VOANews.com

ວີໂອເອ ພາກພາສາລາວ ▪ Lao
ແຫລງຂາວທໄວໃຈໄດ
 
News in 45 Languages
Laos Questions Thai FM's Position Regarding Detained Hmongs in Nongkhai


09/05/2009

NongkhaiHmong1
ສ່ວນນື່ງຂອງຊາວມົ້ງ ທີ່ຖືກຂັງ ຢູ່ໜອງຄາຍ
ທາງ​ການ​ລາວ​ຕັ້ງຂໍ້​ສົງ​​​ໃສຕໍ່ທ່າ​ທີ່​ຂອງລັດຖະ ມົນຕີວ່າ ການ​ຕ່າງປະ​ເທດ​ຂອງ​ໄທທີ່ມີ​ຕໍ່ ບັນດາ​ຊາວ​ມົ້ງຈຳນວນ 158ຄົນ ທີ່​ຖືກ​ຄຸມ​ຂັງ​ຢູ່​ສຳນັກງານຕຳຫລວດ​ກວດ​ຄົນ​ເຂົ້າ​ເມືອງ​ປະຈຳ​ຈັງຫວັດໜອງຄາຍ ພາຍຫລັງ​ທີ່ລັດຖະ ມົນຕີວ່າການ​ຕ່າງປະ​ເທດ​ຂອງ​ໄທ ໄດ້​ກ່າວ​ອອກ​ມາຢ່າງ​ຈະ​ແຈ້ງວ່າ ຊາວ​ມົ້ງ​ເຫລົ່າ​ນັ້ນມີ​ສິດ​ທີ່​ຈະ​ຂໍ​ລີ້​ໄພ​ທາງ​ການ​ເມືອງ​ໄປ​ຢູ່​ໃນ​ປະ​ເທດ​ທີ​ສາມ​ໄດ້.

ສືບ​ເນື່ອງມາຈາກ​ການ​ທີ່​ ທ່ານ ກະ​ສິດ ພິຣົມ ລັດຖະມົນ ຕີວ່າ​ການ​ຕ່າງປະ​ເທດ​ຂອງ​ໄທ ​ໄດ້​ລະບຸ​ວ່າ ຊາວ​ມົ້ງຈຳ ນວນ 158 ຄົນ ທີ່​ຖືກ​ຄຸມ​ຂັງ​ຢູ່​ສຳນັກງານ​ຕຳຫລວດ​ກວດ​ຄົນ​ເຂົ້າ​ເມືອງ​ປະຈຳ​ຈັງ​ຫວັດໜອງຄາຍ​ຂອງ​ໄທ​ນັ້ນ ​ເປັນ​ກຸ່ມ​ບຸກຄົນ​ທີ່​ມີ​ສິດທີ່​ຈະ​ຂໍ​ເດີນ ທາງ​ໄປ​ຂໍ​ລີ້​ໄພ​ທາງ​ການ​ເມືອງ​ຢູ່​ໃນ​ຕ່າງປະ​ເທດ ຫລື ປະ​ເທດ​ທີ​ສາມ​ໄດ້ ​ໂດຍ​ເປັນ​ການ​ລະບຸ​ໃນ​ລະ​ຫວ່າງ​ການ​ພົບ​ປະ​ເຈລະຈາ​ຮ່ວມ​ກັນກັບ​ ທ່ານນາງ ​ແຮລ​ລາຣີ ຄລິນ​ເຕິ​ນ ​(Hillary Clinton) ລັດຖະມົນຕີວ່າການ​ຕ່າງປະ​ເທດ​ຂອງ​ສະຫະ ຣັດ​ອາ​ເມ​ຣິ​ກາໃນ​ສັບປະດາ ກ່ອນ ໜ້ານີ້ ກໍ​ໄດ້​ເປັນ​ຜົນ​ເຮັດ​ໃຫ້​ ທ່ານ ​ເຄນ​ທອງ ນວນ​ທະ​ສິງ ​ໂຄ ສົກ​ຄົນ​ໃໝ່ຂອງ​ກະຊວງ​ການ​ຕ່າງປະ​ເທດ​ຂອງ​ລາວ​ນັ້ນ ​ໄດ້​ອອກ​ມາສະ​ແດງ​ເຖິງ​ຄວາມ​ສົງ​​ໄສ​ທີ່​ມີ​ຕໍ່ການ​ລະບຸ​ດັ່ງກ່າວ​ຂອງ ທ່ານ ກະ​ສິດ ​ແລ້ວ​ໃນ​ຂະນະ​ນີ້.
[insert caption here]
ເຈົ້າໜ້າທີ່ທາງການລາວ ທຳການຢ້ຽມຢາມ ຊາວ ມົ້ງຫ້ວຍນ້ຳຂາວທີ ກັບຄືນໄປລາວ

ທັງ​ນີ້ກໍ​ເນື່ອງ​ຈາກ​ວ່າ ທາງ​ການ​ລາວ ​ແລະ ​ໄທ​ໄດ້​ຕົກລົງ​ຮ່ວມ​ກັນ​ນັບ​ຕັ້ງ​ແຕ່​ຕອນ​ປີ 2006 ​ເປັນຕົ້ນມາ​ແລ້ວວ່າ​ຊາວ​ມົ້ງທຸກ​ຄົນທັງ​ທີ່ຢູ່ໜອງຄາຍ ​ແລະ ທີ່​ພັກ​ອາ​ໃສ​ຢູ່​ສູນ​ຮອງ​ຮັບ​ຊົ່ວຄາວ ບ້ານ​ຫ້ວຍ​ນ້ຳຂາວໃນ​ເຂດອຳ​ເພີ​ເຂົາ​ຄໍ້ຈັງ​ຫວັດ​ເພັດ​ສະ​ບູນທາງ​ພາ​ກ​ເໜືອຕອນຫ​ລ່າງ​ຂອງ​ປະ​ເທດ​ໄທນັ້ນ ມີ​ສະຖານະ​ເປັນຄົນ​ເຂົ້າ​ເມືອງ​ໄທ​ໂດຍ​ຜິດ​ກົດໝາຍ ຊຶ່ງ​ຈະ​ຕ້ອງ​ຖືກ​ສົ່ງ​ກັບ​ຄືນ​ໄປ​ລາວ​ທັງໝົດ.

ໂດຍນັບ​ຈາກ​ປີ 2007 ​ເປັນຕົ້ນມາ ທາງ​ການ​ໄທ​ກໍ​ໄດ້​ສົ່ງ​ຊາວ​ມົ້ງຈາກ​ບ້ານ​ຫ້ວຍ​ນ້ຳ ຂາວ ກັບ​ຄືນ​ໄປ​ໃຫ້​ທາງ​ການ​ລາວ​ແລ້ວ ຈຳນວນ​ຫລາຍ​ກວ່າ 2,800 ຄົນ ​ແລະ ຊຸດຫລ້າ​ສຸດ​ໃນ​ຈຳນວນ 298 ຄົນ​ນັ້ນ ກໍ​ໄດ້​ມີ​ການ​ສົ່ງ​ມອບ​ໃຫ້​ກັບ​ທາງ​ການ​ລາວ​ຢ່າງ​ເປັນ​ທາງ​ການ​ເມື່ອ​ວັນ​ທີ 29 ​ເມສາ ທີ່​ຜ່ານ​ມານີ້ ​ໂດຍ​ຍັງ​ຄົງ​ເຫລືອ​ຢູ່ 5,000 ກວ່າ​ຄົນ ທີ່​ຈະ​ຕ້ອງ​ສົ່ງ​ກັບ​ຄືນ​ໄປ​ລາວ​​ໃຫ້ໝົດ​ພາຍ​ໃນ​ທ້າຍປີນີ້ຕໍ່​ໄປ. ​ເພາະ​ສະນັ້ນ​​ໃນເມື່ອ​ວ່າທ່ານ ກະ​ສິດ ໄດ້​ລະບຸ​ໄປໃນ​ອີກ​​ແນວທາງນຶ່ງ ຈຶ່ງ​ເຮັດ​ໃຫ້​ທາງ​ການ​ລາວ​ ເກີດ​ຄວາມ​ສັບ​ສົນ​ວ່າ ຈຸດ​ຢືນ​ຂອງ​ທາງ​ ການ​ໄທ​ນັ້ນ​ ເປັນ​ແນວ​ໃດ ​ໂດຍ​ສະ​ເພາະ​ຢ່າງ​ຍິ່ງ​ຈຸດ​ຢືນ​ຂອງທ່ານ ​ກະ​ສິດ ​ພິຣົມ​ ຊຶ່ງ​ທາງ​ການ​ລາວ​ນັ້ນ ຕ້ອງການ​ທີ່​ຈະ​ໄດ້​ຮັບ​ການ​ອະທິ ບາຍ​ຢ່າງ​ຮີ​ບດ່ວນ​ທີ່​ສຸດ. ຫາກ​ແຕ່​ວ່າ ຈົນ​ເຖິງ​ຂະນະ​ນີ້ກໍ​ຍັງ​ຄົງ​ບໍ່ມີ​ຄຳ​ອະທິບາຍ​ຈາກ​ທ່ານ ກະ​ສິດ​ແຕ່​ຢ່າງໃດ.


ຫາກ​ແຕ່​ວ່າ ດ້ວຍ​ການ​ຖະ​ແຫລ​ງດັ່ງກ່າວ​ຂອງ​ ທ່ານ ກະ​ສິດ ກໍ​ໄດ້​ເຮັດ​ໃຫ້​ເຈົ້າໜ້າທີ່​ລະດັບ​ປະຕິ ບັດ​ການຂອງ​ໄທ​ນັ້ນ ​ເກີດ​ຄວາມ​ສັບສົນ​ຢູ່​ບໍ່ໜ້ອຍ​ເຊັ່ນ​ດຽວກັນ, ​ແຕ່ຈັ່ງ​ໃດ​ກໍ​ຕາມ ​ເນື່ອງ​ຈາກ​ວ່າ ຈົນເຖິງຂະນະ​ນີ້ ກໍ​ຍັງ​ຄົງ​ບໍ່ມີ​ຄຳ​ສັ່ງ​ຈາກ​ລະດັບ​ນະ​ໂຍບາຍ​ໃຫ້ມີ​ການ​ປ່ຽນ​ແປງ​ການ​ດຳ​ເນີນ​ການ​ທີ່​ຈະ​ຕ້ອງ​ປະຕິ​ບັດ​ຕໍ່ຊາວ​ມົ້ງ​ເຫລົ່າ​ນີ້ ຈຶ່ງ​ເຮັດ​ໃຫ້​ເຈົ້າໜ້າລະດັບ​ປະຕິບັດ​ງານ ຍັງ​ຄົງ​ຕ້ອງ​ຍຶດຖື​ຕາມ​ຂໍ້​ຕົກລົງ​ທີ່​ໄດ້​ເຮັດ​​ໄວ້​ລະ​ຫວ່າງ​ທາງ​ການ​ລາວ​ກັບ​ໄທ. ສ່ວນ​ກ່ຽວກັບ​ການ​ເບິ່ງ​ແຍງ​ຂອງ​ທາງ​ການ​ລາວ ທີ່​ຈະ​ປະຕິບັດ​ຕໍ່ບັນດາ​ຊາວ​ມົ້ງທີ່​ຈະ​ຖືກ​ສົ່ງ​ກັບ​ຄືນ​ໄປ​ລາວ ກໍ​ໄດ້​ຮັບ​ການ​ຊີ້​ແຈງ​ຈາກ​ ທ່ານ ພົນ​ຈັດ​ຕະວ່າ ບົວ​ສ້ຽງຈຳປາ​ພັນ ຮອງ​ຫົວໜ້າກົມ​ໃຫຍ່​ເສນາ​ທິການ​ກອງທັບ​ປະຊາຊົນ​ລາ​ວ​ໃນ​ຕອນນຶ່ງວ່າ:

ຕໍ່ກັບພາກສ່ວນທີ່ສະໝັກ​ໃຈ​​ໄປ​ຢູ່​ບ້ານ​ພັດທະນາ​ໃໝ່. ນຶ່ງ ປຸກ​​ເຮື​ອນ​ໃຫ້​ຄອບຄົວ​ລະ 1 ຫລັງ. ພື້ນທີ່ນີ້ ກໍແບ່ງໃຫ້ກວ້າງຂວາງ​ເພາະ​ວ່າ ​ໃນ​ອານາ​ຄົດ​ເຂົາ​ເຈົ້າຈະ​ຫາ​ເງິນ​ຫາ​ທອງ​ແລ້ວ​ຈະ​ຕັ້ງ​ເຮືອນ​ໃຫຍ່ ກວ້າງ​ກວ່າ​ນັ້ນ,

ສອງ ຈະ​ຈ່າຍ​ເຂົ້າ​ໃຫ້​ກິນໜຶ່ງປີ​ເຕັມ, 

ສາມ ​ເອົາ​ໄຟຟ້າ​ເຂົ້າ​ໄປ​ເຮືອນ ​ແລະນຳ​ໃຊ້​ກະ​ແສ​ໄຟຟ້າໜຶ່ງປີ​ໄປ​ 1ປີບໍ່ໃຫ້ເສຍເງິນ ,

ສີ່ ກໍ​ເອົາ​ເງິນ​ໃຫ້​ຜູ້​ລະ​ສາມ​ແສນ​ໃນ​​ເບື້ອງ ຕົ້ນຄື​ກັນ, 

ຫ້າ ພວກ​ເຮົາ​ດຳ​ເນີນ​ການກໍ່ສ້າງພື້ນຖານໂຄງ ຫລ່າງ​ເພື່ອ​ຮອງ​ຮັບ​ເຮັດ​ໃຫ້​ພີ່ນ້ອງ​ຈຳ ນວນ​ນີ້ ມີ​ບ່ອນ​ຜະ ຫລິດ​ຄົງທີ່​ເປັນ​ຂອງ​ຕົວ​ເອງ​ຍາວ​ນານ. ຕັ້ງ​ໂຮງຮຽນ​ ເອົາ​ນາຍຄູ​ໄປສິດສອນ ​ຕັ້ງສຸກ​ສະ​ລາ​ ປະກອບ​ແພດ ປະກອບຢາ. 

ພ້ອມກັນນັ້ນ ກໍ​ອານຸຍາດ​ໄປ​ຢາມ​ພີ່ນ້ອງ​ຕ່າງບ້ານ​ຕ່າງ​ແຂວງ ​ແລະ ອານຸຍາດ​ໃຫ້ພີ່ ນ້ອງ​ຕ່າງບ້ານ​ຕ່າງ​ແຂວງມາ​ຢ້ຽມຢາມຕົນເອງໄດ້, ​ແລະ ກໍ​ມີ​ສິດ​ ອິດສະລະ​ພາບ​ ຄື ກັບພົນລະ​ເມືອງ​ຄົນ​ອື່ນ​ ແລ້ວ​​ກໍເຮັດ​ສຳມະ​ໂນ​ຄົວ ຖ້າ​ມີ​ຄວາມ​ຈຳ​ເປັນ​ຕ້ອງການຈະ​ໄປ​ຢາມ​ພີ່ນ້ອງ​ຕ່າງປະ​ເທດ ພວກ​ຂ້າພະ​ເຈົ້າ ກໍ​ຈະ​ເຮັດປັດສະປໍ​ໃຫ້.

 

ຊົງຣິດ ໂພນເງິນ ລາຍງານມາຈາກບາງກອກ ເມື່ອວັນທີ  7 ພຶດສະພາ


Download ຊົງຣິດ ລາຍງານຈາກ ບາງກອກ ເມື່ອວັນທີ 01/05/2009
Download  (MP3)
Listen to This Report ຊົງຣິດ ລາຍງານຈາກ ບາງກອກ ເມື່ອວັນທີ 01/05/2009
Listen to (MP3)
E-mail This Article E-mail this article
Print This Article Print Version
  Related Stories
Thai FM: Hmongs Detained in Nongkhai Can Go to Third Country
Thailand Insists on Completion of Hmong Refugees Repatriation
 
  Featured Story
Obama Vows to 'Finish the Job' in Afghanistan  Audio Clip Available

  More From VOA
Gibbs: Obama to Announce Afghan War Strategy within Days  Audio Clip Available
Laos: More Women and Chldren Trafficked to Thailand  Audio Clip Available
Vaccine Shortage-Concern of H1N1 Spread in Mecca During Hajj  Audio Clip Available
"Bikes for the World" Ships Unwanted Bicycles from US to Poor Countries  Audio Clip Available
Laos-ASEAN Free Trade Area (AFTA)  Audio Clip Available
Legacy of War's Briefing and Discussion in Washington DC  Audio Clip Available