VOANews.com

ວີໂອເອ ພາກພາສາລາວ ▪ Lao
ແຫລງຂາວທໄວໃຈໄດ
 
News in 45 Languages
Namtheun II (Update)


16/05/2009

NT2damsitebyShannonLawrence
ການກໍ່ສ້າງ ເຂື່ອນນ້ຳເທີນII ກຳລັງຄືບໜ້າ ໄປ ຖ່າຍພາບໂດຍ Shannon Lawrence
ກຸ່ມ​ລົງທຶນ​ໃນ​​ໂຄງການ​ເຂື່ອນ​ນ້ຳ​ເທີນ II ​ກ່າວ​ວ່າ ພວກ​ຕົນໄດ້​ດຳ​ເນີນ ການກໍ່ສ້າງ​ຄືບໜ້າ​ໄປ​ແລ້ວ​ເກີນ​ກວ່າ 90% ຂອງ​ແຜນການ​ທີ່​ວາງ​ເອົາ​ໄວ້​ທັງໝົດ ​ພ້ອມ​ກັບຢືນຢັນ​ວ່າ ການ​ທົດ​ລອງ​ເດີນ​ເຄື່ອງ​ເພື່ອ​ຜະຫ​ລິດ​ກະ​ແສ​ໄຟຟ້າ​ນັ້ນ ຈະ​ເລີ້ມຂຶ້ນ​ໄດ້​ໃນ​ກາງ​ປີໜ້າ ​ແລະ ກໍ​ຈະ​ສົ່ງ​ກະ​ແສ​ໄຟຟ້າຂາຍ​ໃຫ້​ກັບ​ໄທ​ໄດ້ຕາມກຳນົດ​ ໃນ​ສັນຍານັບ​ຈາກທ້າຍ​ປີໜ້າ​ເປັນຕົ້ນ​ໄປ.

ກຸ່ມ​ລົງທຶນ​ໃນ​​ໂຄງການເຂື່ອນ​ນ້ຳ​ເທີ​ນ II ​ຢູ່ໃນ​ແຂວງ​ຄຳ​ມ່ວນ​ຂອງ​ລາວ ​ໄດ້​ຖະ​ແຫລ​ງການ​ຢືນຢັນ​ວ່າ ການ​ດຳ​ເນີນ​ງານ​ກໍ່ສ້າງ​ເຂື່ອນ​ນັບ​ຕັ້ງ​ແຕ່​ປີ 2005 ​ເປັນຕົ້ນມາຈົນ​ເຖິງ​ປະຈຸ​ບັນນີ້ ​ໄດ້​ຄືບໜ້າ​ໄປ​ແລ້ວ​ໃນ​ລະດັບ​ທີ່​ເກີນ​ກວ່າ 90% ຂອງ​ແຜນການ​ທີ່​ວາງ​ເອົາ​ໄວ້​ທັງໝົດ ​ຊຶ່ງ​ກໍ​ເປັນຄວາມ​ຄືບໜ້າຂອງ​ວຽກງານ​ໃນ​ດ້ານ​ວິ​ສະວະ​ກຳ ຄຶດ​ເປັນຊັດ​ສ່ວນ​ເຖິງ 94% ​ແລະ ວຽກງານ​ໃນ​ດ້ານ​ກົນ​ຈັກ​ໄຟຟ້າ ​ໃນ​ລະດັບ​ເກືອບ 90%. ດ້ວຍ​ເຫດ​ນີ້ ຈຶ່ງ​ເຮັດ​ໃຫ້​ເຊື່ອໝັ້ນວ່າ ການ​ທົດ​ລອງ​ດົນ​ເຄື່ອງ​ຈັກ ​ເພື່ອຜະຫ​ລິດ​ກະ​​ແສ​ໄຟຟ້າ​ນັ້ນຈະ​ສາມາດ​ເລີ້ມປະຕິບັດ​ການ​ໄດ້ ນັບ​ຈາກ​ກາງ​ປີ 2009 ​ເປັນຕົ້ນ​ໄປ ​ແລະ ກໍ​ຈະ​ສາມາດ​ເລີ້ມຜະຫ​ລິດ​ກະ​​ແສ​ໄຟຟ້າ ​ເພື່ອ​ສົ່ງ​ຂາຍ​ໃຫ້​ກັບ​ການ​ໄຟຟ້າ​ສ້າງ​ຝ່າຍ​ຜະ ລິດ​ແຫ່ງ​ປະ​ເທດ​ໄທ​​ໄດ້ຕາມ​ສັນຍາທີ່​ກຳນົດ​ເອົາ​ໄວ້​ນັບ​ຈາກທ້າຍ​ປີ 2009 ​ເປັນຕົ້ນ​ໄປ​ໄດ້​ຢ່າງ​ແນ່ນອນ. 

NamTheunRiver-s
ທີວທັດຂອງສາຍແມ່ນ້ຳເທີນ
ສຳລັບ​ວຽກງານ​ໃນ​ດ້ານ​ອື່ນໆ ​ຕົວຢ່າງ​ກໍ​ຄື ການວາງ​ແນວສາຍ​ສົ່ງ​ກະ​ແສ​ໄຟຟ້າຈາກ​ຕົວ​ເຂື່ອນ​ຂ້າມ​ແມ່ນ້ຳຂອງ ​ໄປ​ຍັງຝັ່ງ​ປະ​ເທດ​ໄທ​ນັ້ນ ກໍ​ສຳ​​ເລັດ​ໄປ​ແລ້ວເກືອບ 100% ​ເຕັມ, ສ່ວນ​ການ​ຍົກຍ້າຍ​ປະຊາຊົນ​ລາວກວ່າ 6,000 ຄົນ ອອກ​ຈາກ​ເຂດ​ກໍ່ສ້າງ​​ເຂື່ອນ​ໄປຍັງ​ເຂດ​ຈັດ​ສັນ​ໃໝ່ນັ້ນ ກໍ​ສາມາດ​ປະຕິບັດ​ໄດ້ຢ່າງ​ຄົບ​ຖ້ວນ​ແລ້ວ ຊຶ່ງ​ກໍ​ເຊັ່ນ​ດຽວກັນ ກັບ​ການ​ດຳ​ເນີນມາດ​ຕະການ​ຄຸ້ມ​ຄອງ​ສັດປ່າ ​ແລະ ຮັກສາ​ຄວາມຫລາກ​ຫລາຍ​ທາງ​ຊີວະ​ນາໆ​ພັນ ຢູ່​ໃນ​ເຂດ​ປ່າ​ສະຫງວນ​ນາ​ກາຍ​ນັ້ນ ກຸ່ມ​ລົງທຶນ​ກໍ​ໄດ້​ໃຫ້ການ​ຕອບ​ສະໜອງງົບປະມານ​ເຂົ້າ​ໃນ​ກາ​ນດຳ​ເນີນ​ງານ ຄຶດເປັນ​ມູນ​ຄ່າສະ​ເລ່ຍ 1ລ້ານ ​ໂດ​ລ້າ​ສະຫະຣັດ​ຕໍ່ປີ​ເປັນ​​ໄລຍະ​ເວລາ 25ປີ ຕິດຕໍ່ກັນ ຫລື ​ໃນ​ຕະຫລອດ​​ໄລຍະ​ສໍາ​ປະທານ​ຂອງ​ໂຄງການ​ນັ້ນ​ເອງ.

ນອກຈາກ​ນີ້ ສຳລັບ​ໃນ​ສ່ວນ​ຂອງ​ການຂຸດ​ຄົ້ນ​ໄມ້​ອອກ​ຈາກ​ເຂດ​ກໍ່ສ້າງ​ອ່າງ​​ໂຕ່ງ​ນ້ຳ ທີ່​ມີ​ອານາ​ບໍລິ​ເວນ​ກ້ວາງ​ເຖິງ 450 ກິ​ໂລ​​ແມັດ​ມົນທົນ​ນັ້ນ ກຸ່ມ​ລົງທຶນ​ກໍ​ສາມາດ​ຂຸດ​ຄົ້ນ​ໄມ້​ອອກ​ຈາກ​ພື້ນທີ່​ໄດ້​ແລ້ວ​ໃນ​ປະລິ​ມານ​ລວມຫລາຍ​ກວ່າ 230,000​​ແມັດ​ກ້ອນ ​ໂດຍ​ທາງ​ການ​ລາວ​ໄດ້​ໃຫ້ການ​ຢືນຢັນ​ວ່າ ການ​ຂຸດ​ຄົ້ນ​ໃນ​​ໄລຍະ​ທີ່​ຜ່ານ​ມາ ​ໄດ້​ດຳ​ເນີນ​ການ​ໄປ​ພາຍ​​ໃຕ້​ການ​ຄຳນຶງ​ເຖິງ​ຜົນ​ກະທົບຕໍ່ ສະພາບ​​ແວດ​ລ້ອມ​ທຳ​ມະ​ຊາດ​ຢ່າງ​ແທ້​ຈິງ ດັ່ງທີ່ທ່ານ ຊູ​ຊາດ ​​ໄຊ​ຍະ​ກຸ​ມານ ຮອງ​ຫົວໜ້່າຫ້ອງ​ກະຊວງ​ກະ​ສິກຳ​ປ່າ​ໄມ້​ລາວ ​ໃນ​ຖານະ​ຜູ້​ຮັບຜິດຊອບ ​ແລະ ຄຸ້ມ​ຄອງ​ການ​ຂຸດ​ຄົ້ນ​ໄມ້ ອອກ​ຈາກ​ເຂດ​ກໍ່ສ້າງ​ເຂື່ອນ​ນ້ຳ​ເທີນ II ​ໄດ້​ໃຫ້ການ​ຊີ້​ແຈງວ່າ:

ພວກເຮົາ​ໄດ້​ຖື​ເອົາລະ​ດັບ​ນ້ຳຖ້ວມ​ສູງ​ສຸດ 358​ ​ແມັດ ​ແຕ່​ວ່າ ​ໃນ​ລັກສະນະ​ພື້ນທີ່ດິນ​ຕົວ​ຈິງ​​ເນ໊າະ ມັນ​ຈະ​ເປັນລັກສະນະ​ພູ ສະນັ້ນ​ມັນ​ຈຶ່ງ​ເຮັດ​ໃຫ້​ຂອບ​ເຂດ​ຂອງ​ມັນ​ເປັນ​ລັກສະນະ​ຄື​ກັນກັບ​ແຂ້ວ​ເລື່ອຍ ​ເປັນ​ຊິກ​ແຊກ. ການ​ກໍາຫ​ນົດ​ແລ້ວ​ໃນ​ການ​ຕັດຫັ້ນ ພວກ​ເຮົາ​ໄດ້​ກຳນົດ​​ເສັ້ນຊື່​ໂດຍ​ຖື​ເອົາລະ​ດັບ​ຕໍ່າ​ສຸດ ເພື່ອຮັບປະກັນ​ ຮັກສາ​ປ່າ​ໄມ້​ຈຳນວນ​ນຶ່ງ​ໄວ້ ​ເພື່ອ​ປ້ອງ​ກັນການ​ເຊາະ​ເຈື່ອນຂອງ​ດິນ​ນັ້ນ. ຜົນ​ການ​ຈັດຕັ້ງປະຕິບັດ ສອງ​ລະດູ​ການ ​ໄດ້​ 200,000 ກວ່າເມັດ​ກ້ອນ.

​ແຕ່​ຢ່າງ​ໃດ​ກໍ​ຕາມ ກ່ອນໜ້ານີ້ ທາງ​ການ​ລາວ​ກໍ​ໄດ້​ຄາດໝາຍວ່າ ຈະ​ຕ້ອງ​ດຳ​ເນີນ​ການ​ຂຸດ​ຄົ້ນ​ໄມ້​ອອກ​ຈາກ​ເຂດ​ກໍ່ສ້າງ​ເຂື່ອນ​ນ້ຳ​ເທີນ II ​ໃຫ້​ໄດ້​ໃນ​ປະລິ​ມານ​ລວມ​ເຖິງ 700,000​​ ແມັດ​ກ້ອນ ຊຶ່ງ​ກໍ​ເຮັດ​​ໃຫ້​ອົງການ​ອານຸລັກ ຊັບພະ​ຍາກ​ອນທຳ​ມະ​ຊາດ​ລະດັບ​ສາ​ກົນ ​ໄດ້​ສະ​ແດງ​ຄວາມ​ເປັນ​ຮ່ວມ​ຢ່າງ​ຍິ່ງ​ຕໍ່ຜົນ​ກະທົບ​ທີ່​ຈະ​ເກີດ​ຂຶ້ນກັບ​ສະພາບ​ແວບ​ລ້ອມ​ທຳ​ມະ​ຊາດ ​ແລະ ສັດປ່າ​ຢູ່​ໃນ​ເຂດ​ປ່າ​ສະຫງວນ​ນາ​ກາຍ ​​ໂດຍ​ສະ​ເພາະ​ແມ່ນ​ຜົນ​ກະທົບ​ຕໍ່ຊ້າງ​ປ່າ ຈຳນວນ​ຫລາຍ​ຮ້ອຍ​ໂຕ ທີ່​ອາດ​ຈະ​ຕ້ອງ​ປະ​ເຊີນ​ກັບ​ບັນຫາ​​ການ​​ເດີນທາງ​ໄປມາ​ເພື່ອ​ປະສົມ​ພັນ​ກັນ ຊຶ່ງ​ຖ້າ​ຫາກ​ວ່າ​ບໍ່ສາມາດ​ເປັນ​ໄປ​ໄດ້​ຕາມ​ປົກກະຕິກໍ​ອາດ​ຈະ​ເຮັດ​ໃຫ້​ຊ້າງ​ປ່າ​ຕ້ອງ​ສູນພັນ​ໄປ​ໃນ​​ໄລຍະ​ຍາວ​ກໍ​ເປັນ​ໄປ​ໄດ້. ຫາກ​ແຕ່​ກຸ່ມ​ລົງທຶນ​ໃນ​ໂຄງການ ກໍ​ໄດ້​ຢືນ​ຢັນ​ມາ​​ໂດຍຕະຫລອດວ່າ ​ໄດ້​ປ້ອງ​ກັນ​ບັນຫາ​ດັ່ງກ່າວ ຢ່າງ​ໄດ້​ມາດ​ຕະຖານ​ສາກົນ​ແລ້ວ. ​

 

ຊົງຣິດ​ ​ໂພນ​ເງິນ ລາຍ​ງານ​ຈາກ​ບາງ​ກອກ​ໃນ​ວັນ​ທີ 16 ພຶດສະພາ 2009


Download ຊົງຣິດ ລາຍງານຈາກບາງກອກ ໃນວັນທີ 16/05/2009
Download  (MP3)
Listen to This Report ຊົງຣິດ ລາຍງານຈາກບາງກອກ ໃນວັນທີ 16/05/2009
Listen to (MP3)
E-mail This Article E-mail this article
Print This Article Print Version
  Related Stories
Laos Expects Thailand To Buy More Electricity
 
  Featured Story
Obama to Announce Afghan War Strategy Tuesday  Audio Clip Available

  More From VOA
Obama Vows to 'Finish the Job' in Afghanistan  Audio Clip Available
Thailand Gives Huay Namkhao Hmongs Deadline  Audio Clip Available
Laos: More Women and Chldren Trafficked to Thailand  Audio Clip Available
Vaccine Shortage-Concern of H1N1 Spread in Mecca During Hajj  Audio Clip Available
"Bikes for the World" Ships Unwanted Bicycles from US to Poor Countries  Audio Clip Available
Laos-ASEAN Free Trade Area (AFTA)  Audio Clip Available