VOANews.com

ວີໂອເອ ພາກພາສາລາວ ▪ Lao
ແຫລງຂາວທໄວໃຈໄດ
 
News in 45 Languages
Laos' Exports Further Decline


25/04/2009
coffee 150.jpg
ກາເຟລາວ ປູກເພື່ອສົ່ງອອກ 150.jpg
ກົມ​ການ​ຄ້າ​ຂາ​ອອກ ​ແລະ ຂາ​ເຂົ້າ ຂອງ​ກະຊວງ​ອຸດສະ​ຫະກຳ ​ແລະ ການ​ຄ້າ​ຂອງ​ລາວ ​ໄດ້ສະ​ເໜີລາຍ​ງານ​ວ່າ ​ໃນ​ໄລຍະ​ໄຕຣມາດ​ທຳ​ອິດຂອງ​ແຜນການ​ປະຈຳ​ປີ 2008 ຫາ 2009 ນີ້​ກໍ​ຄື ​ໃນ​ໄລຍະ​ຈາກ​ເດືອນ​ຕຸລາ ຫາ ​ເດືອນ​ທັນວາ ປີ 2008 ທີ່​ຜ່ານ​ມານັ້ນ ສະພາບ​ວ່າການ​ສົ່ງ​ອອກ​ສິນຄ້າ​ຂອງ​ລາວ​​ໄປ​ຍັງ​ຕ່າງປະ​ເທດ ຍັງ​ຄົງ​ເພີ້ມຂຶ້ນ​ໃນ​ອັດຕາສະ​ເລ່ຍເຖິງ 7% ​ເມື່ອ​ທຽບ​ໃສ່​ໃນ​ໄລຍະ​ດຽວກັນຂອງ​​ແຜນການ​ປະຈຳ​ປີ 2007 ຫາ 2008 ທີ່​ຜ່ານ​ມາ ​ໂດຍການ​ສົ່ງ​ອອກ​ສິນຄ້າ​ຂອງ​ລາວ​ໄປ​ຕ່າງປະ​ເທດ​ນັ້ນ ມີ​ມູນ​ຄ່າ​ລວມກັນ​ເຖິງ 276 ລ້ານ​ໂດ​ລ້າ​ສະຫະລັດ ຊຶ່ງ​ໃນ​ຈຳນວນ​ດັ່ງ ກ່າວ​ນີ້ ກໍ​ປະກົດ​ວ່າ​ເປັນ​ການ​ສົ່ງ​ອອກ​ແຮ່​ທາດໃນ​ມູນ​ຄ່າ​ລວມ​ເຖິງ 151 ລ້າ​ນ​ໂດ​ລ້າ​ສະຫະລັດ. ​ແຕ່​ຢ່າງ​ໃດ​ກໍ​ຕາມ ສຳລັບ​ໃນ​ໄລຍະ​ໄຕຣມາດ​ທີ່ 2 ຂອງ​ແຜນການ​ປະຈຳ​ປີ 2008 ຫາ 2009 ນີ້ ກໍ​ຄື ​ໃນ​ໄລຍະ​ຈາກ​ເດືອນ​ມັງກອນ ຫາ​ ​ເດືອນ​ມີນາ ທີ່​ຜ່ານ​ມານັ້ນ ກໍ​ປະກົດ​ວ່າ ມູນ​ຄ່າກາ​ນສົ່ງ​ອອກ​ສິນຄ້າ​ຂອງ​ລາວ ​ໄປ​ຍັງ​ຕ່າງປ​ະ​ເທດ ​ໄດ້​ຫລົດ​ລະດັບ​ລົງ​ເຖິງ 11% ກວ່າ ​ເມື່ອ​ທຽບ​ໃສ່​ກັບ​ໃນ​​ໄລຍະ​ດຽວກັນ ​​ຂອງ​ແຜນການ​ປະຈຳ​ປີ 2007 ຫາ 2008 ທີ່​ຜ່ານ​ມາ ​ໂດຍ​ມີ​ສາ​​ເຫດ​ສຳຄັນ ມາ​ຈາກ​ວິ​ກິ​ດການ​ທາງ​ເສດຖທະ​ກິດ​ການ​ເງິນ​ໂລກ ທີ່​ໄດ້​ສົ່ງ​ຜົນ​ກະທົບ​ຕໍ່ປະ​ເທ​ດລາວ​ຢ່າງ​ຫລີກ​ລ້ຽງບໍ່​ໄດ້ ແລະ ໃນ​ຂະນະ​ດຽວກັນ ກໍ​ໄດ້​ເຮັດ​ໃຫ້ ການ​ສັ່ງ​ຊື້ສິນຄ້າ​ຂອງ​ລາວຈາກ​ຕ່າງປະ​ເທດ ​ໄດ້​ຫລຸດ​ລົງຢ່າງ​ຕໍ່​ເນື່ອງ​ໃນ​ທຸກ​ປະ​ເພດ​ສິນ​ຄ້າ ຊຶ່ງ​ລວມ​ໄປ​ເຖິງ ການ​ສັ່ງ​ຊື້ສິນຄ້າ​ປະ​ເພດ​ແຮ່​ທາດ​ຂອງ​ລາວ​ຈາກ​ຕ່າງປະ​ເທດອີກ​ດ້ວຍ.

[insert caption here]
[ກອງປະຊຸມຈັດໂດຍລັດຖະບານລາວ ແລະ ADB ]

ຍິ່ງ​ໄປ​ກວ່າ​ນັ້ນ ​ເມື່ອ​ຖືກ​ສົມທົບ​ກັບ​ສະພາວະ​ການ​ຂອງ​ຄ່າ​ເງິນ​ກີບ​ລາວ​ທີ່​ມີ​ການ​ແຂ່ງ​ຄ່າ​ຂຶ້ນຢ່າງ​ຕໍ່​ເນື່ອງ ​ເມື່ອ​ທຽບ​ໃສ່​ກັບ​ເງິນ​ສະກຸນ​ຕ່າງປະ​ເທດ ​ໂດຍ​ສະ​ເພາະ​ແມ່ນ​ເງິນ​ບາດ, ​ເງິນ​ໂດ​ລ້າ​ສະຫະລັດ, ​ແລະ ​ເງິນຢູ​​ໂຣ ​ຂອງ​ສະຫະພາ​ບ​ຢູ​ໂຣບ ອີກ​ແລ້ວ ກໍ​ຍິ່ງ​ເຮັດ​ໃຫ້​ສິນຄ້າ​ຂອງ​ລາວ​ມີ​ລາ​ຄາ​ແພງ​ຂຶ້ນ​ໃນ​ສາຍຕາ​ຂອງ​ລູກ​ຄ້າ​ໃນ​ຕ່າງປະ​ເທດ ຊຶ່ງ​ກໍ​ໄດ້​ສົ່ງ​ຜົນ​ກະທົບ​ຕໍ່​ເນື່ອງ ​ເຮັດ​ໃຫ້ການ​ສົ່ງ​ອອກ​ສິນຄ້າ​ຂອງ​ລາວ​​ໄປ​ຍັງ​ຕ່າງປະ​ເທດຕ້ອງ​ລົດ ໜ້ອຍຖອຍ​ລົງ​ຢ່າງ​ຫລີກ​ລ້ຽງບໍ່​ໄດ້​ເຊັ່ນ​ກັນ. ​ແຕ່​ຢ່າງ​ໃດ​ກໍ​ຕາມ ການ​ແຂງ​ຄ່າຂຶ້ນຂອງ​ເງິນ​ກີບ​ລາວ ກໍ​ຍັງ​ມີ​ຜົນ​ດີ​ເຊັ່ນ​ດຽວກັນ ​ໂດຍ​ສະ​ເພາະ​ແມ່ນ​ການ​ນຳ​ເຂົ້າສິນຄ້າ​​ປະ​ເພດ​ທຶນ ​ແລະ ສິນຄ້າ ອຸປະ​ໂພ​ກບໍລິ​ໂພ​ກນັ້ນ ຖື​ວ່າ ​ເປັນ​ຜົນ​ດີ​ຢ່າງ​ຍິງຕໍ່ປະຊາຊົນ​ລາວ ​ແລະ ກຸ່ມ​ລົງ​ທຶນ​ຈາກ​ຕ່າງປະ​ເທດ​ໃນ​ລາວ ດັ່ງ​ທີ່​ເຈົ້າໜ້າທີ່​ຂຶ້ນສູງ ​ໃນ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ​ຂອງ​ລາວ ​ໄດ້​ໃຫ້ການ​ຊີ້​ແຈງ​ຕອນໜຶ່ງ ວ່າ:

ຖ້າວ່າ​ເງິນ​ແຂງ​ຄ່າ​ຫລາຍ ມັນ​ຈະ​ເປັນ​ຜົນກະທົບ​ຕໍ່ການ​ສົ່ງອອກ ​ເພາະ​ວ່າ​ຈະ​ເຮັດ​ໃຫ້ການ​ແກ້ງແຍ້​ງແຂ່ງຂັນ​ຂອງ​ລາຄາ​ສິນຄ້າ​​ເຮົາສົ່ງ​ອອກຫັ້ນ ມັນ​ຫລຸດ​ລົງ​ລາຄາ​ສິນຄ້າ​ທີ່ສົ່ງ​ອອກ​ຈະ​ສູງ​ຂຶ້ນ ​ເຮັດ​ໃຫ້ຂາຍ​ຍາກ ​ອັນນີ້​ແມ່ນ​ຜົນ​ເສຍ. ​ແຕ່​ວ່າ​ໃນ​​ເງື່ອນ​​ໄຂ​​ໃນຄວາມ​ເປັນ​ຈິງ​ໃນ​ລາວ​​ເຮົານີ້ ມາ​ເບິ່ງນຳ​ກັນ​ແລ້ວ ປະ​ເທດ​ເຮົາ​ນີ້ ຍັງ​ເປັນປະ​ເທດນຳ​ເຂົ້າ, ຄື​ພວກ​ເຮົາ​ເຫັນ​ນຳ​ກັນໜີ້ ສິນຄ້າ​ໃຊ້​ສອຍສ່ວນ​ໃຫຍ່​ນີ້ ຍັງ​ແມ່ນ​ເອົາ​ເຂົ້າມາ ລວມທັງ​​ໃຊ້​ສອຍ​ໃນຊີວິດ​ປະຈຳ​ວັນ ລວມທັງ​ສິນຄ້າ​ມາລົງທຶນ ກໍ​ຍັງ​​ແມ່ນ​ນຳ​ເຂົ້າທັງໝົດ. ສະນັ້ນລະ​ແມ່ນ​ວ່າ ​ເງິນ​ກີບ​ແຂງ​ໜີ້ ມັນ​ຈະ​ເປັນ​ຜົນ​​ດີ​ຕໍ່ການ​ນຳ​ເຂົ້າ.


ສ່ວນ​ທາງ​ດ້ານ​ທະນາຄານ​ພັດທະນາ​ແຫ່ງ​​ເອ​ເຊຍ ​ຫລື ADB ກໍ​ໄດ້​ສະ​ເໜີລາຍ​ງານ​ກ່ອນໜ້ານີ້ ວ່າ ການ​ທີ່​ພາກ​ການ​ສົ່ງ​ອອກ​ສິນຄ້າ​ຂອງ​ລາວ​​ໄປ​ຍັງ​ຕ່າງປະ​ເທດ ​ໄດ້​ຮັບ​ຜົນກະທົບ​ຢ່າງໜັກ ໜ່ວງ ຈາກ​ບັນຫາ​ວິ​ກິດ​ຕະການ​ທາງ​ເສດ​ຖະ​ກິດ​ການ​ເງິນ​ໂລກ​ນັ້ນ ກໍ​ຍັງ​ຈະ​ສົ່ງ​ຜົນ​ກະທົບ​ຕໍ່​ເນື່ອງ ​ເຖິງ​ລະດັບ​ລາຍ​ຮັບ​ທາງ​ດ້ານງົບປະມານ ​ໂດຍ​ສະ​ເພາະ​ແມ່ນ​ລາຍ​ຮັບ​ຈາກ​ພາ​ສີ​ຂາ​ອອກ​ຂາ​ເຂົ້າຂອງ​ລັດຖະບານ​ລາວ​ຢ່າງ​ຫລີກ​ລ້ຽງບໍ່​ໄດ້​ເຊັ່ນດຽວກັນ ຊຶ່ງ​ກໍ​ເປັນ​ຜົນ​ເຮັດ​ໃຫ້​ລັດຖະບານ​ລາວ ຕ້ອງ​ເພິ່ງ​ພາ​ການ​ຊ່ອຍ​ເຫລືອ​ທາງ​ດ້ານ​ງົບປະມານ​ຈາກ​ຕ່າງປະ​ເທດ ຫລາຍ​ຕື່ມ​ຂຶ້ນອີກ ຖ້າ​ຫາກ​ວ່າ​ລັດຖະບານ​ລາວ​ບໍ່ສາມາດ​ທີ່​ຈະ​ບຸກ​ເບີກ ຫລື ຊອກຄົ້ນຫາ​ແຫລ່ງ​ລາຍ​ຮັບ ຈາກແຫລ່ງ​ລາຍ​ຮັບ​ໃໝ່ໆ​ໄດ້ ຢ່າງ​ພຽງພໍ​ກັບ​ຄວາມ​ຕ້ອງການ ສຳລັບ​ໃນ​ດ້ານ​ຂອງ​ງົບປະມານ​ລາຍ​ຈ່າຍປະຈຳ​ປີ 2008 ຫາ 2009 ນີ້. ຊຶ່ງ​ຕໍ່ກໍລະນີ​ດຽວກັນນີ້ ທ່ານ ບົວ​ສອນ ບຸບພາ​ວັນ ນາ​ຍົກ​ລັດຖະ ມົນຕີລາວ ກໍ​ໄດ້​ຖະ​ແຫລ​ງ ຍອມຮັບ​ວ່າ ລັດຖະບານ​ລາວ ຈະ​ຕ້ອງ​ປະ​ເຊີນ​ກັບ​ສະພາ​ວະຂາດ​ດຸນ​ທາງ​ດ້ານ​ງົບປະມານ​ຢ່າງ​ຫລີກ​ລ້ຽງບໍ່​ໄດ້ ​ໂດຍ​ໃນ​ຂັ້ນ​ເບື້ອງຕົ້ນ ກໍ​ປະມານ​ການ​ວ່າ ລັດຖະບານ​ລາວ ຈະ​ຂາດ​ດຸນ​ທາງ​ດ້ານ​ງົບປະມານ​ຄຶດ​ເປັນມູນ​ຄ່າ​ລວມຫລາຍ​ກວ່າ 3,000 ຕື້ກີບ ຫລື ​ເກີນ​ກວ່າ 350 ລ້ານ​ໂດ​ລ້າ​ສະຫະລັດ ​ໃນ​ຕະຫລອດ​ໄລຍະ​ແຜນການ​ປະຈຳ​ປີ 2008 ຫາ 2009 ນີ້.  

ຊົງຣິດ ໂພນເງິນ ລາຍ​ງານ​ຈາກ​ບາງ​ກອກ ໃນວັນທີ 17 ເມສາ 2009


Download ໍຊົງຣິດລາຍງານ ເປັນພາສາລາວ ໃນວັນທີ 17/04/2009
Download  (MP3)
Listen to This Report ໍຊົງຣິດລາຍງານ ເປັນພາສາລາວ ໃນວັນທີ 17/04/2009
Listen to (MP3)
E-mail This Article E-mail this article
Print This Article Print Version
  Featured Story
Obama to Announce Afghan War Strategy Tuesday  Audio Clip Available

  More From VOA
Obama Vows to 'Finish the Job' in Afghanistan  Audio Clip Available
Thailand Gives Huay Namkhao Hmongs Deadline  Audio Clip Available
Laos: More Women and Chldren Trafficked to Thailand  Audio Clip Available
Vaccine Shortage-Concern of H1N1 Spread in Mecca During Hajj  Audio Clip Available
"Bikes for the World" Ships Unwanted Bicycles from US to Poor Countries  Audio Clip Available
Laos-ASEAN Free Trade Area (AFTA)  Audio Clip Available