VOANews.com

ວີໂອເອ ພາກພາສາລາວ ▪ Lao
ແຫລງຂາວທໄວໃຈໄດ
 
News in 45 Languages
Thailand Puts More Pressure on Huay Namkhao Hmongs


25/03/2009

LySeu_huaynamkhaohmong
LySeu_huaynamkhaohmong
ໂດຍການ​ກົດ​ດັນ​ດັ່ງກ່າວ ກໍ​ມີ​ທັງ​ການໃສ່​ໂຊ້​ໃຫ້ກັບ​ຂາ​ທັງ​ສອງ​ຂ້າງ ​ແລະ ການ​ໃຫ້​ຢູ່, ​ໃຫ້​ກິນ, ​ໃຫ້​ນອນ ແລະ ​ໃຫ້​ກັບທ່າ​ຍທັງໜັກ ​ແລະ ​ເບົາ ຢູ່​ໃນ​ບ່ອນ​ດຽວກັນ, ຍິ່ງ​ໄປ​ກວ່າ​ນັ້ນ ຍັງ​ມີ​ຮອງ​ຮອຍ​ມີ​ການ​ຖືກທຸບ​ຕີ​ຢູ່​ຕາມ​ຮ່າງກາຍ ​ແລະ ຫົວ​ຂອງ​ຜູ້ກ່ຽວອີກ​ດ້ວຍ. ທ້າວ ​ເຢັຽ ປໍ​ລໍ ຍັງ​ໃຫ້ການ​ຢືນຢັນ​ດ້ວຍ​ອີກວ່າ ຜູ້​ເປັນພໍ່​ຂອງ​ຕົນ ຊຶ່ງ​ມີ​ອາຍຸ​ເຖິງ 58 ປີ ​ແລ້ວນັ້ນ ບໍ່​ໄດ້​ກະທຳ​ຄວາມ​ຜິດຕາມ​ການ​ກ່າວ​ຫາ​ຂອງ​ທາງ​ການ​ລາວ​ກ່ຽວກັບ​ການ​ຄ້າ​ຢາ​ເສບ​ຕິດ ​ແລະ ຂ້າ​ຄົນ​ຕາຍ​ຢູ່​ໃນ​ລາວ​ກ່ອນ​ທີ່​ຈະ​ພາ​ຄອບຄົວ​ອົບ​ພະ​ຍົກ​ເຂົ້າ​ໄປ​ພັກ​ອາ​​ໃສ​ຢູ່​ໃນ​ສູນ​ຮອງ​ຮັບ​ຊົ່ວຄາວ​ບ້ານ​ຫ້ວຍ​ນ້ຳຂາວ ນັບ​ຕັ້ງ​ແຕ່​ປີ 2004 ​ເປັນຕົ້ນມາ ຫາກ​ແຕ່​ສາ​ເຫດ​ທີ່​ເຮັດ​ໃຫ້​ຕ້ອງ​ອົບ​ພະ​ຍົກ​ຈາກ​ລາວ ​ແລະ ​ເຂົ້າ​ໄປ​ຢູ່​​ໃນ ບ້ານ​ຫ້ວຍ ນ້ຳຂ າວນັ້ນ ກໍ​ຍ້ອນ​ວ່າ​ຖືກ​ທາງ​ການ​ລາວ​ທຳ​ການ​ປິດ​ລ້ອມ ​ແລະ ປາບ​ປາມ​ຢ່າງໜັກ ​ແລະ ຢ່າງ​ຕໍ່​ເນື່ອງ​ນັບ​ຕັ້ງ​ແຕ່​ປີ 1975 ​ເປັນຕົ້ນມາ​ແລ້ວ. ສ່ວນ​ທາງ​ດ້ານ​ ທ້າວ ລີ​ສື ​ແກ່​ນຳ​ຄົນ​ສຳ​ຄັນ​ຂອງ​ຊາວ​ມົ້ງຢູ່​ໃນ​ສູນ​ຮອງ​ຮັບ​ຊົ່ວຄາວ​ບ້ານ​ຫ້ວຍ​ນ້ຳຂາວ​ດັ່ງກ່າວ​ນັ້ນ ກໍ​ໄດ້​ໃຫ້ການ​ຢືນຢັນ​ກັບ VOA ວ່າ: ທາງ​ການ​ໄທ ບໍ່ພຽງ​ແຕ່​ຈະ​ໃຊ້​ມາດ​ຕະການ​ກົດ​ດັນ​ຕໍ່ຊາວ​ມົ້ງຢ່າງໜັກ​ເທົ່າ​ນັ້ນ ຫາກ​ແຕ່​ຍັງ​ໄດ້​ພະຍາຍາມປະຕິມາ​ນປະຕິ​ບັດການ​ດ້ານ​ຈິດຕະວິ​ຍາ​ຕ່າງໆ ນາໆ ຕໍ່ຊາວ​ມົ້ງອີກ​ດ້ວຍ, ຊຶ່ງ​ກໍລະນີ​ຕົວຢ່າງ​ກໍ​ຄື ການ​ນຳ​ເຜີຍ​ແຜ່ຂໍ້​ມູນ​ຂ່າວສານ ທີ່​ກ່ຽວກັບ​ມາດ​ຕະການ​​ເບິ່ງ​ແຍງ​ທີ່​ດີ ທີ່​ທາງ​ການ​ລາວ​ໄດ້​ປະຕິ​ບັດ​ຕໍ່ບັນດາ​ຊາວ​ມົ້ງທີ່​ຖືກ​ສົ່ງ​ກັບ​ຄືນ​ໄປ​ລາວ​ໃນ​ໄລຍະ​ກ່ອນໜ້ານີ້ຈຳນວນ​ຫລາຍ​ກວ່າ 2,000 ຄົນ.
Hmong_MotherChild
Hmong_MotherChild


ຫາກ​ແຕ່​ວ່າ​ສຳລັບ​ຊາວ​ມົ້ງສ່ວນ​ໃຫຍ່​ທີ່​ຍັງ​ຄົງ​ພັກ​ອາ​​ໃສ​ຢູ່ໃນ​ສູນ​ຮອງ​ຮັບ​ຊົ່ວຄາວ​ບ້ານ​ຫ້ວຍ​ນ້ຳຂາວ ຈຳນວນ​ຫລາຍ​ກວ່າ 5,000 ຄົນ ​ໃນ​ປະຈຸ​ບັນນີ້ ກໍ​ຍັງ​ຄົງ​ບໍ່​ເຊື່ອ​ຖື ​ແລະ ບໍ່​ເຊື່ອ​ວ່າຂໍ້​ມູນ ​ແລະ ຂ່າວສານ​ດັ່ງກ່າວ​ຈະ​ເປັນຄວາມ​ຈິງ ດັ່ງ​ທີ່ ທ້າ​ວ ລີ​ສື ​ໄດ້​ກ່າວ​ຊີ້​ແຈງ​ກັບ VOA ວ່າ:

ຕອນ​ນີ້ ຢົງ ຈັນທະ​ລັງສີ ກັບ​ນາຍ​ພົນ ບົວ​ສ້ຽງນີ້ ​ເຂົາ​ກ່າວ​ວ່າ ​ເຂົາ​ຈະ​ຮັບ​ໄປ​ຢູ່​​ໃຫ້ມີ​​ໄຮ່ມີນາ​​ໃຫ້ຢູ່​​ໃຫ້​ກິນ. ອັນ​ນີ້ ລີ​ສື ​ໄມ່​ເຊື່ອ​ເລີຍ ກັບ​ໄປ​ກໍ​ກັບ​ໄປ​ຕາຍ​ຢ່າງ​ດຽວ ຢູ່​ຫ້ວຍນ້ໍາ ຂາວ​ນີ້ກໍ​ຈະ​ຕາຍ ​ໄປ​ລາວ​ກໍ​ສິຕາຍ ກໍ​ຍັງ​​ແໜງຕາຍຢູ່​ປະ​ເທດ​ເສລີນີ້ດີກ​ວ່າ.

​ແຕ່ຢ່າງ​ໃດ​ກໍ​ຕາມ ທາງ​ການ​ລາວ ​ແລະ ​ໄທ ກໍ​ໄດ້​ຕົກລົງ​ຮ່ວມ​ກັນ​ຢ່າງ​ຄັກ​ແນ່ແລ້ວ​ວ່າ ຈະ​ດຳ​ເນີນ​ມາດ​ຕະການ​ໃນ​ທຸກວິທີ​ທາງ ​ເພື່ອ​ທີ່​ວ່າ​ຈະ​ໄດ້​ສົ່ງ ​ແລະ ຮັບ​ເອົາ​ຊາວ​ມົ້ງຈາກ​ບ້ານ​ຫ້ວຍ​ນ້ຳຂາວ​ກັບ​ຄືນ​ໄປ​ລາວ​ໃຫ້​ໄດ້​ທັງໝົດ​ໄວ​ທີ່​ສຸດ​ເທົ່າ​ທີ່​ຈະ​ປະຕິ​ບັດ​ໄດ້ ​ໂດຍ​ຈະ​ບໍ່ຍອມ​ອະນຸ​ຍາດ​ໃຫ້​ພາກສ່ວນ​ທີ່​ສາມ​ ​ເຂົ້າມາ​ຫຍຸ້ງ​ກ່ຽວຢ່າງ​​ເດັດຂາດ ​ເພາະ​ຊາວ​ມົ້ງ​ເຫລົ່າ​ນີ້ ບໍ່​ແມ່ນ​ບັນຫາ​ອົບ​ພະ​ຍົບ ຫາກ​ແຕ່​ເປັນ​ພຽງຄົນ​ເຂົ້າ​ເມືອງ​ໄທ​ໂດຍ​ຜິດ​ກົດໝາຍ​ເທົ່າ​ນັ້ນ.
ຍິ່ງ​ໄປ​ກວ່າ​ນັ້ນ ທາງ​ການ​ລາວ ​ແລະ ​ໄທ ຍັງ​ໄດ້​ຢືນຢັນ​ຢ່າງໜັກ​ແໜ້ນດ້ວຍ​ວ່າ ບໍ່ມີ​ປະ​ເທດ​ໃດ​ທີ່​ຈະ​ຮັບ​ເອົາ​ຊາວ​ມົ້ງ​ເຫລົ່າ​ນີ້ອີກ​​ແລ້ວ ຈຶ່ງ​ມີ​ພຽງ​ແຕ່​ການ​​ເດີນທາງ​ກັບ​ຄືນ​ໄປ​ລາວ​ເທົ່າ​ນັ້ນ ທີ່​ເປັນ​ທາງ​ເລືອກ​ດຽວທີ່​ເຫລືອ​ຢູ່​ສຳລັບ​ຊາວ​ມົ້ງ ​ແລະ ​ໃນ​ຊ່ວງ​ທີ່​ທ່ານ ພົນ​ພັດ​ຕະວາ​ບົວ​ສ້ຽງ ຈຳປາ​ພັນ ຮອງ​ຫົວໜ໊າກົມ​ໃຫຍ່​​ເສ​ນາ​ທິການ​ ກອງ ທັບ​ປະຊາຊົນ​ລາວ ​ໄດ້​ເດີນທາງ​ໄປ​ໃນ​ສູນ​ຮອງ​ຮັບ​ຊົ່ວຄາວ​ບ້ານ​ຫ້ວຍ​ນ້ຳຂາວ​ເມື່ອ​ທ້າຍ​ເດີນ​ກຸມພາ​ທີ່​ຜ່ານ​ມານັ້ນ ທ່ານ​ກໍ​ໄດ້​ຢືນຢັນ​ວ່າ ບໍ່ມີ​ການ​ປິດ​ລ້ອມ ​ແລະ ປາບ​ປາມ​ຊາວ​ມົ້ງຢູ່​ໃນ​ປະ​ເທດ​ລາວ​ແຕ່​ຢ່າງ​ໃດ ​ຫາກ​ແຕ່​ເປັນ​ການ​ໃສ່​ຮ້າຍ​ປາຍ​ສີຕໍ່ທາງ​ການ​ລາວ​ໂດຍ​ກຸ່ມ​ຄົນ​ບໍ່ດີ​ຢູ່​ໃນ​ຕ່າງປະ​ເທດ.

 




Download ໍຊົງຣິດລາຍງານ ຈາກບາງກອກ
Download  (MP3)
Listen to This Report ໍຊົງຣິດລາຍງານ ຈາກບາງກອກ
Listen to
E-mail This Article E-mail this article
Print This Article Print Version
  Related Stories
Thailand Puts More Pressure to Huay Namkhao Hmongs
 
  Featured Story
21 Killed in Philippines Abduction  Audio Clip Available

  More From VOA
Indonesian Ferry Sinks: At Least 9 Dead, Some 230 Survive  Audio Clip Available
Vaccine Shortage-Concern of H1N1 Spread in Mecca During Hajj  Audio Clip Available
Laos-ASEAN Free Trade Area (AFTA)  Audio Clip Available
Legacy of War's Briefing and Discussion in Washington DC  Audio Clip Available
Thailand: Impossible to Repatriate All Huay Namkhao Hmongs by Year's End  Audio Clip Available
Taylor Swift - CMA Entertainer of the Year and Female Vocalist of the Year  Audio Clip Available