ທາງການລາວ
ແລະ ໄທ ຈະຮ່ວມກັນທົບທວນຄືນໃໝ່ ກ່ຽວກັບແຜນການ ແລະ ບັນດາຂໍ້ຕົກລົງວ່າການຊື້ຂາຍກະແສໄຟຟ້າລະຫວ່າງກັນ
ໂດຍຈະມີການປັບປ່ຽນໃຫ້ສອດ ຄ້ອງກັບສະຖານະການທາງເສດຖະກິດ ແລະ ຕົ້ນທຶນທີ່ເປັນຈິງທັງໃນດ້ານການກໍ່ສ້າງ
ແລະ ຄວາມຕ້ອງການຊົມໃຊ້ພະ ລັງງານໄຟຟ້າໃນໄທ ຊຶ່ງການປັບປ່ຽນດັ່ງກ່າວຈະໃຫ້ແລ້ວເສັດພາຍໃນເດືອນພຶດສະພາເປັນຢ່າງຊ້າ.
ທ່ານ
ປະນີທານ ວັດທະນາຍາກອນ ຮັກສາການໂຄສົກລັດຖະບານໄທ ໄດ້ຖະແຫລງ ຢືນຢັນເມື່ອບໍ່ນານມານີ້ວ່າ
ໃນໂອກາດທີ່ ທ່ານ ສົມສະຫວາດ ເລັງສະຫວັດ ຮອງນາຍຍົກລັດຖະມົນຕີ ຜູ້ປະ ຈຳຄະນະະລັດຖະບານລາວ
ໄດ້ເຂົ້າຢ້ຽມຄຳນັບ ທ່ານ ອະພິສິດ ເວສາຊີວະ ນາຍົກລັດຖະມົນ ຕີໄທເມື່ອບໍ່ນານມານີ້
ທັງສອງທ່ານໄດ້ມີການຢິບຢົກເອົາປະເດັນກ່ຽວກັນການຮ່ວມມືໃນການພັດທະນາທາງດ້ານພະລັງງານສອງປະເທດຂຶ້ນມາປຶກສາຫາລືຮ່ວມກັນເປັນປະເດັນສຳຄັນ.
ທັງນີ້ເຖິງແມ່ນວ່າ ທາງການຂອງທັງສອງຝ່າຍຈະຍັງຄົງຢືນຢັນທີ່ຈະຮ່ວມມືກັນໃນດ້ານດັ່ງກ່າວຕໍ່ໄປຢ່າງບໍ່ຢຸດຢັ້ງກໍຕາມ
ຫາກແຕ່ວ່າຍ້ອນບັນຫາວິກິດການທາງເສດຖະກິດ ແລະ ການເງິນໂລກ ທີ່ເປັນຢູ່ໃນເວລານີ້
ຈຶ່ງເຮັດໃຫ້ທັງສອງຝ່າຍ ເຫັນສອດຄ້ອງກັນວ່າ ຈຳເປັນທີ່ຈະຕ້ອງມີການທົບທວນຄືນໃໝ່ ທັງໃນສ່ວນທີ່ກ່ຽວກັບຕົ້ນທຶນຂອງການກໍ່ສ້າງຄືນ
ແລະ ໃນສ່ວນທີ່ກ່ຽວຂ້ອງກັບຄວາມຕ້ອງການໃນດ້ານພະລັງງານໄຟຟ້າທີ່ເປັນຈິງຢູ່ໃນປະເທດໄທອີກດ້ວຍ.
 |
ສາຍໄຟຟ້າ ນຳສົ່ງກະແສ ໄຟໃຫ້ແກ່ໄທ
|
ທ່ານປະນີທານ
ບອກວ່າການທົບທວນຄືນໃໝ່ ເພື່ອປັບປຸງ ແລະ ປັບປ່ຽນ ບັນດາບັນດາຂໍ້ຕົກລົງ ແລະ
ບັນຍາຊື້ຂາຍກະແສໄຟຟ້າ ລະຫວ່າງລາວກັບໄທດັ່ງກ່າວນີ້ ມີກຳນົດການທີ່ຈະດຳເນີນການໃຫ້ແລ້ວເສັດ
ກ່ອນທີ່ທ່ານ ບົວສອນ ບຸບພາວັນ ນາຍົກລັດ ຖະມົນຕີລາວຈະເດີນທາງຢ້ຽມຢາມປະເທດໄທຢ່າງເປັນທາງການໃນຊ່ວງເດືອນພຶດສະພາປີນີ້.
ທັງນີ້ ຂໍ້ຕົກລົງສະບັບປັດ ຈຸບັນ ທາງການໄທທີ່ຈະຮັບຕົກລົງຊື້ກະແສໄຟຟ້າຈາກລາວໃນປະລິມານຈຳ ນວນ
7.000 ເມກາວັດ ໂດຍນັບຈາກປີ 2015 ເປັນ ຕົ້ນໄປ ຫາກແຕ່ວ່າ ດ້ວຍບັນຫາວິກິດການທາງເສດຖະກິດການເງິນກໍໄດ້ເປັນຜົນເຮັດໃຫ້ກຸ່ມລົງທຶນກໍ່ສ້າງໃນສາມໂຄງການເຂື່ອນໃນລາວນັ້ນ
ຍັງຄົງບໍ່ສາມາດທີ່ຈະຫາແຫລ່ງເງິນທຶນກູ້ຢືມໄດ້ເລີຍ ເນື່ອງຈາກວ່າ ທາງການຝ່າຍໄທເອງກໍຍັງຄົງບໍ່ ຍອມລົງນາມໃນສັນ
ຍາຮັບຊື້ກະແສໄຟຟ້າຢ່າງເປັນທາງການເທື່ອ ເພາະທັງສອງຝ່າຍຍັງຄົງບໍ່ສາ ມາດຕົກລົງກັນໄດ້ກ່ຽວກັບລາຄາຊື້ຂາຍກະແສໄຟຟ້າລະຫວ່າງກັນນັ້ນເອງ.
ໂດຍສຳລັບຕາມຂໍ້ຕົກລົງເດີມນັ້ນ ທາງການໄທ ກໍໄດ້ຕົກລົງໃນຫລັກການທີ່ຈະຮັບຊື້ກະແສໄຟຟ້າຈາກ
5 ໂຄງການໃນລາວ ຊຶ່ງກໍຄື ໂຄງການເຂື່ອນນ້ຳເທີນໜຶ່ງ, ໂຄງການເຂື່ອນນ້ຳອູ່,
ໂຄງການເຂື່ອນນ້ຳງຽບ ໜຶ່ງ, ໂຄງການເຄື່ອນນ້ຳງື່ມສາມ, ແລະ ໂຄງການຫົວສາລິກໄນ,
ຫາກແຕ່ວ່າຍ້ອນບັນຫາລາຄານ້ຳມັນທີ່ປັບຕົວສູງຂຶ້ນຕະຫລອດປີກາຍ ຈຶ່ງເຮັດໃຫ້ກຸ່ມລົງທຶນໃນໂຄງການເຫລົ່ານີ້
ໄດ້ຮຽກຮ້ອງຂໍໃຫ້ທາງການໄທປັບຂຶ້ນລາຄາຮັບຊື້ກະແສໄຟຟ້າຈາກພວກຕົນ ເພາະຕົ້ນທຶນໃນການກໍ່ສ້າງແພງ ຂຶ້ນ
ແລະ ເຖິງແມ່ນວ່າໃນປະຈຸບັນນີ້ ລາຄານ້ຳມັນຈະໄດ້ປັບຕົວລົງແລ້ວກໍຕາມ ຫາກແຕ່ວ່າ
ຍ້ອນບັນຫາວິກິດການທາງເສດຖະກິດການເງິນໂລກທີ່ເປັນຢູ່ ຈຶ່ງເຮັດໃຫ້ຕ້ອງມີການສະລໍແຜນການລົງທຶນກໍ່ສ້າງເຂື່ອນໃນລາວໃນໄລຍະນີ້.
ຍິ່ງໄປກວ່ານັ້ນ ດ້ວຍບັນຫາວິກິຕະການທາງເສດຖະກິດການເງິນໂລກ ທີ່ເປັນຢູ່ໃນເວລານີ້
ກໍຍັງເຮັດໃຫ້ ນັກອານຸລັກຊັບພະຍາກອນທຳມະຊາດມອງວ່າ ທາງການໄທ ບໍ່ມີຄວາມຈຳເປັນທີ່ຈະຮັບຊື້ກະແສໄຟຟ້າຈາກລາວເພີ້ມຕື່ມຂຶ້ນອີກໃນໄລຍະຕໍ່ໄປ
ເພາະວ່າປະລິມານໄຟຟ້າສຳຮອງຂອງໄທ ຍັງຄົງເກີນກວ່າລະດັບຄວາມຕ້ອງການທີ່ເປັນຈິງຢູ່ພາຍໃນໄທ
ແລະ ການຊົມໃຊ້ກະແສໄຟຟ້າ ກໍບໍ່ໄດ້ເພີ້ມຂຶ້ນ ຕາມທີ່ທາງການໄທໄດ້ຄຶດໄລ່ໄວ້ກ່ອນໜ້ານີ້ແຕ່ຢ່າງໃດ
ແລະ ພ້ອມກັນນີ້ ທາງການລັດຖະບານໄທ ກໍຍັງມີທາງເລືອກທີ່ຈະຫັນມາສົ່ງເສີມ
ໃຫ້ພາກເອກະຊົນ ພາຍໃນໄທເອງ ຜະຫລິດພະລັງ ງານທາງເລືອກໃຫ້ໄດ້ຫລາຍຂຶ້ນ ເພື່ອທົດແທນການນຳເຂົ້າກະແສໄຟຟ້າຈາກລາວໄດ້ອີກດ້ວຍ.
ຊົງຣິດໂພນເງິນ ລາຍງານຈາກບາງກອກໃນວັນທີ 19 ມີນາ 2009