນຮັນ ທີ່ແຂວງກວາງຕຸ້ງ ໃນພາກໃຕ້ຂອງຈີນ.

US Secretary of State Hillary Rodham Clinton delivers her speech at the opening of the World Policy Conference in Marrakech, Morocco, 03 Nov 2009<br />
US Secretary of State Hillary Rodham Clinton delivers her speech at the opening of the World Policy Conference in Marrakech, Morocco, 03 Nov 2009
ອີຣ່ານ - ນິວເຄລັຽ:
ຣັຖມຸນຕຣີ ການຕ່າງ ປະເທດ ສະຫະຣັດ ທ່ານນາງ HILLARY CLINTON ກ່າວວ່າ ຈະບໍ່ມີການ ປ່ຽນແປງ ໃດໆ ກ່ຽວກັບຂໍ້ສເນີ ຂອງນາໆຊາດ ຕໍ່ອີຣ່ານ ທີ່ຈະໃຫ້ອີຣ່ານ ສົ່ງທາດຢູເຣນຽມ ເກຣດຕ່ຳຂອງ​ຕົນ ​ໄປ​ກັ່ນ​ໃໝ່ ຢູ່ໃນຕ່າງປະເທດ. ທ່ານນາງ CLINTON ກ່າວຕໍ່ ພວກນັກຂ່າວ ທີ່ເມືອງ MARRAKECH ປະເທດ MORROCO ໃນມື້ວານນີ້ວ່າ ອີຣ່ານມີທາງເລືອກ ທີ່​ເປັນ​ຈຸດ​ ຫົວລ້ຽວຫົວ​ຕໍ່ ທີ່ຈະຕ້ອງໄດ້ເຮັດ ຖ້າອີຣ່ານ ຫາກບໍ່ຢາກປະເຊີນ ກັບການໂດດດ່ຽວຂອງ ໂລກ ຊຶ່ງຈະມີຂຶ້ນ ລຸນຫລັງທີ່ອີຣ່ານ ປະຕິເສດ ຕໍ່ຂໍ້ຕົກລົງ ເຊື້ອໄຟນິວເຄລັຽ ທີ່​ວ່ານັ້ນ ທີ່ໄດ້ຮັບ ການສນັບສນຸນ ຈາກອົງການ ສະຫະປະຊາຊາດ. ບໍ່ເທົ່າໃດ ຊົ່ວໂມງ ກ່ອນໜ້ານີ້ ອີຣ່ານກ່າວວ່າ ຕົນຕ້ອງການ ຢາກເປີດການ ເຈຣະຈາເພີ້ມຕື່ມ ກ່ຽວກັບແຜນການດັ່ງກ່າວ ທັງໆທີ່ມະຫາ ອຳນາດຂອງໂລກ ໄດ້ທວງໃຫ້ອີຣ່ານ ຕອບໂດຍໄວ ກ່ຽວກັບຂໍ້ສເນີ ທີ່​ວ່າ​ນັ້ນ. ຜູ້ຕາງໜ້າຂອງອີຣ່ານ ປະຈຳອົງການ ພະລັງງານ ປະຣະມະນູສາກົນ ທ່ານ ALI ASGHAR SOLTANIEH ກ່າວວ່າ ປະເທດຂອງທ່ານ ຕ້ອງການຢາກໃຫ້ ເປີດການເຈຣະຈາ ອີກຮອບນຶ່ງ ກ່ຽວກັບເຣື່ອງນີ້ ທີ່ນະຄອນວຽນນາ ບ່ອນທີ່ໄດ້ມີ ການຮ່າງຂໍ້ສເນີນີ້ ຂຶ້ນມາເມື່ອ 2 ອາທິດກ່ອນ.

Germany's Chancellor Angela Merkel holds a candle at the Cemetery of Defenders of Westerplatte in Gdansk, 01 Sep 2009
Germany's Chancellor Angela Merkel holds a candle at the Cemetery of Defenders of Westerplatte in Gdansk, 01 Sep 2009
ເຢັຽຣະມັນ - ສະຫະຣັດ:
ນາຍົກຣັຖມຸນຕຣີ ເຢັຽຣະມັນ ທ່ານນາງ ANGELA MERKEL ທີ່ກຳລັງຢ້ຽມຢາມ ນະຄອນຫລວງ ວໍຊິງຕັນ ເພື່ອສເລີມສລອງ ໂອກາດ ຄົບຮອບ 20 ປີ ຂອງການພັງລົງ ຂອງກຳແພງເບີລິນ ຈະ​ກ່າວ​ຄຳ ​ປາສັຍຕໍ່ກອງປະຊຸມ ຄົບຄະນະຂອງຣັຖ ສະພາ ສະຫະຣັດ ໃນວັນອັງຄານມື້ນີ້. ທ່ານ ນາງຈະເປັນຜູ້ນຳ ຄົນທຳອິດ ຂອງເຢັຽຣະມັນ ທີ່ໄດ້ກ່າວ ຄຳປາສັຍ ຢູ່ທີ່ສະພາຕ່ຳຫລືສະພາ ສູງ ຂອງສະຫະຣັດ ນັບແຕ່ທ່ານ KONRAD ADENAUER ໄດ້ກ່າວຄຳປາສັຍ ໃນປີ 1957. ທ່ານນາງ MERKEL ເວົ້າວ່າ ການທີ່ໄດ້ ມີໂອກາດ ກ່າວຕໍ່ບັນດາ ສະມາຊິກ ຣັຖສະພາ ຂອງສະຫະຣັດນີ້ ແມ່ນນັບເປັນກຽດ ຢ່າງສູງ ແລະໂອກາດ ທີ່ຈະໄດ້ ຂອບອົກຂອບໃຈ ຕໍ່ສະຫະຣັດ ທີ່ໃຫ້ການສນັບສນຸນ ແກ່ການທ້ອນ ໂຮມປະເທດຂອງເຢັຽຣະມັນ ຫລັງຈາກ ກຳແພງເບີລິນ ໄດ້ພັງລົງ ໃນວັນທີ 9 ພະຈິກ ປີ 1989 ນັ້ນ. ນອກນັ້ນ ນາຍົກຣັຖມຸນຕຣີ ເຢັຽຣະມັນ ຍັງຈະໄດ້ພົບປະ ກັບປະທານາທິບໍດີ BARACK OBAMA ທີ່ທຳນຽບຂາວ ໃນວັນອັງຄານມື້ນີ້.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.


Download ຂ່າວຮອບໂລກ, 3 ພະຈິກ 2009
Download  (MP3)
Listen to This Report ຂ່າວຮອບໂລກ, 3 ພະຈິກ 2009
Listen to (MP3)
Download ສລຸບຂ່າວ, 3 ພະຈິກ 2009
Download  (MP3)
Listen to This Report ສລຸບຂ່າວ, 3 ພະຈິກ 2009
Listen to (MP3)
E-mail This Article E-mail this article
Print This Article Print Version
  Featured Story

  More From VOA