VOANews.com

ວີໂອເອ ພາກພາສາລາວ ▪ Lao
ແຫລງຂາວທໄວໃຈໄດ
 
News in 45 Languages
Laos-Vietnam Relations


18/05/2009

LaoVietleaders
ຕອນນຶ່ງຂອງການຢ້ຽມຢາມກັນ ລະຫວ່າງ ເຈົ້າໜ້າທີ່ຂັ້ນສູງ ຂອງລາວ ແລະ ຫວຽດນາມ
ການ​ເດີນທາງ​ໄປ​ຢ້ຽມຢາມ​ປະ​ເທດ​ຫວຽດນາມ​ຢ່າງ​ເປັນ​ທາງ​ການ​ໂດຍ ທ່ານ ຈູມ​ມະ​ລີ ​ໄຊ​ຍະ​ສອນ ​ເລຂາທິການ​ໃຫຍ່​ພັກ​ປະຊາຊົນ​ປະຕິ​ບັດ​ລາວ ​ແລະ ປະ​ທານ​ປະ​ເທດ​ລາວ​ໃນ​ຊ່ວງ​ທ້າ​ຍ​ເດືອນ​ເມສາ​ ທີ່​ຜ່ານ​ມານີ້ ​ໄດ້​ສິ້ນສຸດ​ລົງ​ດ້ວຍ​ການ​ຕົກລົງ​ຮ່ວມ​ກັນ​ກັບ ເລຂາທິການ​ໃຫຍ່​ພາກ​ຄອມມີວນິສຫວຽດນາມ ​ແລະ ປະ ທານ​ປະ​ເທດ​ຫວຽດນາມ​ວ່າ ທັງ​ສອງ​ຝາຍ​ຈະ​ສືບຕໍ່​ເສີມ​ສ້າງສາ​ຍ ພົວພັນ​ຮ່ວມ​ມື ​ແລະ ມິດຕະພາບ​ແບບ​ພິ​ເສດ​ລະຫວ່າງ​ກັນ​ຕໍ່​ໄປ​ຢ່າງ​ບໍ່ຢຸດ​ຢັ້ງ ດ້ວຍ​ການ​ແນ່​​ໃສ່ການ​ເສີມ​ຂະຫຍາຍ​ຄວາມ​ຮ່ວມ​ມື​ຢ່າງ​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ ​ແລະ ສອງ​ພັກລວມ​ໄປ​ເຖິງການ​ພັດທະນາ​ປະ​ເທດ​ຊາດ​ຮ່ວມ​ກັນ​ຢ່າງ​ໃກ້ຊິດ ​ແລະ ຢ່າງ​ຍືນ​ຍົງ​ອີກ​ດ້ວຍ. ​

ໃນ​​ລະຫວ່າງ​ການ​ເດີນທາງ​ຢ້ຽມຢາມຫ​ວຽດນາມ​ໃນ​ຄັ້ງດັ່ງກ່າວ​ນີ້ ທ່ານ ຈູມ​ມະ​ລີ ພ້ອມ​ດ້ວຍ ທ່ານ ໜ໊ອງ ດຶກ​ແມງ, ​ເລຂາທິການໃຫຍ່​ພັກ​ຄອມມີວນິສ ຫວຽດນາມ ຍັງ​ໄດ້​ຮ່ວມ​ກັນ​ເປັນ​ສັກຂີ​ພະຍາ​ໃນ​ພິທີ​ການ​ລົງ​ນາມ​ໃນ​ສັນຍາ ​ແລະ ຂໍ້​ຕົກລົງ​ຕ່າງໆ ວ່າ​ດ້ວຍ​ຄວາມ​ຮ່ວມ​ມື​ລະຫວ່າງ​ລາວ​ກັບ​ຫວຽດນາມ​ຈຳນວນ​ຫລາຍ​ສະບັບ ​ໂດຍ​ທີ່​ສຳຄັນ​ນັ້ນກໍ​ຄື ສັນຍາ​ວ່າ​ດ້ວຍ​ການ​ສ້າງ​​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ຍວດຍານ​ພາຫະນະ​ໃນ​ການ​ຂົນ​ສົ່ງ​ທາງບົກ​ຜ່ານ​​ແດນ, ສັນຍາ​ວ່າ​ດ້ວຍ​ສຳ​ຫລວດ​ແຮ່​ເກືອ ຢູ່​ແຂວງ​ສະຫວັນ​ນະ​ເຂດ, ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈຮ່ວມ​ວ່າ​ດ້ວຍ​ຄວາມ​ຮ່ວມ​ມື​ທາງ​ດ້ານ​ສຸກຂະ​ອາ​ນະ​ໄມ​ຂອງ​ພືດ ​ແລະ ສັດ ​ແລະ ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ຮ່ວມ ກ່ຽວກັບ​ຄວາມ​ຮ່ວມ​ມື​ໃນ​ດ້ານ​ການ​ບິນ​ພົນລະ​ເຮືອນ​ເປັນຕົ້ນ. 

Groundbreadking ceremony for Vietnamese-assisted vocational school
ພິທີຝັງເສົາເຂັມ ປຸກສ້າງໂຮງຮຽນ ອົບຮົມວິຊາຊີບ ທີ່ໄດ້ຮັບການຊ່ວຍເຫລືອຈາກຫວຽດນາມ

ຍິ່ງ​ໄປ​ກວ່າ​ນັ້ນ ທັງ​ສອງຝ່າຍ​ຍັງ​ໄດ້​ວາງ​ເປົ້າໝາຍທີ່​ຈະ​ຊຸກ​ຍູ້​​ເພື່ອເພີ້ມມູນ​ຄ່າ​ການ​ຄ້າ​ລະຫວ່າງ​ກັນ​ໃຫ້​ເຖິງ 1 ພັນ​ລ້ານ​ໂດ​ລ້າ​ສະຫະຣັດ​ໃຫ້​ໄດ້ ​ແລະ ພ້ອມ​ກັນນີ້ ກໍ​ຈະ​ສົ່ງ​ເສີມ​ການ​ລົງທຶນ​ຈາກ​ຫວຽດນາມ​ໃຫ້​ໄດ້​ເຖິງ 2 ພັນ​ລ້ານ​ໂດ​ລ້າ​ສະຫະຣັດ ພາຍ​ໃນ​ປີ 2010 ​ໃຫ້​ໄດ້​ອີກ​ດ້ວຍ. ​ສຳລັບ​ໃນ​ປີ 2008 ທີ່​ຜ່ານ​ມາ ລາວ ​ແລະ ຫວຽດນາມ​ມີ​ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ກັນ ຄຶດ​ເປັນ​ມູນ​ຄ່າ​ລວມ 423 ລ້ານລ້ານ​ໂດ​ລ້າ​ສະຫະລັດ ຊຶ່ງ​ເພີ້ມຂຶ້ນຈາກ​ປີ 2007​ ຄຶດ​ເປັນອັດຕາສະ​ເລ່ຍ​ເຖິງ​ 44% ​ໂດຍ​ລາວ​ເປັນ​ຝ່າຍ​ໄດ້​ປຽບດຸນ​ການ​ຄ້າ ​ໃນ​ມູນ​ຄ່າ​ລວມ​ເຖິງ​ປະມານ 123 ລ້ານ​ໂດ​ລ້າ​ສະຫະຣັດ. ສ່ວນ​ການ​ລົງທຶນ​ຂອງ​ຫວຽດນາມ​ໃນ​ລາວ​ນັ້ນ ກໍ​ປະກົດ​ວ່າໃນປີ 2008 ທີ່​ຜ່ານ​ມາ ຫວຽດນາມ​ໄດ້​ລົງທຶນ​ໃນ​ລາວ​ຫລາຍ​ທີ່​ສຸດ ​ເມື່ອ​ທຽບ​ໃສ່​ກັບປະ​ເທດ​ອື່ນໆ ທີ່​ໄດ້​ລົງທຶນ​ໃນ​ລາວ​ໃນ​ໄລຍະ​ດຽວກັນ ຊຶ່ງ​ກໍ​ໄດ້​ເປັນ​ຜົນ​ເຮັດ​ໃຫ້ຫ​ວຽດນາມ​ມີ​ມູນ​ຄ່າ​ການ​ລົງທຶນ​ໃນ​ລາວ​ທັງໝົດລວມຫລາຍ​ກວ່າ 1.980 ລ້ານລ້ານ​ໂດ​ລ້າ​ສະຫະຣັດ ຈາກ​ການ​ລົງທຶນ​ໃນ 179 ​ໂຄງການ ​ໂດຍ​ລວມ​ໄປ​ເຖິງການ​ລົງທຶນ​ສ້າງ​ເຂື່ອນ​ຜະຫລິດ​ກະ​ແສ​ໄຟຟ້າຢູ່​ໃນ​ເຂດ​ແຂວງ​ພາກ​​ໃຕ້​ຂອງ​ລາວ​ຈຳນວນ​ເຖິງ 7 ​ໂຄງການ ​ດ້ວຍ ຊຶ່ງ​ກໍ​ຄື ​ໂຄງການ​ເຂື່ອນເຊກະໝານ III, ໂຄງການ​ເຂື່ອນເຊກະໝາມ IV, ໂຄງການ​ເຂື່ອນເຊກອງ​ III  IV ​ແລະ V ລວມ​ໄປ​ເຖິງ ໂຄງການ​ເຂື່ອນຕາກ​ລານ ​ແລະ ໂຄງການ​ເຂື່ອນຫ້ວຍ​ລຳ​ພັນອີກ​ດ້ວຍ. ສຳລັບ​ໃນ​ປີ 2009 ນີ້ ທາງ​ການ​ລາວ​ກໍ​ເຊື່ອໝັ້ນວ່າ ການ​ລົງທຶນ​ຂອງ​ຫວຽດນາມ​ໃນ​ລາວ​ກໍ​ຍັງ​ຄົງ​ເພີ້ມຫລາຍ​ຂຶ້ນຢ່າງ​ຕໍ່​ເນື່ອງ ​ໂດຍ​​ໂຄງການ​ລົງທຶນ​ຂະໜາດ​ໃຫຍ່​ທີ່​ສຸດ​ໃນ​ເວລາ​ນີ້ຢູ່​ໃນ​ເຂດ​ນະຄອນຫລວງ​ວຽງ​ຈັນ ກໍ​ຄື​ການ​ພັດທະນາ​ເຂດນິຄົມ​ອຸດສາຫະກຳ, ການ​ກະ​ເສດ, ​ແລະ ​ເຂດ​ການ​ຄ້າ ຢູ່​ໃນ​ເຂດ​ທ່າ​ນາ​ແລ້ງ ບ້ານ​ດົງ​ໂພ​ສີ ບົນ​ເນື້ອທີ່​ກວ້າ​ງກວ່າ 2.000 ​ເຮັກ​ຕ້າ​ ທີ່​ຕໍ່​ເນື່ອງ​ກັບ​ສະຖານ​ນີລົດ​ໄຟ​ທ່າ​ນາ​ແລ້ງ​ນັ້ນ​ເອງ.

ສ່ວນ​ໃນ​ດ້ານ​ການ​ຄ້ານັ້ນ ກໍ​ຈະ​ເພີ້ມສູງ​ຂຶ້ນ​ເຊັ່ນ​ດຽວກັນ ​ໂດຍ​ໃນ​ຊ່ວງ​ຕົ້ນປີນີ້ກໍ​ປະກົດ​ວ່າ ການ​ຄ້າ​ລະຫວ່າງ​ລາວກັບ​ຫວຽດນາມ​ໄດ້​​ເພີ້ມຂຶ້ນຈາກ​ໃນ​ໄລຍະ​ດຽວກັນ​ຂອງ​ປີ​ກາຍ​ແລ້ວ ຄຶດ​ເປັນອັດຕາ​ສ່ວນ​ເຖິງ 58% ດັ່ງ​ທີ່​ເຈົ້າໜ້າທີ່​ລະດັບ​ສູງ​ໃນ​ກະຊວງ​ອຸດສະຫະກຳ ​ແລະ ການ​ຄ້າ​ຂອງ​ລາວ ​ໄດ້​ຖະ​ແຫລ​ງຊີ້​ແຈງ​ໃນ​ຕອນໜຶ່ງ ວ່າ:

ຫວຽດນາມ​ກໍ​ໄດ້​ຊ່ວຍທາງ​ດ້ານ​ກະສິກຳ ​ເປັນຕົ້ນ ​ແມ່ນການກໍ່ສ້າງ​ໂຄ່ງ​ຫລ່າ​ງຊົນ​ລະ​ປະ ທານ, ລະດັບ​ໃຫຍ່​ທີ​ສຸດ​ກໍ ​ໂຄງການດົງ​ໂພ​ສີລຽບ​ແຄມ​ຂອງ   ​ເມືອ​ງຫາດ​ຊາຍ​ຟອງ,  ມີ​ສອງ​ໂຄງການ ​ເຂົາ​ເອີ້ນ ​ໂຄງການ ດົງ​ໂພ​ສີ ໂຄງການທະ​ພະ-ໜອງພົງ ມັນ​ເກືອບ 2 ພັນ​ກວ່າ​ເຮັກຕ້າ ​ແລະ​ເຮັດ​ໃຫ້​ນະຄອນ​ຫວາງ​ວຽງຈັນນີ້ ຊິ​ບໍ່ອຶດ​ເຂົ້າ ອຶດ​ປາ​​ໃດ໋. ທາງ​ດ້ານ​ການ​ຄ້າ ມູນ​ຄ່າ​ການ​ຄ້າ​ລະຫວ່າງສອງປະເທດໄດ້ເພີ້ມຂຶ້ນ ມັນ​ເປັນ​ບາດກ້າວ​ທີ່​ດີ ເພີ້ມຂຶ້ນປີ​ກາຍ​ນີ້ 58%.

 

ຊົງຣິດ ​ໂພນ​ເງິນ ລາຍ​ງານ​ຈາກ​ບາງກອກ ​ໃນ​ວັນ​ທີ 15 ​ພຶດສະ​ພາ 2009


Download ຊົງຣິດ ລາຍງານ ຈາກບາງກອກ ໃນວັນທີ 15/05/2009
Download  (MP3)
Listen to This Report ຊົງຣິດ ລາຍງານ ຈາກບາງກອກ ໃນວັນທີ 15/05/2009
Listen to (MP3)
E-mail This Article E-mail this article
Print This Article Print Version
  Featured Story
North & South Korean Navies Exchange Fire  Audio Clip Available

  More From VOA
Germany Celebrates Collapse of Berlin Wall  Audio Clip Available
Vientiane Officials Concerned About Trash Disposal Problem During SEA Games  Audio Clip Available
SEA Games Songs  Audio Clip Available
Diarrhea Causes Deaths of 1.5 million Children Worldwide Each Year  Audio Clip Available
Laos Among Five ASEAN Nations Criticized Over Human Rights  Audio Clip Available
Laotian American Professor Takes a Leading Role in American Literature  Audio Clip Available