VOANews.com

ວີໂອເອ ພາກພາສາລາວ ▪ Lao
ແຫລງຂາວທໄວໃຈໄດ
 
News in 45 Languages
Laos Still Unable to Launch Vientiane Industrial Zone

21/04/2009
lao-pm-bouasone
ທ່ານ ບົວສອນ ບຸບຜາວັນ ນາຍົກລັດຖະມຸນຕີ   ສປປ ລາວ
ທາງ​ການ​ລາວ​ຍອມຮັບ​ວ່າ ການ​ພັດທະນາ​ເຂດ​ນິຄົມ ​ອຸດ​ສາຫະກຳ​ໂຄກ​ສະອາດ​ ໃນ​ເຂດ​ນະຄອນຫລວງ​ວຽງຈັນ ຍັງ​ຄົງ​ບໍ່​ເປັນ​ໄປ​ຕາມ​ແຜ​ນການ​ເປົ້າໝາຍທີ່​ວາງ​ເອົາ​ໄວ້ ​ເນື່ອງ​ຈາກ​ວ່າ​ປະຊາຊົນ​ໃນ​ພື້ນທີ່ີ່​ ຍັງ​ຄົງ​ບໍ່ຍອມ​ຍົກຍ້າຍ​ອອກ​ໄປ​ຈາກ​ເຂດ​ນິຄົມ​ອຸດສາຫະກຳ ຈຶ່ງ​ເຮັດ​ໃຫ້​ທາງ​ການ​ລາວ ສາມາດ​ບຸກ​ເບີກພື້ນທີ່​ໄດ້​ພຽງ​ແຕ່ 50 ​ເຮັກ​ຕ້າ ​ເທົ່າ​ນັ້ນ ຈາກ​ເປົ້າໝາຍທີ່​ວາງ​ເອົາ​ໄວ້​ທັງໝົດ​ເຖິງ 2.000 ​ເຮັກ​ຕ້າ.


ທ່ານ ບົວ​ສອນ ບຸບຜາ​ວັນ ນາຍົກລັດຖະມົນຕີລາວ ຊຶ່ງ​ໄດ້​ເດີນ ທາງ​ໄປ​ກວດ​ຢ້ຽມ​ໂຄງ​ການ​ພັດ​ທະນາ​​ເຂດ​ນິຄົມ​ອຸດສາຫະກຳ​ແຫ່ງ​ໃໝ່ ຂອງ​ນະຄອນຫລວງ​ວຽງຈັນ ຊຶ່ງ​ຕັ້ງຢູ່​ໃນ​ເຂດ​ບ້ານ​ໂຄກ ສະອາດ ຫ່າງ​ຈາກ​ນະຄອນຫລວງ​ວຽງຈັນ ​ໄປຕາມ​ຖະໜົນ​​ເລກ 13 ​ໃຕ້ ​ເປັນ​ໄລຍະ​ທາງ​ຍາວ 25 ກິ​ໂລກ​ເມັດ ​ຫວ່າງ​ບໍ່ນານ​ມານີ້ ​ແລະໄດ້​​ໃຫ້ການ​ຢືນຢັນ​ວ່າ ລັດຖະບານ​ລາວ ຈະ​ຍັງ​ຄົງ​ສືບຕໍ່​ໃຫ້​ການຊຸກ​ຍູ້ ​ແລະ ຊ່ອຍ​ເຫລືອບັນດາ​ເອກະ​ຊົນ​ທີ່​ເຂົ້າ​ໄປ​ລົງທຶນ​ຢູ່​ໃນເຂດ​ນິຄົມ​ອຸດສາຫະກຳ ດັ່ງກ່າວ​ຕໍ່​ໄປ ຢ່າງ​ບໍ່ຢຸດ​ຢັ້ງ ​ໂດຍ​ມີ​ການອອກ​ດຳລັດ ວ່າດ້ວຍ​ການນຳ​ເຂົ້າ ​ແລະ ສົ່ງ​ອອກ​ສິນ​ຄ້າ​ເພື່ອ​ອຳ​ນວຍ​ຄວາມ​ສະດວກ​ໃຫ້​ກັບ​ພາກ​ເອກະ​ຊົນ​ຫລາຍ​ຂຶ້ນ ​ໂດຍ​ບໍ່ວ່າ​ຈະ​ເປັນການ​ປັບຫລຸດ​ອັດຕາ​ອາ​ກອນ ​ແລ​ະ ຍົກ​ເວັ້ນພາສີ ​ໃຫ້​ກັບ​ການ​ນຳ​ເຂົ້າສິນຄ້າ​ປະ​ເພດ​ວັດຖຸ​ດິບ ຫລື ສິນຄ້າ​ທຶນ​ ລວ​ມ​ໄປ​ເຖິງ ການ​ຫລຸດ​ຂັ້ນຕອນ​ໃນ​ການ​ສົ່ງ​ອອກ​ສິນຄ້າ ​ແລະ ການ​ບຸກ​ເບີກ​ຕະຫລາດ​ສົ່ງ​ອອກ​​ໃໝ່ໆ​ໃຫ້​ກ້ວາງ​ຂວາງ​ຫລາຍ​ຂຶ້ນກໍ​ຕາມ ຕ່າງ​ກໍ​ລ້ວນ​ແລ້ວ​ແຕ່​​ເປັນແຜນ ການ​ດຳ​ເນີນ​ງານ​ຂອງ​ລັດຖະບານ​ລາວ​ ຢ່າງ​ເປັນຂະ​ບວນການ​ຢູ່​ແລ້ວ. ຫາກ​ແຕ່​​ໃນ​ຂະນະ​ດຽວ ກັນ ທາງ​ການ​ລາວ​ກໍ​ຍອມຮັບ​ວ່າ ບັນຫາ ​ແລະ ອຸ​ປະ​ສັກ​ທີ່​ສຳຄັນທີ່​ສຸດ​ໃນ​ເວລາ​ນີ້ກໍ​ຄື ການ​ທີ່​ບໍ່ສາມາດ​ທີ່​ຈະ​ຂະຫຍາຍ​ພື້ນທີ່ໃນ​ເຂດ​ນິຄົມ​ອຸດສາຫະກຳ​ ໃຫ້ຄວບ​ຄຸມ​ເນື້ອທີ່​ທັງໝົດ​ໄວ້ ຕາມ​ແຜນການ​ທີ່​ວາງ​ເອົາ​ໄວ້​ເຖິງ 2.000 ​ເຮ​ັກຕ້າ ​ເນື່ອງ​ຈາກ​ວ່າ​ປະຊາຊົນ​ລາວ​ໃນ​ເຂດ​ພັດ​ທະນາ​ດັ່ງກ່າວ ບໍ່ຍອມ​ຂາຍ ​ແລະ ບໍ່ຍອມ​ພາກັນ​ຍົກຍ້າຍ​​ອອກ​ໄປ​ຈາກ​ທີ່​ດິນ​ຂອງ​ພວກ​ຕົນ ນັບຕັ້ງ້ງ​ແຕ່​ປີ 1992 ​ເປັນຕົ້ນມາ​ແລ້ວ, ​ເພາະສະນັ້ນ ຈົນ​ເຖິງ​ປະຈຸ​ບັນນີ້ ທາງ​ການ​ລາວ​ສາມາດ​ບຸກ​ເບີກພື້ນ ທີ່່​ໃນ​ເຂດ​ນິຄົມ​ອຸດສາຫະກຳ​ໃໝ່ ​ໄດ້​ພຽງ​ແຕ່ 50 ​ເຮັກ​ຕ້າ ​ເທົ່າ​ນັ້ນ ​ແລະ ​ໃນ​ຂະນະ​ດຽວກັນ ກໍ​ຍັງ​ຄົງ​ມີ​ໂຮງງານ​ອຸດສາຫະກຳພຽງ​ແຕ່ 15 ​ໂຮງງານ ​ແລະ ກໍ​ມີ​​ເງິນ​ທຶນ​ລວມກັນ​ພຽງ​ແຕ່ 7.200.000 ​ໂດ​ລ້າສະຫະລັດ​​ ​ເທົ່າ​ນັ້ນ ​ແລະ ໃນ​ຈຳນວນ​ນີ້ກໍ​ປະກົດວ່າ ​ເປັນ​ການ​ລົງທຶນ​ຈາກ​ຕ່າງປະ​ເທດພຽງ​ແຕ່ສາມ​ລາຍເທົ່າ​ນັ້ນ.
Vientiane Lane Xang Ave.
ຖະໜົນລ້ານຊ້າງ, ວຽງຈັນ


ແຕ່​ຢ່າງ​ໃດ​ກໍ​ຕາມ ທາງ​ການ​ລາວ​ກໍ​ຄາດຫວັງ​ໄວ້​ວ່າ ການ​ລົງທຶນ​ຂອງ​ຕ່າງປະ​ເທດ ຢູ່​ໃນ​ເຂດ​ນິຄົມ​ອຸດ ສາຫະກຳ ຈະ​ເພີ້ມຫລາຍ​ຂຶ້ນ​ໃນ​ອານາ​ຄົດ ຫລື ຫລັງ​ຈາກ​ທີ່ບັນຫາ​ວິ​ກິ​ດ​ການ​ທາງ​ເສດຖະກິດ​ການ​ເງິນ​ໂລກ ​ໄດ້​ຮັບການ​ແກ້​ໄຂ ​ໃຫ້​ກັບ​ຄືນ​ສູ່​ສະພາວະ​ການ​ປົກກະຕິ​​ແລ້ວ​. ສຳລັບ​ໃນ​ໄລຍະ​ສະເ​ພາະໜ້າ ທາງ​ການ​ລາວ​ກໍ​ຈະ​ສົ່ງ​ເສີມການ​ລົງທຶນ​ຈາກ​ປະ​ເທດ​ເພື່ອນ​ບ້ານ​ ໃຫ້ຫລາຍຂຶ້ນນັບມື້ ​ໂດຍ​ສະ​ເພາະ​ແມ່ນ​ປະ​ເທດ​​ເພື່ອນ​ບ້ານທີ່ຢູ່​ໃນ​ເຂດລຸ່ມແມ່ນ້ຳຂອງ ດ້ວຍກັນລວມ​ໄປ​ເຖິງ​ປະ​ເທດ​ສະ​ມາ​ຊິກ​ໃນ​ກຸ່ມ​ອາຊຽນອີກ​ດ້ວຍ.

ໃນ​ປະຈຸ​ບັນນີ້ໄທ ກໍ​ຍັງ​ຄົງ​ຄອງ​ອັນ​ດັບນຶ່ງໃນ​ການ​ເປັນ​ປະ​ເທດ​ທີ່​ມີ​ມູນຄ່າ​ການ​ລົງທຶນ​ ໃນ​ລາວ​ຫລາຍ​ທີ່​ສຸດ ຕິດຕາມ​ດ້ວຍ​ຈີນ, ຫວຽດນາມ, ​ແລະ ສະຫະຣັດ​ອ​າ​ເມ​ລິ​ກາຕາມ​ລຳດັບ. ຍິ່ງ​ໄປ​ກວ່າ​ນັ້ນ ການ​ທີ່​ໄທ​ມີ​ເຂດ​ຊາຍ​ແດນ​ຕິດຕໍ່ກັບ​ລາວ ຄຶດ​ເປັນ​ໄລຍະ​ທາງ​ຍາວ​ກວ່າ 1.800 ກິ​ໂລ​ເມັດ ​ແລະ ​ໄທ​ກໍ​ເປັນ​ລູກ​ຄ້າ ລາຍ​​​ໃຫຍ່​ທີ່​ສຸດ ທີ່​ຈະ​ຮັບ​ຊື້ກະ​ແສ​ໄຟຟ້າຈາກ​ລາວ ​ໃນ​ປະລິມານ​ລວມ​ເຖິງ 7.000 ເມກາວັດ ນັບ​ແຕ່​ປີ 2015 ​ເປັນຕົ້ນໄປ ລວມທັງ​ຍັງ​ເປັນປະ​ເທດ​ທີ່​ມີ​ມູນ​ຄ່າການ​ຄ້າ​ກັບ​ລາວ​ຫລາຍ​ທີ່​ສຸ​ດອີກ ດ້ວຍນັ້ນ ກໍ​ເຮັດ​ໃຫ້​ທາງ​ການ​ລາວ​ຄາດ​ຫວັງ​ວ່າ ຈະ​ເປ​ັນອີກ​ເງື່ອນ​ໄຂ​ປະການນຶ່ງ ທີ່​ຈະ​ຊ່ອຍ​ຊຸກຍູ້​ໃຫ້ມີ​ການ​ລົງທຶນ​ຂອງ​ໄທ ​ເຂົ້າມາ​ໃນ​ລາວ​ເພີ້ມຫລາຍ​ຂຶ້ນຢ່າງ​ຕໍ່​ເນື່ອງ ເຊິ່ງລວມ​ໄປ​ເຖິງ ການ​ລົງ​ທຶນ​ທີ່​ຈະ​ເຂົ້າ​ໄປ​ໃນ​ເຂດ​ນິຄົມ​ອຸດສາຫະກຳ​ໃໝ່ຂອງ​ນະຄອນຫລວງ​ວຽງ​ ຈັນ​ອີກດ້ວຍ ດັ່ງ​ທີ່​ ທ່ານ ທອງ​ລຸນ ​ສີສຸລິ​ດ ຮອງ​ນາຍ​ຍົກ​ລັດຖະມົນຕີີ ​ແລະ ລັດຖະມົນຕີີວ່າ ການຕ່າງປະ​ເທດ​ຂອງ​ລາວ ​ໄດ້​ຖະ​ແຫລ​ງຕອນໜຶ່ງ​ໃນລະຫວ່າງ​ເຂົ້າຮ່ວມ​ກອງ​ປະຊຸມຄະ​ນະ​ກໍາມາ​ທິການ​ຮ່ວມລະຫວ່າງ​ລາວ​ກັບ​ໄທ​ຄັ້ງທີ 15 ​ເມື່ອ​ບໍ່ນານ​ມານີ້ ວ່າ:
Drawing of the new Morning Market Mall
ແຜນຜັງການພັທະນາໂສມໜ້າໃໝ່ ຂອງຕະຫລາດ ເຊົ້າ ໃນນະຄອນຫລວງວຽງຈັນ
ທັງ​ສອງ​ຝ່າ​ຍກໍ​ຈະ​ໄດ້ຮ່ວມ​ມື​ກັນ​ແລະ​ກັນ ສະໜັບສະໜູນສົ່ງ​ເສີມ​ການ​ລົງທຶນຂອງ​ສອງ​ປະ​ເທດ ​ໂດຍ​ສະ​ເພາະ​ ຊຸກຍູ້​ໃຫ້ການ​ລົງທຶນ​ຂອງ​ໄທ​ກັບ​ລາວ ໃຫ້ນັບມື້ນັບ​ຫລາຍ​ຂຶ້ນ.ການລົງທຶນ​ຂອງ​ຕ່າງປ​ະ​ເທດ​ໃນ​ລາວ ນັບ​ຈາກ​ປີ 1988 ​ເປັນຕົ້ນມາ ຈົນ​ເຖິງ​ທ້າຍ​ປີ 2008 ທີ່​ຜ່ານ​ມານີ້ ປະກົດ​ວ່າ ມີ​ມູນ​ຄ່າ​ການ​ລົງທຶນສະ​ສົມ​ລວມກັນ ຄຶດ​ເປັນ​ມູນ​ຄ່າ​ເກືອບ 9.000 ລ້ານ​ ໂດ​ລ້າ​ສະຫະລັດ​ແລ້ວ ​ໂດຍ​ໃນ​ມູນ​ຄ່າ​ດັ່ງກ່າວ​ນີ້ ​ເປັນ​ການ​ລົງທຶນ​ຈາກ​ໄທ​​ເກີນ​ກວ່າ ຫ້າ​ພັນ​ລ້ານ​ ໂດ​ລ້າ​ສະຫະລັດ ຊຶ່ງ​ສ່ວນ​​ໃຫຍ່​ກໍ​ຄື​ການ​ລົງທຶນ​ໃນ​ພາກ​ສ່ວນການ​ພັດທະນາ​ພະລັງງານ​ໄຟຟ້າ​ໃນ​ລາວ ​ເພື່ອ​ທີ່​ຈະ​ສົ່ງຂາຍ​ໃຫ້​ໄທ​ນັ້ນ​ເອງ. 

ຊົງຣິດ ໂພນເງິນ ລາຍງານມາຈາກບາງກອກ ເມື່ອວັນທີ 29 ເດືອນ ມີນາ 2009

Download ຊົງຣິດລາຍງານຈາກ ບາງກອກ, ວັນທີ 29/03/2009
Download  (MP3)
Listen to This Report ຊົງຣິດລາຍງານຈາກ ບາງກອກ, ວັນທີ 29/03/2009
Listen to (MP3)
E-mail This Article E-mail this article
Print This Article Print Version
  Featured Story
North & South Korean Navies Exchange Fire  Audio Clip Available

  More From VOA
Germany Celebrates Collapse of Berlin Wall  Audio Clip Available
Vientiane Officials Concerned About Trash Disposal Problem During SEA Games  Audio Clip Available
SEA Games Songs  Audio Clip Available
Diarrhea Causes Deaths of 1.5 million Children Worldwide Each Year  Audio Clip Available
Laos Among Five ASEAN Nations Criticized Over Human Rights  Audio Clip Available
Laotian American Professor Takes a Leading Role in American Literature  Audio Clip Available