VOANews.com

ວີໂອເອ ພາກພາສາລາວ ▪ Lao
ແຫລງຂາວທໄວໃຈໄດ
 
News in 45 Languages
Lao Children Under Five Face Severe Malnutrition

30/04/2009

Rural life in Laos
ເດັກນ້ອຍລາວ ໃນເຂດຊົນນະບົດ ຊ່ວຍຄອບຄົວ ເຮັດວຽກ
ນັກວິຊາການ ດ້ານໂພສະນາການ ຂອງສະຫະ ປະຊາຊາດລະບຸວ່າ ເດັກນ້ອຍລາວ ອາຍຸຕໍ່າ ກວ່າ 5 ປີ ຄິດເປັນສັດສ່ວນຫລາຍກວ່າ 40% ກຳລັງປະເຊີນກັບບັນຫາຂາດສານອາຫານ ຢ່າງໜັກໜ່ວງ ຊື່ງສືບເນື່ອງມາຈາກຄວາມທຸກ ຍາກ ແລະການໄດ້ຮັບບໍລິການ ທາງ ດ້ານ ສາທາລະນະສຸກ ສຳລັບແມ່ແລະເດັກຂອງລັຖ ບານລາວນັ້ນ ຍັງ​ໄປບໍ່ເຖິງ ທ້ອງຖິ່ນຊົນນະບົດ.  

ນັກວິຊາການ​​ດ້ານ​ໂພສະນາ​ການ​ ຂອງ​ອົງການ​ອາຫານ​ໂລກ ຊຶ່ງ​ເຂົ້າຮ່ວມ​ໃນ​ກອງ​ປະຊຸມ​ ວ່າ​ດ້ວຍ​ການ​ກຳນົດ​ແຜນການ​ພັດ​ທະນາດ້ານ​ສະບຽງອາຫານ ​ແລະ ໂພສະນາ​ການ ສຳລັບ​ເດັກນ້ອຍ​ລາວ ​ໄດ້​ລະບຸ​ວ່າ ບັນຫາ​ທີ່ໜ້າ​ເປັນ​ຫ່ວງ​ທີ່ສຸດສຳລັບ​​ເດັກນ້ອຍ​ລາວ​ ທີ່​ມີ​ອາຍຸ​ຕໍ່າ​ກວ່າ 5 ປີ ​ໃນ​ປະຈຸ​ບັນນີ້ ກໍ​ຄື​ບັນຫາ​ຂາດ​ສານ​ອາຫານ ທີ່​ຈຳ​ເປັນຕໍ່ການຈະ​ເລີ​ນ​ເຕີບ​ໂຕ​ ຂອງ​ຮ່າງກາຍ ​ແລະ ການພັດທະນາ​ທາງ​ສະໝອງ. ທັງ​ນີ້ ຈາກ​ການ​​ເກັບ​ກຳ​ຂໍ້​ມູນ ​ໃນ​ໄລຍະ​ທີ່​ຜ່ານ​ມາ​ກໍ​ພົບ​ວ່າ 41% ຂອງ​ເດັກນ້ອຍ​ລາວ​ທີ່​ມີ​ອາຍຸ​ຕໍ່າກວ່າ 5 ປີ ​ໃນ​ທົ່ວ​ປະ​ເທດ​ນັ້ນ ຍັງ​ຄົງ​ດຳ​ລົງ​ຊີບ​ຢູ່ພາຍ​​ໃຕ້​ສະພາບ​ການ​ຂາດ​ແຄນ​ສານ​ອາຫານ ທີ່​ຈຳ​ເປັນຕໍ່ການ​ພັດທະ ນາຮ່າງກາຍ ​ແລະ ສະໝອງ ຢ່າງໜັກ ​ໂດຍ​ມີ​ສາຍ​ເຫດ​ສຳຄັນ​ມາ​ຈາກ​ບັນຫາ​ຄວາມ​ຍາກຈົນ ​ແລະ ​ໃນ​ຂະນະ​ດຽວກັນ ລະບົບ​ການ​ບໍລິການ​ດ້ານ​ສາທາ ລະນະ​​ສຸກຂັ້ນພື້ນຖານ​ຂອງ​ລັດຖະບານ​ ທີ່​ຈຳເປັນຕໍ່ສຸຂພາບ​ຮ່າງ ກາຍ​ຂອງ​ແມ່ ​ແລະ​ເດັກ​ຂອງ​ລາວ ກໍ​ເຂົ້າ​ໄປ​ບໍ່​ເຖິງ​ໃນ​ທຸກພື້ນທີ່​ຂອງ​ປະ​ເທດ​ລາວ ​ໂດຍ​ສະ​ເພາະ​ແມ່ນ​ໃນເຂດ​ຊົນນະບົດ​ນັ້ນ ຖື​ວ່າ​ເປັນ​ພື້ນທີ່ ທີ່​ເດັກນ້ອຍ​ລາວ​ທີ່​ມີ​ອາຍຸ​ຕໍ່າກວ່າ 5 ປີນັ້ນ ຕ້ອງ​ປະ​ເຊີນກັບ​ສະພາບ​ການ​ຂາ​ດ ສານ​ອາຫານ​ຢ່າງໜັກຫນ່ວງທີ່​ສຸດ. ຍິ່ງ​ໄປ​ກວ່າ​ນັ້ນ ຈາກການ​​ເກັບ​ກຳ​ຂໍ້​ມູນ​ຍັງ​ພົບ​ດ້ວຍອີກ​ວ່າ​ ໃນ​ທຸກ 2 ຄົນ​ໃດ​ໃນໝູ່ເດັກນ້ອຍ​ລາວ 41% ດັ່ງກ່າວ​ນີ້ 1 ຄົນ​ແມ່ນມີ​ພັດທະ​ນາ​ການຈະ​ເລີ​ນ​ເຕີບ​ໂຕ​ຂອງ​ຮ່າງກາຍ ​ແລະສະໝອງ ທີ່​ຕໍ່າກວ່າ ລະດັບ​ມາດຕະຖານ​ອີກ​ດ້ວຍ, ​ຊຶ່ງ​ເດັກນ້ອຍ​ລາວ​ໃນ​ກຸ່ມ​ດັ່ງກ່າວ​ນີ້ຈະ​ມີ​ສ່ວນ​ສູງ ແລະນ້ຳໜັກ ຕໍ່າກວ່າ​ເກນມາດຕະຖານ​   ໃນ​ຂະນະ​ທີ່​ພັດທະນາ​ການທາງ​ສະໝອງນັ້ນ  ກໍ​ຕໍ່າ ກວ່າເກນ​ຂອງ ມາດຕະຖານ​ເຊ່ນ​ກັນ.

ສ່ວນ​ທາງ​ດ້ານ ທ່ານ​ດັອກ​ເຕີ້ ບຸນ​ກວ້າງ ພິຈິດ ລັດຖະມົນຕີຊ່ອຍ​ວ່າການ​ກະຊວງ​ ສາທາລະນະ​ສຸກ​ຂອງ​ລາວ
l-rural-children_jan08
ເດັກນ້ອຍລາວ ແລ່ນຫລີ້ນ ໃນເຂດຊົນນະບົດ
ກໍ​ໄດ້​ຖະ​ແຫລ​ງຍອມຮັບ​ວ່າ ຄວາມ​ຈຳ​ເປັນ​ຢ່າງ​ຮີ​ບດ່ວນ​ທີ່​ສຸດ​​ປະການໜຶ່ງ ສຳລັບ​ເດັກນ້ອຍ​ລາວ​ທີ່​ມີ​ອາຍຸ​ຕໍ່າ ກວ່າ 5 ປີ ​ໃນ​ປະຈຸ​ບັນນີ້ ກໍຄື ການ​ທີ່​ຈະ​ຕ້ອງ​ໄດ້​ຮັບ​ການ​ສັກ​ຢາ​ວັກ​ຊີນ ​ເພື່ອ​ປ້ອງ​ກັນ​ພະຍາດ​ວັນນະ​ໂລກ.  ທັງ​ນີ້ ກໍ​​ເນື່ອງ​ຈາກ​ວ່າພະຍາດ​ວັນນະ​ໂລກ ​ໄດ້​ມີ​ການ​ແຜ່​ລະບາດ​ຢູ່​ໃນ​ລາວ​​ເພີ້ມຫລາຍ​ຂຶ້ນນັບ​ມື້ ​ເພາະ​ຈາກ​ການ​ຊຸ່ມ​ກວດ​ສຸຂພາບ​ຂອງ​ປະຊາກອນ​ລາວ ຊຶ່ງລວມ​ໄປ​ເຖິງ​ເດັກນ້ອຍ​ລາວ​ທີ່​ມີ​ອາຍຸຕໍ່າ​ກວ່າ 5 ປີ​ນັ້ນ ກໍ​ພົບ​ ວ່າ ການ​ແຜ່​ລະ​ບາດ​ຂອງ​ພະຍາດ​ວັນນະ​ໂລກຢູ່​ໃນ​ລາວ​ນັ້ນ ນັບ​ວ່າ​ເປັນ​ສະຖານະ​ການ​ທີ່ໜ້າ​ເປັນ​ຫວ່ງ​ຢ່າງ​ຍິ່ງ ດັ່ງ​ທີ່ ທ່ານ​ດັອກ​ເຕີ້ ບຸນ​ກວ້າງ ​ໄດ້​ຖະ​ແຫລ​ງຊີ້​ແຈງ​ເຖິງການ​ສະພາບ​ການ ທີ່​ເປັນ​ຢູ່​ໃນ​ເວລາ​ນີ້​ໃນ​ຕອນໜຶ່ງວ່າ:

ພວກ​​ເຮົາ​ສາມາດ​ກວດພວກ​ທີ່​ໄອ ພວກທີ່​ເຮົາ​ສົງ​ໃສໜີ້ 32,281 ກໍ​ລະນີ ​cລະ​ກໍ ກວດ​ພົບ​ວັນ   ນະ​ໂລກ 4,151 ກໍລະນີ. ບາດນີ້ ຄົນ​ເຈັບ​ວັນນະ​ໂລກ ທີ່​ພວກ​ເຮົາ​ໄດ້​ກວດ​ຂີ້​ກະ​ເທີ​ ​ເຫັນ​ເຊື້ອ ພະຍາດ ໜີ້ນ໊ະ ມັນ​ມີ 3,291 ກໍ​ລະ​ນີ. ບາດນີ້ ການ​ພົບ​ເຊື້ອ​ໃໝ່ ຜູ້​ຕິດ​ເຊື້ອ​ໃໝ່ ໜີ້ ,uປະມານ ​3,079 ກໍ​ລະນີ ຖື​ວ່າ ພວກ​ເຮົາ​ກວມ​ເອົາ ຈຳນວນ​ນີ້ປະມານ 76% ຂອງ​ຈຳນວນ​ທີ່​ ມາກ​ວດ.

​​ໃນ​ປະຈຸ​ບັນ​ ລາວ​ຖືກ​ຈັດ​ເປັນ 1 ​ໃນ 7 ປະ​ເທດ ​ໃນ​ພູມ​ມີ​ພາກ​ເອ​ເຊັຽປາ​ຊີ​ຟິກ ທີ່​ມີ​ປະຊາກອນ​ທີ່​ເປັນພະຍາດ​ວັນນະ​ໂລກ ​ໃນ​ອັດຕາ​ທີ່​ສູງ​ທີ່​ສຸດ​ໃນ​ພູມ​ມີພາກ ຊຶ່ງຕາມ​ການ​ຄາດ​ຄະ​ເນ​ຂອງ ທາງການກະຊວງ​ສາ​ທະ​ລະນະ​ສຸກ​ຂອງ​ລາວ​ເອງ ກໍ​ໄດ້​ລະບຸ​ວ່າ ​ໃນ​ປະຊາກອນ​ລາວ​ທຸກໆໜຶ່ງ​ແສນ​ຄົນ ຈະ​ພົບ​ວ່າມີ​ປະຊາກອນ​ລາວ​ທີ່​ເປັນ ພະຍາດ​ວັນນະ​ໂລກບໍ່ໜ້ອຍກວ່າ 53 ຄົນ. ຫາກ​ແຕ່​ວ່າ ຕາມ​ການ​ຄາດ​ຄະ​ເນ​ຂອງ​ອົງການ​ອານາ​ໄມ​ໂລກ   ກັບ​ເຊື່ອ​ວ່າ​ໃນ​ປະຊາກອນ​ລາວ ທຸກໆໜຶ່ງ​​ແສນ​ຄົນ​ນັ້ນ ຈະ​ມີ​ປະຊາກອນ​ລາວທີ່​ເປັນ​ພະຍາດ​ວັນນະ​ໂລກ​ບໍ່ໜ້ອຍກວ່າ 68 ຄົນ ​ແລະ ກໍ​ຍັງ​ມີ​ແນວ​​ໂນ້ມທີ່​ຈະ​ມີ​ຄົນ​ລາວ​ເປັນພະຍາດ​ດັ່ງກ່າວ​ນີ້ ​ເພີ້ມຫລາຍ​ຂຶ້ນນັບ​ມື້ອີກ​ດ້ວຍ. ທັງ​ນີ້ກໍ​ເນື່ອງ​ຈາກ​ວ່າ ລະບົບ​ໃຫ້ບໍລິການ​ດ້ານ​ການ​ສາທາລະນະ​ສຸກຂັ້ນພື້ນຖານ ຂອງ​ລັດຖະບານ​ລາວ ບໍ່ສາມາດ​ທີ່​ຈະ​ຕອບ​ສະໜອງ ​ແລະ ​ໃຫ້ການ​ບໍລິການ​ແກ່​ປະຊາຊົນ​ລາວ​ໄດ້ຢ່າງ​ທົ່ວ​ເຖິງໃນ​ທົ່ວ​ປະ​​ເທດ ອັນ​ມີ​ສາ​ຍເຫດສຳຄັນ​ມາ​ຈາກ ການທີ່​ລັດຖະບານ​ລາວ​ຂາດ​ແຄນ​ງົບປະມານ​ ຢ່າງໜັກຫນ່ວງນັ້ນ​ເອງ.

 

ຊົງຣິດ ໂພນເງິນ ລາຍ​ງານ​ຈາກ​ບາງກອກ ​ເມື່ອວັນທີ 16 ເມສາ 2009


Download ຊົງຣິດ ໂພນເງິນ ລາຍງານຈາກບາງກອກ
Download  (MP3)
Listen to This Report ຊົງຣິດ ໂພນເງິນ ລາຍງານຈາກບາງກອກ
Listen to (MP3)
E-mail This Article E-mail this article
Print This Article Print Version
  Featured Story
North & South Korean Navies Exchange Fire  Audio Clip Available

  More From VOA
Germany Celebrates Collapse of Berlin Wall  Audio Clip Available
Vientiane Officials Concerned About Trash Disposal Problem During SEA Games  Audio Clip Available
SEA Games Songs  Audio Clip Available
Diarrhea Causes Deaths of 1.5 million Children Worldwide Each Year  Audio Clip Available
Laos Among Five ASEAN Nations Criticized Over Human Rights  Audio Clip Available
Laotian American Professor Takes a Leading Role in American Literature  Audio Clip Available