VOANews.com

ວີໂອເອ ພາກພາສາລາວ ▪ Lao
ແຫລງຂາວທໄວໃຈໄດ

09 November 2009 

Today at VOA:

News in 45 Languages
ເຢຍລະມັນສະເຫລີມສະຫລອງ ຄົບຮອບການພັງລົງ ຂອງກຳແພງເບີລິນ

09/11/2009

Remnants of the original Berlin Wall at Potsdamer Platz
ສ່ວນນື່ງຂອງກຳແພງເບີລິນ ທີ່ຍັງເຫລືອຢູ່
 
ກຳ​ແພງ​ເບີ​ລິນ: ປະຊາຊົນ​ແລະ​ທາງ​ການ​ເຢຍລະ​ມັນ ພາກັນ​ສະ​ເຫລີ​ມລະ​ຫລອງ​ຄົບຮອບ 20 ຂອງ​ການ​ພັງ​ລົງ​ຂອງ​ກຳ​ແພງ​ເບີ​ລິນ ​ໃນ​ວັນ​ທີ 9 ພະຈິກມື້​ນີ້ ດ້ວຍ​ການຈັດ​ພິທີ​ທາງ​ສາດ​ສະນາ ທຳ​ການ​ສວດ​ມົນ​ພາວະນາ ​ແລະ​ໃຫ້​ຄຳ​ໝັ້ນ​ສັນຍາທີ່​ຈະ​ຈື່​ຈຳຄວາມສຸກ​ ສະນຸກ​ສະບາຍ​ແລະ​ຄວາມ​ມ່ວນ​ຊື່​ນ ຈາກ​ການ​ໄດ້​ຊົມ​ໄຊ້ອິດ​ສະລະ​ເສລີພາບ​ນັ້ນ. ນາຍົກ ລັດຖະມົນຕີ​ເຢຍລະ​ມັນ ທ່ານ​ນາງ ANGELA MERKEL ​ໄດ້​ເລິ່ມຕົ້ນ ການ​ສະຫລອງ​ໃນ​ມື້​ນີ້ ພ້ອມ​ກັບ​ປະທານາທິບໍດີ HORST KOEHLER ​ແລະ​ຜູ້ນຳ​ຄົນ​ ອື່ນ​ໆ ດ້ວຍ​ການ​ໄປ​ຮ່ວມ​ໃນ​ການ​ສວດ​ມົນ​ພາວະນາ ຢູ່​ໂບດ GETHSEMANE ​ໃນ​ເມືອງ​ເບີ​ລິນ. ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ​ນາງ HILLARY CLINTON ກໍ​ຮ່ວມ​ຢູ່​ໃນ​ກຸ່ມ​ພວກ​ເຈົ້າໜ້າ​ທີ່​ຂັ້ນສູງທີ່​ປະກອບສ່ວນ​ໃນ​ພິທີ​ດັ່ງກ່າວ​ນຳ. ປະຊາຊົນ​ຫລາຍ​ກ່ວານື່ງ​ແສນ​ຄົນ​ໄດ້​ໄປ​ມີໜ້າ ຢູ່​ນະຄອນ​ເບີ​ລິນ ​​ເພື່ອ​ຮ່ວມ​ໃນ​ການສະ​ເຫລີ​ມສະຫລອງ​ໃນ​ມື້​ນີ້ ທີ່​ເຈົ້າໜ້າ​ທີ່​ເຢຍລະ​ມັນ​ເອີ້ນ​ວ່າ ​ເປັນ​ບຸນ​ສະຫລອງ​ອິດສະລະ​ເສ ລີພາບ ຊື່​ງມີ​ໂຮມ​ທັງ​ການສະ​ແດງ​ຄອນ​ເສີດ​ດົນຕີຣ໊ອກ  ຈູ​ດ ບັ້ງ​ໄຟ​ດອກ ​ແລະ​ມີ​ການຈັດ​ວາງ​ໂດ​ມີ​ໂນ ທີ່​ເຮັດ​ດ້ວຍ​ໂຟມ ​ເປັນ​ແຖວ​ຍາວ​ຢຽດ ຊື່​ງຈະ​ມີ​ການ​ຍູ້​ໃຫ້​ພັງ​ລົງ​ຕໍ່ໆ​ກັນ​ໄປ ຕາມ​ເສ້ນ​ທາງ​ທີ່​ເນ່ງ​ໄປ​ໃສ່​ບ່ອນ​ທີ່​ເຄີຍ​ເປັນ​ທີ່​ຕັ້ງຂອງ​ກຳ​ແພງ​ເບີ​ລິນ ທີ່​ແບ່ງ​ແຍກ​ເບີ​ລິນ​ຕາ​ເວັນ​ອອກ ກັບ​ເບີ​ລິນຕາ​ເວັນ​ຕົກ​ນັ້ນ. ການ​ພັງ​ລົງ​ຂອງ​ກຳ​ແພງ​ເບີ​ລິນ ​ໃນ​ປີ 1989 ​ໄດ້​ແຜ້ວ​ທາງ​ໄປ ສູ່​ການ​ທ້ອນ​ໂຮມ ​ເຢຍລະ​ມັນ​ຕາ​ເວັນ​ອອກ​ກັບ​ເຢຍລະ​ມັນ​ຕາ​ເວັນ​ຕົກ​ເຂົ້າກັນ  ຊື່ງມີ​ຂື້ນ​ຢ່າງ​ເປັນ​ທາງ​ການ ​ໃນ​ວັນ​ທີ 3 ​ເດືອນ​ຕຸລາ ປີ 1990.

ປາ​ກິ​ສຖານ: ຕຳຫລວດ​ປາ​ກິ​ສຖານ​ກ່າວ​ວ່າ ຄົນ​ວາງ​ລະ​ເບີດ​ສະລະ​ຊີບ​ຄົນ​ນື່ງ ທີ່​ນັ່ງ​ມາ​ໃນ​ລົດ​ລາກ ​ໄດ້​ເຮັດ​
Pakistani police officers examine the wreckage of a rickshaw at the site of suicide bombing in Peshawar, Pakistan, 09 Nov 2009
ຕຳຫລວດປາກິສຖານ ຢືນເບິ່ງຊາກລົດລາກ ທີ່ຄົນ ຮ້າຍວາງລະເບີດສະລະຊີບ ນັ່ງໄປ ກ່ອນບີບຂະນວນ ລະເບີດ ໂຈມຕີ ຢູ່ເມືອງເປຊາວາ ວັນທີ 9 ພະຈິກ 2009
ໃຫ້​ສາມ​ຄົນ​ເສຍ​ຊີວິດ ​ໃນ​ເມືອງ PESHAWAR ນື່ງມື້​ຫລັງ​ຈາກ​ຄົນ​ຮ້າຍ​ວາງ​ລະ​ເບີດ​ສະລະ​ຊີບ​ອີກ​ຄົນ​ນື່ງ ​ໄດ້​ສັງຫານ 13 ຄົນ ຢູ່​ຕະຫລາດ​ທີ່​ແອ​ອັດ​ດ້ວຍ​ຜູ້​ຄົນ​ແຫ່ງ​ນື່ງ​ໃນ​ເມືອງ​ດຽວ​ກັນ ທາງ​ພາກ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ​ຂອງ​ປາ​ກິ​ສຖານ. ຕຳຫລວດ​ເວົ້າວ່າ ຄົນ​ຮ້າຍ​ໄດ້​ບີບ​ຂະ​ນວນ​ລະ​ເບີດ​ຢູ່​ດ່ານ​ກວດກາ​ແຫ່ງ​ນື່ງ ໃນ​ວັນຈັນ​ມື້​ນີ້ ບົນ​ເສ້ນ​ທາງ​ທີ່​ມີ​ຄົນ​ທຽວ​ຫລາຍ​ສາຍ​ນື່ງ ທີ່​ເນ່ງ​ອ້ອມ​ເມືອງ​ເປ​ຊາ​ວາ. ມີ​ຜູ້​ໄດ້​ຮັບ​ບາດ​ເຈັບ 5 ຄົນໃນ​ການ​ໂຈມ​ຕີ​ມື້​ນີ້. ການ​ໂຈມ​ຕີ​ໃນ​ມື້ວານ​ນີ້ ​ໄດ້​ສັງຫານ​ເຈົ້າ​ເມືອງ​ທ້ອງ​ຖິ່ນ​ຄົນ​ນື່ງ ຄື​ທ່ານ ABDUL MALIK. ​ເຈົ້າ​ເມືອງ​ຜູ້​ເຄາະ​ຮ້າຍ​ຄົນ​ນີ້ ​ເຄີຍ​ສະ​ນັບ​ສະ​ນູນພວກ​ຕາ​ລີ​ບານ​ມາ​ກ່ອນ ​ແຕ່​ໄດ້​ຫັນປ່ຽນ​ໄປ​ເຂົ້າຂ້າງ​ຝ່າຍ​ລັດຖະບານ ​ແລະ​ໄດ້​ປຸກລະດົມ​ຊາວບ້ານ ​ໃຫ້​ພາກັນ​ຕັ້ງກອງ​ຫລອນ​ຂື້ນ​ມາ ​ເພື່ອ​ຕໍ່ສູ້​ກັບ​ພວກ​ຕາ​ລີ​ບານ ​ທີ່​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນ​ການ​ໂຈມ​ຕີ ທີ່​ໄດ້​ສັງຫານ​ທ່ານ MALIK ນັ້ນ.

ອິຣັກ:  ສະພາ​ແຫ່ງ​ຊາດ​ອິຣັກ​ໄດ້​ຮັບ​ຜ່ານ​ກົດໝາຍ​​ເລືອກ​ຕັ້ງ ທີ່​ລໍຖ້າກັນ​ມາ​ເປັນ​ເວລາ​ດົນ​ນານ​ນັ້ນ ​ເພື່ອ​ໃຫ້ ສາມາດ​ຈັດການ​ເລືອກ​ຕັ້ງ​ແຫ່ງ​ຊາດ ​ຂື້ນ​ໄດ້​ໃນ​ເດືອນ​ມັງກອນ ປີໜ້າ. ຮ່າງ​ກົດໝາຍ​ດັ່ງກ່າວ​ຖືກ​ຮັບ​ຜ່ານ ເອົາ ​ໃນ​ວັນ​ອາທິດ​ວານ​ນີ້ ດ້ວຍ​ການ​ເຫັນ ພ້ອມ​ນຳ​ຈາກ​ຜູ້​ແທນ 141 ຄົນ​ໃນ​ຈຳນວນ 195 ຄົນ​ທີ່​​ເຂົ້າປະ ຊຸມ. ພວກ​ຜູ້ແທນ​ສາມາດ​ຕົກລົງ​ກັນ​ໄດ້ ​ໃນ​ບັນຫາ​ສຳຄັນ​ຂໍ້​ນື່ງທີ່​ເປັນ​ຫົວ​ຂໍ້​ຖົກ​ຖຽງ​ກັນ ຄື​ບັນຫາກ່ຽວ​ກັບ​ວ່າ ຈະ​ຈັດການ​ເລືອກ​ຕັ້ງຂື້ນ​ແບບ​ໃດ ຢູ່​ໃນ​ເມືອງ KIRKUK ທີ່​ມີ​ຫລາຍ​ຊົນ​ເຜົ່າ​ອາ​ໃສ​ຢູ່ ​ແລະ​ຮັ່ງມີ​ດ້ວຍ​ນ້ຳ ມັນ ທາງ​ພາກ​ເໜືອ​ຂອງ​ອິຣັກນັ້ນ. ໃນ​ລະ​ວ່າງ​ກອງ​ປະຊຸມ​ລົງຄະ​ແນ​ນສຽງ​ກ່ຽວ​ກັບ​ຮ່າງ​ກົດໝາຍ​ເລືອກ​ຕັ້ງ ນັ້ນ ​ເອກອັກຄະ​ລັດຖະທູດ​ສະຫະລັດ​ ປະຈຳ​ອິຣັກ ທ່ານ CHRISTOPHER HILL ​ແມ່ນ​ໄດ້​ແລ່ນ​ໄປ​ແລ່ນ​ມາ ລະ​ວ່າ​ງພັກ​ຝ່າຍ​ຂອງ​ພວກ​ຜູ້​ແທນທີ່​ເປັນຄູ່ແຂ່ງກັນ ​ເພື່ອ​ກົດ​ດັນ​ໃຫ້​ເຂົາ​ເຈົ້າ ຕົກລົງ​ກັນ​ແລະຮັບ​ຜ່ານ​ເອົາຮ່າງ​ກົດໝາຍນັ້ນ​. ຢູ່​ທຳນຽບຂາວ ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ນຳ ການ​ຮັບ​ຜ່ານ​ກົດໝາຍດັ່ງກ່າວ ​​ໂດຍ​ກ່າວ​ວ່າມັນ​ເປັນຄວາມ​ກ້າວໜ້​າອັນ​ສຳຄັນ ​ໄປ​ສູ່​ການຄ້ຳປະກັນ​​ໃຫ້​ມີ ສັນຕິພາບ​ທີ່​ໝັ້ນຄົງ​ຖາວອນ​ຢູ່​ໃນ​ອິຣັກ. ທ່ານ​ກ່າວ​ອີີກ​ວ່າ ນອກ​ນັ້ນ​ແລ້ວ ກໍ​ຍັງ​​ຈະແຜ້ວ​ທາງ​​ໃຫ້​ມີ​ການ​ຖອນ​ອອກ​ໄປ​ຈາກ​ອິຣັກ ຢ່າງ​ເປັນ​ລະບຽບ​ຮຽບຮ້ອຍ ຂອງ​ກອງ​ທະຫານ​ສະຫະລັດ ພາຍ​ໃນ​ເດືອນກັນຍາ​ປີໜ້າ.

Israeli Prime Minister Benhamin Netanyahu, left, meets with US President Barack Obama at White House, 19 May 2009 (Israeli Govt handout photo)
ນາຍົກລັດຖະມົນຕີ Benhamin Netanyahu ກັບປະທານາທິບໍດີ Barack Obama ໃນການພົບປະກັນທີ່ທຳນຽບຂາວ ຄັ້ງວັນທີ 19 ພຶດສະພາ 2009
ສະຫະລັດ - ອິສຣາ​ແອ​ລ:
ທ່ານ​ບາຣັກ ​ໂອ​ບາ​ມາ ມີ​ກຳໜົດ​ຈະ​ພົບ​ປະ​ຫາລື​ກັບ​ທ່ານ BENJAMIN NETANYAHU ນາຍົກລັດຖະມົນຕີອິສຣາ​ແອ​ລ ​ໃນ​ວັນ​ຈັນ​ມື້​ນີ້ ທີ່​ນະຄອນຫລວງ​ວໍ​ຊິງ​ຕັນ. ທ່ານ​ເນ​ຕັນ​ຢາ​ຮູ​ກຳລັງ​ຢ້ຽມຢາມ​ວໍ​ຊິງ​ຕັນ ​ເພື່ອ​ກ່າວ​ຄຳ​ປາ​ໃສ​ຕໍ່​ກອງ​ປະຊຸມ​ປະຈຳ​ປີ​ຂອງ​ສະມາ​ພັນ​ຊາວ​ຍິວ ​ແຫ່ງ​ພາກ​ພື້ນ​ອາ​ເມ​ລິ​ກາ​ເໜືອ. ເຈົ້າໜ້າ​ທີ່​ທຳນຽບຂາວ​ກ່າວ​ໃນ​ວັນ​ອາທິດ​ວານນີ້​ວ່າ ພວກ​ຜູ້ນຳ​ທັງ​ສອງ​ທ່ານ ຈະ​ພົບ​ປະ​ຫາລື​ກັນ​ໃນ​ຕອນ​ຄ່ຳ​ວັນ​ຈັນ​ມື້​ນີ້ ກໍ​ຄື​ເຊົ້າວັນ​ອັງຄານ​ຢູ່​ປະ​ເທດ​ລາວ ​ແຕ່ຈະບໍ່​​ປາກົດ​ໂຕ​ຮ່ວມ​ກັນ ຕໍ່ໜ້າ ພວກ​ນັກ​ຂ່າວທີ່​ປະຈຳ​ຢູ່​ທຳນຽບຂາວ. ລັດຖະບານ​ທ່ານ​ໂອ​ບາ​ມາ​ໄດ້​ພະຍາຍາມ​ມາ​ເປັນ​ເວລາ​ຫລາຍ​ເດືອນ​ແລ້ວ ​ເພື່ອກົດ​ດັນ​ໃຫ້​ທ່ານ​ເນ​ຕັນ​ຢາ​ຮູ ກັບ​ທ່ານ MAHMOUD ABBAS ປະທານາທິບໍດີ​ປາ​ແລ​ສ​ໄຕ​ນ໌ ຟື້ນ​ຟູ​ການ​ເຈລະຈາ​ສັນຕິພາບ​ລະ​ວ່າງ​ກັນ. ສາຍ​ພົວພັນ​ລະ​ວ່າງ​ສະຫະລັດ ກັບອິສຣາ​ແອ​ລ ​ໄດ້​ເຄ່ງ​ຕຶງ​ຂື້ນ ນັບ​ແຕ່​ທ່ານເນ​ຕັນ​ຢາ​ຮູ​ໄດ້​ປະຕິ​ເສດ​ຕໍ່​ຄຳ​ຮຽກຮ້ອງ​ຂອງ​ ປະທນາ​ທິບໍດີ​ໂອ​ບາ​ມາ ທີ່​ຢາກ​ໃຫ້​ອິສຣາ​ແອ​ລຢຸດ​ເຊົາ ການ​ກໍ່ສ້າງ​ບ້ານ​ເຮືອນ​ຂອງ​ຊາວ​ຍິວ ​ໃນ​ເຂດ WEST BANK ຂອງ​ຊາວ​ປາ​ແລ​ສ​ໄຕ​ນ໌ ທີ່ຢູ່​ໃຕ້​ການ​ຄອບ​ຄອງ​ຂອງ​ອິສຣາ​ແອ​ລນັ້ນ.

ຊີມ​ບາບ​ເວ: ຜູ້ຊ່ວຍ​ຂັ້ນສູງ​ຄົນ​ນື່ງຂອງ​ນາຍົກລັດຖະມົນຕີ MORGAN TSVANGIRAI ຖືກ​ນຳ​ໂຕ​ຂື້ນ​ສານ​
Roy Bennett (Oct 2009 file photo)
ທ່ານ Roy Bennett (Oct 2009 file photo)
ໃນ​ວັນ​ຈັນ​ມື້​ນີ້ ​ໃນ​ຂໍ້​ຫາ​ກໍ່​ການ​ຮ້າຍແລະ​ລັກລອບ​ເອົາ​ອາວຸດ​ເຂົ້າປະ​ເທດ. ພັກຂະ​ບວນການ​ເພື່ອ​ການ​ ປ່ຽນ​ແປງ​ໄປ​ສູ່​​ປະຊາທິປະ​ໃຕ ຫລື​ພັກ MDC ຂອງ​ທ່ານ TSVANGIRAI ກ່າວ​ວ່າການ​ດຳ​ເນີນ​ຄະດີຕໍ່​ທ່ານ ROY BENNETT ນັ້ນ ​ແມ່ນ​ມີ​ເປົ້າໝາຍທາງ​ການ​ເມືອງ ​ແລະ​ຕາມ​ຄຳ​ເວົ້າຂອງ​ທ່ານ TSVAN-GIRAI ​ເອງ​ນັ້ນ ​ແມ່ນ​ເປັນ​ການ​ດຳ​ເນີນ​ຄະດີ ທີ່​ເຕັ​ມ​ໄປ​ດ້ວຍ​ຄວາມ​ມຸ່ງ​ຮ້າຍ. ທ່ານ BENNETT ຊື່​ງ​ເປັນ​ຄົນ​ຜິວ​ຂາວ​ແລະ​ອະດີດ​ກະ​ເສດ​ຕະກອນ​ປູກ​ກາ​ເຟ ​ເປັນນື່ງ​ໃນ​ບັນດາ​ຜູ້ນຳ​ພັກ MDC ທີ່​ມີ​ຊື່​ສຽງ ​ທັງເປັນ​ນາຍ​ຄັງ​ຂອງ​ພັກ ​ແລະ​ໄດ້​ຖືກ​ແຕ່ງຕັ້ງ​ໃຫ້​ເປັນ​ຮອງ​ລັດຖະມົນຕີ​ວ່າການ​ກະຊວງ​ກະ​ສິກຳ ​ໃນ​ຄະນະ​ລັດຖະ ບານ​ແບ່ງປັນ​ອຳນາດ​ຂອງ ZIMBABWE. ທ່ານ​ໄດ້​ຖືກ​ຈັບ​ເມື່ອ​ເດືອນກຸມພາ ຕົ້ນປີ ​ໃນ​ຂໍ້​ຫາ​ທີ່​ຍ້ອນ​ຫລັງ​ຄືນ​ໄປ​ຍັງ​ປີ 2006 ​ເວລາ​ພໍ່ຄ້າ​ອາວຸດ​ຄົນ​ນື່ງຖືກ​ຈັບ​ແລະ​ຖືກ​ກ່າວ​ຫາ​ໃນ​ເບື້ອງ​ຕົ້ນວ່າ ວາງແຜນ​ຈະ​ລອບ​ສັງຫາ​ນປະທານາທິບໍ​ດີ ROBERT MUGABE. ​ ​ພໍ່ຄ້າ​ອາວຸດ​ທີ່​ຖືກ​ຈັບ​ໄດ້​ເຊັນ​ໜັງສື ທີ່​ເອົາ​ທ່ານ BENNETT ​ແລະ​ຄົນ​ອື່ນໆ​ອີກ​ຫລາຍ​ຄົນ​ໄປ​ພົວພັນ​ນຳ​ແຜນການ​ດັ່ງກ່າວ ແຕ່ຜູ້ກ່ຽວ​ໄດ້​ປ່ຽນ​ຄຳ​ເວົ້າ​ໃນ​ເວລາ​ຕໍ່​ມາ ​ແລະ​ບອກ​ພວກ​ນັກ​ຂ່າວ​ວ່າ ​ເຂົາ​ຖືກ​ທໍລະມານ​ແລະ​ບັງຄັບ​ໃຫ້​ເຊັນ​ໜັງສື​ກ່າວ​ຫາ​ທ່ານ BENNETT ນັ້ນ.

ຟີ​ລິບ​ປິນ: ລັດຖະບານ​ຟີ​ລິບ​ປິນ ໄດ້​ອອກ​ມາ​ກ່າວ​ປະຕິຍານໃນ​ວັນ​ຈັນ​ມື້​ນີ້ ວ່າ​ຈະ​ຕາມ​ລ່າ​ໂຕ​ໃຫ້​ໄດ້ ພວກ​ຫົວ​ຕໍ່ສູ້ທີ່ມີ​ສ່ວນ​ກ່ຽວຂ້ອງ​ກັບກຸ່ມ​ກໍ່​ການ​ຮ້າຍ AL-QAIDA ທີ່​ທາງ​ການ​ສົງ​ໃສ​ວ່າ ​ເປັນ​ຜູ້​ລັກ​ຈັບ​ໂຕ​ຫົວໜ້າ​​ ຫລື​ຄູ​ໃຫຍ່​ຂອງໂຮງຮຽນ ຄົນ​ນື່ງ​ໄປ ​ແລ້ວ​ຕັດ​ຫົວຜູ້ກ່ຽວ. ຕຳຫລວດ​ທີ່​ເກາະ​ໂຮ​ໂລ ທາງ​ພາກ​ໃຕ້​ຂອງ​ຟີ​ລິບ​ປິນເວົ້າວ່າ​ ຫົວ​ຂອງ​ທ່ານ GABRIEL CANIZARES ​ໄດ້​ຖືກ​ພົບ​ເຫັນ​ຢູ່​ໃນ​ຖົງ​ຖົງ​ນື່ງ ຢູ່​ປັ້ມນ້ຳມັນ​ແຫ່ງ ນື່ງ ​ໃນ​ຕອນ​ເຊົ້າມືດ​ວັນ​ຈັນ​ມື້​ນີ້ 22 ມື້​ຫລັງ​ຈາ​ກທີ່​ຜູ້ກ່ຽວ​ຖືກ​ລັກ​ຈັບ​ໂຕ​ໄປ ​ແຕ່ບໍ່​ເຫັນ​ຕົນ​ໂຕຂອງ​ທ່ານ. ເຈົ້າໜ້າ​ທີ່​ໃຫ້​ຮູ້​ອີກວ່າ ກ່ອນ​ໜ້າ​ນີ້ ພວກ​ກຸ່ມຫົວ​ຮຸນ​ແຮງ ABU SAYYAF ​ໄດ້ຮຽກ​ເອົາຄ່າ​ໄຖ່ ຈຳນວນ 42 ພັນ​ດອລລ່າ ​ເພື່ອ​ແລກ​ກັບ​ການ​ປ່ອຍ​ໂຕ​ທ່ານ CANIZARES ​ແຕ່​ວ່າ​ທາງ​ເຈົ້າໜ້າ​ທີ່​ແລະ​ຍາດ​ພີ່ນ້ອງ​ຂອງ​ທ່ານ​ບໍ່​ຍອມ​ຈ່າຍ. ໂຄສົກ​ຍິງ​ຄົນ​ນື່ງຂອງ​ປະທານາທິບໍດີ GLORIA ARROYO ກ່າວ​ໃນ​ຄຳ​ຖະ ​ແຫລ​ງສະບັບ​ນື່ງທີ່​​ແຈກ​ຢາຍ​ໃຫ້​ສື່​ມວນ​ຊົນ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ທາງ​ການ​ຟີ​ລິບ​ປິນ ມີ​ຄວາມ​ມຸ່ງ​ໝັ້ນຢ່າງ​ເດັດ ດ່ຽວ ທີ່​ຈະ​ປາບ​ແລະ​ເຮັດ​ໃຫ້ອັນ​ທີ່​ນາງ​ເອີ້ນ​ວ່າ ຄວາມ​ໂຫດຮ້າຍປ່າ​ເຖື່ອນ ທີ່​ຊົ່ວ​ຮ້າຍ ໜ້າ​ຂະ​ຫຍະ​ຂະ​ແຫຍງ ​ແລະ​ໄຮ້​ມະນຸດສະທຳ​ ຂອງກຸ່ມ ABU SAYYAF ນັ້ນຢຸດຕິ​ລົງ. ພວກ​ກຸ່ມ​ຊາວ​ມຸສລິ​ມຫົວ​ຮຸນ​ແຮງ​ທີ່​ວ່າ​ນີ້ ມີ​ຊື່​ສຽງ​ເນົ່າ​ເໝັນ ຍ້ອນ​ການວາງ​ລະເບີດ​ໂຈມ​ຕີ ການ​ລັກ​ຈັບ​ໂຕ​ຜູ້​ຄົນ​ໄປ​ຮຽກ​ຄ່່າໄຖ່ ​ແລະ​ຂ້າ​ຄົນ​ໂດຍ​ວິທີ​ຕັດ​ຫົວ.

ກຳປູ​ເຈຍ- ​ໄທ:  ນາຍົກລັດຖະມົນຕີ HUN SEN ກ່າວ​ວ່າ ທ່ານ​ທັກສິນ ຊິນນະ​ວັດ ອະດີດ​ຜູ້ນຳ​ໄທ​ທີ່​ລີ້​ໄພ​ຢູ່​ຕ່າງປະ​ເທດ ຈະ​ໄປ​ຢ້ຽມຢາມ​ກຳປູ​ເຈຍ ​ເພື່ອກ່າວ​ຄຳ​ປາ​ໃສ​ຕໍ່​​ນັກ​ເສດຖະສາດ​ກຸ່ມ​ນື່ງ ຊື່​ງ​ເປັນການ​ເຄື່ອນ​ໄຫ​ວທີ່​ຄາດວ່າ ຈະ​ເຮັດ​ໃຫ້ການ​ຜິດ​ຖຽງ​ກັນ​ທາງ​ການ​ທູດ ລະ​ວ່າງ​ເຂມ​ນກັບ​ໄທ ຮ້າຍ​ແຮງໜັກ​ຂື້ນ​ຕື່ມ. ທ່ານ ຮຸນ​ເຊ​ນ ບອກກອງ​ປະຊຸມ​ໃຫ້​ສຳພາດ​ຂ່າວ ​ໃນ​ວັນ​ອາທິດ​ວານ​ນີ້​ວ່າ ທ່ານ ທັກສິນ​ຈະ​ກ່າວ​ຄຳ​ປາ​ໃສຕໍ່​ພວກ​ນັກ​ເສດຖະສາດ​ເຂມ​ນ ຈຳນວນ 300 ກ່ວາ​ຄົນ ​ໃນ​ວັນ​ທີ 12 ​ເດືອນ​ນີ້. ຄຳ​ປະກາດ​ໃຫ້​ຮູ້​ດັ່ງກ່າວນີ້ ​ແມ່ນ​ຕິດຕາມ​ມາຫລັງ​ຈາກ​ທີ່​ມີ​ການ​ແຕ່ງຕັ້ງ​ໃນອາທິດ​ຜ່ານ​ມາ ໃຫ້​ທ່ານທັກສິນ​ເປັນ​ທີ່​ປຶກສາ​ດ້ານເສດຖະກິດ​ຂອງ​ລັດຖະບານກຳປູ​ເຈຍ. ທາງ​ການ​ໄທ​ໄດ້​ຕອບ​ໂຕ້ ​ໂດຍ​ການ​ຮຽກ​ໂຕ​ເອກ​ອັກຄະ​ລັດ ຖະທູດ​ຂອງ​ຕົນ​ ກັບ​ຄືນ​ປະ​ເທດ ຊື່​ງກຳປູ​ເຈຍ​ກໍ​ໄດ້​ສະໜອງ​ຕອບ​​ໃນ​ທຳນອງ​ດຽວ​ກັນ.

ຈີ
US/China relations
ທ່ານ Wen Jiabao ກັບທ່ານ Barak Obama
ນ-ສະຫະລັດ
(ໃນພາກສະຫລູບຂ່າວ): ນາຍົກລັດຖະມົນຕີຈີນ ທ່ານ WEN JIABAO ກ່າວ​ວ່າ ທ່ານ​ມີ​ຄວາມ​ຍິນດີນຳ​ຮ່ອງຮອຍ​ຕ່າງໆ ທີ່​ສະ​ແດງ​ວ່າ​ມີ​ການ​ດີ​ຂື້ນ​ໃນ​ເສດຖະກິດ​ຂອງ​ສະຫະລັດ​ນັ້ນ ​ແຕ່​ພ້ອມ​ດຽວ​ກັນ ທ່ານ​ກໍ​ຫວັງ​ວ່າວໍ​ຊິງ ​ຕັນຈະ​ຮັກສາ​ການ​ຂາດ​ດຸນ​ງົບປະມານຂອງ​ຕົນ​ໄວ້ ​"ໃນ​ຂະໜາດ​ທີ່​ເໝາະ​ສົມ." ທ່ານ WEN JIABAO ​ໄດ້​ຖະ​ແຫລ​ງ​ເຊ່ນ​ນັ້ນ ​ໃນ​ວັນ​ອາທິດ​ວານ​ນີ້ ທີ່​ເມືອງ ຕາກ​ອາກາດ SHARM EL-SHEIK ປະ​ເທດ​ອີ​ຈິບ ບ່ອນ​ທີ່​ທ່ານ​ໄປ​ຮ່ວມກອງ​ປະຊຸມ​ສອງ​ວັນ ກ່ຽວ​ກັບ​ການ​ຮ່່ວມ​ມື​ລະ​ວ່າງ​ຈີນ​ກັບ​ອັຟຟຣິກາ. ທ່ານ​ນາຍົກ​ລັດ ຖະມົນຕີ​ຈີນ​ຖະ​ແຫລ​ງຕໍ່ກອງ​ປະຊຸມ​ໃຫ້​ສຳພາດ​ຂ່າວ​ວ່າ ທ່ານ​ຢາກ​ໃຫ້ ສະຫະລັດ​ຮັກສາ​ການ​ຂາດ​ດຸນ​ງົບປະມານ​ຂອງ​ຕົນ​ໄວ້ ​ໃນ​ລະດັບ​ທີ່​ຄວບ​ຄຸມ​ໄດ້ ​ເພາະວ່າ​ມັນຈະ​ຊ່ວຍ​ຕໍ່​ການ​ຟື້ນ​ໂຕ​ຄືນ​ຂອງ​ເສດຖະກິດ​ໂລກ ​ແລະ​ຄ້ຳປະກັນ​ໃຫ້ມີສະຖຽນ​ລະ​ພາບ​ໃນ​ອັດຕາ​ແລກປ່ຽນ​ຂອງ​ເງິນຕາ. ຈີນ​ເປັນ​ເຈົ້າໜ້າລາຍ​ໃຫຍ່​ທີ່​ສຸດ​ຂອງ​ລັດຖະບານ ສະຫະລັດ ​​ແລະ​ໄດ້​ລົງ​ທຶນ ປະມານ 70% ຂອງ​ເງິນຕາ​ສຳລອງ​ຕ່າງປະ​ເທດ​ຂອງ​ຕົນ ຫລື​ປະມານ 14 ພັນ​ຕື້$ ​ໃສ່​ການ​ເຊື້ອ​ເອົາ​ຊັບ​ສິນ​ຕ່າງໆ​ໃນ​ສຫະລັດ​ໄວ້ ​ໂດຍ​ສະ​ເພາະ​ກໍ​ແມ່ນ ພັນທະບັດ​ຂອງ​ລັດຖະບານ​ສະຫະລັດ​ນັ້ນ.


Download ຂ່າວຮອບໂລກສຳລັບ ວັນທີ 9 ພະຈິກ
Download  (MP3)
Listen to This Report ຂ່າວຮອບໂລກສຳລັບ ວັນທີ 9 ພະຈິກ
Listen to (MP3)
Download ສະຫລູບຂ່າວ ວັນທີ 9 ພະຈິກ 2009
Download  (MP3)
Listen to This Report ສະຫລູບຂ່າວ ວັນທີ 9 ພະຈິກ 2009
Listen to (MP3)
E-mail This Article E-mail this article
Print This Article Print Version
  Featured Story

  More From VOA