VOANews.com

ວີໂອເອ ພາກພາສາລາວ ▪ Lao
ແຫລງຂາວທໄວໃຈໄດ
 
News in 45 Languages
Thailand Insists on Completion of Hmong Refugees Repatriation


01/05/2009
[insert caption here]
ຊາວມົ້ງຫ້ວຍນ້ຳຂາວ ກຸ່ມນຶ່ງທີ່ໄດ້ກັບຄືນລາວ

ລັດຖະມົນຕີວ່າການຕ່າງ​ປະ​ເທດ​ຂອງ​ໄທ​ສັ່ງການ​ໃຫ້​ກອງທັບ​ພາກ​ທີ​ສາມຈັດທຳ​ແຜນການ​ກ່ຽວກັບ​ການ​ຈັດ​ສົ່ງ​ບັນດາ​ຊາວ​ມົ້ງລາວ​ຈາກ​ບ້ານ​ຫ້ວຍ​ນ້ຳຂາວ ກັບ​ຄືນ​ໄປ​ລາວ​ໃຫ້​​ໄດ້​ຢ່າງ​ລະອຽດ ​ເພື່ອ​ທີ່​ວ່າ​ລັດຖະບານ​ໄທຈະ​ໄດ້​ຈັດ​ສັນ ງົບປະມານ​ໃຫ້​ຢ່າງ​ພຽງພໍ ​ແລະ ກໍ​ຈະ​ໄດ້​ຈັດ​ສົ່ງ​ຊາວ​ມົ້ງກັບ​ຄືນ​ໄປ​ລາວ​ໃຫ້​ໄດ້​ທັງໝົດພາຍ​ໃນ​ທ້າຍ​ປີນີ້.

 

ທ່ານ ກະສິດ ພິຣົມ ລັດຖະມົນຕີວ່າ​ການຕ່າງ​ປະ​ເທດຂອງ​ໄທຊຶ່ງ​ໄດ້​ ​ຖະ​ແຫລ​ງ ​​ຢືນຢັນ​ວ່າ ທ່ານ​ໄດ້​ໃຫ້​ແນວ​ນະ​ໂຍ​ບາຍ​ແກ່​ບັນດາ​ເຈົ້າໜ້າທີ່​ທະຫານ​ໄທ​ລະດັບ​ປະຕິບັດ​ການ​ປະຈຳກອງທັບພາກ​ທີ​ສາມ ຊຶ່ງ​ຮັບ​ຜິດ​ຊອບ​ດ້ານ​ຄວາມໝັ້ນຄົງ ຢູ່​ໃນ​ເຂດ​ພາກ​ເໜືອ ຂອງ​ໄທ​ຢ່າງ​ເປັນ​ທາງ​ການ​ແລ້ວ ​ເມື່ອ​ບໍ່ນານ​ມານີ້ ທັງນີ້ກໍ​ເພື່ອ​ວ່າ ຈະ​ໃຫ້​ດຳ​ເນີນ​ການ ຈັດ​ທຳ​ແຜນການ​ກ່ຽວກັບ​ການຈັດ​ສົ່ງ​ຊາວ​ມົ້ງຈາກ​ສູນ​ຮອງ​ຮັບ​ຊົ່ວຄາວ​ບ້ານ​ຫ້ວຍ ນ້ຳຂາວ ອຳ​ເພີ​ເຂົາ​ຄໍ້ຈັງຫວັດ​ເພັດ​ສະ​ບູນທາງ​ພາກ​ເໜືອຕອນ​ຫລ່າງຂອງ​ປະ​ເທດ​ໄທ ​ກັບ​ຄືນ​ໄປ​ປະ​ເທດ​ລາວ ​ແລະ ການຈັດ​ທຳ​ແຜນດັ່ງກ່າວ ກໍ​ຈະ​ຕ້ອງ​ຈັດ​ທຳ​ຢ່າງ​ລະອຽດ ອີກ​ດ້ວຍ ເພື່ອ​ທີ່​ວ່າ​ຈະ​ເຮັດ​ໃຫ້ ການຈັດ​ສົ່ງ​ຊາວ​ມົ້ງກັບ​ຄືນ​ໄປ​ລາວ​ນັ້ນ ສາມາດ​ປະຕິ ບັດ​ໄດ້​ທັງໝົດພາຍໃນທ້າຍປີນີ້.​ ​

 

ທ່ານ ກະສິດ ຍັງ​ບອກອີກ​ດ້ວຍ​ວ່າ ທ່ານ​ໄດ້​ໃຫ້​ນະ​ໂຍບາຍ​ດັ່ງກ່າວ​ໃນ​​ລະ​ຫວ່າງການ​ເດີນທາງ​ໄປ ກວດ​ຢ້ຽມສູນ​ຮອງ​ຮັບ​ຊົ່ວ​ຄາວບ້ານ​ຫ້ວຍ​ນ້ຳຂາວ ກ່ອນໜ້າທີ່​ຈະ​ມີ​ກອງ​ປະຊຸມ​ຄະນະ​ກຳມາ​ທິການ​ຮ່ວມ​ລະຫວ່າງ​ລາວ​ກັບ​ໄທ​ຄັ້ງທີ​ສິບ​ຫ້າ​ຢູ່​ຫລວງ​ພະ​ບາງ ​ໂດຍ​ມີ​ລັດຖະມົນຕີວ່າ​ການ​ຕ່າງປະ​ເທດ​ຂອງ​ທັງ​ສອງ​ຝ່າຍ​ເປັນ​ປະທານ​ໃນ​ກອງ​ປະຊຸມ​ຮ່ວມ​ກັນ. ຍິ່ງ​ໄປ​ກວ່າ​ນັ້ນ ພາຍຫລັງ​ຈາກ​ກອງ​ປະ ຊຸມ​ດັ່ງກ່າວ​ໄດ້ສິ້ນສຸດ​ລົງ ທ່ານ ທອງ​ລຸນ ​ສີສຸ​ລິດ ຮອງນາ​ຍົກ​ລັດຖະມົນຕີ ​ແລະ ລັດຖະມົນຕີ ວ່າ​ການຕ່າງ​ປະ​ເທດ​ຂອງ​ລາວ ​ໃນ​ຖານະ ປະທານ​ຄະນະ​ກຳມາ​ທິການ​ຂອງ​ຝ່າຍ​ລາວ​ນັ້ນ ກໍ​ຍັງ​ໄດ້​ຖະ​ແຫລ​ງເນັ້ນຢ້ຳອີກ ດ້ວຍ​ວ່າ ທາງ​ການ​ລາວ​ພ້ອມ​ທີ່​ຈະ​ຮັບ​ຮອງ​ເອົາ​ຊາວ​ມົ້ງຕະຫລອດ​ເວລາ ​ຫລື ​ໃນ​ທຸກ​ເມື່ອ​ທີ່​ທາງ​ການ​ໄທ​ຈະ​ດຳ​ເນີນການ​ສົ່ງ​ຊາວ​ມົ້ງກັບ ຄືນ​ໄປ​ລາວ ​ໂດຍ​ທາງ​ການລາວ​ຈະ​ໃຫ້ ການ​ເບິ່ງ​ແຍງ​ຊາວ​ມົ້ງ​ເຫລົ່າ​ນີ້ທຸກ​ຄົນ​ເປັນ​ຢ່າງ​ດີ. ​ 

 
103 Hmong refugees were sent back to Laos in late November 2008
ມົ້ງອົບພະຍົບ 103 ຄົນໄດ້ຖືກສົ່ງກັບຄືນໄປລາໃນເດືອນ ພະຈິກ 2008

ໃນ​​ໄລຍະ​ນັບ​ຈາກ​ປີ 2007 ​ເປັນຕົ້ນມາຈົນ​ເຖິງ​ທ້າຍ​ເດືອນ​ມີນາ​ທີ່​ຜ່ານ​ມານີ້ ທາງ​ການ​ໄທ​ໄດ້​ສົ່ງ​ຊາວ​ມົ້ງ ຈາກ​ບ້ານ​ຫ້ວຍ​ນ້ຳຂາວ ກັບ​ຄືນ​ໄປ​ໃຫ້​ກັບ​ທາງ​ການ​ລາວ​ແລ້ວ ຈຳນວນ 13 ຄັ້ງ ຊຶ່ງ​ກໍ​ເຮັດ​ໃຫ້​ຊາວ​ມົ້ງທີ່​ຖືກ​ສົ່ງ​ກັບໄປ​ລາວ​ແລ້ວນັ້ນ ມີ​ຈຳ ນວນ​ລວມກັນ​ທັງໝົດ 2,509 ຄົນ ​ແລະ ຢູ່​ໃນ​ປະຈຸ​ບັນ ຍັງ​​ເຫລືອ​ຊາວ​ມົ້ງຢູ່​ສູນ​ຮອງ​ຮັບຊົ່ວຄາວ ບ້ານ​ຫ້ວຍ​ນ້ຳຂາວ ຈຳນວນ​ທັງໝົດ 5,022 ຄົນ ທີ່ຈະ​ຕ້ອງ​ຖືກ​ທາງ​ການ​ໄທ ສົ່ງ​ກັບ​ຄືນ​ໄປ​ລາວ​ໃຫ້ໝົດ ພາຍ​ໃນ​ທ້າ​ຍ ປີນີ້ຕໍ່​ໄປ. ຊຶ່ງຕໍ່ກໍລະນີ​ດຽວກັນນີ້ ທ້າວ ຫ​ລີ​ສື​ ແກນນຳຄົນ​ສຳຄັນ​ຂອງ​ຊາວ​ມົ້ງ ຢູ່​ບ້ານ​ຫ້ວຍ​ນ້ຳຂາວກໍ​ໄດ້​ໃຫ້ການ​ຍອມ ຮັບ​ກັບ VOA ວ່າ ​ເປັນ​ການ​ຍາກທີ່​ຈະ​ຂັດຂວາງ​ການ​ດຳ​ເນີນ​ແຜນການ​ດັ່ງ​ກ່າວ​ຂອງ​ທາງ​ການ​ໄທ ​ແລະ ລາວ ຫາກ​ແຕ່​ໃນ​ຂະນະ​ດຽວກັນ ທ້າວ ຫລີ​ສື ກໍ​ໄດ້​ເປີດ​​ເຜີຍ​ວ່າ ​ໃນ​ຄວາມ​ເປັນ​ຈິງ​ແລ້ວ ຢູ່ສູນ​ຮອງ​ຮັບຊົ່ວຄາວບ້ານ​ຫ້ວຍ​ນ້ຳ ຂາວນັ້ນ ກໍ​​ມີ​ທັງ ຊາວ​ມົ້ງລາວ ທີ່ຢູ່​ໃນ​ເຂດ​ເມືອງ ກັບ​ຊາວ​ມົ້ງລາວທີ່ຢູ່​ໃນ​ເຂດ​ປ່າ ທີ່​ເປັນ​ປໍລະ​ປັກ​ທາງ​ການ​ເມືອງ​ຕໍ່ທາງ​ການ​ລາວມາ​ໂດຍ​ຕະຫລອດ. ​ເພາະ​ສະ​ນັ້ນ ການ​ສົ່ງ​ຊາວ​ມົ້ງລາວ​ກັບ​ຄືນ​ໄປລາວ ຈຶ່ງ​ບໍ່​ແມ່ນ​ເລື້ອງທີ່ໜ້າ​ເປັນ​ຫ່ວງ ຄື​ກັບ​ການ​ສົ່ງ​ຊາວ​ມົ້ງປ່າກັບ​ຄືນ​ໄປ​ໃຫ້​ກັບ​ທາງ​ການ​ລາວ ດັ່ງ​ທີ່​ ທ້າວ ຫລີ​ສື ​ໄດ້​ໃຫ້ການ​ເນັ້ນຢ້ຳ​ໃນ​ຕອນໜຶ່ງ ວ່າ:

ຕອນ​ນີ້ ນາຍ ຫລີ​ສື ນີ້ ຢາກ​ຮ້ອງຂໍ​ລັດຖະບານ​ໄທວ່າ ພວກ​ມົ້ງປ່ານີ້ໄດ້ຊ່ອຍ​ປະ​ເທ​ດ​ໄທ​ລົບ​ຢູ່​ທີ່ຣົ່ມເກົ້າ ​ໄມ້ເໝາະ​ສົມ ​ລັດຖະບານ​ໄທ ຈະ​ພັກດັນຊາວ​ມົ້ງປ່ານີ້ ກັບ​ໄປ​​ໃຫ້​ລັດຖະບານ​ລາວ​ທໍລະມານ.

voa bobb hmong leader 04mar04 150 eng.jpg
ຜຸ້ນຳມົ້ງຫ້ວຍນ້ຳຂາວ ຜູ້ນຶ່ງ0 eng.jpg

ພ້ອມ​ກັນນີ້ ທ້າວ ຫລີ​ສື ຍັງ​ໄດ້​ສະ​ແດງ​ການ​ຮຽກຮ້ອງ​ຂໍ​ໃຫ້​ອົງການສະຫະ​ປະຊາ​ຊາດ ຍື່ນ​ມື​ເຂົ້າມາ​ໃຫ້​ຄວາມຊ່ອຍ​ເຫລືອ​ແກ່​ພວກ​ຕົນ​ໂດຍ​ດ່ວນ​ອີກ​ດ້ວຍ ​ເພາະວ່າການ​ສົ່ງ​ຊາວ​ມົ້ງປ່າ ກັບ​ຄືນ​ໄປ​ໃຫ້​ກັບທາງ​ການ​ລາວນັ້ນ ກໍ​ຄືນ​ການ​ສົ່ງ​ກັບ​ຄືນ​ໄປຮັບ​ເຄະ ກຳນັ້ນ​ເອງ. ​ແຕ່​ຢ່າງ​ໃດ​ກໍ​ຕາມ ທ່ານ ພົນ​ຈັດ​ຕະວາບົວ​ສ້ຽງ ຈຳປາ​ພັນ ຮອງ​ຫົວໜ້າກົມ​ໃຫຍ່​ເສນາ​ທິການກອງທັບ​ປະຊາຊົນ​ລາວ ກໍ​ໄດ້​ຖະ​ແຫລ​ງຢືນຢັນ​ໃນ​ລະຫວ່າງ​ການ​​ເດີນທາງ​ໄປ​ພົບ​ປະ​ກັບ​ບັນດາ​ແກນນຳ​ຂອງ​ຊາວ​ມົ້ງ ຢູ່​ບ້ານ​ຫ້ວຍ​ນ້ຳຂາວ ເມື່ອ​ເດືອນ​ກຸມພາ​ທີ່​ຜ່ານ​ມານີ້ວ່າ ທາງ​ການ​ລາວ ຈະ​ລົບ​ລ້າງ​ທຸກ​ຄວາມ​ຜິດ ​ໃຫ້​ກັບ​ຊາວ​ມົ້ງທຸກ​ຄົນ ທີ່​ສະໝັກ​ໃຈ​ເດີນທາງ​ກັບ​ຄືນ​ໄປ​ປະ​ເທດ​ລາວ.


ຊົງຣິດ ໂພນເງິນ ລາຍ​ງານ​ຈາກ​ບາງກອກໃນວັນທີ 02 ເມສາ 2009

 


Download ຊົງຣິດລາຍງານ ຈາກບາງກອກ ໃນວັນທີ 2/04/2009
Download  (MP3)
Listen to This Report ຊົງຣິດລາຍງານ ຈາກບາງກອກ ໃນວັນທີ 2/04/2009
Listen to (MP3)
E-mail This Article E-mail this article
Print This Article Print Version
  Related Stories
Thailand Puts More Pressure on Huay Namkhao Hmongs
 
  Featured Story
Gibbs: Obama to Announce Afghan War Strategy within Days  Audio Clip Available

  More From VOA
21 Killed in Philippines Abduction  Audio Clip Available
Bikes for the World  Audio Clip Available
Vaccine Shortage-Concern of H1N1 Spread in Mecca During Hajj  Audio Clip Available
Laos-ASEAN Free Trade Area (AFTA)  Audio Clip Available
Legacy of War's Briefing and Discussion in Washington DC  Audio Clip Available
Thailand: Impossible to Repatriate All Huay Namkhao Hmongs by Year's End  Audio Clip Available