VOANews.com

ວີໂອເອ ພາກພາສາລາວ ▪ Lao
ແຫລງຂາວທໄວໃຈໄດ

08 November 2009 

Today at VOA:

News in 45 Languages
12 ຄົນຕາຍ ໂຮມທັງເຈົ້າເມືອງ ໃນການໂຈມຕີສະລະຊີບ ທີ່ປາກິສຖານ

08/11/2009

 
Hospital staff and relatives transport an injured victim of a suicide bombing, after initial treatment at a local hospital in Peshawar, Pakistan, 8 Nov. 2009
ຜູ້ບາດເຈັບຄົນນື່ງ ໃນເຫດການວາງລະເບີດ ສະລະຊີບ ທີ່ຕະຫລາດ ໃນເຂດຊານເມືອງ Peshawar ປາກິສຖານ ເຊົ້າວັນທີ 8 ພະຈິກ 2009
ປາ​ກິ​ສຖານ:
  ​ເຈົ້າໜ້າ​ທີ່​ປາ​ກິ​ສຖານ​ກ່າວ​ວ່າ ຄົນ​ວາງ​ລະ​ເບີດ​ສະລະ​ຊີບ​ຄົນ​ນື່ງ​ໄດ້​ໂຈມ​ຕີຕະຫລາດ ທີ່​ອັດ​ແອ​ໄປ​ດ້ວຍ​ຜູ້​ຄົນແຫ່ງ​ນື່ງ​​ ​ໃນ​ວັນ​ອາທິດ​ມື້​ນີ້ ​ໃນ​ພາກ​ຕາ​ເວັນຕົກ​ຂອງ​ປະ​ເທດ ໂດຍ​ໄດ້​ສັງຫານ​ເຈົ້າ​ເມືອງ​ຄົນ​ນື່ງທີ່​ຕໍ່ຕ້ານ​ພວກ​ຕາ​ລີ​ບານ. ມີ​ຄົນ​ອື່ນໆ​ອີກ ຢ່າງ​ນ້ອຍ 11 ຄົນ ​ເສຍ​ຊີວິດ ​ແລະ​ຫລາຍ​ສິບ​ຄົນ​ໄດ້​ຮັບ​ບາດ​ເຈັບໃນ​ການ​ວາ​ງລະ​ເບີດເຊົ້າວັນ​ອາທິດ​ມື້​ນີ້ ​ຢູ່​ເຂດ MATNI ຊານ​ເມືອງ PESHAWAR. ເຈົ້າໜ້າ​ທີ່​ກ່າວ​ວ່າ ທ່ານ MALIK ​ເຈົ້າ​ເມືອງ​ຜູ້​ເຄາະ​ຮ້າຍ ​ເຄີຍ​ສະ​ນັບ​ສະ​ນູນພວກ​ຕາ​ລີ​ບານ​ມາ​ກ່ອນ ​ແຕ່​ໄດ້ຫັນປ່ຽນ​ມາ​ເຂົ້າຂ້າງ​ລັດຖະບານ​ປາ​ກິ​ສຖານ​ ​ແລະ​​ໄດ້ຈັດຕັ້ງກອງ​ຫລອ​ນຂື້ນ​ມາ​ຕໍ່ສູ້​ກັບພວກ​ຕາ​ລີ​ບານ. ທ່ານ​ເຄີຍ​ລອດ​ຊີວິດ​ຈາກ​ການ​ຖືກ​ໂຈມ​ຕີ​ມາ​ກ່ອນ​ແລ້ວ ຫລາຍ​ຄັ້ງ. ໃນ​ເວລາ​ເກີດ​ການ​ໂຈມ​ຕີ ຕະຫລາດ​ແຫ່ງ​ນັ້ນ ​​ເຕັມ​ໄປ​ດ້ວຍ​ພວກ​ໄປ​ຈັບ​ຈ່າຍ​ຊື້ຂອງ ​ແລະ​ແບ້ ທີ່​ພໍ່ຄ້າ​ແມ່​ຄ້າ​ນຳ​ມາ​ຂາຍ ​ເພື່ອ​ກຽ​ມ​ໃສ່​ການ​ສະຫລອງ​ບຸນ EID ຂອງ​ຊາວ​ມຸສລິ​ມ.

ອັຟກາ​ນິສຖານ: ກະຊວງປ້ອງກັນປະເທດອັຟການີສຖານກ່າວວ່າ ກອງທະຫານຂອງຕົນ ພ້ອມກັບກຳລັງ ຂອງເນໂຕ້ ໄດ້ສັງຫານພວກກະບົດ ຈຳນວນ 17 ຄົນ ໃນເຂດພາກໃຕ້ ອັຟການິສຖານ. ກະຊວງປ້ອງກັນ ປະເທດກ່າວເມື່ອວັນອາທິດມື້ນີ້ວ່າ ການສູ້ລົບເກີດຂື້ນ ຫລັງຈາກພວກກຸ່ມຫົວຮຸນແຮງ ໄດ້ຍິງປືນຄົກຫລາຍໆ ລູກໃສ່ທີ່ໝັ້ນ ​ແຫ່ງ​ນື່ງຂອງກອງ ທັບອັຟການິສຖານ ໃນແຂວງ Zabul. ​ເຈົ້າໜ້າ​ທີ່ກ່າວ​ອີກ​ວ່າ ພວກກະບົດ​ທີ່​ບາດ​ເຈັບຄົນ​ນື່ງ ຖືກ​ຈັບ​ໄດ້. ເມື່ອວັນເສົາວານນີ້ ກຳລັງທະຫານທີ່ນຳໂດຍເນໂຕ ໃນອັຟການີສຖານ ກ່າວວ່າ ໜ່ວຍກຳລັງຮັກສາຄວາມປອດ​ໄພ ແຫ່ງຊາດອັຟການິສຖານ ແລະຂອງນາໆຊາດ ຫລາຍກວ່າ 25 ຄົນ ຖືກຂ້າຕາຍ ຫລືໄດ້ຮັບບາດເຈັບ ຍ້ອນຄວາມ​ເຂົ້າ​ໃຈ​ຜິດ ໃນລະວ່າງການປະຕິບັດການໃນແຂວງ Badghis ທາງ​ພາກຕາເວັນຕົກ ຂອງປະ​ເທດ. ຖະແຫລງການສະບັບນຶ່ງຂອງເນໂຕ້ຊີ້​ແຈງ​ວ່າ ເຫດຮ້າຍດັ່ງກ່າ​ວເກີດຂື້ນ ເມື່ອວັນສຸກຜ່ານມານີ້ ໃນຂະນະທີ່ກຳລັງທະຫານເນໂຕ້ແລະອັຟການິສຖານ ກຳລັງທຳການຄົ້ນຫາທະຫານ ອາເມລິກັນສອງຄົນ ທີ່ຫາຍສາບສູນໄປເມື່ອວັນພຸດຜ່ານມາ ໃນຂະນະທີ່ພວກເຂົາເຈົ້າ ພະຍາຍາມໄປກູ້ເອົາ ສະບຽງ​ແລະ​ເຄື່ອງໃຊ້ຕ່າງໆ ທີ່ຖິ້ມລົງມາຈາກອາກາດ ຢູ່​ໃນແມ່ນ້ຳ Marghab. ເຊື່ອວ່າທະຫານອາເມລິກັນ ທັງສອງຄົນຈົມນ້ຳຕາຍ.

ອິນ​ເດຍ-ຈີນ-ທິ​ເບ​ດ: ຊາວ​ພຸດ ຈຳນວນ​ຫລາຍ​ພັນ​ຄົນ​ໄດ້​ພາກັນ​ຢືນ​ລຽນ​ຕາມ​​ແຄມຖະນົນ ​ໃນ​ວັນ​ອາທິດ​ມື້​ນີ້​
Tibetan spiritual leader the Dalai Lama arrives at the Tawang monastery, in Tawang, in the northeastern Arunachal Pradesh state, India, 08 Nov 2009
ອົງດາໄລ ລາມະ ສະເດັດໄປຮອດວັດ Tawang ໃນແຄ້ວນ Arunachal Pradesh ຂອງອິນເດຍ ວັນທີ 8 ພະຈິກ 2009
ເພື່ອ​ຕ້ອນຮັບອົງ​ດາ​ໄລ ລາ​ມະ ຜູ້ນຳ​ທາງ​ດ້ານ​ຈິດ​ໃຈ​ຂອງ​ຊາວ​ທິ​ເບ​ດທີ່ຊົງ​ສະ​ເດັດ​ໄປ​ຢ້ຽມຢາມ​ວັດ​ທິ​ເບດ ​ແຫ່ງ​ນື່ງ ​ໃນ​ແຄວ້ນ ARUNACHAL PRADESH ​ທາງ​ພາກ​ຕາ​ເວັນ​ອອກ​ສ່ຽງ​ເໜືອ ຂອງ​ອິນ​ເດຍ ​ໃນ​ເຂດ​ພູ​ເຂົາ​ຫິມະ​ໄລ ຕິດ​ກັບ​ຊາຍ​ແດນ​ຈີນ. ຈີນ​ໄດ້​ສະ​ແດງ​ການ​ຄັດຄ້ານ​ຢ່າງ​ແຂງ​ແຮງ ແລະ​ໄດ້ຮຽກຮ້ອງ​​ໃຫ້​ເຈົ້າໜ້າ​ທີ່​ອິນ​ເດຍ ​ເລີກລົ້ມແຜນການ​ການ​ຢ້ຽມຢາມ​ນີ້ ​ແຕ່​ພວກ​ເຈົ້າໜ້າທີ່​ລະດັບ​ສູງ​ຂອງ​ອິນ​ເດຍ ອັນ​ໂຮມ​ທັງ​ນາຍົກລັດ ຖະມົນຕີນຳ ​ໄດ້​ປະຕິ​ເສດ ​ໂດຍ​ກ່າວ​ວ່າ​ອົງ​ດາ​ໄລ ລາ​ມະ ​ເປັນ​​ແຂກຜູ້​ມີ​ກຽດ ​ແລະ ການສະ​ເດັດ​ໄປ​ຍັງ​ວັດ​ TAWANG ຂອງ​ພະ​ອົງ ກໍ​ເປັນ​ເລື່ອງ​ສາດສະໜາ ບໍ່​ແມ່ນ​ເລື່ອງ​ການ​ເມືອງ. ​ຈີນ​ແລະ​ອິນ​ເດຍ ​ເຄີຍ​ຕໍ່ສູ້​ກັນ ໃນ​ປີ 1962 ​ເພື່ອ​ຍາດ​ເອົາ​ແຄວ້ນ ARUNACHAL PRADESH ​ ຊື່​ງ​ໄດ້​ກາຍ​ມາ​ເປັນ​ຫົວ​ຂໍ້​ຄັດ​ແຍ້​ງກັນ ລະ​ວ່າງປະ​ເທດທັງ​ສອງ​ ຕັ້ງ​ແຕ່​ນັ້ນມາ.

ສະຫະລັດ: ສະພາ​ຕ່ຳສະຫະລັດ ​ໄດ້​ຮັບ​ຜ່ານ​ດ້ວຍ​ຄະ​ແນນ​ສຽງ​ເຫັນ​ດີ​ຢ່າງ​ວຸດ​ວິດ ມາດຕາ​ການ​ປະຕິ​ຮູບ​ຢ່າງ​ກ້ວາງ​ຂວາງ ລະ​ບົບການ​ຮັກສາ​ສຸຂະພາບ​ຂ​ອງ​ອາ​ເມ​ລິ​ກາ. ຮ່າງ​ກົດໝາຍ​ທີ່​ວ່າ​ນີ້ ຖືກ​ຮັບ​ຜ່ານ​​ໃນ​ດອນ​ເດິກ​ຄືນ​ວັນ​ເສົາ ຫລັງ​ຈາກມີ​ການ​ອະພິປາຍ​ກັນ​ເປັນ​ເວລາ​ປະມານ 12 ຊົ່ວ​ໂມງ ດ້ວຍ​ຄະ​ແນນ​ສຽງ ເຫັນ​ພ້ອມ​ນຳ 220 ສຽງ ຄື​ກາຍ​ຄະ​ແນນ​ສຽງ​ທີ່​ຕ້ອງການ​ພຽງ​ສອງສຽງ ເທົ່າ​ນັ້ນ. ມີຜູ້​ແທນ​ຈາກພັກຣີພັບ ບລິ​ກັນ​ທ່ານ​ນື່ງ ​​ແຕກ​ອອກ​ຈາກ​ຖັ້ນ​ແຖວ​ຂອງ​ພັກ​ຂອງ​ຕົນ ​ໄປ​ລົງ​ຄະ​ແນນ​ສຽງ ​ເຫັນ​ພ້ອມ​ນຳ ສະມາ ຊິກ ພັກ​ເດ​ໂມ​ແຄຣຕ 219 ທ່ານ ທີ່​ສະ​ນັບ​ສະ​ນູນ ຮ່າງ​ກົດ ໝາຍ​ປະຕິ​ຮູບ ລະບົບ​ຮັກສາ​ສຸຂະພາບ​ນັ້ນ. ໃນ​ຄຳ​ຖະ​ແຫລ​ງ ອອກມາ​ຈາກ​ທຳນຽບຂາວ ປະທານາທິບໍດີ​ໂອ​ບາ​ມາ ​ໄດ້​ກ່າວ​ຊົມ​ເຊີຍ​ ອັນ​ທີ່​ທ່ານ​ເອີ້ນ​ວ່າ ການ​ລົງ​ຄະ​ແນນ​ສຽງ​ຄັ້ງປະວັດ​ສາດ ​ແລະ​ເວົ້າວ່າ ທ່ານ​ມີ​ຄວາມ​ໝັ້ນ​ໃຈວ່າ ສະພາ​ສູງ​ກໍ​ຈະ​ຮັບ​ຜ່ານຮ່າງ​ກົດໝາຍນີ້ ​​ສະບັບຂອງ​ຕົນເຊ່ນ​ກັນ. ຮ່າງ​ກົດໝາຍປະຕິ​ຮູບ​ ລະບົບ​ຮັກສາ​ສຸຂະພາບ ຂອງ​ທັງ​ສອງ​ສະພາ ຈະ​ຕ້ອງ​ຖືກ​ເອົາ​ມາ​ສົມ​ທຽບ​ ​ແລະ​ເຮັດ​ໃຫ້​ຖືກຕ້ອງ​ສອດຄ່ອງ​ກັນ​ເສຍກ່ອນ ຈື່ງຈະ​ສາມາດ​ສົ່ງ​ຕໍ່​ໄປ​ໃຫ້​ປະທານາທິບໍດີ ​ເຊັນອະນຸມັດ​ເປັນ​ກົດໝາຍ​ໄດ້.

ຄລິນ​ຕັນ​: ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ​ສະຫະລັດ ທ່ານ​ນາງ HILLARY CLINTON ອອກ​ເດີນ ທາງ​
US Secretary of State Hillary Clinton at the Presidential palace in Cairo, Egypt, 04 Nov 2009
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton
ໄປ​ຢຽນຢາມ​ພາກ​ພື້ນ​ຢູ​ໂຣບ​ແລະ​ເອ​ເຊຍ ​ໃນຕອນ​ເຊົ້າມືດ​ວັນ​ອາທິ​ດມື້​ນີ້ ​ເພື່ອ​ສົນທະນາ​ຫາລື​ກັບ​ບັນ ດາພັນທະ​ມິດ​ຂອງ​ອາ​ເມ​ລິ​ກາ ກ່ຽວ​ກັບເລື່ອງ​ການ​ຍັບຍັ້ງ ຄວາມ​ໄຝ່ຝັນທະ​​ເຍີທະຍານ​ທາງ​ດ້ານ​ນິວ​ເຄລຍ ຂອງ​ເກົາຫລີ​ເໜືອກັບອິຣ່ານ ​ແລະເລື່ອງ​ການ​ນຳ​ເອົາ​ສະຖຽນ​ລະ​ພາບ​ມາສູ່​ອັຟການິສຖານ. ທ່ານນາງຄລິນ​ຕັນ ຊື່​ງ​ໃນ​ຖານະ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ແມ່ນເປັນນັກ​ການ​ທູດ​ລະດັບ​ສູງ​ສຸດ​ຂອງ ສະຫະລັດ​ນັ້ນ ຈະ​ກ່າວ​ຄຳ​ປາ​ໃສ​ຢູ່​ນະຄອນ​ເບີ​ລິນ ປະ​ເທດ​ເຢັຍລະ​ມັນ ​​ໃນ​ວັນ​ອາທິດ​ມື້​ນີ້ ​ແລະ​ໃນ​ວັນ​ຈັນ​ມື້​ອື່ນ ທ່ານ​ນາງ​ຈະ​​ໄປສົມທົບ​ກັບນາຍົກລັດຖະມົນຕີ​ເຢັຍ​ລະ​ມັນ ທ່ານ​ນາງ ANGELA MERKEL ​ແລະ​ຜູ້ນຳ​ໂລກ​ຄົນ​ອື່ນໆ​ອີກ ​ໃນ​ການສະ​ເຫລີ​ມສະຫລອງ​ຄົບຮອບ 20 ປີ​ຂອງ​ການ​ພັງ​ລົງ​ຂອງ​ກຳ​ແພງ​ເບີ​ລິນ. ຈາກ​ເບີ​ລິນ ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ຈະ​ເດີ​ນທາງ​ໄປ​ຍັງ​ສິງກະ​ໂປ ​ເພື່ອ​ປະຊຸມ​ກັບ​ບັນດາ ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ​ຂົງ​ເຂດ​ເອ​ເຊຍ ​ແລະ​ປາ​ຊີ​ຟິກ ຫລື​ກອງ​ປະຊຸມ​ຂອງ​ສະພາ​ເອ​ເພ໊ກ ​ໃນ​ມື້​ວັນ​ພຸດ ຊື່​ງຄາດ​ວ່າການ​ສົນທະນາ​ຫາລື​ກັນຈະ​ສຸມ​ໃສ່​ເລື່ອງ​ເກົາຫລີ​ເໜືອ.

​ເອ​ເພ໊ກ: ກອງປະຊຸມປະຈຳປີຂອງສະພາຮ່ວມມືເສດຖະກິດ ໃນ ຂົງເຂດເອເຊຍ ແປຊິຟິກ ຫລື ເອເພ໊ກ ໄດ້ເລີ່ມຂື້ນແລ້ວ ໃນວັນ ອາທິດ ມື້ນີ້ ທີ່ປະເທດສິງຄະໂປ ຊຶ່ງຈະມີພວກເຈົ້າໜ້າທີ່ ອາວຸໂສ ຈາກ 21 ປະເທດ ເສດຖະກິດຍັກໃຫຍ່ຂອງໂລກ ມາປຶກສາຫາ ລືກັນເລຶ່ອງ ການປັບປຸງກ ານຄ້າ ແລະການເຕີບໂຕຂອງເສດຖະ ກິດ. ໃນ​ກອງ​ປະຊຸມ​ມື້​ນີ້ ພວກເຈົ້າໜ້າທີ່ເອເພ໊ກ ໄດ້ເວົ້າເລຶ່ອງ ການປັບປຸງ ການ ຄ້າລະ​ວ່າງ ບັນດາປະເທດ ເລາະລຽບ ມະຫາ ສະມຸດແປຊິຟິກຂອງ​ເຂົາ​ເຈົ້າ ໂດຍການ​ຫລຸດຜ່ອນ​​ເຈັ້ຍສໍ ຫລື ລະບຽບ​ການ​ດ້ານເອກກະສານ ລົງ ແລະ​ເຮັດ​ໃຫ້ວິທີດຳເນີນການ ງ່າຍຂື້ນ. ນອກຈາກ ນີ້ແລ້ວ ພວກເຈົ້າ ໜ້າທີ່ອາວຸໂສດັ່ງກ່າວ ຍັງໄດ້ປຶກສາຫາລືກັນ​ເລື່ອງການເຄື່ອນໄຫວ​ ໄປ​ສູ່​ການມີເຂດ​ການຄ້າເສລີ ສຳຫລັບ ຂົງເຂດເອເຊຍແປຊິຟິກນັ້ນ. ທ່ານ Michael Tay ຜູ້ອຳນວຍ ການບໍລິຫານຂອງກອງ​ເລຂາທິການ​ໃຫຍ່​ຂອງເອເພ໊ກປະຈຳປີນີ້ ກ່າວວ່າ ໂລກາ ພິວັດແມ່ນໄດ້ໃຫ້ຜົນພອຍໄດ້ ອັນຍິ່ງໃຫຍ່​ແກ່​ບັນດາເສດຖະກິດຂອງເອເພ໊ກ ແຕ່ທ່ານກ່າວຕໍ່​ໄປວ່າ ວິກິດການ ການເງິນໂລກ​ໄດ້ສະແດງໃຫ້ ເຫັນວ່າ ຍັງມີຄວາມບໍ່ທຸ່ນທ່ຽງຢ່າງໃຫຍ່ຫລວງ ທີ່ຈະຕ້ອງ​ໄດ້ທຳ ການແກ້ໄຂຢູ່.ກອງປະຊຸມ​ເອ​ເພ໊ກ ທີ່ຈະໃຊ້  ເວລາ 8 ວັນນີ້ ຈະສິ້ນສຸດລົງດ້ວຍກອງປະຊຸມ ສຸດຍອດຂອງ ຜູ້ນຳເອເພ໊ກ ໂຮມທັງປະທານາທິບໍດີບາຣັກ ໂອບາມາ ຊຶ່ງຈະເປັນການເດີນທາງໄປເອເຊຍ​ ເທື່ອທຳອິດຂອງທ່ານ ໃນຖານະປະທານາທິບໍດີ.

ຈີນ-ອັຟຟຣິກາ: ນາຍົກລັດຖະມົນຕີຈີນ ທ່ານ WEN JIABAO ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ຈະ​ໃຫ້​ເງິນ​ກູ້​ຢືມ
Chinese Premier Wen Jiabao addresses the Arab League in Cairo, 7 Nov. 2009
ນາຍົກລັດຖະມົນຕີຈີນ ທ່ານ Wen Jiabao ກ່າວຄຳປາໃສ ຕໍ່ກອງປະຊຸມ ສັນນິບາດຊາດອາຫຣັບ ຫລື the Arab League ທີ່ Cairo ວັນທີ 7 ພະຈິກ 2009
ຈຳນວນ 10 ຕື້​$ ​ແກ່​ຫລາຍ​ປະ​ເທດ​​ໃນ​ທະວີ​ບອັຟ​ຟຣິກາ ​ໃນໄລຍະ​ສາມ​ປີ​ຂ້າງ​ໜ້າ. ທ່ານ WEN ກຳລັງ​ຢ້ຽມຢາມ​ນະຄອນ ຫລວງ CAIRO ຂອງ​ປະ​ເທດ​ອີ​ຈິບ ​ເພື່ອ​ເຂົ້າຮ່ວມ​ກອງ​ປະຊຸມ​ສອງ​ວັນ ວ່າ​ດ້ວຍ​ການ​ຮ່ວມ​ມື ລະ​ວ່າງ​ຈີນ​ກັບ​ອັຟຟຣິກາ ທີ່​ເລິ່ມຂື້ນ​ໃນ​ວັນ​ອາທິດ​ມື້​ນີ້ ທີ່​ເມືອງ​ຕາກ​ອາກາດ SHARM EL-SHEIK ​ແຄມ​ທະ​ເລ​ແດງ. ພ້ອມ​ດຽວ​ກັນ​ນີ້ ທ່ານ ນາຍົກ ລມຕ ຈີນ ​ໄດ້​ສະ​ເນີ​ແຜນການ​ສຳ​ຫລັບ​ລົບ​ລ້າງ​ໜີ້ສິນ​ໃຫ້​ແກ່ພວກ​ປະ​ເທດ ອັຟຟຣິກາ​ທີ່​ທຸກ​ທີ່​ສຸດ ຈຳນວນ​ນື່ງ ​ແລະ​​ໃຫ້​ຄຳ​ໝັ້ນສັນຍາ​ວ່າ ຈະ​ສ້າງ​ໂຄງການ​ພະລັງງານ​ສະອາດ ​ແຫ່ງ​ໃໝ່ຂື້ນອີກ 100 ​ແຫ່ງ ​ໃນ​ທົ່ວ​ທະວີບ​ອັຟຟຣິກາ. ບັນດາ​ຜູ້ນຳ​ ຈາກ 49 ປະ​ເທດອັຟຟຣິກາ ​ກຳລັງ​ປະກອບສ່ວນ​ໃນ​ກອງ​ປະຊຸມດັ່ງ​ກ່າວ ​ເພື່ອ​ຫາລື​ກັນ​ເລື່ອງ​ການ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ​ ​ແລະ​ການ​ເມືອງກັບ​ຈີນ. ບັນດາ​ບໍລິສັດ​ຈີນ ​ໄດ້​ໄປ​ລົງ​ທືນ​ເປັນ​ຈຳນວນ​ຫລາຍ​ຕື້$​ແລ້ວ ຢູ່​ໃນ​ອັຟຟຣິກາ ​ເພື່ອ​ສະໜອງ​ຄວາມ​ຕ້ອງ ການ​ດ້ານ​ວັດຖຸ​ດິບ​ຂອງ​ຈີນ. ການ​ຄ້າ​ລະ​ວ່າງ​ຈີນ​ກັບອັຟຟຣິກາ ​ໄດ້​ທະວີ​ຂື້ນຢ່່າງ​ຫລວງ ຫລາຍ​ໃນ​ໄລຍະ​ຫ້າ​ປີ​ຜ່ານ​ມາ​ນີ້.

Burma's Prime Minister Thein Sein (r) shakes hands with Japan's Prime Minister Yukio Hatoyama upon his arrival at the State Guesthouse in Tokyo, 06 Nov 2009
ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Yukio Hatoyama ພົບປະກັບນາຍົກ ລັດຖະມົນຕີ ມຽນມາ ທ່ານ Thein Sein ທີ່ Tokyo
ຍີ່ປຸ່ນ-ມຽນມາ:
ທ່ານ Yukio Hatoyama ນາຍົກລັດຖະມົນ ຕີຍີ່ປຸ່ນ ໄດ້ຮຽກຮ້ອງ ໃຫ້ລັດຖະບານ ທະຫານ ມຽນມາປ່ອຍຕົວ ຜູ້ນຳຝ່າຍຄ້ານ ຂອງມຽນມາ ທ່ານນາງອອງຊານ ຊູຈີ ກ່ອນການ ເລຶອກຕັ້ງ ໃນປີໜ້ານີ້ ໂດຍກ່າວວ່າ ລັດຖະບານໂຕກຽວ ພ້ອມທີ່ ຈະໃຫ້ຄວາມຊ່ວຍເຫລືອ ເພີ່ມອີກ ຖ້າຫາກວ່າການ ປະຕິຮູບ ປະຊາທິປ​ະໄຕ ມີຄວາມກ້າວໜ້າ. ໃນການປຶກສາຫາລືກັນກັບ ນາຍົກລັດຖະມົນຕີມຽນມາ ທ່ານ Thien Sien ທີ່ກຸງໂຕກຽວ ເມື່ອວັນເສົາວານນີ້ ທ່ານຮາໂຕຢາມາ ກ່າວວ່າ ມັນເປັນເລຶ່ອງສຳຄັນ ທີ່ສຸດ ທີ່ລັດຖະບານທະ ຫານມຽນມາຕ້ອງປ່ອຍຕົວ ທ່ານນາງ ອອງຊານ ຊູຈີ  ພ້ອມກັບພວກນັກໂທດ ການເມືອງ ຄົນອື່ນໆ ກ່ອນ ການເລຶອກຕັ້ງ ທີ່ຈະມີຂື້ນໃນປີ 2010.


Download ຂ່າວຮອບໂລກເປັນພາສາລາວ, ວັນທີ 8 ພະຈິກ 2009
Download  (MP3)
Listen to This Report ຂ່າວຮອບໂລກເປັນພາສາລາວ, ວັນທີ 8 ພະຈິກ 2009
Listen to (MP3)
E-mail This Article E-mail this article
Print This Article Print Version
  Featured Story

  More From VOA