ເຊື້ອໄວຣັສໝູ:
ທ່ານນາງJanet Napolitano ຣັມຸນຕີຮັກສາຄວາມປອດໄພພາຍໃນສະຫະຣັດ
ພວກຣັຖບານປະເທດຕ່າງໆໃນທົ່ວໂລກກຳລັງຂຸ້ນຂ້ຽວທຳການເຄື່ອນໄຫວ
ເພື່ອຫລີກລຽງທັງການລະບາດຂອງເຊື້ອໄວຣັສຄັ້ງໃຫຍ່ແລະຄວາມຕື່ນຕົກໃຈຂອງໂລກ
ໃນຂະນະທ່ີມີຄວາມເປັນໄປໄດ້ທ່ີວ່າ ໂຣກໄຂ້ ຫວັດໝູ ອາດກຳລັງປາກົດໂຕຂຶ້ນມານັບແຕ່ການາດາໄປຮອດ
New Zealand ນັ້ນ. ອົງການອະນາມໄລກໄດ້ປະກາດວ່າເຊື້ອໄວຣັສດັ່ງກ່າວເປັນໄພສຸກເສີນ
ດ້ານສາທາຣະນະສຸກໃນລະດັບສາກົນ ທີ່ນາໆຊາດເປັນຫ່ວງວ່າມີ ຄວາມສາມາດບົ່ມຊ້ອນ
ທີ່ຈະແຜ່ລະບາດກວ້າງອອກໄປໃນທົ່ວໂລກນັ້ນ.ບັນດາເຈົ້າໜ້າທ່ີດ້ານອະນາໄມທ່ີເມັກຊິໂກ
ຊຶ່ງເປັນຈຸດໃຈກາງ ບ່ອນທ່ີເຊື້ອໄວຣັສນີ້ໄດ້ລະບາດຂຶ້ນທຳອິດນັ້ນກ່າວວ່າ ເຊື່ອກັນວ່າ
ເຊື້ອໄວຣັສໝູໄດ້ເອົາຊີວິດຜູ້ຄົນໄປແລ້ວ 103 ຄົນ ແລະລົ້ມປ່ວຍລົງຫລາຍກວ່າ
1600 ຄົນ. ໃນວັນຈັນມື້ນີ້ ສະຫະພັນຢູໂຣບໄດ້ຮຽກກອງປະຊຸມດ່ວນຂອງບັນດາຣັຖມຸນຕີສາທາຣະນະສຸກຂອງຕົນ
ເພື່ອປຶກສາຫາລືກັນເຣື່ອງໄພຂົ່ມຂູ່ທ່ີເປັນໄປໄດ້ຈາກການລະບາດຂອງໄຂ້ຫວັດໝູນີ້.
ສະຫະພັນດ້ານສາທາຣະນະສຸກຢູໂຣບ ແນະນຳໃຫ້ຜູ້ຄົນຫລີກລຽງການເດີນທາງໄປຍັງພວກຂົງເຂດຕ່າງໆ
ທ່ີໄດ້ຮັບຜົນກະທົບຈາກເຊື້ອໄຂ້ຫວັດດັ່ງກ່າວ. ໃນຕອນເຊົ້າວັນຈັນມື້ນີ້ ປະເທດສະເປນໄດ້ຢືນຢັນ
ກໍລະນີຕິດເຊື້ອໄຂ້ຫວັດໝູລາຍທຳອິດຂອງຕົນ.ໃນຂະນະດຽວກັນ ບັນດາປະເທດເອເຊັຍທັງຫລາຍກໍໄດ້ເຣີ່ມທຳການກວດກາຫາເຊື້ອພະຍາດດັ່ງກ່າວ
ນຳຄົນໂດຍສານທາງອາກາດແລ້ວ Act…. ທ່ານນາງ Janet Napolitano ຣັຖມຸນຕີກະຊວງຮັກສາຄວາມປອດໄພພາຍປະເທດສະຫະຣັດ
ໄດ້ປະກາດພາວະສຸກເສີນດ້ານສາທາຣະນະສຸກໃນວັນອາທິດວານນີ້ ໂດຍກ່າວວ່າ ການເຄື່ອນໄຫວດັ່ງກ່າວຈະອະນຸຍາດໃຫ້ພວກເຈົ້າໜ້າທ່ີໃຊ້ເງິນຣັຖບານກາງ
ແລະນຳເອົາຢາຕໍ່ຕ້ານເຊື້ອໄວຣັສດັ່ງກ່າວນີ້ອອກມາໃຊ້. ທີ່ປາກີສຖານ:
Pakistani paramilitary maintain a position on a high post in the troubled area of Pakistan's Lower Dir district, 26 Apr 2009
ກອງທັບປາກີສຖານກ່າວວ່າ ທະຫານຂອງຕົນໄດ້ສັງຫານພວກນັກຕໍ່ສູ້ຫົວຮຸນແຮງ
20 ຄົນໃນການປະຕິບັດງານຕໍ່ຕ້ານກຸ່ມຕາລີບັນ ໃນເຂດພາກຕາເວັນຕົກສຽງເໜືອທ່ີປະສົບກັບຄວາມວຸ້ນວາຍຂອງປະເທດ.
ຖແລງການຂອງກອງທັບສີລັງກາກ່າວວ່າ ກຳລັງເຄິ່ງທະຫານຂອງຝ່າຍຣັຖບານໄດ້ສັງຫານພວກຫົວຮຸນແຮງໃນວັນຈັນມື້ນີ້
ໃນເຂດ Lower Dir ຊຶ່ງເປັນພາກສ່ວນນຶ່ງຂອງແຂວງຊາຍແດນຕາເວັນຕົກສຽງເໜືອຂອງປະເທດ.
ໃນຕອນເຊົ້າວັນຈັນມື້ນີ້ ໂຄສົກປະຈຳນັກບວດຫົວຮຸນແຮງ Sufi Mohammad ກ່າວວ່າ
ທ່ານໄດ້ງົດການເຈຣະຈາສັນຕິພາບລະຫວ່າງກຸ່ມຕາລີບັນແລະພວກເຈົ້າໜ້າທ່ີຝ່າຍຣັຖບານໄວ້
ຈົນກ່ວາການປະຕິບັດງານທາງທະຫານໃນເຂດ Lower Dir ຍຸດຕິລົງ. ບັນດາເຈົ້າໜ້າທ່ີປາກີສຖານກ່າວວ່າ
ກຳລັງເຄິ່ງທະຫານທ່ີໄດ້ຮັບການໜຸນຫລັງຈາກເຮືອບິນເຮລີຄອບເຕີຕິດອາວຸດ ໄດ້ສັງຫານພວກຫົວຮຸນ
ແຮງກຸ່ມຕາລີບັນຢ່າງນ້ອຍ 30 ຄົນ ໃນເຂດດັ່ງກ່າວໃນວັນອາທິດວານນີ້ ຮວມທັງຜູ້ບັນຊາການຄົນນຶ່ງແລະຮອງຜູ້ບັນຊາການອີກ5
ຄົນ. Top UN humanitarian official John Holmes, center white shirt, speaks to internally displaced ethnic Tamil civilians during a visit to a displacement camp in Sri Lanka, 27 Apr 2009
ສີລັງກາ: ຣັຖບານສີລັງກາກ່າວວ່າ ຕົນຈະຢຸດໃຊ້ພວກ ອາວຸດໜັກ ແລະການໂຈມຕີທາງອາກາດໃນເຂດສົງຄາມ ໃນພາກເໜືອຂອງປະເທດ ເພື່ອປ້ອງກັນບໍ່ໃຫ້ພວກພົນລະເຮືອນ ໄດ້ຮັບຄວາມເສັຍຫາຍ ບາດເຈັບແລະລົ້ມ ຕາຍຕື່ມອີກ. ທຳນຽບປະທານາທິບໍດີສີ ລັງກາ ກ່າວຢູ່ໃນຖະແຫລງການ ສະບັບນຶ່ງໃນວັນຈັນມື້ນີ້ວ່າ ການປະຕິ ບັດງານການສູ້ຣົບກັນ ໄດ້ຢຸດລົງແລ້ວ ແລະພວກທະຫານຈະບໍ່ໃຊ້ ປືນໃຫຍ່ທ່ີ ສຳ ຄັນຕື່ມອີກ.
ເສດຖະກິດໂລກ:
ບັນດາເຈົ້າໜ້າທີ່ວາງນະໂຍບາຍຂອງທະນາຄານໂລກກ່າວວ່າ
ທ່ານ Timothy Geithner ຣັຖມຸນຕີການເງິນສະຫະຣັດ
ທາງທະນາຄານຈະເພ່ີມເງິນກູ້ຢືມໃຫ້ແກ່ພວກປະເທດທຸກຍາກຕື່ມອີກ
100 ພັນລ້ານດອນລາໃນໄລຍະ3ປີຂ້າງໜ້ານີ້ ໂດຍເອີ້ນວິກິດການການເງິນໂລກວ່າເປັນໄພພິບັດອັນນຶ່ງ.
ໃນຕອນອັດກອງປະຊຸມເປັນເວລາ 2 ມື້ທ່ີກຸງວໍຊິງຕັນໃນວັນອາທິດວານນີ້ ທ່ານ
Robert Zoellick ປະທານທະນາຄານໂລກ ກ່າວວ່າ ວິກິດການດັ່ງກ່າວໄດ້ສົ່ງຜົນໃຫ້ປະຊາຊົນ
ຫລາຍເຖິງ 90 ລ້ານຄົນຕົກທຸກໄດ້ຍາກ ແລະທ່ານກ່າວຕື່ມວ່າ ທາງທະນາຄານຕ້ອງໄດ້ທຳການເຄື່ອນໄຫວຢ່າງໄວ
ເພື່ອຍຸດຕິໄພພິບັດດ້ານມະນຸດສະທັມນີ້. ພວກວາງນະໂຍບາຍຂອງທະນາຄານໂລກ ໄດ້ຮຽກຮ້ອງໃຫ້ພວກປະເທດຮັ່ງມີທີ່ໃຫ້ການຊ່ວຍເຫລືອ
ປະຕິບັດຕາມຄຳປະຕິຍານຂອງຕົນທ່ີໄດ້ໃຫ້ໄວ້ ແລະໃຫ້ຟ້າວຈັດສົ່ງເງິນຊ່ອຍເຫລືອໄປໃຫ້ພວກປະເທດທຸກຍາກ.
ພວກປະທ້ວງທ່ີກ່າວຫາທະນາຄານໂລກວ່າ ສືບຕໍ່ດຳເນີນອັນທ່ີີ່ພວກເຂົາເຈົ້າເອີ້ນວ່າ
ລະບົບທ່ີ່ລົ້ມແຫລວນັ້ນ ພາກັນເດີນຂະບວນຢູ່ນອກສຳນັກ ງານໃຫຍ່ຂອງທະນາຄານຕື່ມອີກໃນວັນອາທິດວານນີ້
ຫລັງຈາກປະທະກັບຕຳຫລວດໃນມື້ວັນເສົາ. ພວກປະທ້ວງກ່າວວ່າ ທະນາຄານໂລກເຮັດໃຫ້ພວກປະເທດທຸກຍາກປະສົບກັບຄວາມທຸກຍາກຢູ່ຕໍ່ໄປ
ໂດຍການປ່ອຍໃຫ້ເຂົາເຈົ້າກູ້ຢືມເງິນໃນຈຳນວນມະຫາສານ ທ່ີພວກເຂົາເຈົ້າໃຊ້ຄືນບໍ່ໝົດຈັກເທື່ອນນັ້ນ.ເສດຖະກິດຍີ່ປຸ່ນ A man walks past a share prices board in Tokyo, (File Photo - 8 Apr 2009)
ບັນດາເຈົ້າໜ້າທ່ີຣັຖບານຍີ່ປຸ່ນໄດ້ເປີດເຜີຍລາຍງານດ້ານເສດຖະກິດທ່ີມືດມົນສະບັບນຶ່ງ
ໃນມື້ນີ້ ຊຶ່ງເປັນມື້ດຽວກັນທ່ີີ່ທາງຣັຖບານກຸງໂຕກຽວຄາດວ່າ ຈະຍື່ນສະເໜີຮ່າງງົບປະມານເພ່ີ່ມເຕີມຕໍ່ສະພາແຫ່ງຊາດ.
ລາຍງານທ່ີເປີດເຜີຍອອກໃນວັນຈັນມື້ນີ້ ທຳນາຍວ່າ ເສດຖະກິດທີ່ໃຫຍ່ອັນດັບສອງຂອງໂລກ
ຈະຫົດໂຕເຂົ້າເປັນປວັດການຮອດ 3.3 ເປີເຊັນ ສຳລັບສົກງົປມານປີປັດຈຸບັນ ທ່ີໄດ້ເຣີ່ມຕົ້ນມາຕັ້ງແຕ່ວັນທີ
1 ເດືອນນີ້. ໃນເດືອນທັນວາຜ່ານມາ ຣັຖບານໄດ້ກະປະມານວ່າ ການເສດຖະກິດພາຍໃນປະເທດຈະບໍ່ມີການຂະຫຍາຍໂຕເລີຍໃນສົກປີ2009ນີ້.
ໃນຕອນບ່າຍມື້ນີ້ ຄາດວ່າຣັຖບານຈະຍື່ນສະເໜີຮ່າງງົບປະມານເພິ່ມຕື່ມຕໍ່ສະພານິຕິບັນຍັດ
ສຳລັບໂຄງການຟື້ນຟູເສດຖະກິດຈຳນວນຫລາຍເປັນປວັດການ 159 ພັນ
ລ້ານດອນລາ.