VOANews.com

ວີໂອເອ ພາກພາສາລາວ ▪ Lao
ແຫລງຂາວທໄວໃຈໄດ
 
News in 45 Languages
Laos Expects Thailand To Buy More Electricity


28/04/2009

electricity
ສາຍສົ່ງກະແສໄຟຟ້າໄປໄທ
ທາງ​ການ​ລາວ​ມຸ້ງຫວັງວ່າ ທາງ​ການ​ໄທ​ຈະຍັງ​ຄົງ​ຮັກສາ​ລະດັບ​ການ​ຮັບ​ຊື້ກະ​ແສ​ໄຟຟ້າ​ຈາກ​ລາວ ຕາມ​ທີ່​ໄດ້​ຕົກລົງ​ກັນ​ໄວ້ ​ໃນ​ປະລິມານ​ລວມ 7,000 ​megawatts ນັບ​ແຕ່​ປີ
2015 ເປັນຕົ້ນໄປ, ຫາກ​ແຕ່​ວ່າ ຍ້ອນ​ບັນຫາ​ວິ​ກິ​ດ​ການ​ທາງ​ເສດ​ຖະ​ກິດ​ການ​ເງິນ​ໂລກ ທີ່​ໄດ້​ສົ່ງ​ຜົນ​ກະທົບ​ຕໍ່​ເສດ​ຖະ​ກິດ​ໂດຍ​ລວມຂອງ​ໄທ​ດ້ວຍ​ນັ້ນ ກໍ​ໄດ້​ເຮັດ​ໃຫ້​ມີ​ຄວາມ​ເປັນ​ໄປ​ໄດ້ສູງ​ທີ່​ໄທ​ຈະມີ​ການ​ປັບຫ​ລຸດ​ການ​ຊື້ກະ​ແສ​ໄຟຟ້າ​ຈາກ​ລາວ​ໃຫ້ໜ້ອຍລົງ.

 

ທ່ານ ທອງ​ລຸນ ​ສີສຸ​ລິດ ຮອງ​ນາຍົກ​ລັດຖະມົນຕີີ ​ແລະ ລັດຖະມົນ ຕີວ່າການຕ່າງປະ​ເທດ​ຂອງ​ລາວ ​ໄດ້​ຖະ​ແຫລ​ງເນັ້ນຢ້ຳ   ພາຍ ຫລັງ​ຈາກ​ການສິ້ນສຸດກອງ​ປະ​ຊຸມ​ຄະນະ​ກຳມາ​ທິການ​ຮ່ວມ ລະຫວ່າງ​ ລາວ​ກັບ​​ໄທ​ ຄັ້ງທີ​ 15 ຊຶ່ງ​ໄດ້​ມີ​ຂຶ້ນຢ່າງ​ເປັນທາງ​ການ ​ໃນ​ລະຫວ່າງ ວັນ​ທີ 23 ຫາ 25 ມີນາ​ ທີ່​ຜ່ານ​ມານີ້ ຢູ່​ເມືອງ​ຫລວາ​ງພະ​ບາງ ດ້ວຍ​ການສະ​ແດງ​ຄວາມ​ມຸ້ງ​ຫວັງ​ວ່າ ທາງ​ການ​ໄທ ຈະ​ຍັງ​ຄົງ​ສືບຕໍ່ຮັກສາ​ລະດັບການ​ຮັບ​ຊື້ກະ​ແສ​ໄຟຟ້າ​ຈາກ​ລາວ ​ໃນ​ປະລິ​ມານ​ລວມ 7,000 ​ເມ​ກາວັດ ນັບ​ຈາກ​ ປີ 2015 ​ເປັນຕົ້ນ​ໄປ ​ຊຶ່ງ​ເປັນ​ໄປ​ຕາມ​ຂໍ້​ຕົກລົງ​ໃນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ ຮ່ວມ ຫລື MOU ສະບັບ​ໃໝ່ທີ່​ໄດ້​ລົງ​ນາມ​ຮ່ວມກັນ​ລະຫວ່າງ​ນາ​ຍົກ​ລັດຖະມົນຕີຂອງ​ທັງ​ສອງ​ປະ​ເທດ ນັບ​ຈາກ​ປີ 2007 ​ເປັນຕົ້ນມາ​ແລ້ວ ດັ່ງ​ທີ່​ ທ່ານ​ ທອງລຸນ ​ໄດ້​ຖະ​ແຫລ​ງເນັ້ນຢ້ຳ​ໃນ ຕອນໜຶ່ງ ວ່າ:

 

ສອງ​ຝ່າຍ​ກໍ​ມີ​ຄວາມ​ຍິນ​ດີ ຕໍ່ການ​ພົບ​ປະ​ຂອງ​ສອງ​ນາ​ຍົກ​ລັດຖະມົນຕີ ຂອງ​ສອງ​ປະ​ເທດ ​ເຊິ່ງຝ່າ​ຍ​ໄທ​ໄດ້​ຢືນຢັນ ຈະ​ສືບຕໍ່ຮັບ​ຊື້​ກະ​ແສໄຟຟ້າ​ຂອງ​ລາວ​ທີ່​ໄດ້ເຊັນ​ກັນ ທີ່​ໄດ້​ຕົກລົງ​ກັນ​ເປັນ 7,000 ​ເມ​ກາວັດ​ນັ້ນ ພາຍຫລັງປີ 2015 ຕາມບົດ​ບັນທຶກ​ວ່າ​ດ້ວຍການຮ່ວມມື ​ແລະ ການ​ພັດທະນາພະລັງໄຟຟ້າລະຫວ່າງ​ລາວ​ກັບ​ໄທ ​ໃນ ວັນ​ທີ 22 ທັນວາ ປີ 2007.


ໂດຍ​ພາຍ​ໃຕ້​ຂໍ້​ຕົກລົງ​ດັ່ງກ່າວ​ລະຫວ່າງ​ລາວ​ກັບ​ໄທ ​ໄດ້​ກຳນົດ​ຮ່ວມ​ກັນ​ໄວ້​ວ່າ ຈະ​ໃຫ້ການ​ໄຟຟ້າ​ຝ່າຍ​ຜະຫລິດ​ແຫ່ງ​ປະ​ເທດ​ໄທ ​ເປັນ​ພາກສ່ວນ​ທີ່​ຈະ​ຮັບ​ຊື້ກະ​ແສ​ໄຟຟ້າຈາກ​ລາວ ໂດຍ​ທີ່​ຈະ​ຕ້ອງ​ຮັບຜິດຊອບ​ໃນ​ການ​ເຈ​ລະ​ຈາ​ຮ່ວມ​ກັນ ກັບ​ບັນດາ​ກຸ່ມ​ບໍລິສັດທີ່​ເຂົ້າ​ໄປ​ລົງທຶນ​ກໍ່ ສ້າງ​ເຂື່ອນ ຫລື ​ໂຮງ ງານ​ໄຟຟ້າ​ຢູ່​ໃນ​ລາວ ​ເພື່ອ​ກຳນົດ​ລາຄາ​ຊື້ຂາຍ​ກະ​ແສ​ໄຟຟ້າ​ລະຫວ່າງ​ກັນ​ໃຫ້​ຮຽບຮ້ອຍ ​ແລະ ​​ໃນ​ໄລຍະ​ທີ່​ຜ່ານ​ມາ​ ກໍ​ປະ​ກົດ​ວ່າ​ໄດ້​ມີ​ການ​ກຳນົດ​ບັນດາ​ໂຄງການ​​ເຂື່ອນ ຫລື ​ໂຮງງານ​ໄຟຟ້າ​ທີ່​ໄທ ຈະ​ຮັບ​ຊື້ກະ​ແສ​ໄຟຟ້າ​ຈາກ​ລາວ​ແລ້ວ ຊຶ່ງ​ກໍ​ຄື ​ໂຄງການ​ເຂື່ອນ​ນ້ຳ​ເທີນສອງ, ໂຄງການ​ເຂື່ອນ​ນ້ຳ​ເທີນໜຶ່ງ, ໂຄງການ​ເຂື່ອນ​ນ້ຳ​ງຽບ, ໂຄງການ​ເຂື່ອນ​ນ້ຳອູ, ​ໂຄງການ​ເຂື່ອນ​ນ້ຳ​ເທີນຫີນ​ບູນໄລຍະ​ທີ່ ສອງ, ໂຄງການ​ເຂື່ອນ​ນ້ຳ​ງື່ມ ສອງ ​ແລະ ສາມ ລວມ​ໄປ​ເຖິງ ​ໂຄງການ​ຫົງສາລິກ​ໄນ ຊຶ່ງ​ຈະ​ຜະຫລິດ​ກະ​ແສ​ໄຟຟ້າ​ຈາກຖ່ານລິກ​ໄນ ຕັ້ງຢູ່​ໃນ​ເຂດ​ແຂວງ​​​ໄຊ​ຍະ​ບູລີ​ອີກ​ດ້ວຍ.

[insert caption here]
[ທ່ານ ປະ​ນິທາ​ນ ວັດທະນາ​ຍາກ​ອນ ຮັກສາ​ການ​ໂຄສົກ ລັດຖະບານ​ໄທ]

​ແຕ່​ຢ່າງ​ໃດ​ກໍ​ຕາມ ກ່ອນໜ້ານີ້ ທ່ານ ປະ​ນິທາ​ນ ວັດ ທະນາ​ຍາກ​ອນ ຮັກສາ​ການ​ໂຄສົກ ລັດຖະ ບານ​ໄທ ກໍ​ໄດ້​ຖະ​ແຫລ​ງການ​ຢືນຢັນ​ວ່າ ​ໃນ​ໂອກາດ​ທີ່​ ທ່ານ ສົມ​ສະຫວາດ ​ເລັງ​ສະ​ຫວັດ ຮອງ​ນາ​ຍົກ​ລັດຖະມົນ ຕີ ຜູ້​ປະຈຳການ​ຄະນະ​ລັດຖະບານ ລາວ ​ໄດ້​ເຂົ້າ ຢ້ຽມຄຳນັບ ທ່ານ ອະພິຊິດ   ເວດ​ຊາ​ຊີວະ ນາ​ຍົກ​ລັດຖະມົນຕີຂອງ​ໄທ​ເມື່ອ​ບໍ່ນານ​ມານີ້ ທາງ​ການ​ຂອງ​ທັງ​ສອງ​ຝ່າ​ຍ ​ໄດ້ມີ​ການ​ຢິບ​ຍົກເອົາປະ​ເດັນ ກ່ຽວ ກັບ​ການ​ຮ່ວມ​ມືພັດ​ທະນາ​​ທາງ​ດ້ານ​ພະລັງງານ​ລະຫວ່າງ​ກັນ ຂຶ້ນມາ​ປຶກສາ​ຫາລື ​ເພື່ອ​ເປັນປະ​ເດັນ​ສຳຄັນ ​ໃນ​ການ​ທີ່​ຈະ​ຕົກລົງ​ໃນ​ໄລຍະ​ຕໍ່​ໄປ. ທັງນີ້ ​ໂດຍ​ເຖິງ​ແມ່ນ​ວ່າ​ທາງ​ການຂອງ​ທັງ​ສອງ​ຝ່າຍ ຈະ​ຍັງ​ຄົງ​ຢືນຢັນ​ທີ່​ຈະ​ຮ່ວມ​ມື​ກັນ​ໃນ​ດ້ານ​ດັ່ງກ່າວ​ຕໍ່​ໄປ​ຢ່າງ​ບໍ່ຢຸດ​ຢັ້ງກໍ​ຕາມ ຫາກ​ແຕ່​ວ່າ​ດ້ວຍ​ບັນຫາ​ວິ​ກິ​ດ​ການທາງ​ເສດຖະກິດ​ການ​ເງິນ​ໂລກ ທີ່​ເປັນ​ຢູ່​ໃນ​ຂະນະ​ນີ້ ຈຶ່ງ​ເຮັດ​ໃຫ້​ທັງ​ສອງ​ຝ່າຍ​ເຫັນ​ສອດ​ຄອງ​ກັນ​ວ່າ ຈຳ​ເປັນ​ທີ່​ຈະ​ຕ້ອງ​ມີ​ການ​ທົບ​ທວນຄືນ​​ໃໝ່ທັງໝົດ ​ໃນສ່ວນ​ທີ່​ກ່ຽວຂ້ອງ​ກັບ​ຕົ້ນ​ທຶນຂອງ​ການ​ສ້າງ​ເຂື່ອນ ​ແລະ ​ໂຮງງານ​ໄຟຟ້າ​ໃນ​ລາວ ​ແລະ ​ໃນ​ສ່ວນ​ທີ່​ກ່ຽວຂ້ອງ ກັບ​ຄວາມ​ຕ້ອງການ​ຊົມ​​ໃຊ້​ພະ​ລັງ​ງານ​ໄຟຟ້າ ທີ່​ເປັນ​ຈິງ​ໃນ​ປະ​ເທດ​ໄທ.

 

ທ່ານ ປະນິທານ ບອກ​ດ້ວຍ​ວ່າ ການທົບ​ທວນຄືນ​ເພື່ອ​ປັບປຸງ ຫລື ປ່ຽນ​ແປງ​ບັນ​ດາ​ຂໍ້​ຕົກລົງ​ ແລະ​ ສັນຍາ​ຊື້ຂາຍ​ກະ​ແສ​ໄຟຟ້າລະຫວ່າງລາວ​ກັບ​ໄທດັ່ງກ່າວ​ນີ້ ມີ​ກຳນົດ​ການ​ທີ່​ຈະ​ດຳ​ເນີນ​ໃຫ້​ແລ້ວ​ເສັດກ່ອນ​ທີ່​ ທ່ານ​ ບົວ​ສອນ ບຸບພາ​ວັນ ນາ​ຍົກ​ລັດຖະມົນຕີ​ລາວ ຈະ​ເດີນທາງ​ຢ້ຽມ ຢາມ​ປະ​ເທດ​ໄທ​ຢ່າງ​ເປັນ​ທາງ​ການ​ໃນ ​ເດືອນ​ພຶດສະພາ ​ປີນີ້ຕໍ່​ໄປ. ຫາ​ກ ແຕ່​ວ່າ​ ດ້ວຍບັນຫາ​ວິ​ກິ​ດ​ການ ທາງ​ເສດຖະກິດ​ການເງິນດັ່ງກ່າວ ກໍ​ໄດ້​ເຮັດ​ໃຫ້​ກຸ່ມ​ລົງທຶນ​ກໍ່ສ້າງ​ເຂື່ອນ​ຢູ່​ໃນ​ລາວ​ຫລາຍ​​ໂຄງການ ຍັງ​ຄົງ​ບໍ່ສາມາດ​ທີ່​ຈະ​ຫາ​ແຫລ່ງ​​ເງິນ​ທຶນກູ້​ຢືມ​ໄດ້ ​ເນື່ອງຈາກ​ວ່າ​ທາງ​ຝ່າຍ​ໄທ​ເອງ ກໍ​ຍັງ​ຄົງ​ບໍ່ຍອມ​ລົງ​ນາມ​ໃນ​ສັນຍາ​ຮັບ​ຊື້ກະ​ແສ​​ໄຟຟ້າ​ຈາກ​ລາວ​ຢ່າງ​ເປັນ​ທາງ​ການ​ອີກ​ດ້ວຍ. ​ເພາະສະນັ້ນ ທັງ​ສອງ​ຝ່າຍ ຈຶ່ງຍັງ​ຄົງ​ບໍ່ສາມາດ​ຕົກລົງ​ກັນ​ໄດ້ ກ່ຽວກັບ​ລາຄາ​ຊື້ຂາຍ​ກະ​ແສ​ໄຟຟ້າ​ລະຫວ່າງ​ກັນ​ນັ້ນ​ເອງ.


ຊົງຣິດ ໂພນເງິນ ລາຍ​ງານ​ຈາກ​ບາງກອກໃນວັນທີ່ 29 ມີນາ 2009


Download ຊົງຣິດລາຍງານເປັນ ພາສາລາວຈາກບາງກອກ ໃນວັນທີ 29/03/2009
Download  (MP3)
Listen to This Report ຊົງຣິດລາຍງານເປັນ ພາສາລາວຈາກບາງກອກ ໃນວັນທີ 29/03/2009
Listen to (MP3)
E-mail This Article E-mail this article
Print This Article Print Version
  Related Stories
Thailand-Laos To Review Electricity Purchase Agreements
 
  Featured Story
North & South Korean Navies Exchange Fire  Audio Clip Available

  More From VOA
Germany Celebrates Collapse of Berlin Wall  Audio Clip Available
Vientiane Officials Concerned About Trash Disposal Problem During SEA Games  Audio Clip Available
SEA Games Songs  Audio Clip Available
Diarrhea Causes Deaths of 1.5 million Children Worldwide Each Year  Audio Clip Available
Laos Among Five ASEAN Nations Criticized Over Human Rights  Audio Clip Available
Laotian American Professor Takes a Leading Role in American Literature  Audio Clip Available