VOANews.com

ວີໂອເອ ພາກພາສາລາວ ▪ Lao
ແຫລງຂາວທໄວໃຈໄດ
 
News in 45 Languages
Lao FM on Samantha Orobator’s Case


18/05/2009

Undated handout image of Samantha Orobator, issued 02 May 2009 by British legal action charity 'Reprieve'
ພາບຂອງ ສາມານທາ ໂອໂຣບາເທີ້, ທີ່ນຳມາໃຫ້ ໃນວັນທີ 02 ພຶດສະພາ 2009 ໂດຍ British legal action charity 'Reprieve'
ລັດຖະມົນຕີວ່າການ​ຕ່າງປະ​ເທດ​ຂອງ​ລາວ ຢືນຢັນ​ວ່າ ນາງ ສາມານ​ທ້າ ​ໂອ​ໂຣບາ​ເທີ້ (Samantha Orobator) ຈະ​ຖືກ​ສົ່ງ​ໄປ​ຮັບ​ໂທ​ດ ຢູ່​ປະ​ເທດ​ອັງກິດ ຫລັງ​ຈາກ​ທີ່​ສານ​ປະຊາຊົນ​ລາວ​ໄດ້​ຕັດ​ສິນຄະ​ດີ​ແລ້ວ​ ​ແລະ ທາງ​ການ​ອັງກິດ ຈະ​ຕ້ອງ​ຂໍ​ຕົວ​ນັກ​ໂທດ​ຈາກ​ທາງ​ການ​ລາວ​ຕາ​ມຂັ້ນຕອນຕໍ່​ໄປອີກ​ດ້ວຍ.

 

ທ່ານ ທອງ​ລຸນ ສີ​ສຸ​ລິດ ຮອງ​ນາ​ຍົກ​ລັດຖະ ມົນຕີ ​ແລະ ລັດຖະ ມົນຕີວ່າການ​ຕ່າງປະ​ເທດ​ຂອງ​ລາວ ​ໄດ້​ໃຫ້ການ​ຢືນຢັນ​ວ່າ ນາງ ສາມານ​ທ້າ ​ໂອ​ໂຣບາ​ເທີ້ ຜູ້​ຕ້ອງ​ຫາ​ຊາວ​ອັງກິດ​ທີ່​ຕົກ​ເປັນ​ຈຳ​ເລີຍໃນຄະ​ດີ​ພະຍະ​ຍາມ​ລັກລອບ​ ຂົນສົ່ງ​ເຮ່​ໂຣ​ອິນ​ນ້ຳຫນັກ 680 ​​ກລາມ ຈາກ​ສະໜາມບິນວັດ​ໄຕ​ໄປ​ຕ່າງປະ​ເທດ ຊຶ່ງ​ຖືກ​ທາງ​ການ​ລາວ​ຈັບ​ກຸມ ​ແລະ ຄວບ​ຄຸມ​ຕົວ​ໄວ້​ດຳ​ເນີນ​ຄະ​ດີ ນັບ​ຕັ້ງ​ແຕ່​ເດືອນ​ສິງຫາ​ປີ​ຫາຍ​ເປັນຕົ້ນມາ​ແລ້ວນັ້ນ ຈະ​ບໍ່ຖືກ​ຕັດສິນ​​ໂທດ​ຂັ້ນປະຫານ​ຊີວິດ​ຢ່າງ​ແນ່ນອນ ກັບ​ທັງ​ຍັງ​ຈະ​ຖືກ​ສົ່ງ​ຕົວ​ກັບ​ຄືນ​ໄປ​ຮັບ​ໂທດ​ຢູ່​ປະ​ເທດ​ອັງກິດ​ໃນ​ໄລຍະ ​ຕໍ່​ໄປ​ອີກ​ດ້ວຍ. ທັງ​ນີ້​ໂດຍ ທ່ານ ທອງ​ລຸນ ​ໄດ້​ໃຫ້ການ​ອະທິບາຍ​ວ່າ ​ເຖິງ​ແມ່ນ​ວ່າ​ລັດຖະບານ​ລາວ ຈະ​ບໍ່ສາມາດ​ແຊກ​ແຊງ​ການ ພິຈາລະ​ນາ ​ແລະ ການ​ຕັດສິນ​ຄະ​ດີ​ຄວາມ​ໂດຍສານ​ປະຊາຊົນ​ລາວ​ໄດ້​ກໍ​ຕາມ ຫາກ​ ແຕ່​ວ່າການ​ທີ່ ນາງ ສາມານ​ທ້າ ​ກຳລັງ​ຖືພາ​ຢູ່​ໃນ​ເວລາ​ນີ້ ກໍ​ຈະ​ໄດ້​ການ​ຍົກ​ເວັ້ນ​ໂທດ​ປະຫານ​ຊີວິດຕາມ​ກົດໝາຍອາຍາ​ຂອງ​ລາວ​ຢູ່​ແລ້ວ.

 

ນອກຈາກ​ນີ້ ທາງ​ການ​ລາວ ​ແລະ ອັງກິດ ກໍ​ໄດ້​ມີ​ການ​ລົງ​ນາມ​ຮ່ວມ​ກັນ​ໃນ​ຂໍ້​ຕົກລົງ​ວ່າ​ດ້ວຍ​ການ​ໂອນ​ຕົວ​ນັກໂທດ ທີ່​ຖືກ​ຕັດສິນ​ໂທດ​ລະຫວ່າງ​ກັນຢ່າງ​ປະ​ທາງ​ການ​ແລ້ວ ກໍ​ຍັງ​ຈະ​ເຮັດ​ໃຫ້​ທາງ​ການ​ອັງກິດ ສາມາດ​ທີ່​ຈະ​ຂໍ​ຮ້ອງ​ໃຫ້​ທາງ​ການ​ລາວ​ໂອນ​ຕົວ ນາງ ສາມານ​ທ້າ ​​ໄປ​ຮັບ​ໂທດ​ຢູ່​ປະ​ເທດ​ອັງກິດ​ໄດ້ ຫລັງ​ຈາກ​ທີ່​ສານ​ປະຊາຊົນ​ລາວ ຢູ່​ນະຄອນຫລວງ​ວຽງຈັນ ​ໄດ້​ຕັດສິນ​ໂທ​ດຂອງ​ ນາງ ສາມານ​ທ້າ ​ຢ່າງ​ເປັນ​ທາງ​ການ​ແລ້ວ​. ດັ່ງ​ທີ່ ທ່ານ ທອງ​ລຸນ ​ໄດ້​ໃຫ້ການຢືນຢັນ​ເພື່ອ​ອະທິບາຍ​ໃນ​ຕອນໜຶ່ງ ວ່າ:

"ຂ້າພະ​ເຈົ້າ​ໄດ້​ລົງ​ນານ​ໃນສົນທິສັນຍາ​ສົ່ງ​ນັກ​ໂທດ​ຊຶ່ງ​ກັນ ​ແລະ ກັນ​ຢູ່​ລອນ​ດອນຫວ່າງ​ອາທິດ​ແລ້ວນີ້ ກັບທ່ານລັດຖະມົນຕີການ​ຕ່າງປະ​ເທດ​ຂອງ​ອັງກິດ​ແລ້ວ ​ແລະ ພວກ​ເຮົາ​ຈະ​ປະຕິ​ດບັດ​ຕາມ​ສົນທິ​ສັນຍາ. ລັດຖະບານລາວ​ ກໍ​ມີ​ນະ​​ໂຍບາຍ​ມະນຸດສະທຳ​ ກົດໝາຍຂອງ​ລາວກ່ຽວກັບ​ເລື່ອງ​ນີ້ ກໍ​ມີ​ບົ່ງ​ໄວ້​ຢູ່​ໃນ​ມາດ​ຕາ​ທີ່​ວ່າ ຫ້າມ​ບໍ່​ໃຫ້​ລົງ​ໂທດ​ປະຫານ​ຊີວິດຜູ້ທີ່ຖືພາຢູ່. ດຽວນີ້ ກໍ​ຕ້ອງລໍຖ້າ​ສານ​ຕັດສິນ​ເສຍກ່ອນ ລັດຖະບານ​ກໍ​ບໍ່ ສາມາດ​ໄປ​ແຊກ​ແຊງ​​ເຂົ້າໃນກິດຈະການ​ຂອງ​ສານ​ໄດ້ ​ແຕ່​ວ່າ ລັດຖະທຳ​ມະນູນ ຫລືວ່າ ​ກົດໝາຍຂອງ​ລາວ​ກໍ​ມີ​ບົ່ງ​ໄວ້​ຢູ່ວ່າ ສານ​ກໍ​​ຕ້ອງ​ຕັດສິນໄປ​ດ້ວຍ​ຄວາ​ມ​ຍຸດຕິທຳ."

 

​​ຕາມ​ກົດໝາຍອາຍ​ຍາ​ຂອງ​ລາວ ​ໃນ​ສ່ວນ​ທີ່​ກ່ຽວກັບ​ຄວາມ​ຜິດ​ທີ່​ກ່ຽວຂ້ອງ​ກັບ​ຢາ​ເສບ​ຕິດ​ນັ້ນ ​ໄດ້​ກຳນົດ​ໄວ້​ວ່າ ບຸກຄົນທີ່​ມີເຮ່​ໂຣ​ອິນ​ໃນ​ຄອບຄອງ​ກືນ​ກວ່າ 500 ​​ກລາມ ຂຶ້ນ​ໄປ​ນັ້ນ ຈະ​ຕ້ອງໄດ້​ຮັບ​ໂທດ​​ເຖິງ​ຂັ້ນປະຫານ​ຊີວິດ ຫາກ​ແຕ່​ວ່າ​ໃນ​ກົດໝາຍສະ​ບັບດຽວກັນນີ້ ກໍ​ໄດ້​ກຳນົດ​ໄວ້​ວ່າ ໂທດ ປະຫານຊີວິດຈະບໍ່​ໃຊ້​ກັບ​ແມ່ຍິງ​ທີ່​ຖື​ພາ. ​ເພາະສະນັ້ນ ​ເມື່ອ​ ນາງ ສາມານ​ທ້າ ກໍ​ເປັນ​ຜູ້​ຕ້ອງ​ຫາ​ໃນ​ຄະ​ດີ​ທີ່​ຖືພາ​ຢູ່​ໃນ​ປະຈຸ​ບັນນີ້ ຈຶ່ງ​ຈະ​​ໄດ້​ຮັບ​ການ​ຍົກ​ເວັ້ນ​ໂທ​ດປະຫານ​ຊີວິດ​ດ້ວຍ​ນັ້ນ​ເອງ. ​ແຕ່​ຢ່າງ​ໃດ​ກໍ​ຕາມ ​ໃນ​ຂະນະ​ນີ້ ສານ​ປະຊາຊົນ​ລາວ​ຢູ່​ນະຄອນຫລວງ​ວຽງຈັນ ກໍ​ກຳລັງ​ຢູ່​ໃນ​ຂັ້ນຕອນ​ຂອງ​ການ​ດຳ​ເນີນ​ຄະ​ດີ​ຕໍ່ ນາງ ສາມານ​ທ້າ ​ແລະ ກໍ​ຍັງ​ບໍ່ມີ​ຄວາມ​ຊັດ​ເຈ​ນວ່າ ທາງ​ການ​ອັງກິດ ​ໄດ້​ສະ​ເໜີຂໍ​ຮັບ​ຕົວ​ ນາງ ສາມານ​ທ້າ ​ໄປ​ຮັບ​ໂທດ​ຢູ່​ປະ​ເທດ​ອັງກິດ ຕໍ່ທາງ​ການ​ລາວ​ແລ້ວ ຫລືບໍ່ ​ເນື່ອງ​ຈາກ​ວ່າ ຍັງ​ຈະຕ້ອງ​ລໍຖ້າ​ກາ​ຕັດສິນ​ຄະ​ດີ​ໂດຍສານ​ປະຊາຊົນ​ລາວ​ໃຫ້​ເຖິງ​ທີ່​ສຸດ​ກ່ອນນັ້ນ​ເອງ.

ສ່ວນ​ກ່ຽວກັບ​ການ​ຖືພາ​ຂອງ​ ນາງ ສາມານ​ທ້ານັ້ນ ກໍ​ຍັງ​ຄົງ​ບໍ່ມີ​ຄວາມ​ຊັດ​ເຈນ​ເຊັ່ນ​ກັນ ວ່າ​ນາງ​ໄດ້​ຖືພາ​ກ່ອນ ຫລື ຫລັງ​ຈາກ​ທີ່​ຖືກ​ທາງ​ການ​ລາວ​ໄດ້​ຈັດ​ກຸມ​ຕົວ​ໄວ້ ​ໂດຍ​ເຖິງ​ແມ່ນ​ວ່າ​ກ່ອນໜ້ານີ້ ທ່ານ ​ເຄນ​ທອງ ນວນ​ທະ​ສິງໂຄສົກ ກະຊວງການຕ່າງປະເທດຂອງລາວ ຈະ​ຢືນຢັນ​ວ່າ ​ເປັນ​ການ​ຖືພາ​ກ່ອນທີ່​ຈະ​ຖືກ​ຈັບກຸມ​ໄດ້​ກໍ​ຕາມ ຫາກ​ແຕ່​ວ່າ ສິ່ງ​ທີ່​ຈະ​ເປັນການ​ພິສູດ​ໄດ້​ດີ​ທີ່​ສຸດ​ນັ້ນ ກໍ​ຄື ຈົນ​ເຖິງ​ທຸກ​ມື້ນີ້ ນາງ ສາມານ​ທ້າ ​ໄດ້ຖືພາ​ໄດ້​ຈັກ​ເດືອນ​ແລ້ວ ຊຶ່ງ​ກໍລະນີ​ດັ່ງກ່າວ​ນີ້ ຍັງ​​ບໍ່ມີ​ຝ່າຍ​ໃດ​ໄດ້​ອອກ​ມາ​ໃຫ້​ຂໍ້​ມູນ​ຢ່າງ​ຈະ​ແຈ້ງ​ແຕ່​ຢ່າງ​ໃດ.

 

ຊົງຣິດ ໂພນເງິນ ລາຍງານຈາກບາງກອກ ໃນວັນທີ 18 ພຶດສະພາ 2009

 


Download ຊົງຣິດ ໂພນເງິນ ລາຍງານເປັນພາສາລາວ ຈາກບາງກອກ
Download  (MP3)
Listen to This Report ຊົງຣິດ ໂພນເງິນ ລາຍງານເປັນພາສາລາວ ຈາກບາງກອກ
Listen to (MP3)
E-mail This Article E-mail this article
Print This Article Print Version
  Featured Story
Obama Vows to 'Finish the Job' in Afghanistan  Audio Clip Available

  More From VOA
Gibbs: Obama to Announce Afghan War Strategy within Days  Audio Clip Available
Laos: More Women and Chldren Trafficked to Thailand  Audio Clip Available
Vaccine Shortage-Concern of H1N1 Spread in Mecca During Hajj  Audio Clip Available
"Bikes for the World" Ships Unwanted Bicycles from US to Poor Countries  Audio Clip Available
Laos-ASEAN Free Trade Area (AFTA)  Audio Clip Available
Legacy of War's Briefing and Discussion in Washington DC  Audio Clip Available