VOANews.com

ວີໂອເອ ພາກພາສາລາວ ▪ Lao
ແຫລງຂາວທໄວໃຈໄດ
 
News in 45 Languages
Thailand Comfirms Support for Fourth Lao-Thai Bridge on the Mekong

25/04/2009

ໄທຢືນຢັນຈະຊ່ວຍລາວ ສ້າງຂົວມິດຕະພາບ ແຫ່ງທີ 4

friendshipbridge1_dec07
ຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ລະຫວ່າງ ວຽງຈັນ ກັບ ໜອງຄາຍ
ທາງ​ການ​ກະຊວງ​​ການຄັງ​ຂອງ​ໄທ ລາຍ​ງານ​ວ່າ ​ໄດ້​ມີການຈັດ​ສັນ​ງົບປະມານ​ສຳລັບ​ໃຫ້ການ​ສະໜັບ ສະໜູນ​ໂຄງການ​ກໍ່ສ້າງ​ຂົວ​ມິດຕະພາບ​ ລາວ​ໄທ​​ແຫ່ງທີ່​ສີ່ ທີ່​​ເຊື່ອມຕໍ່​ເມືອງຫ້ວຍ​ຊາຍ​ ໃນ​​ແຂວງ​ບໍ່​ແກ້ວ ອຳ​ເພີຊຽງຄໍ້ ​ໃນ​ຈັງຫວັດ​ຊຽງລາ​ຍ ທາງ​ພາກ​ເໜືອຂອງ​ປະ​ເທດ​ໄທ​ ໄວ້ເປັນ​ການ​ຮຽບຮ້ອຍ​ແລ້ວ​ ໃນ​ຂະນະ​ນີ້ ຊຶ່ງ​ມັນຈະ​​ເຮັດ​ໃຫ້ການ​ລົງມື​ກໍ່ສ້າງ​ຂົວ​ດັ່ງກ່າວ ສາມາດ​ດຳ​ເນີນການ​ໄດ້​ຢ່າງ​ເປັນ​ຮູບ​ປະທຳ ນັບ​ຈາກ​ທ້າຍ​ປີ 2009 ນີ້ ​ເປັນຕົ້ນ​ໄປ ພາຍ​​ໃຕ້​ເປົ້າ ໝາຍ​ເພື່ອ​ດຳ​ເນີນ​ການກໍ່ສ້າງ​ໃຫ້​ແລ້ວ​ເສັດ ​ແລະ ​ເປີດ​ໃຊ້​ໃຫ້​ໄດ້ ພາຍ​ໃນ​ປີ 2012 ​ເປັນ​ຢ່າງ​ຊ້າ. ​ ຂົວ​ຂ້າມ​ແມ່ນ​ນ້ຳຂອງດັ່ງກ່າວຈະ​ໃຊ້​ງົບປະມານສຳລັບ​ກໍ່ສ້າງ​ໃນ​ມູນ​ຄ່າ​ລວມ​ເຖິງ 1.300 ລ້ານ​ບາດ ຊຶ່ງ​ກໍ​ຈະ​ເປັນ​ການ​ອອກທຶນ​ຮ່ວມກັນ​ລະຫວ່າ​ງ ລັດຖະບານ​ໄທ ກັບ​ລັດຖະບານ​ຈີນ​ຝ່າຍລະ​ເຄິ່ງ ​ໃນ​ຂະນະ​ທີ່​ທາງ​ການ​ລາວ​ນັ້ນ ກໍ​ຈະ​ເປັນ​ຝ່າຍ​ອຳນວຍ​ຄວາມສະດວກ​ໃນ​ການ​ຂົນ​ສົ່ງວັດ​ສະ​ດຸອຸປະກອນ​ໃນ​ການກໍ່ສ້າງ​ຈາກ​ໄທ​ໄປ​ໃນ​ປະ​ເທດ​ລາວ ​ໃນ​ຕະຫລອດ​ໄລຍະຂອງ​ການ​ດຳ​ເນີນ​ງານ​ກໍ່ສ້າງ ດັ່ງກ່າວ.

ພ້ອມ​ກັນນີ້ ທາງ​ການ​ກະຊວງ​​ການ​ຄັງຂອງໄທ ຍັງ​ໄດ້​ລະບຸ​ອີກດ້ວຍ​ວ່າ ການ​
LaoThaiBridgeOpening4_20dec
ມື້ເປີດຂົວມິດຕະພາບ ລາວ-ໄທ ແຫ່ງທີ 2 ລະຫວ່າງ ສະຫວັນນະເຂດ ກັບ ມຸກດາຫານ, ວັນທີ 20 ເດືອນ ທັນວາ 2006
ປະກາດ​​ແຜນ ການ​ກໍ່ສ້າງ​ຂົວ​ຂ້າມ​ແມ່ ນ້ຳຂອງ​​ແຫ່ງທີ່​ສີ່    ດັ່ງກ່າວ​ນີ້ ຈະ​ມີ​ຂຶ້ນຢ່າງ​ເປັນ​ທາງ​ການ​ໃນ​ລະຫວ່າງ​ກອງ​ປະຊຸມ​ສຸດ​ຍອດ​ຜູ້​ນຳ​ລັດຖະ ບານ​ຈາກ​ຫົກ​ປະ​ເທດ​ໃນ​ເຂດ​ລຸ​ມ​ແມ່ນ້ຳຂອງ ຊຶ່ງ​ລັດຖະບານ​ໄທ ​ຈະ​ເປັນ​ເຈົ້າພາບ​ຈັດ​ຂຶ້ນຢ່າງ​ເປັນ​ທາງ​ການ​ພາຍ​ໃນ​ເດືອນ​ມິ​ຖຸນາ ປີ​ນີ້​ ​ໂດຍ​ຈະ​ເປັນ​ການ​ຖະ​ແຫລ​ງການ​ຮ່ວມ​ກັນ​ລະຫວ່າງ​ນາ​ຍົກ​ລັດຖະມົນຕີ ລາວ, ​ໄທ ​ແລະ ຈີນ. ນອກຈາກ​ນີ້ ກໍ​ມີ​ລາຍ​ງານ​ໃນ​ກໍລະນີ​ທີ່​ກ່ຽວ ຂ້ອງ​ເລື້ອງ ນີ້ວ່າ ທາງ​ການ​ລາວ ​ແລະ ​ໄທ ​ໄດ້​ຕົກລົງ​ຮ່ວມ​ກັນ​ໃນ​ການ​ທີ່​ຈະ​ເປີດ​ເສັ້ນທາງ​ເດີນ​ລົດ​ໂດຍສານລະຫວ່າງ​ ກັນ​ເພີ້ມຂຶ້ນ​ອີກ​ໂດຍ​ໃນ​ໄລຍະ​ທີ່​ຜ່ານ​ມາ ກໍ​ໄດ້​ຮ່ວມ​ກັນ​ທຳ​ການ​ສຳ​ຫຼວດ​ແລ້ວ​ໃນຫ້າ​ເສັ້ນທາງ ຈຶ່ງ​ຍັງຄົງ​ເຫລືອ​ອີກສາມ​ເສັ້ນທາງ ທີ່​ຈະ​ດຳ​ເນີນ​ການ​ຮ່ວມ​ກັນໃນ​ການ​ສຳ​ຫລວດ​ໃຫ້​ແລ້ວ​ເສັດ​ພາຍ​ໃນ​ກາງ​ປີນີ້ ​ເປັນ​ຢ່າງ​ຊ້າ​ຕໍ່​ໄປ.

​ໃນ​ປະຈຸ​ບັນ​ລາວ ​ແລະ ​ໄທ​ໄດ້​ເປີ​ດການ​ເດີນລົດ​ໂດຍສານປະຈຳ​ທາງ​ລະຫວ່າງ​ກັນ​ແລ້ວ​ໃນ ຫ້າ​ເສັ້ນທາງ​ດ້ວຍ​ກັນ ກໍ​ຄື ລະຫວ່າງ​ນະຄອນ ຫລວງ​ວຽງຈັນກັບ ໜອງຄາຍ, ນະຄອນຫລວງ​ວຽງຈັນ​-ອຸດອນ​ທານີ, ນະຄອນຫລວງ​ວຽງ ຈັນ​-ຂອນ​ແກ່ນ, ປາກ​​ເຊ-ຊ່ອງ​​ເມັກ, ​ແລະ ປາກ​ເຊ ກັບອຸບົນ​ລາດ​ຊະ​ທານີ. ສ່ວນ​ອີກ​ແປດ​ເສັ້ນ ທາງທີ່​ກຳລັງ​ທີ່​ຈະພິຈາລະນາ​ເປີດ​ການ​​ເຊື່ອມຕໍ່​ເດີນ​ລົດ​ໂດຍສານ​ປະຈຳ​ ທາງ​ລະຫວ່າງ​ກັນນັ້ນ ຕົວຢ່າງ​ກໍ​ຄືລະຫວ່າງສະຫວັນ​ ນະ​ເຂດ ​ແລະ ​ມຸກ​ດາ​ຫານ, ປາກ​ເຊ ກັບບາງກອກ, ​ແລະ ນະ​ຄອນຫລວງ​ວຽງຈັນ ກັບ ບາງກອກ ​ເປັນຕົ້ນ. ​ໂດຍ​ທາງ​ການ​ທັງ​ສອງ​ຝ່າ​ຍ ​ໄດ້​ວາງ​ເປົ້າ ໝາຍ​ໄວ້​ຮ່ວມ​ກັນ​ວ່າ ຈະ​ພິຈາລະນາ​ຕັດສິນ​ໃຈ​ໃນ​ຂັ້ນສຸດ​ທ້າຍ​ໃຫ້​ໄດ້ ພາຍ​ໃນ​ກາງ​ປີ 2009 ນີ້ຕໍ່​ໄປ. ທັງນີ້ ກໍ​ເນື່ອງ​ຈາກ​ວ່າ ທາງ​ການ​ລາວ​ ​ແລະ ໄທ ​ໄດ້ຖື​ສຳຄັນ​ເປັນ​ພິ​ເສດ ກັບ​ການ​​ເຊື່​ອມຕໍ່ທາງ​ດ້ານ​ຄົມ​ນະ​ຄົນ​ຂົນ​ສົ່ງພາຍ​​ໃຕ້​ເປົ້າໝາຍທີ່​ຈະ​​ເຊື່ອມຕໍ່ ການ​ຂົນ​ສົ່ງ​ ​ແລະ ​ໂດຍສານ​ໃຫ້​ໄດ້​ຢ່າງ​ທົ່ວ​ເຖິງ​ໃນ​ທົ່ວພູ​ມມິີພາກ​ລຸ່ມ​ແມ່ ນ້ຳຂອງ​ດ້ວຍ​ກັນ​ໂດຍ​ທີ່​ເປັນ​​ເຂດ​ສູນກາງ​ໃນ​ການ​​ເຊື່ອ​ມ ຕໍ່ດັ່ງກ່າວ​ໃນຂະນະ​ທີ່​ລັດຖະ ບານ​ໄທ​ເອງ ກໍ​ຈະ​ໃຫ້ການ​ສະໜັບສະໜູນສົ່ງ​ເສີມ​ເປົ້າໝາຍດັ່ງ​ກ່າວ​ນີ້ ຢ່າງ​ບໍ່ ຢຸດ​ຢັ້ງອີກ​ດ້ວຍ.

Lao-Thai train on Friendship Bridge between Vientiane and Nongkhai
ລົດໄຟ ລາວ-ໄທ ເທິງຂົວມິດຕະພາບ ລະຫວ່າງ ວຽງຈັນ ກັບ ໜອງຄາຍ
ກ່ອນໜ້ານີ້ ທ່ານອະພິສິດ ​ເວດ​ຊາ​ຊີວະ ນາຍົກລັດຖະມົນຕີ​ໄທ ກໍ​ໄດ້ຖະ​ແຫລ​ງ ຢືນຢັນ​ໃນ​ໂອ ກາດທີ່​ເດີນທາງ​ໄປ​ຢ້ຽມຢາມ​ ສ.ປ.ປ. ລາວ ຢ່າງ​ເປັນ​ທາງ​ການ​ໃນ​ເປັນຕົ້ນປີ 2009 ນີ້ວ່າ ລັດ ຖະບານ​ໄທ ຈະ​ໃຫ້ການ​ຊ່ອຍ​ເຫລືອ​ແກ່​ລາວ​ໃນ​ການ​ກໍ່ສ້າງຖະໜົນ​​ເລກທີ 11 ​ເພື່ອ​ເຊື່ອມ ຕໍ່ທາງ​ພາກ​ເໜືອ ​ແລະ ພາກ​ອີ່ ສານ​ຕອນ​ບົນ​ຂອງ​ໄທ​ໄປ​ໃນ​ຍັງ​ໄຊ​ຍະ​ບູລີ ​ແລະ ​ແຂວງ​ຫລວງ​ພະ​ບາງ ລວມທັງ​ຍັງ​ຈະ​ໃຫ້ການ​ຊ່ອຍ​ເຫລືອ​ໃນ​ການ​ເຊື່ອມຕໍ່ທາງ​ລົດ​ໄຟ​ຈາກ​ທ່າ​ນາ​ແລ້ງ ເຂົ້າ​ໄປ​​ໃນ​ເຂດ​ນະ ຄອນຫລວງ​ວຽງຈັນ​ອີກ​ດ້ວຍ ຊຶ່ງ​ກໍ​ຄາດໝາຍວ່າ​ ນາຍົກ​ລັດຖະ ມົນ ຕີໄທ ຈະ​ປະກາດ​ແຜນການ​ດັ່ງກ່າວ​ໃນ​ລະຫວ່າງ ກອງ​ປະຊຸມ​ສຸດ​ຍອດ​ຜູ້ນຳ​ລັດ ຖະບານ​ໃນ​​ເຂດ​ລຸ່ມ​ແມ່ນ້ຳຂອງ ຊຶ່ງ​ຈະ​ມີ​ຂຶ້ນ​ໃນ​ເດືອນ​ມິຖຸນາປີນີ້ ​ເຊັ່ນ​ດຽວກັນ.


ຊົງຣິດ ໂພນເງິນ ລາຍ​ງານ​ຈາກ​ບາງ​ກອກ ​ໃນ​ວັນ​ທີ 17 ​ເມສາ 2009

Download ຊົງຣິດລາຍງານເປັນພາ ສາລາວຈາກບາງກອກ ໃນວັນທີ 17/04/09
Download  (MP3)
Listen to This Report ຊົງຣິດລາຍງານເປັນພາ ສາລາວຈາກບາງກອກ ໃນວັນທີ 17/04/09
Listen to (MP3)
E-mail This Article E-mail this article
Print This Article Print Version
  Featured Story
Obama to Announce Afghan War Strategy Tuesday  Audio Clip Available

  More From VOA
Obama Vows to 'Finish the Job' in Afghanistan  Audio Clip Available
Thailand Gives Huay Namkhao Hmongs Deadline  Audio Clip Available
Laos: More Women and Chldren Trafficked to Thailand  Audio Clip Available
Vaccine Shortage-Concern of H1N1 Spread in Mecca During Hajj  Audio Clip Available
"Bikes for the World" Ships Unwanted Bicycles from US to Poor Countries  Audio Clip Available
Laos-ASEAN Free Trade Area (AFTA)  Audio Clip Available