VOANews.com

ວີໂອເອ ພາກພາສາລາວ ▪ Lao
ແຫລງຂາວທໄວໃຈໄດ
 
News in 45 Languages
Lao Government to Allow Citizens to Form NGO


21/05/2009

[insert caption here]
ທ່ານ ບົວສອນ ບຸບຜາວັນ, ນາຍົກລັດຖະມົນຕີລາວ
ລັດຖະບານລາວ ຈະອະນຸຍາດໃຫ້ພົນລະ ເມືອງລາວ ແລະ ພາກ ເອກະຊົນໃນລາວ ສາມາດທີ່ຈະ ຈັດຕັ້ງ ອົງການທີ່ບໍ່ຂຶ້ນກັບລັດ  ຖະບານຢູ່ໃນລາວໄດ້ ຢ່າງອິດສະລະ ນັບຈາກ ທ້າຍປີນີ້ເປັນຕົ້ນໄປ ໂດຍການ ອະນຸຍາດ ດັ່ງກ່າວ ກໍຍັງຈະເປັນຜົນເຮັດໃຫ້ອົງການ ຕ່າງປະເທດ ແລະ ຄົນລາວໃນຕ່າງປະເທດ ສາມາດປະກອບ ສ່ວນໃຫ້ການຊ່ວຍ ເຫລືອ ແກ່ອົງການໃນລາວໄດ້ ໂດຍກົງອີກ ດ້ວຍ. ​

ທ່ານ​ ອຳ​ພາ ສີມມະ​ສອນ ຮອງ​ຫົວໜ້າ​ກົມ​​ພັດທະນາ​ອົງການ​ປົກ​ຄອງ​ຂອງ​ລັດຖະບານ​ລາວ ໄດ້ຖະແຫຼງຢືນຢັນວ່າ ທ່າ​ນ ບົວ​ສອນ ບຸ​ບຜາ​ວັນ ນາ​ຍົກ​ລັດ​ຖະມົນຕີ​ໄດ້​ລົງ​ນາ​ມ ໃນ​​ດໍາລັດ​ວ່າ​ດ້ວຍ​ການ​ອະນຸຍາດ​ໃຫ້​ພົນ​ລະ​ເມືອ​ງລາວ ​ແລະ ​​ເອກ​ກະ​ຊົນ​ລາວໃຫ້ ສາມາດທີ່ຈະ​ຈັດ​ຕັ້ງ​ອົງການ​ທີ່​ບໍ່ຂຶ້ນ​ກັບ​ລັດ​ຖະບານ​ໃນ​ລາວ​ໄດ້​ຢ່າງ​​ເປັນ​ທາ​ງການ​ແລ້ວ​​ເມືອ ວັນ​ທີ່ 29 ​ເມສາ​ທີ່​ຜ່ານ​ມາ​ໂດຍ​ຈະ​ມີ​ຜົນ​ບັງຄັບ​ໃຊ້ ຢ່າງ​ເປັນ​ທາ​ງການ​ພາຍ​ໃນ 180 ວັນ​ ຫຼັງຈາກ​ການ​ລົງ​ນາ​​ມດັ່ງ​ກ່າວ ນັ້ນກໍ​ຄື​ນັບ​ຈາກ ​ເດືອນ ພະ​ຈິກ ປີ​ນີ້​ເປັນ​ຕົ້ນ​ໄປ ​ໂດຍ​ຄວາ​ມສຳຄັນ​ຂອງ​ດຳ​ລັດ​ດັ່ງ​ກ່າວ​ນີ້​ກໍ​ຄື ຈະ​ເປັນ​ຜົນ​ເຮັດ​ໃຫ້​ພົນລະ​ເມືອງ​ລາວ​ແຕ່ 2 ຄົນ​ຂຶ້ນ​ໄປ ສາມາດທີ່ຈະ​ຂໍ​ອານຸຍາດຈົດທະບຽນເພື່ອຈັດຕັ້ງອົງການ​ທີ່​ບໍ່​ຂຶ້ນຕໍ່​ລັດຖະບານ ຫຼື ບັນດາ ສະມາຄົມ​ຕ່າງໆ ໄດ້ຢ່າງ​ອິດສະລະ​ຢູ່​ໃນ​ທົ່ວປະ​ເທດ​ລາວ​ຊຶ່ງກໍ​ຈະ​ເປັນ​ໄປ​ຕາມ​ບົດ​ບັນ​​ຍັດ​ໃນລັດຖະມະນູ​ນມາດຕາ​ທີ່ 44 ທີ່​​ໄດ້​ໃຫ້​ສິດ​ທິເສລີພາບ​ແກ່​ພົນລະ​ເມືອງລາວ​ໃນ​ການຈັດ​ຕັ້ງອົງການຂຶ້ນ​ມາ​ເພື່ອ​ດໍາ​ເນີນ​ກິດ​ຈະ​ກໍາ​ໃດ​ນຶ່ງ​ໄດ້​ຕາມ​ວັດ​ຖຸປະ​ສົງ ​ແລະ ເ​ປົ້າໝາຍທີ່​ກໍາ​ໜົດ​ໄວ້​ໃນ​ການ​ຈົດທະບຽນ​ການຈັດຕັ້ງ ດັ່ງ​ກ່າວ ​ໂດຍ​ຈະ​ຕ້ອງ​ເປັນ​ກິດ​ຈະ​ກຳ​ທີ່​ບໍ່​ສົ່ງ​ຜົນ​ກະ​ທົບຕໍ່ ຄວາມ​ສະ​ງົບຮຽບ​ຮ້ອຍພາຍ​ໃນ​ ​ແລະ​ ຄວາມ​ໜັ້ນຄົງ ແຫ່ງຊາດຂອງປະເທດ​ລາວ​ໄດ້​ແຕ່ຢ່າງ​ໃດ​. ດັ່ງ​ທີ່​ເຈົ້າໜ້າ​ທີ່​ຂັ້ນສູງ​ໃນ​ອົງການ​ທີ່​ບໍ່​ຂຶ້ນ​ກັບ​ລັດ​ຖະບານຂອງ​ຕ່າງ​ປະ​ເທດໃນ​ລາ​ວ ຊຶ່ງກໍ​ເປັນ​ຄົນ​ລາວ​ຄົນ​ນຶ່ງ​ນັ້ນ ​ໄດ້​ໃຫ້​ທັດສະນະ​ວ່າ:

​ເມື່ອ​ມີ​ໂອກາດ​ຕັ້ງອົງກອນແບບນີ້ ຂ້າພະ​ເຈົ້າຄຶດວ່າ​ມັນ​ເປັນໂ​ອ ກາດ​ດີ​ທີ່​ວ່າປະຊາ ຊົນ​ລາວ​ທີ່ຢູ່​ ທາ​ງນອກ​ທີ່ວ່າ ​ຄຶດຢາກ​ຊ່ວຍ​ບ້ານ​ເກີດ​​ເມືອງນອນ ຫລືເຂດບ້ານຂອງ​ຕົນ​ກໍ​ໄດ້. ລະບັດນີ້ ມັນ​ຈະ​ສະບາຍເນ໋າະ ມີ​ອຸປະກອນ​ປະ ຈຳ​ບ້ານ​ຂອງໂ​ຕ, ເມືອງ ຂອງໂຕ ຫຼື​​​ວ່າ ແຂວງ​ຂອງໂ​ຕຫັ້ນ ກໍພົວ​ພັນ​ໂດ​ຍກົງ​ເລີຍ ​ສົ່ງເງິນທີ່​ຜ່ານ​ອົງກອນຫັ້ນ ກໍ​ບອກ​​ເຂົາ​ເຈົ້າວ່າ ຢາກ​ໃຫ້​ຊ່ວຍໂຕນີ້ຢູ່​ບ້ານ​ນັ້ນເດີ້ ​ໃຫ້​ສ້າງ​ໂຮງຮຽນບໍ ຫຼື ​ໂຮງໝໍບໍ ສ້າງ​ນ້ຳສະອາດ ບໍຈັ່ງຊີ້ ນ໋ະ. ຄຶດ​ວ່າມັນ ມັນ​ກໍ​ຈະ​ສະ​ດວກຫຼາຍ ຂຶ້ນ. ໂຕ​ນີ້​ສຳ​ຄັນ ຫຼາຍ ໃຫ້ພົວພັນລະຫວ່າ​ງປະຊາຊົນກັບ​ປະຊາຊົນໄດ້​ສະບາຍຂຶ້ນ ​ໂດຍ​ບໍ່​ໄດ້​ຜ່ານ​ລັດຖະບານ​ກາງ ເປັນປະຕູໃໝ່ທີ່ຄວນ​ຊິ​ນຳ​ໃຊ້.


​ໃນ​ປະຈຸ​ບັນ​ນີ້ມີ​ອົງການ​ທີ່​ບໍ່​ຂຶ້ນກັບ​ລັດຖະບານຈາກ​ຕ່າງ​ປະ​ເທດ​ຢູ່​​ໃນ​ລາວ​ມີຫຼາຍ​ຢູ່ 100 ອົງການ ຫາກ​ວ່າ​ບໍ່​ມີ​ສະ​ຖານະທີ່​ເປັນ​ອົງການ​ທີ່​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ໃນ​ລາວ​ຢ່າງ​ໃດ ​ເນື່ອງ​ຈາກ​ວ່າ ທີ່​ຜ່ານ​ມາ​ຍັງ​ບໍ່​ມີ​ກົດ​ໝາຍ​ຮອງ​ຮັບ​ຈຶ່ງ​ເຮັດ​ໃຫ້​ອົງການ​​ເຫລົ່ານີ້ ມີ​ສະ​ຖາ​ນະ​ເປັນ​ພຽງແຕ່​ອົງການ​ຕ່າງ​ຊາ​ດ ທີ່​​ໄດ້​ຮັບ​ອານຸຍາດ​ຈາກ​ລັດ​ຖະ​ບາ​ນ ລາວ​ໃຫ້​ສາມາດ​ດຳ​​ເນີນ ກິດຈະກຳ ແລະ ບັນດາ​ໂຄງ​ການ​ຕ່າງໆ​ໃນ​ລັກສະນະ​ຂອງ​​ການ​ຮ່ວມ​ມື​ກັບໜ່ວຍ ງານ ຂອງ​ລັດ​ຖະ​ບານ​ລາວ​ໄດ້ ​ເທົ່າ​ນັ້ນຊຶ່ງ​ກໍ​ໝາຍ​ຄວາມ​ວ່າ ການ​ດຳ​ເນີນ​ກິດຈະກຳ ​ແລະໂ​ຄງ​ການ​ຕ່າງໆ​ຈະ​ສິ້ນ​ສຸດ ລົງ​ເມື່ອ​ຄົບ​ກຳ​ໜົດ​​ເວລາ​ທີ່​ໄດ້​ຮັບ​ອານຸຍາດ​ຈາກ​ລັດ​ຖະ​ບານ​ລາວແລ້ວ​ເອງ ​ແລະໃຫຍ່ກ​ວ່າ​ອົງການ​​ເຫລົ່າ​ນີ້​ຍັງ​ຕ້ອງການ​ທີ່​ຈະ​ດຳ​ເນີ​ນກິດຈະກຳ​ແລະ​ ໂຄງ​ການ​ຕ່າງໆ ​ຢູ່​​ໃນ​ລາວ​ຕໍ່​ໄປ​ນັ້ນຈໍາ​ເປັນ​ຕ້ອງຂໍອະນຸ​ຍາດຈາກ​ລັດຖະ ບານ​ລາວ​ອີກ​​ເທື່ອ​ໃໝ່. ​ແຕ່​ຢ່າງ​ໃດກໍ​ຕາມ​ ນັບ​ຈາກປີ​ນີ້​ເປັນຕົ້ນ​ໄປ ອົງການ​ຕ່າງປະ​ເທດ​ເຫລົ່​ານີ້ ກໍ່​ສາມາດທີ່ ຈະມືກັບ​ບັນດາ​ອົງການ ຫຼື ສະມາ​ຄົມ​ຕ່າງໆ ​ຂອງ​ພົນ​ລະ​ເມືອງ​ລາວ ​ແລະ ​ພາກເອກກະຊົນ​ລາວ​ໄດ້ໂດ​ຍກົງ ຖ້າ​ຫາກ​ວ່າ​ເປັນ​ອົງການ ຫຼື ສະມາ​ຄົມ​ທີ່​ພົນລະ​ເມືອງ​ລາວ ​ແລະ​ ເອກກະຊົນ​ລາວ​ໄດ້​ຂໍອານຸຍາດ ຈັດ​ຕ້ັງ​ຂຶ້ນ​ມາ​ຢ່າງ​ຖືກຕ້ອງຕາ​ມດຳລັດຂອງ​ນາ​ຍົກ​ລັດ​ຖະ​ມົນຕີ​ສະບັບ​ດັ່ງ​ກ່າວ​ແລ້ວ​ຢ່າ​ງຄົບ​ຖ້ວນນັ້ນ​ເອງ. ຫາກ​ແຕ່​ວ່າ ກໍ​ຍັງ​ບໍ່​ມີ​ຄວາມຊັດ​ເຈນວ່າ ຖ້າ​ຫາກ​ເປັນ​ການ​ຈັດຕັ້ງອົງການ​ທາ​ງດ້ານສາດສະໜາ​ນັ້ນ ຈະ​ສາມາດ​ຈັດ​ຕັ້ງ​ຂຶ້ນ​ມາ​ ຕາມດຳ​ລັດ​ສະບັບ​ດັງ​ກ່າວ​ນີ້​ໄດ້ ​ຫຼື ບໍ່.

 ຊົງຣິດ ໂພນເງິນ ລາຍງານຈາກບາງກອກ ໃນວັນທີ 20 ພຶດສະພາ 2009

 

 


Download ຊົງຣິດ ລາຍງານ ຈາກບາງກອກ ໃນວັນທີ 20/05/2009
Download  (MP3)
Listen to This Report ຊົງຣິດ ລາຍງານ ຈາກບາງກອກ ໃນວັນທີ 20/05/2009
Listen to (MP3)
E-mail This Article E-mail this article
Print This Article Print Version
  Featured Story
Obama Vows to 'Finish the Job' in Afghanistan  Audio Clip Available

  More From VOA
Gibbs: Obama to Announce Afghan War Strategy within Days  Audio Clip Available
Laos: More Women and Chldren Trafficked to Thailand  Audio Clip Available
Vaccine Shortage-Concern of H1N1 Spread in Mecca During Hajj  Audio Clip Available
"Bikes for the World" Ships Unwanted Bicycles from US to Poor Countries  Audio Clip Available
Laos-ASEAN Free Trade Area (AFTA)  Audio Clip Available
Legacy of War's Briefing and Discussion in Washington DC  Audio Clip Available