VOANews.com

ວີໂອເອ ພາກພາສາລາວ ▪ Lao
ແຫລງຂາວທໄວໃຈໄດ
 
News in 45 Languages
Laos: Pregnant British Will Not Face Execution


12/05/2009

Lao FM Thongloun Sisoulith and British FM David Milliband signed an extradition treaty, May 2009
ທ່ານ ທອງລຸນ ສີສຸລິດ ລມຕ ການຕ່າງ ປະເທດ ລາວແລະທ່ານ David Milliband ລມຕ ການຕ່າງປະເທດ ອັງກິດ ເຊັນສົນທິສັນຍາສົ່ງຕົວ ນັກໂທດ ຂ້າມແດນຄືນປະເທດ, May 2009
ທາງການລາວຢືນຢັນວ່າ ນາງ ສາມານທ້າ ໂອໂຣບາຕໍຣ໌ (Samantha Orobator), ຊາວອັງກິດ ຈະບໍ່ຖືກລົງ ໂທດປະຫານຊີວິດ ເພາະວ່າ ການທີ່ນາງຖືພານັ້ນເຮັດໃຫ້ນາງ ລອດພົ້ນຈາກໂທດດັ່ງກ່າວ ແລະ ນາງກໍຍັງ ມີໂອກາດຈະຖືກ ສົ່ງຕົວກັບຄືນໄປຮັບໂທດ ຢູ່ປະເທດອັງກິດອີກດ້ວຍ.

ທ່ານ ​ເຄນທອງ ນວນ​ທະ​ສິງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຂອງ​ລາວ ​ໄດ້​ຖະ​ແຫລ​ງຢືນຢັນ​ໃນ​ທ້າ​ຍສັບ​ດາ​ທີ່​ຜ່ານ​ມານີ້ວ່າ ນາງ ສາມານ​ທ້າ ​ໂອ​ໂຣບາ​ເທີ້ ຜູ້​ຕ້ອງ​ຫາ​ຊາວ​ອັງກິດ​ໃນ​ຂໍ້​ຫາ​ພະຍະ​ຍາມ​ລັກລອບ​ຂົນ​ເຮ່​ໂຣ​ອິນ​ໃນ​ນ້ຳໜັກ 680 ​​ກຣາມ ຈາກ​ລາວ​ໄປ​ຍັງຕ່າງປະ​ເທດ ຊຶ່ງ​ໄດ້​ຖືກ​ທາງ​ການ​ລາວ​ຈັບ​ກຸມ​ຕົວ​ໄດ້ ນັບ​ຕັ້ງ​ແຕ່​ເດືອນ​ສິງຫາ​ປີກາຍ​ເປັນຕົ້ນມານັ້ນ ຈະ​ບໍ່ຖືກ​ສານ​ຕັດສິນ​ໂທດ​ເຖິງ​ຂັ້ນປະຫານ​ຊີວິດຢ່າງ​ແນ່ນອນ ​​ເຖິງ​ແມ່ນ​ວ່າ​ຕາມ​ກົດໝາຍອາດຍາຂອງ​ລາວຈະ​ກຳ​ນົດ​ໃຫ້​ລົງ ໂທ​ດດັ່ງກ່າວ​ກໍ​ຕາມ. ທັງ​ນີ້ ​ທ່ານ ​ເຄນທອງ ໄດ້​ໃຫ້ການ​ອະທິບາຍ​ວ່າ ການທີ່ນາງ ສາມານ​ທ້າ ກຳລັງ​ຖືພາ​ນັ້ນ ຈຶ່ງ​ໄດ້​ຮັບ​ການ​ຍົກ​ເວັ້ນໂທດ​ປະຫານ​ຊີວິດ​ຕາມ​ກົດ ໝາຍ ​ໂດຍ​ອາດ​ຈະ​ເປັນ​ໂທດ​ຈຳ​ຄຸ​ກໄລຍະ​ຍາວ ຫລື ​ເຖິງ​ຂະໜາດ ຕະຫລອດ​ຊີວິດ​ກໍ​ເປັນ​ໄປ​ໄດ້ ຊຶ່ງ​ກໍ​ຂຶ້ນຢູ່​ກັບ​ການ​ພິຈາລະນາ​ຄະ​ດີ ​ແລະ ຕັດສິນ​ຄະດີ​ຄວາມ​ໂດຍສານ​ປະຊາຊົນ​ລາວ​ໃນ​ວຽງຈັນ ຊຶ່ງ​ຄາດໝາຍວ່າ ຈະ​ມີການ ພິຈາລະນາ​ຕັດ​ສິນ​ພາຍ​ໃນ​ສັດປະ​ດານີ້ ດັ່ງ​ທີ່ ທ່ານ ​ເຄນທອງ ​ໄດ້​ຖະ​ແຫລ​ງເນັ້ນຢ້ຳ ​ແລະ ອະທິບາຍ​ໃນ​ຕອນໜຶ່ງວ່າ:

ບັນ​ດາສື່​ຕ່າງປະ​ເທດ​ທີ່​ມີ​ຄວາມ​ເປັນ​ຫ່ວງ​ຫລາຍ ລະແມ່ນວ່າ ຢ້ານນາງ ສາມານ​ທ້າ ນີ້ ຈະ​ຖືກ​ຕັດສິນ​ປະຫານ​ຊີວິດ​ຕາມ​ກົດໝາຍຂອງ​ລາວ ທີ່​ວ່າຖ້າ​ມີ​ຢາ​ເຮ່​ໂຣອິນ​ໄວ້ຄອບ​ຄອງ​ຫລາຍ​ກວ່າ 500 ​ກຣາມຂຶ້ນ​ໄປຈະ​ຖືກ​ໂທ​ດປະຫານ​ຊີວິດ, ​ແລະ ຄວາມ​ຈິງກົດໝາຍ ຂອງ​ລາວກໍໄດ້ບົ່ງໄວ້ແນວນັ້ນ​ແທ້, ​ແຕ່​ວ່າ ກໍ​ຍັງ​ມີ​ມາດຕາອື່ນ ​ໂດຍ​ສະ​ເພາ​ແມ່ນ​ມາດ​ຕາ 32 ຂອງ​ກົດໝາຍອາດ​ຍາ ກໍ​ໄດ້​ກຳນົດ​ໄວ້​ວ່າ ​ໂທດ​ປະ ຫານ​ຊີວິດ​ຈະ​ບໍ່​ໄດ້​ປະຕິບັດ​ໃສ່​ແມ່ຍິງ​ທີ່​ຖືພາ. ອັນ​ນີ້ກໍແມ່ນ​ເປັນ​ກົດໝາຍທີ່​ມະນຸດ​ສະ​ທຳທີ່ສຸດ​ຂອງ​ລັດຖະບານ​ລາວ​ເຮົາ ​ແລະ ມາ​ຮອດ​ຄູ່​ມື້ນີ້ບັນດາ​ນັກຂ່າວ​ຕ່າງໆ ອັນ​ທີ່​ອອກ​ຢູ່​ຕ່າງປະ​ເທດ​ທັງໝົດນີ້ກໍ​ເປັນ​ຈຳ ນວນ​ຫລວງຫລາຍ​ຫັ້ນ​ແຫລະນໍ ​ແລະ ທາງ​ເບື້ອງ​ໂຄສົກ​ການ​ຕ່າງປະ​ເທດ​ກໍ​ໄດ້​ອະທິບາຍ​ໃຫ້​ເຂົາ​ເຈົ້າ​ເຂົ້າໃຈກ່ຽວກັບ​ສະພາບ​ຄວາມ​ເປັນ​ຈິງ​ຂອງ​ກໍ​ລະ​ນີຂອງ​ ນາງ ສາມານ​ທ້າ ນີ້. ​ແລະ ມາ​ຮອດ​ຄູ່​ມື້ນີ້ ນາງ ສາມານ​ທ້າ ຍັງ​ມີ​ສຸກຂະພາບ​ແຂງ​ແຮງ​ດີ.

​ແຕ່​ຢ່າງ​ໃດ​ກໍ​ຕາມ ​ໃນ​ການ​ພິ​ຈາລະ​ນາຄະ​ດ ີ​ເພື່ອ​ຕັດສິນ​ຄວາມ​ຜິດ​ຂອງ​ ນາງ ສາມານ​ທ້າ ນັ້ນ ຈະ​ບໍ່ມີ​ທະນາຍຄວາມ​ຊາວ​ຕ່າງປະ​ເທດ​ປະກອບສ່ວນ​ຢູ່ດ້ວຍ​ແຕ່​ຢ່າງ​ໃດ ​ເນື່ອງ​ຈາກ​ວ່າ ຕາມ​ກົດໝາຍຂອງ​ລາວ​ນັ້ນ ຈະ​ບໍ່ອານຸຍາດ​ໃຫ້​ທະນາຍ​ຄວາມ​ຊາວ​ຕ່າງປະ​ເທດ ສາມາດ​ເຂົ້າ​ໄປ​ວ່າຄວາມ​ໃນ​ປະ​ເທດ​ລາວ​ໄດ້ ນອກຈາກ​ການ​ໃຫ້​ທະນາຍຄວາມ​ລາວ ວ່າ​ຄວາມ​ແທນ​ຕາງໜ້າຈຳ​ເລີຍ​​ເທົ່າ​ນັ້ນ. ສຳລັບ​ໃນ​ກໍລະນີຂອງ​ ນາງ ສາມານ​ທ້າ ນີ້ ທະນາຍຄວາມ​ທີ່​ເປັນ​ຄົນ​ລາວ ກໍ​ແມ່ນທາງ​ການ​ລາວ​ເປັນ​ຜູ້​ຈັດ​ຫາ​ໃຫ້ ຖ້າ​ຫາກ​ວ່າ ຈຳ​ເລີຍ​ບໍ່ມີ​ຄວາ​ມອາດ​ສາມາ​ດທີ່​ຈະ​ວ່າ​ຈ້າງ​ທະນາຍຄວາມ​​ໄດ້​ດ້ວຍ​ຕົນ​ເອງ ຫລື ຖ້າ​ຫາກ​ວ່າ​ຈຳ​ເລີຍມີ​ຄວາ​ມອາດ​ສາມາ​ດທີ່​ຈະ​ວ່າ​ຈ້າງ​ທະນາຍຄວາມ​​ໄດ້​ດ້ວຍ​ຕົນ​ເອງ ກໍ​ຍັງ​ຈະ​ຕ້ອງ​ເປັນ​ທະນາຍ​ຄວາມ​ຂອງ​ລາວ​ຢູ່​ດີ ​ໃນ​ຂະນະ​ທີ່ທະນາຍຄວາມ​​ຊາວ​ຕ່າງ​ປະ​ເທດ​ນັ້ນ ກໍ​ຈະ​ມີ​ສິດ​ເປັນ​ພຽງ​ແຕ່​ທີ່ປຶກສາ​ໃນ​ຄະ​ດີ​ຄວາມ​ເທົ່າ​ນັ້ນ.

 

ຍິ່ງ​ໄປ​ກວ່າ​ນັ້ນ ສຳລັບ​ໃນ​ກໍລະນີ​ຂອງນາງ ສາມານ​ທ້າ ດັ່ງກ່າວນີ້ ກໍ​ຍັງ​ມີ​ໂອກາດ​ທີ່​ຈະ​ຖືກ​ສົ່ງ​ຕົວ​ກັບ​ຄືນ​ໄປ​ຮັບ​ໂທດ​ຢູ່​ໃນ​ປະ​ເທດ​ອັງກິດ​ອີກ​ດ້ວຍ. ທັງ​ນີ້ກໍ​​ເນື່ອງ​ຈາກ​ວ່າ ທາງ​ການ​ລາວ​ ​ແລະ ​ອັງ ກິດ ​ໂດຍ ທ່ານ ທອງ​ລຸນ ສີ​ສຸ​ວິດ ຮອງ​ນາຍ​ຍົດ​ລັດຖະມົນຕີ ​ແລະ ລັດຖະມົນຕີວ່າການ​ຕ່າງປະ​ເທດ​ຂອງ​ລາວ ກັບ​ ທ່ານ ​ເດ​ວິດ ມີ​ລິນ​ແບ້ນ (David Milliband) ລັດຖະມົນຕີວ່າການ​ຕ່າງປະ​ເທດ​ຂອງ​ອັງກິດ ​ໄດ້ມີ​ການລົງ​ນານ​ຮ່ວມ​ກັນ​ໃນ​ຂໍ້​ຕົກລົງ​ວ່າ​ດ້ວຍການ​ໂອນ​ຕົວ​ຜູ້​ຖືກ​ຕັດສິນ​ໂທດລະຫວ່າງ​ລາວ​ກັບອັງກິດ ຢ່າງ​ເປັນ​ທາງ​ການ​ແລ້ວ ນັບ​ຕັ້ງ​ແຕ່​ວັນ​ທີ​ 7 ພຶດ​ສະພາ​ ທີ່​ຜ່ານ​ມາ ຢູ່​ກຸງ​ລອນ​ດອນ ຊຶ່ງ​ກໍໝາຍ ຄວາມ​ວ່າ ​ເມື່ອສານ​ປະຊາຊົນ​ລາວ​ໄດ້​ຕັດສິນ​ໂທດ​ ນາງ ສາ ມານ​ທ້າ ຢ່າງ​ເປັນ​ທາງ​ການ​ແລ້ວ ​ແລະ ທາງ​ການ​ອັງກິດ​ກໍ​ໄດ້​ຮ້ອງຂໍ​ຕໍ່ທາງ​ການ​ລາວ ​ເພື່ອ​ຂໍ​ໃຫ້​ສົ່ງ​ຕົວນາງ ສາມານ​ທ້າ ​ໄປ​ຮັບ​ໂທດ​ຢູ່​ປະ​ເທດ​ອັງກິດ ທາງ​ການ​ລາວ​ກໍ​ສາມາດ​ທີ່ຈະ​ສົ່ງ​ຕົວ​ນາງ​ໃຫ້​ກັບ​ທາງ​ການ​ອັງກິດ​ໄດ້​ຕາມ​ຂໍ້​ຕົກລົງ​ດັ່ງ​ກ່າວ​ຕໍ່​ໄປ​ນັ້ນ​ເອງ. ​ແຕ່​ຢ່າງ​ໃດ​ກໍ​ຕາມ ກໍ​ຍັງ​ມີ​ອີກ​ບັນຫາໜຶ່ງທີ່​ຍັງ​ຄົງ​ບໍ່​ແຈ້ງຂາວ​ຈົນ​ເຖິງ​ຂະນະ​ນີ້ ຊຶ່ງ​ກໍ​ຄື ນາງ ສາມານ​ທ້າ ​ໄດ້​ຖືພາ​ໄດ້​ຈັກ​ເດືອນ​ແລ້ວ ຈຶ່ງ​ເຮັດ​ໃຫ້​ສັງຄົມ​ຍັງ​ຄົງ​ພາກັນ​ສົງ​ໃສ​ວ່າ ນາງ ສາມານ​ທ້າ ​ໄດ້​ຖືພາ​ກ່ອນ ຫລື ຫລັງ​ຈາກ​ທີ່​ນາງ​ໄດ້​ຖືກ​ຈັບ​ກຸມ​ຕົວ​ໄປ​ນັ້ນ​ເອງ.


Download ຊົງຣິດ ລາຍງານ ຈາກບາງກອກ ໃນວັນທີ 11/05/2009
Download  (MP3)
Listen to This Report ຊົງຣິດ ລາຍງານ ຈາກບາງກອກ ໃນວັນທີ 11/05/2009
Listen to (MP3)
E-mail This Article E-mail this article
Print This Article Print Version
  Related Stories
Pregnant British Woman Faces Trial in Laos
 
  Featured Story
North & South Korean Navies Exchange Fire  Audio Clip Available

  More From VOA
Germany Celebrates Collapse of Berlin Wall  Audio Clip Available
Vientiane Officials Concerned About Trash Disposal Problem During SEA Games  Audio Clip Available
SEA Games Songs  Audio Clip Available
Diarrhea Causes Deaths of 1.5 million Children Worldwide Each Year  Audio Clip Available
Laos Among Five ASEAN Nations Criticized Over Human Rights  Audio Clip Available
Laotian American Professor Takes a Leading Role in American Literature  Audio Clip Available