VOANews.com

ວີໂອເອ ພາກພາສາລາວ ▪ Lao
ແຫລງຂາວທໄວໃຈໄດ
 
News in 45 Languages
FAO Assists Laos in Rice Development

21/04/2009
ອົງການ​ອາຫານ​​ ​ແລະ ການ​ກະ​ເສດ​ແຫ່ງ​ສະຫະ​ປະຊາ​ຊາດ ຖະ​ແຫລ​ງ ການ​ຢືນຢັນ​ວ່າ ການ​ເກັບ​ກຳ​ຂໍ້​ມູນ​ສະ​ຖິຕິ​ກ່ຽວກັບ​ຜົນ​ຜະຫລິດ ​ແລະ ການ​ບໍລິ​ໂພ​ກ​ເຂົ້າ​ໃນ​ທົ່ວ ປະ​ເທດ​ລາວ​ຈະ​ແລ້ວ​ເສັດ​ສົມບູນ​ພາຍ​​ໃນ​ເດືອນ ​ກໍລະກົດ​ປີນີ້ ຫລັງ​ຈາກ​ນັ້ນ ກໍ​ຈະ​ເຮັດ​ໃຫ້​ລາວ​ສາມາດ​ທີ່​ຈະ​ນຳ​ເອົາ​ຂໍ້​ມູນ​ທີ່​ເກັບ​ກຳນັ້ນ​ໄປ​ໃຊ້​ໃນ​ການ ວາງ​ແຜນການ​ພັດທະ​ນາ​ກ່ຽວກັບ​ການ​ຜະຫລິດ​ເຂົ້າ​ໃນ​ລາວ​ເພື່ອແນ​ໃສ່​ການ​ສົ່ງ​ອອກ​ໄປ​ຕ່າງປະ​ເທດ​ໃຫ້​ມີ​ປະສິດ​ທິ​ພາບ​ຫລາຍ​ຂຶ້ນ.

l-rice-grower
ຊາວນາ ກຳລັງ ດຳກ້າ
ອົງການ ​ອາຫານ​​ ​ແລະ ການ​ກະ​ເສດ​ແຫ່ງ​ສະຫະ​ປະຊາ​ຊາດ ຫລື FAO ສຳນັກງານ​ປະຈຳ​ນະຄອນຫລວງ​ວຽງຈັນ ​ໄດ້​ອອກ​ຖະ​ແຫລ​ງການ​ຢືນຢັນຢ່າງ​ເປັນ​ທາງ​ການ​ເມື່ອ​ບໍ່ນານ​ມານີ້ ວ່າການ​ດຳ​ເນີນ​ໂຄງ ການເກັບ​ກຳ​ຂໍ້​ມູນ​ສະ​ຖິຕິ​ກ່ຽວກັບ​ຜົນ​ຜະຫລິດ ​ແລະ ການ​ບໍລິ​ໂພ​ກ​ເຂົ້າທີ່​ອົງການ FAO ​ໄດ້​ໃຫ້​ຄວາມ​ຊ່ວຍ​ເຫລືອ​ແກ່ ກະຊວງ​ກະ​ສິ​ກຳ​ປ່າ​ໄມ້​ລາວ​ນັ້ນ ​ໄດ້ຄືບ ໜ້າ​ໄປ​ແລ້ວ​ເກີນ​ກວ່າ 90% ​ແລະ ກໍ​ເຮັດ​ໃຫ້​ສາມາດ​ຄາດໝາຍ​ໄດ້​ວ່າ ການ​ດຳ​ເນີນ​ໂຄງການຢູ່​ໃນ​ທັງ 17 ​ແຂວງ​ຂອງ​ລາວ ຈະ​ແລ້ວ​ເສັດ​ສົມບູນ​ທັງໝົດ​ພາຍ​​ໃນ​ເດືອນ​ ກໍລະກົດ​ປີນີ້ ຢ່າງ​ແນ່ ນອນ. ຖະ​ແຫລ​ງ ການ​ດັ່ງກ່າວ​ຂອງ FAO ກໍ​ໄດ້​ລະບຸອີກ​ວ່າການ​ທີ່​ລາວຂາດ​ຂໍ້​ມູນ​ສະ​ຖິຕິ​ກ່ຽວ ກັບ​ຜົນ​ຜະຫລິດ ​ແລະ ການບໍລິ​ໂພ​ກ​ເຂົ້າທີ່​ມີ​ຄວາມ​ຊັດ​ເຈນ ​ແລະ ​ແນ່ນອນ ​ໃນ​ຕະຫລອດ​ໄລຍະ​ກວ່າ 30 ປີ ມານັ້ນ ​ໄດ້​ເປັນ​ຜົນ​ເຮັດ​ໃຫ້​ບໍ່ສາມາດ​ທີ່​ຈະ​ວາງ​ແຜນການ ພັດທະນາ ​ແລະ ​ເປົ້າໝາຍ​ໄດ້​ຢ່າງ​ຈະ​ແຈ້ງ ​ໂດຍ​ສະ​ເພາະ​ແມ່ນ​ແຜນ ການ​ກ່ຽວກັບ​ການ​ສົ່ງ​ເສີມ​ການ​​ຜະຫລິດ​ເຂົ້າ​ເພື່ອ​ຕອບ​ສະໜອງຄວາມ​ຕ້ອງ​ການ ​ບໍລິ​ໂພ​ກພາຍ​ໃນ​ປະ​ເທດ​​ໄດ້​ຢ່າງ​ພຽງພໍ ​ແລະ ​ໃຫ້​​​ເຫລືອກິນສຳລັບ​ສົ່ງ​ອອກ​ໄປ​​ຕ່າງປະ​ເທດ​ໃຫ້​ໄດ້​ຫລາຍ​ຂຶ້ນຢ່າງ​ຕໍ່​ ເນື່ອງ​ອີກ​ດ້ວຍ. ​ເພາະສະ​ນັ້ນ ຫລັງ​ຈາກ​ທີ່​ລາວ​ໄດ້​ມີ​ຂໍ້​ມູນ​ສະ​ຖິຕິ​ດັ່ງກ່າວ​ໄດ້​ຕາມມາດຕະຖານ​ສາກົນ​ ແລ້ວ​ນັ້ນ ກໍ​ຈະ​ເປັນ​ຜົນ​ເຮັດ​ໃຫ້​ລັດຖະບານ​ລາວ ​ສາມາດ​ທີ່​ຈະ​ກຳນົດ​ແຜນການ ​ແລະ ​ເປົ້າໝາຍກ່ຽວ ກັບ​ການ​ຜະຫລິດ ​ແລະ ການ​ບໍລິ​ໂພ​ກ ລວມ​ໄປ​ເຖິງ​ການ​ສົ່ງ​ອອກ​ເຂົ້າ​ໄດ້​ຢ່າງ​ມີ​ປະສິດ​ທິ​ຜົນ​ຫລາຍ​ຂຶ້ນ. ​ໃນ​ໄລຍະ​ແຜນການ​ປະຈຳ​ປີ 2007 ຫາ 2008 ທີ່​ຜ່ານ​ມາທາງ​ການ​ລາວ​ໄດ້​ປະມານ​ການ​ວ່າ ລາວ​ມີ​ຜົນ​ຜະຫລິດ​​ເຂົ້າລວມ​ໃນ​ປະ​ລິ​ມານ​ເຖິງ 2.700.000 ໂຕນ ​ໂດຍ​ປະຊາກອນ​ລາວ​ແຕ່ລະຄົນຈະ​ຕ້ອງການບໍລິ​ໂພ​ກ​ເຂົ້າ ​ໃນ​ອັດຕາ​ສະ​ເລ່ຍ 400 ກິ​ໂລກ​ຣາມ​ເຂົ້າ​ເປືອກ ຕໍ່ຄົນ​ຕໍ່ປີ ຫລື ປະມານ 2.400.000 ໂຕນ ​ໃນ​ທົ່ວ​ປະ​ເທດ ຊຶ່ງ​ກໍໝາຍ ຄວາມ​ວ່າ ລາວ​ຍັງ​ມີ​ປະລິມານ​ເຂົ້າ​ເຫລືອ​ກິນ​ຫລາຍກວ່າ 2​00.000 ໂຕນ.

ທາງ​ການ​ລາວ​ໄດ້​ເລີ້ມດຳ​ເນີນ​ໂຄງການ​ພັດ​ທະນາ​ແນວ​ພັນ​ເຂົ້າ ​ໂດຍ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫລືອ​ຈາກ​ ອອສ​ເຕຣ​ເລຍ ນັບ​ຈາກ​ປີ 1982 ​ເປັນຕົ້ນມາ ພາຍ​ໃຕ້​ໂຄງການ​ທີ່​ເອີ້ນ ວ່າ ສູ​ນວິ​ໃຈ ​ແລະ
FAO_Ivory_Coast_Rice_Plants_FAO_150
ເຂົ້າໃນນາ
ພັດທະນາ​ພັດ​ເຂົ້າ ນາ​ພອກຊຶ່ງຕັ້ງ​ຢູ່​ໃນ​ເຂດ​ບ້ານ​ທ່າດ​ອກ ຄຳ ​ເມືອງ​ໄຊ​ທານີ ​ນະຄອນຫລວງ​ວຽງຈັນ ​ໂດຍ​ນັບ​ຈາກ​ປີ 1982 ​ເປັ້ນຕົ້ນມາ ກໍ​ປະກົດວ່າ ສູ​ນວິ​ໃຈດັ່ງກ່າວ​ນີ້ ສາມາດ​ພັດທະນາ​ແນວ​ພັນ​ເຂົ້າຂອງ​ລາວ​ ​ໄດ້​ແລ້ວ​ເຖິງ 11 ສາຍ​ພັນ ຄື: ສາຍ​ພັນ​ເຂົ້າທ່າ     ດ​ອກຄຳໜຶ່ງ ຫາທ່າ​ດອກ​ຄຳ 11 ​ແລະ ​ໃນ​ປະຈຸ​ບັນກໍ​ຍັງ​ສາມາດ​​ຜະຫລິດ​ແນວ​ພັນ​ເຂົ້າດັ່ງກ່າວ ​ເພື່ອ​​ແຈກ​ຢາຍ​ໃຫ້​ແກ່​ບັນ ດາກະ​ເສດ​ຕະກອນ​ ​ແຕ່​ໃນ​ປະລິມານ​ເຖິງ 50 ​ໂຕນ​ໃນ​ແຕ່ລະ​ປີ. 

ນອກຈາກ​ນີ້ ສູນ​ວິ​ໃຈ​ດັ່ງກ່າວ ກໍ​ກຳ​ລັງ​ດຳ​ເນີນ​ການພັດທະນາ​ເຂົ້າພື້ນບ້າ​ນຂອງ​ລາວ ​ເພື່ອ​ເຮັດ​ໃຫ້​ມີຜົນ​ຜະຫລິດ​ສູງ ​ແລະ ສອດ​ຄ້ອງ​ຢູ່​ໃນ​ລາວ​ໃຫ້​ຫລາຍ​ຂຶ້ນ ​ຕົວຢ່າງ​ກໍ​ຄື ການ​ພັດ​ທະນາ​ເຂົ້າ ຫອມພັນປະສົມ ລະຫວ່າງ​ ​ເຂົ້າທ່າ​ສະ​​ໂນໜຶ່ງ ​ແລະ ​ເຂົ້່າຫອ​ມ ນາງ​ນວນ ​ແລະ ການ​ປະສົມ​ລະ​ຫວ່າງ​ເຂົ້າຫອມນາງນວນ ​ກັບ ​ເຂົ້າ​ໄກ່​ນ້ອຍ​ເຫລືອງ. ​ແຕ່ຢ່າງ​ໃດ​ກໍ​ຕາມ ​ເຈົ້າໜ້າທີ່​ຂັ້ນສູງ​ໃນ​ກະຊວງ​ກະ​ສິກຳ​ປ່າ​ໄມ້​ລາວ ທ່ານ ໜຶ່ງກໍ​ໄດ້​​ຍອມຮັບວ່າການ​ວິ​ໃຈ ​ແລະ ພັດທະນາ​ພັນ​ເຂົ້າຢູ່​ໃນ​ລາວຍັງ​ຄົງຫ​ລ້າ​ຫລັງ​ປະ​ເທດ​ເພື່ອນ​ບ້ານ ​ໂດຍ​ສະ​ເພາະ​ແມ່ນ​ໄທ ​ແລະ ຫວຽດນາມ ​ເພາະວ່າ ​ການ​ຕື່ນ​ຕົວ ​ກ່ຽວກັບການວິ​ໃຈ​ພັນ​ເຂົ້າພື້ນບ້ານ​ໃນ​ລາວ​ນັ້ນຍັງ​ຕໍ່າ​ຫລາຍ ແລະ ກໍ​ມີ​ອີກ​ຫລາຍ​ສາຍ​ພັນທີ່​ຖືກ​ຕ່າງ​ຊາດ​ນຳ​ໄປ​ພັດທະນາ​ເປັນ​ພັນ​ເຂົ້າຂອງ​ຕົນ​ແລ້ວ​ ດັ່ງ​ທີ່​ເຈົ້າໜ້າທີ່​ຂັ້ນສູງ​ໃນ​ກະຊວງ​ກະ​ຊິ​ກຳ​ປ່າ​ໄມ້​ລາວ​ໄດ້​ກ່າວ​ຢືນຢັນ​ວ່າ:

Farmers harvest their crops in a paddy field in Tabanan, Indonesia 04 Apr 2008 <br />
ຊາວນາ ກຳລັງກ່ຽວເຂົ້າ
"ແນວ​ພັນ​ເຂົ້າພື້ນ​ເມືອງ​ແນວ​ທີ່​ເຮົາ​ສະ​ສົມ​ໄວ້​ໃນ​ປະຈຸ​ບັນນີ້ ມີ 13 ກວ່າ​ພັນ​ຕົວຢ່າງ ພັນ​ເຂົ້າປ່າ​ກໍ​ຮ້ອຍກວ່າ​ຊະນິດ ​ເປັນ​ຫຍັງ​ຊິ​ບໍ່​ໃຫ້​ຈົດ​ທະບຽນ ຫລື​ວ່າ ​ໃຫ້​ຂຶ້ນທະບຽນ​​ໄວ້ ​ເພາະ​ວ່າ​ມັນ​ເປັນຊັບ​ສົມບັດ​ ແມ່ນ​ມູນ​ມໍ​ລະ​ດົກ​ຂອງ​ວົງ ຄະນາຍາດ​ແຫ່ງ​ຊາດ ​ເພາະ​ວ່າ​ເຂົາ​ເຈົ້າ​ເອົາ​ແນວ​ພັນ​ເອົາ ແຊລ ພື້ນ​ເມືອງ​ດັ່ງກ່າວ​ໄປ​ປະສົມ​ກັບ​ພັນ​ພື້ນເມືອງອື່ນໆ ຫລືວ່າແຊລ ອື່ນໆອອກ​ມາ​ເປັນ​ແນວ​ພັນ​​ໃໝ່ ສາຍ​ພັນ​ໃໝ່. ຖ້າ​ບໍ່ຊັ້ນນັ້ນ​ແມ່ນ​ແນວ​ພັນ​ພື້ນ​ເມືອງ​ຂອງ​ເຮົາ​ນີ້​ແມ່ນ​ຖືກກະຈາຍ​ອອກ​ ໄປໝົດຖ້າ​ເຮົາ​ບໍ່ມີ​ການ​ຈົດ​ທະບຽນ ຫລື​ວ່າ ມີ​ເອກະ ສານ​ຢັ້ງຢືນ​ອັນ​ໃດ​ອັນ​ໜຶ່ງ ​ບັດ​ເມື່ອ​ເວລາ​ເຮົາ​ເຮັດ​ການ​ຄ້າການຂາຍ ມັນ​ກໍຮຽກຮ້ອງ​ໃຫ້​ມີການຢັ້ງຢືນ​ຖິ່ນ ຫລື​ວ່າ ​ແຫລ່​ງກໍາ​ເຫນີດຂອງ​ຊະນິດ​ພັນ​ພື​ດ."

ຊົງຣິດລາຍ​ງານ​ຈາກ​ບາງກອກ ​ເມື່ອ​ວັນ​ທີ 2 ເມສາ 2008

Download ລາຍງານເປັນພາສາລາວ ຂອງຊົງຣິດ ເມື່ອວັນທີ 04/02/2009
Download  (MP3)
Listen to This Report ລາຍງານເປັນພາສາລາວ ຂອງຊົງຣິດ ເມື່ອວັນທີ 04/02/2009
Listen to (MP3)
E-mail This Article E-mail this article
Print This Article Print Version
  Featured Story
Clinton Discusses North Korea, Burma Issues at APEC  Audio Clip Available

  More From VOA
North & South Korean Navies Exchange Fire  Audio Clip Available
Vientiane Officials Concerned About Trash Disposal Problem During SEA Games  Audio Clip Available
SEA Games Songs  Audio Clip Available
Diarrhea Causes Deaths of 1.5 million Children Worldwide Each Year  Audio Clip Available
Laos Among Five ASEAN Nations Criticized Over Human Rights  Audio Clip Available
Laotian American Professor Takes a Leading Role in American Literature  Audio Clip Available