VOANews.com

ວີໂອເອ ພາກພາສາລາວ ▪ Lao
ແຫລງຂາວທໄວໃຈໄດ
 
News in 45 Languages
ADB: Laos' Economy to Grow at 5.5% this Year


01/05/2009

 

[insert caption here]
ກອງປະຊຸມ ດ້ານເສດຖະກິດ ຈັດໂດຍ ADB ແລະ ລັດຖະບານລາວ
ທະນາຄານ​ພັດທະນາ​ແຫ່ງ​​ເອ​ເຊຍ ຫລື ADB ຄາດໝາຍວ່າ ​ເສດ​ຖະ​ກິດ​ຂອງ​ລາວ​ໃນຕະຫລອດ​ປີ 2009 ນີ້ ຈະ​ຂະ​ຫຍາ​ຍຕົວ​ຫລົດ​ລົງ​ຢູ່​ລະດັບ 5.5% ​ໂດຍ​ຫລຸດ​ລົງ​ຈາກ​ປີ​ກາຍ​ເຖິງ 1.7%​ ​ເປັນ​ຢ່າງໜ້ອຍ ຊຶ່ງໄດ້ຮັບ​​ຜົນ​ກະທົບ​ໂດຍ​ກົງ​​ຈາກ​ບັນຫາ​ວິ​ກິດ​ການ ທາງ​ເສດ​ຖະ​ກິດ​ການ​ເງິນ​ໂລກ, ສ່ວນ​ພາກ​ທຸລະ​ກິດ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຫລາຍ​ທີ່​ສຸດ​ໃນ​ລາວ​ນັ້ນ ກໍ​ຄື ພາ​ກ ການ​ສົ່ງ​ອອກ ​ແລະ ການ​ລົງທຶນ​ຈາກ​ຕ່າງປະ​ເທດ.

 

ທະນາຄານ​ພັດ​ທະນາ​ແຫ່ງ​ເອ​ເຊຍ ຫລື ADB ​ໄດ້​ສະ​ເໜີລາຍ​ງານ​ຄາດ​ການ​ທາງ​ເສດ​ຖະ​ກິດ​ໃນ​ສ່ວນ​ທີ່​ກ່ຽວຂ້ອງ​ກັບ​ບັນດາປະ​ເທດ​ລາວ​ປະຈໍາປີ 2009 ນີ້ ວ່າ ​ບັນຫາ​ວິ​ກິດ​ການ​ທາງ​ເສດຖະກິດ​ການ​ເງິນ​ໂລກ ທີ່​ຍັງ​ຄົງ​ບໍ່ມີ​ທ່າທີວ່າ ຈະ​ສາມາດ​ແກ້​ໄຂ ​ແລະ ຟື້ນຟູ​ໃຫ້​ກັບ​ຄືນ​ສູ່​ສະພາບ​ການ​ທີ່​ເປັນ​ປົກກະຕິ​ໄດ້​ໃນຫ​ມໍ່ໆນີ້ ຈະ​ສົ່ງ​ຜົນ​ກະທົບຕໍ່​ເສດຖະກິດ​ໂດຍ​ລວມ​ຂອງ​ລາວຢ່າງ​ຫລີກ​ລ້ຽງບໍ່​ໄດ້. ADB ​ໄດ້​​ຄາດວ່າ ​ເສດຖະກິດ​ຂອງ​ລາວ​ໃນ​ຕະຫລອດ​ປີ 2009 ຈະຂະຫຍາຍຕົວ​ເພີ້ມຂຶ້ນ​ໃນ​ອັດຕາ​ສະ​ເລ່ຍບໍ່​ເກີນ 5.5% ​ເທົ່າ​ນັ້ນ. ​ສຳລັບ​ໃນ​ປີ 2008 ທີ່​ຜ່ານ​ມານັ້ນ ADB ​ໄດ້​ລະບຸ​ວ່າ ​ເສດຖະກິດຂອງ​ລາວ​ມີ​ການ​ຂະຫຍາຍຕົວເ​ພີ້ມຂຶ້ນ​ໃນ​ອັດຕາ​ສະ​ເລ່ຍ 7.2% ​ເມື່ອ​ທຽບ​ໃສ່​ກັບ​ປີ 2007 ​ຊຶ່ງ​ກໍໝາຍຄວາມ​ວ່າ ຖ້າ​ຫາກ​ເປັນ​ໄປ​ຕາມ​ຄາດ​ການ​ຂອງ ADB ຈິງ ກໍ​ຈະ​​ເຮັດ​ໃຫ້​ເສດຖະ​ກິດ​ຂອງ​ລາວ​ໃນ​ປີ 2009 ນີ້ ມີ​ການ​ຂະຫຍາຍຕົວ​ຫລຸດ​ລົງ​ຈາກ​ລະດັບ​ຂອງ​ປີ​ກາຍ​ຄຶດ​ເປັນ​ສັດ ສ່ວນ​ເຖິງ 1.7%.

l-garmentfactory
ໂຮງງານຕັດຫຍິບແຫ່ງນຶ່ງໃນລາວ


ແຕ່​ວ່າ ການຄາດ​ການ​ດັ່ງກ່າວ​ຂອງ ADB ນັ້ນ ​ນັບ​ວ່າ ມີ​ຄວາມ​ແຕກ​ຕ່າງ​ກັນ​ກັບຄາດໝາຍຂອງ​ລັດ ຖະບານ​ລາວ​ໃນ​ໄລຍະ​ກ່ອນໜ້ານີ້ ຊຶ່ງໃນຂະນະທີ່ ADB ໄດ້ ລະບຸວ່າ ​ເສດຖະກິດ​ຂອງ​ລາວ​ ມີ​ການ​ຂະຫຍາຍຕົວ   ເ​ພີ້ມຂຶ້ນ​ໃນ​ອັດຕາ​ສະ​ເລ່ຍ 7.2% ​ເມື່ອ​ປີ​ກາຍ​ນັ້ນ ຫາກ​ແຕ່​ທາງ​ການ​ລາວ​ກັບ​ໄດ້​ລະບຸ​ວ່າ ​ເສດ​ຖະກິດ​ຂອງ​ລາວ​ມີ​ການ​ຂະຫຍາຍຕົວເ​ພີ້ມຂຶ້ນ​ໃນ​ອັດຕາ​ສະ​ເລ່ຍ​ເຖິງ 7.9% ຊຶ່ງ​ຕໍ່າກວ່າ​ລະດັບ​ຄາດ ໝາຍພຽງ​ແຕ່ 0.1% ​ເທົ່າ​ນັ້ນ. ​ແລະ ສຳລັບ​ປີ 2009​ ນີ້​ ທາງ​ການ​ລາວ​ກໍ​ຍັງ​​​ເຊື່ອໝັ້ນ ວ່າ ​ເສດຖະກິດ​ຂອງ​ລາວຈະ​ມີ​ກາ​ນຂະຫຍາຍຕົວ​ເພີ້ມຂຶ້ນ ​ໃນ​ອັດຕາ​ສະ​ເລ່ຍ​ເຖິງ 7% ຫລື ຫລົດ​ລົງ​ຈາກ​ປີ​ກາຍພຽງ​ແຕ່​ບໍ່​ເກີນ 1% ​ເທົ່າ​ນັ້ນອີກ​ດ້ວຍ.​ ​ເຖິງ​ແມ່ນ​ວ່າ ການ​ປະ​ເມີນ​ສະຖາ ນະ​ການ​ທາງ​ເສດຖະກິດ​ຂອງ​ທາງ​ການ​ລາວ ​ແລະ ADB ຈະ​ມີ​ລະດັບ​ຄາດ ໝາຍທີ່​ແຕກ​ຕ່າງກັນ​ກໍ​ຕາມ ຫາກ​ແຕ່​ກໍ​ເປັນ​ທີ່​ຍອມຮັບ​ຮ່ວມ​ກັນ​ວ່າ ​ເສດຖະກິດ​ຂອງ​ລາວ ຈະ​ມີ​ການ​ຂະຫຍາຍ​​​ເຕີບ​​ໂຕ​ຫລົດ​ລົງ​ໃນ​ຕະຫລອດ​ປີນີ້ ​ແລະ ພາກ​ທຸລະ​ກິດທີ່ຈະ​ໄດ້​ຮັບ​ຜົນ​ກະທົບ​ຢ່າງ ໜັກຫນ່ວງທີ່​ສຸດ​ນັ້ນ ກໍ​ຄື​ ພາກ​ການ​ສົ່ງ​ອອກ​ສິນຄ້າ​ຂອງ​ລາວ​ໄປ​ຍັງ​ຕ່າງປະ​ເທດ ​ແລະ ພາກ​ການ​ລົງທຶນ​ຂອງ​ຕ່າງປະ​ເທດ​ຢູ່​ໃນ​ລາວ. ທັງນີ້ ກໍ​​ເພາະ ວ່າ ການ​ຕົກຕໍ່າລົງ​ຂອງ​ເສຖະກິດ​​ໃນ​ຕ່າງປະ​ເທ​ດ ຍັງ​ຈະ​ສົ່ງ​ຜົນ ​ເຮັດ​ໃຫ້​ລະດັບ​ຄວາມຕ້ອງການ​ສິນຄ້າ​ຈາກ​ລາວ​ໃນ​ຕ່າງປະ​ເທດ​ນັ້ນ ຫລຸດ​ໜ້ອຍຖອຍ​ລົງ​ອີກ​ດ້ວຍ.  

 

ກໍລະນີ​ຕົວຢ່າງ ທີ່ຊັດ​ເຈນ​ທີ່​ສຸດ ​ແລະ ກໍ​ໄດ້​ເກີດ​ຂຶ້ນ​ແລ້ວ​ໃນ​ເວລາ​ນີ້ກໍ​ຄື ການ​ຕົກ​ຕໍ່າລົງ​ຂອງ​ການ​ສົ່ງ​ອອກ​ສິນຄ້າ​ປະ​ເພດເສື້ອຜ້າ​ສຳ​ເລັດ​ຮູບ​ຂອງ​ລາວ​ໄປ​ຍັງ ​ສະຫະຣັດ​ອາ​ເມ​ຣິກາ, ສະຫະພາບ​ເອີ​ຣົບ ​ແລະ ພູມມີພາກ​ເອ​ເຊຍດ້ວຍ​ກັນ. ຊຶ່ງ​ສະຖານະ​ການ​ດັ່ງກ່າວ​ນີ້ ເຮັດ​ໃຫ້​ສະມາຄົມ​ອຸດສາ​ຫາ​ກຳ​ຕັດ​ຫຍິບ​ໃນ​ລາວ​ເອງ ຕ້ອງ​ມີ​ການ​ຮຽກຮ້ອງຂໍ​ຄວາມ​ຊ່ວຍ​ເຫລື​ອຈາກລັດຖະບານ​ລາວ​ເປັນ​ການ​ຮີບ​ດ່ວນ ​ເພື່ອ​ເຮັດ​ໃຫ້​ພວກ​ຕົນ ສາມາດ​ທີ່​ຈະ​ດຳ​ເນີນ​ທຸລະ​ກິດຢູ່​ຕໍ່​ໄປ​ໄດ້ ​ແລະ​ ກໍ​ຈະ​ບໍ່ຕ້ອງ​ມີ​ການ​ເຊົາ​ຈ້າງ​ຄົນງານ​ຢູ່​ໃນ​ລາວ ທີ່​ມີ​ຈຳນວນ​ຫລາຍ​ກວ່າ ສາມໝື່ນຄົນອີກ​ດ້ວຍ. ​ໂດຍ​ມາດ​ຕະການໜຶ່ງທີ່​ສຳຄັນ ທີ່​ທາງ​ສະມາຄົມ​ອຸດສາຫະກຳ​ຕັດ​ຫຍິບຂອງ​ລາວ ​ໄດ້​ຮຽກຮ້ອງ​ຂໍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ທາງ​ການ​ລາວ​ໃນ​ໄລຍະ​ສະ​ເພາະ ໜ້ານີ້ກໍ​ຄື ມາດ​ຕະການ​ທາງ​ດ້ານ​ພາສີ.

ສ່ວນ​ພາ​ກການ​ລົງທຶນ​ຈາກ​ຕ່າງປະ​ເທດ​ໃນ​ລາວ​ທີ່​ຈະຫລຸດ​ລົງ ​ແລະ ກໍ​ຍັງ​ຈະ​ສົ່ງ​ຜົນ​ກະທົບ​ຕໍ່​ເນື່ອງ ໃສ່ ແຜນການຂອງ​ລັດ​ຖະ​ບານ​ລາວ​ດ້ວຍ​ນັ້ນ ກໍ​ຄື ພາກ​ພະລັງງານ​ໄຟຟ້າ​ທີ່​ລັດຖະບານ​ລາວ ຕ້ອງການ​ຈະ​ພັດ​ທະນາລາ​ວ ​ໃຫ້​ເປັນ​ປະ​ເທດ​ຜູ້​ສົ່ງ​ອອກ​ກະ​ແສ​ໄຟຟ້າ​ລາຍ​ໃຫຍ່​ທີ່​ສຸດ​ໃນ​ເຂດ​ລຸ່ມ​ແມ່ນ້ຳຂອງ​ດ້ວຍ​ກັນ ທັງນີ້ກໍ​ເພາະວ່າ ບັນດາ​ບໍລິສັດ​ເອກະ​ຊົນ​ທີ່​ຈະ​ລົງທຶນ​ ກໍ່ສ້າງ        ເ​ຄື່ອນ ຫລື ​ໂຄງ​ການ​ຜະຫລິດ​ກະ​ແສ​ໄຟຟ້າ​ໃນ​ລາວ​ນັ້ນ ຈົນ​ເຖິງ​ປະ​ຈຸບັນ ກໍ​ຍັງ​ຄົງ​ບໍ່ສາມາດ​ທີ່​ ຈະ​ຊອກ​ຫາ​ແຫລ່ງ ​ເງິນ​ທຶນ​ກູ້​ຢືມ​ໃນ​ຕ່າງປະ​ເທດ ເພື່ອນຳ​​ເອົາ​ມາ​ລົງທຶນ​ໃນ​ລາວ ​ເພື່ອກໍ່ສ້າງ​ຢ່າງ​ເປັນ​ຮູບ​ປະ​ທຳ​ໄດ້​ເລີຍ​.

 

ຊົງຣິດ ໂພນເງິນລາຍງານມາຈາກບາງກອກ ໃນວັນທີ  6 ເມສາ 2009

 


Download ຊົງຣິດ ລາຍງານ ຈາກບາງກອກ ໃນວັນທີ 06/04/2009
Download  (MP3)
Listen to This Report ຊົງຣິດ ລາຍງານ ຈາກບາງກອກ ໃນວັນທີ 06/04/2009
Listen to (MP3)
E-mail This Article E-mail this article
Print This Article Print Version
  Related Stories
Laos' Exports Further Decline
Laos Expects Thailand To Buy More Electricity
 
  Featured Story
Obama to Announce Afghan War Strategy Tuesday  Audio Clip Available

  More From VOA
Obama Vows to 'Finish the Job' in Afghanistan  Audio Clip Available
Thailand Gives Huay Namkhao Hmongs Deadline  Audio Clip Available
Laos: More Women and Chldren Trafficked to Thailand  Audio Clip Available
Vaccine Shortage-Concern of H1N1 Spread in Mecca During Hajj  Audio Clip Available
"Bikes for the World" Ships Unwanted Bicycles from US to Poor Countries  Audio Clip Available
Laos-ASEAN Free Trade Area (AFTA)  Audio Clip Available