VOANews.com

ວີໂອເອ ພາກພາສາລາວ ▪ Lao
ແຫລງຂາວທໄວໃຈໄດ
 
News in 45 Languages
Drug Use Remains Problem in Laos


12/05/2009

[insert caption here]
ຜູ້້ຍິງຄົນນີ້ກຳລັງຂີດເອົາຢາງຢາຝິ່ນ ເພື່ອນຳໄປຂາຍ
ນາຍົກລັດຖະມົນຕີລາວ ຍອມຮັບວ່າ ການໃຊ້ຢາເສບຕິດໃນລາວ ມີທ່າອ່ຽງເພີ້ມ ຂຶ້ນນັບ​ມື້ ​ໂດຍ​ສະ​ເພ​າະ​ແມ່ນ​ຢູ່​ໃນ​ເຂດ​ຕົວ​ເມືອງ​ໃຫຍ່ໆ ​ແລະ ​ເຂດ​ຕິດຕໍ່ຊາຍ​​ແດນ​ກັບ​ປະ​ເທດ​ເພື່ອນ​ບ້ານ.

ທ່ານ ບົວ​ສອນ ບຸບຜາ​ວັນ ນາ​ຍົກ​ລັດຖະມົນ ຕີລາວ ​ໄດ້​ຖະ​ແຫລ​ງ ຍອມຮັບ​ໃນ​ລະ ຫວ່າງ​ ເປັນ​ປະທານ​ໃນ​ກອງ​ປະຊຸມ​ຄະນະ​ ລັດ ຖະບານ​ລາວ ​ປະຈຳ​ເດືອນ​ເມສາ​ນີ້ ວ່າການ​ຊົມ​ໃຊ້​ຢາ​ເສບ​ຕິດ​ນັບ​ເປັນ​ບັນຫາ​ທີ່​ຮຸນ​ແຮງ ​ແລະ ກໍ​ມີ​ການ​ແຜ່​ລະບາດ​ກວ້າງອອກ​ໄປ​ເລື້ອຍຢູ່​ໃນ​ລາວ ​ໂດຍ​ສະ​ເພາະ​ແມ່ນ​ຢູ່​ໃນ​ເຂດ​ຕົວ​ເມືອງ​ໃຫຍ່ ​ແລະ ​ເຂດ​ທີ່​ຕິດຕໍ່ຊາຍ​​ແດນ​ກັບປະ​ເທດ​ເພື່ອນ​ບ້ານ​ນັ້ນ ນັບ​ເປັນ​​ເຂດ​ທີ່​ມີ​ການ​ຊົມ​ໃຊ້​ຢາ​ເສບ​ຕິດ​ຢູ່​ໃນ​ກຸ່ມ​ປະ ຊາກອນ​ລາວ​ ເພີ້ມຫລາຍ​ຂຶ້ນຢ່າງໜ້າ​ເປັນ​ຫວ່ງທີ່​ສຸດ. ທັງນີ້​ເຖິງ​ແມ່ນ​ວ່າ ນາ​ຍົກ​ລັດຖະ ມົນຕີລາວຈະ​ບໍ່​ໄດ້​ລະບຸ​ວ່າ​ໃນ​ປະຈຸ​ບັນນີ້ ມີ​ຄົນ​ຊົມ​ໃຊ້​ຢາ​ເສບ​ຕິດ​ຢູ່​ໃນ​ລາວ​ຢູ່​ໃນ​ເຂດ​ໃດ ຫລື​ວ່າ​ ຫລາຍ​ເທົ່າ​ໃດ​ແທ້​ກໍ​ຕາມ ຫາກ​ແຕ່​ທ່ານ​ກໍ​ໄດ້​ລະບຸ​ວ່າ ການ​ທີ່​ມີ​ອາດ ສະຍາ​ກຳ​ເກີດ​ຂຶ້ນຫລາຍ​ຂຶ້ນນັບ​ມື້ ກໍ​ຄື​ບັນຫາ​ທີ່​ສາມາດສະທ້ອນ​ ໃຫ້​ເຫັນ​ເຖິງ​ລະ ດັບ​ຂອງ​ການ​ຊົມ​ໃຊ້​ຢາ​ເສບ​ຕິດ​ຢູ່​ໃນ​ລາວ​ໄດ້​ ຢ່າງ​ຈະ​ແຈ້ງ ​ໂດຍ​ກ່ອນໜ້ານີ້ ຄະນະ​ກຳ ມະການ ເພື່ອ​ການ​ຄວບ​ຄຸມ ​ແລະ ກວດກາຢາ​ເສບ​ຕິດ​ແຫ່ງ​ຊາດ​ຂອງ​ລັດຖະບານ​ລາວ​ ກໍ​ໄດ້​ສະ​ເໜີລາຍ​ງານ​ວ່າ ການ​ຊົມ​ໃຊ້​ຢາ​ເສບ​ຕິດຢູ່​ໃນ​ກຸ່ມ​ນັກຮຽນນັກ​ສຶກສາລາ​ວ ​ໄດ້​ເພີ້ມຂຶ້ນ ຢ່າງ​ວ່ອງ​ໄວໂດຍ​ຈາກ​ການ​ຊຸ່ມກວດ​ນ້ຳປັດ​ສະວະຂອງ​ບັນດາ​ນັກຮຽນ ລະດັບຊັ້ນມັດທະຍົມຢູ່​ໃນ​ຕົວ​ເມືອງ​ໃຫຍ່​ທົ່ວ​ປະ​ເທດ​ລາວ​ນັ້ນກໍ​ພົບ​ວ່າມີ​ນັກຮຽນ ຫລາຍ​ກວ່າ 5 ໝື່ນຄົນທີ່​ຊົມ​ໃຊ້ຢາ​ບ້າ. 

burndrugs
ການຈູດຢາຝິ່ນທີ່ເຈົ້າໜ້າທີ່ຢຶດໄດ້

ສ່ວນ​ທາງ​ດ້ານ ກອງ​ບັນຊາ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ຮຽບຮ້ອຍ ຫລື ປ.ກ.ສ. ນັ້ນ ກໍ​ລາຍ​ງານ​ວ່າ ​ເຂດ​ທີ່​ມີ​ບັນຫາ​ອາດ​ສະ​ຍາ​ກຳ​ເກີດ​ຂຶ້ນ ຫລາຍ​ທີ່​ສຸດ​ໃນ​ປະ​ເທດ​ລາວ ກໍ​ຄື​ເຂດ​ນະຄອນ ຫລວງ​ວຽງຈັນ ​ໂດຍ​ສະ​ເພາະ​ໃນ​​ໄລຍະ​ ນັບ​ຈາກ​ຕົ້ນປີນີ້​ເປັນຕົ້ນ​ມາ​ຈົນ​ເຖິງ​ຂະນະ​ນີ້ກໍ​ ປະກົດ​ວ່າ ກອງ​ບັນຊາ​ການ ປ.ກ.ສ. ຢູ່​ໃນ​ເຂດ​ນະ ຄອນຫລວງ​ວຽງຈັນ​ນັ້ນ ສາ ມາດ​ຈັບ​ກຸ່ມ ສະ​ມາ​ຊິກ​ຂອງ​ແກັ້ງອະສະ​ຍາ​ກຳ​ໄດ້​ແລ້ວຫລາຍ​ກວ່າ 2.000 ​ພັນ​ຄົນ. ​ໃນ​ຈຳນວນ​ຜູ້​ຕ້ອງ​ຫາ ຫລື ອາດສະ​ຍາກ​ອນດັ່ງກ່າວ​ນີ້ ກໍ​ປະກົດ​ວ່າ ​ເປັນ​ຜູ້​ຕ້ອງ​ຫາ​ໃນ​ຄະ​ດີ​ຄວາມ​ຜິດ ​ກ່ຽວກັບ​ຢາ​ເສບ​ຕິດ​ຫລາຍ​ທີ່​ສຸດ ຊຶ່ງ​ກໍ​ເຊັ່ນ​ດຽວກັນ​ກັບ​ການ​ກະທຳ​ຄວາມ​ຜິດ​ທີ່​ເປັນ​ການ​ປຸ້ນ​ຈີ້ ​ແລະ ລັກຂະ​ໂມຍ ທີ່​ຜູ້​ກະ​ທຳ​ຄວາມ​ຜິດ​ມີ​ສ່ວນ​ກ່ຽວຂ້ອຍ​ໂດຍ​ກົງ​ກັບ​ຢາ​ເສບ​ຕິດ​ນັ້ນ​ເອງ. ສະພາບ​ການ​ດັ່ງກ່າວ​ນີ້ ມີທ່າ​ອ່ຽງທີ່​ຈະ​ເພີ້ມຫລາຍ​ຂຶ້ນນັບມື້ ​ໂດຍ​ສະ​ເພາະ​ແມ່ນ​ການ​ຊົມ​ໃຊ້​ຢາ​ບ້າ​ຢູ່​ໃນ​ກຸ່ມ​​ເຍົາວະ​ຊົນ​ລາວ ​ແລະ ​ໃນ​ຂະນະ​ດຽວກັນ ​ໃນສ່ວນ​ຂອງ​ກຸ່ມ​ປະຊາກອນ​ທີ່​​ເຄີຍ​ສູບ​ຢ່າ​ຝິ່ນ ຫລື​ ທີ່​ເຄີຍ​ອົດ​ຢາ​ຝິ່ນ​ໄດ້​ແລ້ວ ກໍ​ຍັງ​ມີທ່າ​ອ່ຽງທີ່​ຈະ​​ຫວນກັບ​ຄືນ​ມາ​ສູບຢາ​ຝິ່ນອີກ​ເທື່ອ​ໃໝ່ຫລາຍ​ ຂຶ້ນນັບ​ມື້ອີກ​ດ້ວຍ. ດັ່ງ​ທີ່ ທ່ານ ກຸ ຈັນ​ສີ​ນະ ຮອງ​ປະທານ​ຄະນະ​ກຳມະການ ​ເພື່ອ​ການ​ຄວບ​ຄຸມ ​ແລະ ກວດກາ​ຢາ​ເສບ​ຕິດ​ແຫ່ງ​ຊາດ​ລາວ​ໄດ້​ຖະ​ແຫລ​ງຊີ້​ແຈງ​ກ່ຽວກັບ​ສະຖານະ​ການ​ທີ່ ​ເກີດ​ຂຶ້ນນີ້ ວ່າ: 

ກໍ​ຍັງ​ມີຜູ້​ຕິດ​ຝິ່ນຈຳນວນ 7.774 ຄົນ. ​ເວລາ​ກັບ​ຄືນ​ສູ່​ຄອບຄົວ​ແລະທ້ອງຖິ່ນ ຂອງ​ຕົນຊ້ຳຜັດກັບຄືນມາເສບຢາຝິ່ນຫລືເສບຢາບ້າ ຕື່ມອີກ. ​ເຂົາ​ເຈົ້າ​ເຫລົ່າ​ນີ້ມີ​ສ່ວນ​ສຳຄັນ​ໃນການສ້າ​ງບັນຫາ ເຮັດ​ໃຫ້ການ​ລັກ​ລອບການປູກ​ຝິ່ນ​ຢູ່ ຕາມທ້ອງຖິ່ນຕ່າງໆ ຢູ່ ສ.ປ.ປ. ລາວ ມີ​ຢ່າງ​ເປັນ​ປະຈຳ. ສ້າງ​ຄວາມ​ຫຍຸ້ງ ຍາກ​ໃຫ້​ແກ່​ການຈັດ ຕັ້ງທີ່ຈະ​ຕ້ອງ​ໄດ້​ໃຊ້​ຈ່າຍ​ງົບປະມານເສຍ​ເວລາ ​ແລະ ສິ້ນ​ເປືອງ​ກຳລັງ​ແຮງ​ງານ​ຢ່າງ​ຫລາຍ​ຫລາຍ​ໃນ​ແຕ່ລະ​ປີ​ເພື່ອ​ລົງ​ໄປ​ແກ້​ໄຂ​ ບັນຫາ​ດັ່ງກ່າວ.

ຍິ່ງ​ໄປ​ກວ່າ​ນັ້ນດ້ວຍ​ສະພາບ​ການ​ທີ່​ຝິ່ນມີ​ລາຄາ​ພຽງຂຶ້ນຈາກ​ລະດັບ 1.500 ​ໂດ​ລ້າ​ສະຫະຣັດ ຕໍ່ກິ​ໂລ​ກາມເມື່​ອ ປີ​ກ່ອນ ຂຶ້ນມາ​ເປັນ​ລະດັບ​ເກີນກວ່າ 5.000​ ໂດ​ລ້າ​ສະຫະຣັດ ຕໍ່ກິ​ໂລ​ກາມ ​ໃນ​ປະຈຸ​ບັນນີ້ ກໍ​ຍັງ​ເຮັດ​ໃຫ້​ປະຊາຊົນ​ລາວທີ່​ເຄີຍຢຸດ​​ເຊົາ​ຈາກ​ການ​ປູກ​ຝິ່ນ​ໄປ​ແລ້ວ ພາກັນ​ຫວນ​ກັບ​ຄື​ນ ມາທຳ​ການ​ປູກ​ຝິ່ນອີກ​ເທື່ອ​ໃໝ່ອີກ​ດ້ວຍ. ຊຶ່ງ​ຕໍ່ກຳ​ລະ​ນີດັ່ງກ່າວ​ນີ້ ທາ​ງການ​ລາວ​ກໍ​ຍອມຮັບ​ວ່າສາມາດ​ເກີດ​ຂຶ້ນ​ໄດ້ ກໍ​ຍ້ອນ​ວ່າ​ໂຄງ ການ​ພັດທະ ນາ​ຕ່າງໆ ຍັງ​ຄົງ​ເຂົ້າ​ໄປ​ບໍ່​ເຖິງ​ປະຊາຊົນ​ທີ່​ເຄີຍ​ປູກ​ຝິ່ນຢູ່​ໃນ​​ຫລາຍ​ພື້ນ ທີ່ ​ແລະ ​ເພື່ອ​ເປັນ​ການ​ແກ້​ໄຂ​ບັນຫາ​ດັ່ງກ່າວ​ນີ້ ຢູ່​ໃນ​ເຂດ 1.100 ກວ່າໝູ່ບ້ານ​ ຢູ່​​ໃນ ​8 ​ແຂວງ​ພາກ​ເໜືອຂອງ​ລາວ​ນັ້ນ ກໍ​ມີ​ຄວາມ​ຈຳ​ເປັນ ທີ່​ລາວ​ຈະ​ຕ້ອງ​ໄດ້​ຮັບຄວາມ​ຊ່ວຍ​​ເຫລືອ​ຈາກ​ຕ່າງປະ​ເທດ​ໃນ​ມູນ​ຄ່າ​ ບໍ່ໜ້ອຍກວ່າ 80 ລ້ານໂດ​ລ້າ​ສະຫະຣັດ ສຳລັບ​ນຳ​ໃຊ້​ເຂົ້າ​ໃນ​ການ​ດຳ​ເນີນ​ໂຄງການ​ພັດທະນາ​ໃນ​ເຂດໝູ່ບ້ານ​ທີ່​ເຄີຍ​ປູກ​ຝິ່ນ​ໃນ​ໄລຍະສາມ​ປີຕໍ່​ໄປ​ນີ້.

ຊົງຣິດ ໂພນເງິນ ລາຍ​ງານ​ຈາກ​ບາງກອກໃນວັນທີ 09 ພຶດສະພາ 2009


Download ຊົງຣິດ ລາຍງານເປັນ ພາສາລາວ ຈາກບາງກອກ ໃນວັນທີ 09/05/2009
Download  (MP3)
Listen to This Report ຊົງຣິດ ລາຍງານເປັນ ພາສາລາວ ຈາກບາງກອກ ໃນວັນທີ 09/05/2009
Listen to (MP3)
E-mail This Article E-mail this article
Print This Article Print Version
  Featured Story
North & South Korean Navies Exchange Fire  Audio Clip Available

  More From VOA
Germany Celebrates Collapse of Berlin Wall  Audio Clip Available
Vientiane Officials Concerned About Trash Disposal Problem During SEA Games  Audio Clip Available
SEA Games Songs  Audio Clip Available
Diarrhea Causes Deaths of 1.5 million Children Worldwide Each Year  Audio Clip Available
Laos Among Five ASEAN Nations Criticized Over Human Rights  Audio Clip Available
Laotian American Professor Takes a Leading Role in American Literature  Audio Clip Available