VOANews.com

ວີໂອເອ ພາກພາສາລາວ ▪ Lao
ແຫລງຂາວທໄວໃຈໄດ
 
News in 45 Languages
Sepone Mining Creates Revenues, Yet Local People Still Poor

14/05/2009

l-sepone1-mine
ບໍ່ທອງແດງ ທີ່ເມືອງ ເຊໂປນ ຂອງລາວ
ນັບ​ຈາກ​ປີ 2003 ​ເປັນຕົ້ນມາຈົນ​ເຖິງ​ທ້າຍ​ປີ 2008 ລັດຖະບານລາວ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ ຈາກ​ໂຄງການ​ບໍ່​ແຮ່​ເຊ​ໂປ​ນ​​ ​ແຂວງ​ສະຫວັນນະ​​ເຂດ​ແລ້ວ ເປັນ​ເງິນ​ຫລາຍ​ກວ່າ 250 ລ້ານ​ໂດ​ລ້າ​ສະຫະຣັດ. ​ແຕ່​ປະຊາຊົນ​ໃນ​ທ້ອງຖິ່ນ​ດັ່ງກ່າວ ກໍ​ຍັງ​ຄົງ​ມີ​ຄວາມທຸກ​ຈົນ​ຢູ່ຕາມ​ເດີມ.

ກຸ່ມ​ບໍລິສັດ​ເອກະ​ຊົນ​ຈາກ​ປະ​ເທດ​ອົສຕຣາລີ ຊຶ່ງ​ລົງທຶນ​ຂຸດ​ຄົ້ນ​ແຮ່​ຄຳ ​ແລະ ທອງ​ແດງ​ຢູ່​ບໍ່ແຮ່​ເຊ​ໂປ​ນ​ໃນ​ເຂດ​ເມືອງ​ວີລະ​ບູລີ ​ແຂວງ​ສະຫວັນ​ນະ​ເຂດ ຫລື ທີ່​ເອີ້ນວ່າ ກຸ່ມບໍລິສັດອົສຊີເອ​ນາ ຣີຊອສ ​ຊຶ່ງ​ໄດ້​ມາ​ປ່ຽນຊື່​ເປັນ ອັອດສລ້ານ​ຊ້າງ ມາຍ​​ເນີ​ໂຣ້ສ ຈຳກັດ​ໃນ​ປະຈຸ​ບັນນີ້ ​ໄດ້​ສະ​ເໜີລາຍ​ງານ​ວ່າໃນ​ໄລຍະ​ໄຕຣມາດ​ທີ່​ສີຂອງ​ປີ 2008 ທີ່​ຜ່ານ​ມາໄດ້​ທຳ​ການ​ສົ່ງ​ມອບ​ຄ່າ​ສຳ​ປະ​ທານ​ຄ່າ​ຂຸດ​ຄົ້ນ​ແຮ່​ທາດ​ໃຫ້ແ​ກ່ລັດຖະບານ​ລາວ​ເພີ້ມຂຶ້ນອີກ 3.100.000 ​ໂດ​ລ້າ​ສະຫະຣັດ ຊຶ່ງ​ກໍ​ໄດ້​ເປັນ​ຜົນ​ເຮັດ​ໃຫ້​ກຸ່ມ​ບໍລິສັດ​ດັ່ງກ່າວ​ນີ້ ​ໄດ້​ສົ່ງ​ມອບ​ຄ່າ​ສຳ​ປະທານ​ໃຫ້​ກັບ​ລັດຖະບານ​ລາວ​ແລ້ວ ຄຶດ​ເປັນ​ມູນ​ຄ່າ​ລວມ​ເຖິງ 22,100,000 ໂດ​ລ້າ​ສະຫະຣັດ ​ຕະຫລອດ​ປີ 2008 ທີ່​ຜ່ານ​ມາ. ​ແຕ່​ຢ່າງ​ໃດ​ກໍ​ຕາມ ​ເນື່ອງ​ຈາກ​ວ່າ​ຜົນ​ປະ​ໂຫຍ​ດທີ່​ລັດຖະບານ​ລາວ​ໄດ້​ຮັບ​ຈາກ​ບໍ່​ແຮ່​ເຊ​ໂປ​ນດັ່ງກ່າວ​ນີ້ ຍັງ​ໄດ້​ລວມ​ໄປ​ເຖິງອາ​ກອນ​ກຳ​ໄລ, ​ພາສີ​ລາຍ​ໄດ້ ​ແລະ ຄ່າ​ເຊົ່າ​ທີ່​ດິນ​​ໃນ​ເຂດ​ສຳ​ປະທານ​ການ​ຂຸດ​ຄົ້ນ​ແຮ່ຄຳ ​ແລະ ທອງ​ແດງ​ດ້ວຍ​ນັ້ນ ຈຶ່ງ​ເຮັດ​ໃຫ້​ລັດຖະບານ​ລາວໄດ້ຮັບ​ຜົນ​ປະ​ໂຫຍ​ດ ຈາກ​ບໍ່​ແຮ່​ເຊ​ໂປນ​ແລ້ວ ຄຶດ​ເປັນ​ມູນ​ຄ່າ​ສະ​ສົມ​ລວມກັນ​ຫລາຍ​ກວ່າ 250 ລ້ານໂດ​ລ້າ​ສະຫະລັດ ນັບ​ຈາກ​ປີ 2003 ​ເປັນຕົ້ນມາ ຈົນ​ເຖິງ​ທ້າຍ​ປີ 2008 ດັ່ງກ່າວ.

Copper sheets from sepone copper mine
ແຜ່ນທອງແດງທີ່ຜະຫລິດ ຈາກບໍ່ທອງແດງເຊໂປນ

ຫາກ​ແຕ່​ວ່າ ສຳລັບ​ໃນ​ປີ 2009 ນີ້ ກໍ​ຄາດໝາຍວ່າ ຜົນ​ປະ​ໂຫຍ​ດທີ່​ລັດຖະບານ​ລາວຈະ​ໄດ້​ຮັບ​ຈາກ​ບໍ່​ແຮ່​ເຊ​ໂປ​ນດັ່ງກ່າວ​ນີ້ ຈະ​ຫລຸດໜ້ອຍຖອຍ​ລົງ​ຈາກ​ປີ​ກາຍ​ຢ່າງ​​ແນ່ນອນ. ທັງ​ນີ້ກໍ​ເນື່ອງ​ຈາກ​ວ່າ ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ບັນຫາ​ວິ​ກິດ​​ການ​ທາງ​ເສດ​ຖະ​ກິດ​ການ​ເງິນ​ໂລກຊຶ່ງ​ເປັນ​ຢູ່​ໃນ​ເວລານີ້ ​ແລະ ກໍ​ບໍ່ພຽງ​ແຕ່​ຈະ​ເຮັດ​ໃຫ້​ກຸ່ມ​ລົງທຶນ​ຕ້ອງ​ມີ​ການ​ຫລຸດປະລິ​ມານ​ການ​ສົ່ງ​ອອກ​ແຮ່​ຄຳ ​ແລະ ​ແຮ່​ທອງ​ແດງ​ລົງ​ຈາກ​ປີ​ກາຍ​ເທົ່າ​ນັ້ນ ຫາກ​ແຕ່​ວ່າ ດ້ວຍ​ສະພາ​ວະ​ການ​ໃນ​ດ້ານ​ລາຄາຂອງ​ແຮ່​ທອງ​ແດງ​ໃນ​ຕະຫລາດ​ໂລກ​ ທີ່​ໄດ້​ຫລຸດ​ລົງຢ່າງ​ຕໍ່​ເນື່ອງ ຊຶ່ງ​ກໍ​ຄື ຫລຸດ​ລົງ​ຈາກ​ໂຕນລະ ​8.000 ​ກວ່າ​ໂດ​ລ້າ​ສະຫະຣັດ ມາ​​ເຫລືອ​ພຽງ​ແຕ່​ຢູ່​ຕັນ 3.200 ໂດ​ລ້າ​ສະຫະຣັດ ​ໃນ​ປະຈຸ​ບັນນີ້ ກໍ​ໄດ້​ເປັນ​ຜົນ​ເຮັດ​ໃຫ້​ກຸ່ມ​ລົງທຶນ​ຢູ່​ບໍ່​ແຮ່​ເຊ​​ໂປ​ນດັ່ງກ່າວ ຕ້ອງ​ຫລຸດ​ຜົນ​ປະລິ​ມານ​ການ​ຜະຫລິດ ​ແລະ ສົ່ງ​ອອກ​ແຮ່​ທອງ​ແດງ​ລົງ​ຈາກ​ເປົ້າໝາຍ​ເດີມ​ທີ່​ວາງ​ເອົາ​ໄວ້ຫລາຍ​ກວ່າ 35%. ຍິ່ງ​ໄປ​ກວ່າ​ນັ້ນ ກໍ​ຍັງ​ມີ​ຄວາມ​ຈຳ​ເປັນ​ທີ່​ຈະ​ຕ້ອງ​ເຊົາ​ວ່າ​ຈ້າງ​ຄົນ​ງານ​ລາວ​​ໃນ​ລະດັບ​ທ້ອງ​ຖິ່ນ​ໄປ​ແລ້ວ​ ຈຳນວນ​ຫລາຍ​ຮ້ອຍ​ຄົນ​ອີກ​ດ້ວຍ.

​ໂດຍ​ພາຍ​​ໃຕ້​ສະພາບ​ການ​ດັ່ງກ່າວ​ນີ້ ກໍ​ຍັງ​ໄດ້​ສົ່ງ​ຜົນ​ກະທົບ​ຕໍ່​ເນື່ອງ​​ໄປ​ເຖິງ​ມູນ​ຄ່າ​ການ​ຊ່ອຍ​ເຫລືອ ທີ່​ກຸ່ມ​ລົງທຶນ​ໃນ​ໂຄງການ​ຈະ​ປະກອບສ່ວນ​ໃຫ້​ກັບ​ໂຄງການ​ພັດ​ທະ​ນາ​ຕ່າງໆ ທີ່ຢູ່​ໃນ​ລະ​ດັບ​ທ້ອງ​ຖິ່ນ ຫລື​ວ່າ ​ເຂດ​ທີ່​ບໍ່​ແຮ່​ເຊ​ໂປ​ນຕັ້ງຢູ່​ອີກດ້ວຍ​ເຊັ່ນ​ດຽວກັນ ​ໂດຍ​ສະ​ເພາະ​ແມ່ນ​ເມືອງ​ວີ​ລະ​ບູລີ ທີ່​ໄດ້​ຖືກ​ຈັດຕັ້ງຂຶ້ນມາ​ເພື່ອ​ຮອງ​ຮັບ​ການ​ລົງທຶນ​ ໃນ​ການ​ຂຸດ​ຄົ້ນ​ແຮ່​ທາດ​ຢູ່​ໃນ​ເຂດ​ບໍ່ແຮ່​ເຊ​ໂປ​ນ​ເປັນ​ການສະ​ເພາະ​ນັ້ນ ກໍ​ຍ່ອມຈະ​ໄດ້​ຮັບ​ຜົນ​ກະທົບ​ໂດຍ​ກົງ​ຢ່າງ​ຫລີກ​ລ້ຽງບໍ່​ໄດ້​ເຊັ່ນ​ດຽວກັນ ທັງ​ນີ້ກໍ​ເນື່ອງ​ຈາກ​ວ່າເມືອງວີ​ລະ​ບູລີຖື​ເປັນໜຶ່ງ​ໃນ​ 4 ​ເມືອງ​ ທີ່​ຍາກຈົນ​ຢ່າງ​ຍິ່ງ​ໃນ​ແຂວງ​ສະຫວັນ​ນະ​ເຂດ ​ແລະກໍ​ຍັງ​ຖື​ເປັນໜຶ່ງໃນ 47 ເມືອງທີ່​ມີ​ປະຊາກອນ​ຍາກ​ຈົນຫລາຍ​ທີ່​ສຸດ​ຂອງ​ປະ​ເທດ​ລາວ ທີ່​ຍັງ​ຄົງ​ມີ​ການ​ຂາດ​ເຂີນ​ໃນ​ທຸກໆ ດ້ານ​ ໂດຍ​ສະ​ເພາະແມ່ນ​ການ​ຂາດ​ເຂີນ​​ຖະໜົນຫົນທາງ, ​ໄຟຟ້າ ​ແລະ​ແຫລ່ງນ້ຳດື່ມນ້ຳ​ໃຊ້​ທີ່​ສະອາດ.

​​ໃນ​ປະຈຸ​ບັນ ​ເມືອງວີ​ລະ​ບູລີ ມີ​ປະຊາກອນ​ທັງໝົດຫລາຍ​ກວ່າ 32,000 ຄົນ ​ໃນ​ເຂດ 79 ໝູ່ບ້ານ ຊຶ່ງ​ໃນ​ຈຳນວນ​ດັ່ງກ່າວ ກໍ​ມີ​ຢູ່​ເຖິງ 34 ໝູ່ບ້ານທີ່​ຈັດ​ຢູ່​ໃນໝູ່ບ້ານ​ທີ່​ມີຄວາມທຸກ​ຈົນ​ຢ່າງ​ຍິ່ງ ຊຶ່ງ​ກໍ​ຄື ມີ​ປະຊາກອນ​ສ່ວນ​​ໃຫຍ່ ມີ​ລາຍ​ໄດ້​ບໍ່​ເຖິງ ໜຶ່ງ​ໂດ​ລ້າ​ສະຫະລັດ ຕໍ່ຄົນ​ຕໍ່ມື້ນັ້ນ​ເອງ.

 

ຊົງຣິດ ໂພນເງິນ ລາຍງານມາຈາກບາງກອກ ເມື່ອວັນທີ 2 ພຶດສະພາ 2009


Download ຊົງຣິດ ໂພນເງິນ ລາຍງານ ເປັນພາສາລາວຈາກບາງ ກອກເມື່ອວັນທີ 2 ພຶດສະພາ
Download  (MP3)
Listen to This Report ຊົງຣິດ ໂພນເງິນ ລາຍງານ ເປັນພາສາລາວຈາກບາງ ກອກເມື່ອວັນທີ 2 ພຶດສະພາ
Listen to (MP3)
E-mail This Article E-mail this article
Print This Article Print Version
  Featured Story
Gibbs: Obama to Announce Afghan War Strategy within Days  Audio Clip Available

  More From VOA
21 Killed in Philippines Abduction  Audio Clip Available
Bikes for the World  Audio Clip Available
Vaccine Shortage-Concern of H1N1 Spread in Mecca During Hajj  Audio Clip Available
Laos-ASEAN Free Trade Area (AFTA)  Audio Clip Available
Legacy of War's Briefing and Discussion in Washington DC  Audio Clip Available
Thailand: Impossible to Repatriate All Huay Namkhao Hmongs by Year's End  Audio Clip Available