 |
ທ່ານ ກະສິດ ພິຣົມ, ລັດຖະມົນຕີ ການຕ່າງ ປະເທດໄທ
|
ລັດຖະມົນຕີກະຊວງການຕ່າງປະເທດຂອງໄທຢືນ ຢັນວ່າ ທາງການໄທຈະປະສານງານກັບຕ່າງປະເທດເພື່ອຂໍໃຫ້ຮັບຮອງເອົາຊາວມົ້ງຈຳນວນ
158 ຄົນ ທີ່ຖືກຄຸມຂັງຢູ່ສຳນັກ ງານຕໍາຫລວດກວດຄົນເຂົ້າເມືອງປະຈຳຈັງຫວັດໜອງຄາຍຂອງໄທ,
ສ່ວນຊາວມົ້ງຢູ່ບ້ານຫ້ວຍນ້ຳຂາວນັ້ນຈະຕ້ອງຖືກສົ່ງກັບຄືນໄປລາວທັງໝົດພາຍໃນປີນີ້.
ລັດຖະມົນຕີວ່າການຕ່າງປະເທດຂອງໄທຢືນຢັນວ່າ ທາງການໄທຈະປະສານງານກັບຕ່າງປະເທດເພື່ອຂໍໃຫ້ຮັບຮອງເອົາຊາວມົ້ງຈຳ ນວນ
158 ຄົນທີ່ຖືກຄຸມຂັງຢູ່ສຳນັກງານຕໍາຫລວດກວດຄົນເຂົ້າເມືອງປະຈຳຈັງຫວັດ ໜອງຄາຍຂອງໄທ,
ສ່ວນຊາວມົ້ງຢູ່ບ້ານຫ້ວຍນ້ຳຂາວນັ້ນຈະຕ້ອງຖືກສົ່ງກັບຄືນ ໄປລາວທັງໝົດພາຍໃນປີນີ້.
ທ່ານ
ກະສິດ ພິຣົມ ລັດຖະມົນຕີວ່າການຕ່າງປະເທດຂອງໄທໄດ້ຖະແຫລງຢືນຢັນວ່າ ປະເດັນສຳຄັນປະການ ໜຶ່ງທີ່ທ່ານໄດ້ເຈລະຈາຮ່ວມກັນກັບ
ທ່ານນາງ ແຮລລາຣີ ຄລິນເຕິນ (Hillary Clinton) ລັດຖະມົນຕີວ່າ ການຕ່າງປະເທດຂອງສະຫະຣັດອາເມຣິກາ
ຫວ່າງຫມໍ່ໆມານີ້ ກໍຄືປະເດັນບັນຫາຊາວມົ້ງຈຳນວນ 158 ຄົນ ທີ່ຖືກຄຸມຂັງຢູ່ຄຸກຂອງສຳນັກງານຕຳຫລວດກວດຄົນເຂົ້າເມືອງປະຈຳຈັງຫວັດໜອງ ຄາຍຂອງໄທ.
ທັງນີ້ ທ່ານ ກະສິດໄດ້ໃຫ້ຄຳຢືນຢັນ ແລະ ກໍຍອມຮັບວ່າ ຊາວມົ້ງທັງ 158 ຄົນດັ່ງກ່າວນີ້
ໄດ້ຖືກຮັບຮອງເປັນຊາວອົບພະຍົບຂອງສຳນັກງານຂ້າ ຫລວງໃຫຍ່ຜູ້ລີ້ໄພແຫ່ງອົງການສາຫະປະຊາຊາດ
ຫລື UNHCR ຢ່າງເປັນທາງການແລ້ວ ຈຶ່ງເຮັດໃຫ້ພວກເຂົາເຈົ້າມີສິດທີ່ຈະຂໍເດີນທາງໄປອາໄສຢູ່ປະເທດທີສາມໄດ້
ໂດຍທີ່ລັດຖະບານໄທນັ້ນ ກໍຈະຕ້ອງໃຫ້ການຊ່ອຍເຫລືອດ້ວຍການປະສານງານຮ່ວມກັນກັບບັນດາສະຖານທູດ  |
ແມ່ຍິງອົພະຍົບມົ້ງ ຖືກຂັງຢູ່ໜອງຄາຍ
|
ຂອງຕ່າງປະເທດຢູ່ໃນປະເທດໄທ ເພື່ອຂໍໃຫ້ຮັບຮອງເອົາຊາວມົ້ງຈຳນວນ
158 ຄົນ ດັ່ງກ່າວນີ້ຕໍ່ໄປ.ແຕ່ຢ່າງໃດກໍຕາມ ທ່ານ ກະສິດ ກໍບໍ່ສາມາດທີ່ຈະຊີ້ຊັດໄດ້ວ່າ
ຈະມີປະເທດໃດແດ່ທີ່ຮັບຮອງເອົາຊາວມົ້ງເຫລົ່ານີ້ ຫາກແຕ່ວ່າ ກ່ອນໜ້າ ນີ້ກໍຈະປະກົດວ່າ
ມີທາງການອົດສຕຣາລີ, ເນເທີແລນ, ນໍເວ ແລະ ນີວຊີແລນນັ້ນ ເຄີຍໄດ້ສະແດງທ່າທີວ່າ
ຈະຂໍຮັບເອົາຊາວມົ້ງບາງສ່ວນຈາກກຸ່ມຊາວມົ້ງ 158 ຄົນ ດັ່ງກ່າວນີ້ ຫາກແຕ່ວ່າຈົນເຖິງປະຈຸບັນ
ກໍຍັງຄົງບໍ່ມີ ຄວາມຄືບໜ້າເກີດຂຶ້ນແຕ່ຢ່າງໃດ ເນື່ອງຈາກ ບັນຫາທາງການເມືອງຂອງໄທນັ້ນເອງ. ຊາວມົ້ງໃນກຸ່ມ
158 ຄົນດັ່ງກ່າວໄດ້ຖືກທາງການໄທຈັບກຸມ ແລະ ຄຸມຂັງ
ນັບຕັ້ງແຕ່ເດືອນພຶດ ສະຈິກກາ
ປີ 2006 ເປັນຕົ້ນມາແລ້ວ ໂດຍທຳອິດມີຢູ່ນຳກັນຈຳນວນ 147 ຄົນ ແລະ
ຕໍ່ມາກໍໄດ້ມີການອອກລູກຢູ່ໃນຫ້ອງຂັງເພີ້ມຂຶ້ນອີກ
11 ຄົນ ຈຶ່ງເຮັດໃຫ້ຈຳນວນເພີ້ມຂຶ້ນເປັນ 158 ຄົນໃນປະຈຸບັນນີ້.
ສ່ວນກ່ຽວກັບຊາວມົ້ງ
5,006 ຄົນ ທີ່ພັກອາໄສຢູ່ສູນຮອງຮັບຊົ່ວຄາວ ບ້ານຫ້ວຍນໍ້າຂາວ
ອຳເພີເຂົາຄໍ້
ຈັງກວັດເພັດສະບູນ ທາງພາກເໜືອຕອນຫລ່າງຂອງປະເທດໄທ ທີ່ໄດ້ພາ
ກັນອົບພະຍົບຈາກລາວມາລວມຕົວກັນຢູ່ໃນເຂດໝູ່ບ້ານດັ່ງກ່າວ
ນັບຈາກປີ 2004 ເປັນຕົ້ນມາແລ້ວນັ້ນ ທ່ານກະສິດ ກໍໄດ້ຢືນຢັນວ່າ
ເປັນພຽງຄົນເຂົ້າເມືອງໄທໂດຍຜິດກົດ ໝາຍເທົ່ານັ້ນ
ຊຶ່ງກໍໝາຍຄວາມວ່າ ຈະຕ້ອງຖືກສົ່ງກັບຄືນໄປລາວທັງໝົດພາຍໃນປີ 2009
ນີ້ອີກຕໍ່ໄປ.
ແຕ່ຢ່າງໃດກໍຕາມ
ສຳລັບທາງ ທ້າວ ຫລີສື ແກນນຳຄົນ
ສຳຄັນຂອງຊາວມົ້ງຢູ່ບ້ານຫ້ວຍນ້ຳຂາວນັ້ນກໍໄດ້ຢືນ ຢັນວ່າ ພວກຕົນຊຶ່ງ
ເປັນມົ້ງປ່ານັ້ນບໍ່ໄດ້ມາປະເທດໄທຍ້ອນວ່າຢາກຈະໄປຢູ່ສະຫະລັດອາ
ເມຣິກາ
ຫາກແຕ່ເປັນການເດີນ ທາງຍ້ອນວ່າເປັນການໜີ ຮ້ອນມາເພິ່ງເຢັນ.ສາຍເຫດສຳຄັນປະການນຶ່ງ ທີ່ເຮັດໃຫ້ຊາວມົ້ງປ່າຕ້ອງພາກັນ ອົບພະຍົບອອກຈາກລາວນັ້ນ ກໍ ຍ້ອນວ່າຖືກທາງການລາວ ປາບປາມຢ່າງຕໍ່ເນື່ອງ
ນັບຈາກປີ 1975 ເປັນຕົ້ນມາ ຫາກແຕ່ທາງ ການລາວກໍໄດ້ປະຕິເສດ ແລະ ຕອບໂຕ້ມາໂດຍຕະຫລອດວ່າ ບໍ່ມີການປິດລ້ອມ ແລະປາບປາມ ຊາວມົ້ງແຕ່ ຢ່າງໃດ.
ຫາກແຕ່ວ່າ ກະແສຂ່າວທີ່ເກີດຂຶ້ນນັ້ນ ກໍຍ້ອນວ່າຖືກກຸ່ມຄົນບໍ່ດີ ໃນຕ່າງປະ ເທດ ໃສ່ຮ້າຍປ້າຍສີຢ່າງ ບໍ່ມີມູນຄວາມຈິງ
ແຕ່ຢ່າງໃດ.
ຊົງຣິດ ໂພນເງິນລາຍງານມາຈາກບາງກອກ
ໃນວັນທີ 6 ພຶດສະພາ 2009