 |
| ກຳມະກອນ ຕັດຫຍິບລາວ ຖ່າຍໃນ ເດືອນ 1-08 |
ທາງການລາວຢືນຢັນວ່າຈະເລີ້ມບັງຄັບໃຊ້ມາດຕະການການປັບ
ຂັ້ນຄ່າຈ້າງຂັ້ນຕໍ່າໃຫ້ກັບບັນດາ
ແຮງງານ ພາຍໃນປະເທດລາວໃນເດືອນພຶດສະພານີ້ເປັນຕົ້ນໄປ
ຊຶ່ງກໍຈະເປັນຜົນເຮັດໃຫ້ອັດຕາຄ່າຈ້າງແຮງງານຂັ້ນຕໍ່າເພີ້ມຂຶ້ນຈາກ
290.000 ກີບ ຕໍ່ເດືອນເປັນ 348.000 ກີບຕໍ່ເດືອນ.
ທາງການກະຊວງແຮງງານ
ແລະ ສະຫວັດດີການ ສັງຄົມຂອງລາວໄດ້ອອກຖະແຫລງ ຢືນຢັນວ່າ ທ່ານນາງ
ອ່ອນຈັນ
ທຳມະວົງ ລັດຖະມົນຕີວ່າການກະຊວງແຮງງານ ແລະ ສະຫວັດດີການ ສັງຄົມ
ໄດ້ລົງນາມອະນຸມັດ
ໃນປະກາດການບັງຄັບໃຊ້ມາດຕະການ ປັບຂຶ້ນອັດຕາຄ່າຈ້າງຂັ້ນຕໍ່າໃຫ້ກັບບັນດາແຮງງານລາວນັບຈາກວັນທີ 30 ເມສາເປັນຕົ້ນ ມາແລ້ວ.
ຊຶ່ງກໍຈະເປັນຜົນເຮັດໃຫ້ມີການປັບຂຶ້ນອັດຕາຄ່າຈ້າງຂັ້ນຕໍ່າໃຫ້ກັບບັນດາແຮງງານລາວຢ່າງເປັນທາງການ
ພາຍໃນເດືອນພຶດສະພານີ້ເປັນຕົ້ນໄປ.
ໂດຍອັດຕາຄ່າຈ້າງຂັ້ນຕໍ່າໃນປັດຈຸບັນນີ້ຢູ່ທີ່ລະດັບ 290.000
ກີບຕໍ່ເດືອນ ແລະ
ດ້ວຍການລົງນາມດັ່ງກ່າວຂອງທ່ານນາງ ອ່ອນຈັນ
ກໍຈະເປັນຜົນເຮັດໃຫ້ບັນດານາຍຈ້າງຕ້ອງເພີ້ມອັດຕາຄ່າຈ້າງຂັ້ນຕໍ່າໃຫ້ກັບບັນດາແຮງງານລາວໃນລະດັບບໍ່ໜ້ອຍກວ່າ
340.800 ກີບຕໍ່ເດືອນ
ລວມທັງຍັງຈະຕ້ອງມີການໃຫ້ເງິນອຸດໜຸນສຳລັບການຄອງຊີບໃຫ້ແກ່ບັນດາ
ແຮງງານລາວໃນອັດຕາ
220.100 ກີບຕໍ່ເດືອນ ອີກດ້ວຍ, ຊຶ່ງກໍໝາຍຄວາມວ່າ
ແຮງງານລາວບໍ່ມີຝີມືນັ້ນ
ແຕ່ລະຄົນ ຈະໄດ້ຮັບຄ່າຕອບແທນລວມບໍ່ໜ້ອຍກວ່າ 56.900 ກີບຕໍ່ເດືອນ
ໂດຍມີເງື່ອນໄຂວ່າ
ແຮງງານລາວຄົນນັ້ນ ຈະຕ້ອງບໍ່ມີການຂາດງານເລີຍໃນແຕ່ລະເດືອນ.
![[insert caption here] [insert caption here]](/lao/images/l-ounchanh-thammavong.gif) |
ທ່ານນາງ ອ່ອນຈັນ ທຳມະວົງ, ລັດຖະມົນຕີ ກະຊວງແຮງງານ ສະຫວັດດີການສັງຄົມ
|
ແຕ່ຢ່າງໃດກໍຕາມ
ທາງຝ່າຍສະຫະພັນກຳມະບານລາວ ກໍໄດ້ຖະແຫລງເນັ້ນຢໍ້າວ່າ ໃນລະດັບຄ່າຄອງຊີບທີ່ສູງຂຶ້ນຢ່າງຕໍ່ເນື່ອງ ໃນປັດຈຸບັນນີ້ ແຮງງານລາວທຸກຄົນ ຈະຕ້ອງມີລາຍຮັບບໍ່ໜ້ອຍ 700.000
ກີບຕໍ່ເດືອນ ຈຶ່ງຈະສາມາດລ້ຽງຕົນເອງໄດ້
ຊຶ່ງກໍເຮັດໃຫ້ແຮງງານທຸກຄົນຈະຕ້ອງທຳງານເກີນເວລາເທົ່າ
ນັ້ນຈຶ່ງຈະສາມາດເພິ່ງພາຕົວເອງ
ຫລືວ່າ ມີລາຍຮັບຢ່າງພຽງພໍ
ກັບລະດັບການຄອງຊີບໃນແຕ່ລະເດືອນນັ້ນເອງ.ຫາກແຕ່ວ່າພາຍໃຕ້ສະພາບການທີ່ເປັນຢູ່ໃນປະຈຸບັນກໍເປັນການຍາກທີ່
ບັນດານາຍຈ້າງຈະຍອມໃຫ້ບັນດາລູກຈ້າງໄດ້ເຮັດງານເກີນເວລາ
ເນື່ອງຈາກວ່າດ້ວຍຜົນກະທົບ
ຈາກບັນຫາວິກິດການທາງເສດຖະກິດການເງິນໂລກ ໃນເວລານີ້
ໄດ້ເຮັດໃຫ້ພາກການຜະຫລິດສິນຄ້າຕ່າງໆຂອງລາວທີ່ມີການສົ່ງອອກໄປ
ຕ່າງປະເທດນັ້ນ
ຈະຕ້ອງມີການຫລົດປະລິມານລົງຢ່າງຫລວງຫລາຍ
ເພາະວ່າການສັ່ງຊຶ້ສິນຄ້າຂອງລາວຈາກຕ່າງປະເທດໄດ້ຫລຸດໜ້ອຍຖອຍລົງ
ເລື້ອຍໆ
ໂດຍສະເພາະແມ່ນພາກການຜະຫລິດສິນຄ້າ ປະເພດເສື້ອຜ້າສຳເລັດຮູບ
ຊຶ່ງມີຕະຫລາດສົ່ງອອກຫລັກຢູ່ໃນສະພາບຢູໂຣບ
ແລະ ສະຫະລັດອາເມລິການັ້ນ
ຖືເປັນພາກການຜະຫລິດທີ່ໄດ້ຮັບຜົນກະທົບຫລາຍທີ່ສຸດໃນປະຈຸບັນ.
ຍິ່ງໄປກວ່ານັ້ນ
ບັນຫາວິກິດການທາງເສດທະກິດການເງິນໂລກ
ກໍຍັງໄດ້ສົ່ງຜົນກະທົບຕໍ່ເນື່ອງໄປເຖິງການລົງທຶນຂອງຕ່າງປະເທດ
ຢູ່ໃນລາວອີກດ້ວຍ
ແລະ ຜົນສະທ້ອນທີ່ຕິດຕາມມາກໍຄື ການ
ຈ້າງງານໃນລາວກໍມີອັນຕ້ອງຫລຸດໜ້ອຍຖອຍລົງໄປດ້ວຍ,
ສ່ວນຕຳແຫນ່ງງານ ທີ່ຍັງຄົງມີການວ່າຈ້າງຢູ່ນັ້ນ
ສ່ວນຫລາຍກໍເປັນຕຳແຫນ່ງທີ່ຕ້ອງໃຊ້ບຸກຄະລາກອນທີ່ມີຄວາມຮູ້ຄວາມສາມາດ
ແລະ ມີຄວາມຊຳນານການເປັນພິເສດ ໂດຍສະເພາະແມ່ນໃນດ້ານເທັກນິກ
ໃນຂະນະທີ່ບຸກຄະລາກອນ
ສ່ວນໃຫຍ່ກໍມີຄຸນນະສົມບັດທີ່ຈະເຂົ້າຮັບຕຳແຫນ່ງເລົ່າ
ນີ້ໜ້ອຍຫລາຍ
ຈຶ່ງເຮັດໃຫ້ບໍລິສັດສ່ວນໃຫຍ່ຕ້ອງວ່າຈ້າງບຸກຄະລາກອນມາຈາກຕ່າງປະ
ເທດເປັນດ້ານຫລັກນັ້ນເອງ.
ນອກຈາກນີ້
ການທີ່ຈະພັດທະນາແຮງງານລາວໃຫ້ມີມາດຕະຖານເປັນທີ່ຍອມຮັບຂອງບັນດາ
ນາຍຈ້າງຈາກຕ່າງປະເທດໄດ້
ກໍຍັງມີຂໍ້ຈຳກັດໃນຫລາຍໆດ້ານອີກດ້ວຍ, ດັ່ງທີ່ ທ່ານ ອ່ອນສີ
ບຸດສີວົງສັກ
ປະທານຄະນະກຳມະການຕົວແທນຂອງນາຍຈ້າງໃນລາວໄດ້ໃຫ້ການອະທິບາຍເຖິງ
ສະພາບການກ່ຽວກັບແຮງງານລາວໃນປະຈຸບັນນີ້
ວ່າ:
ປະເທດເຮົານີ້
ຍັງຢູ່ໃນຄວາມດ້ອຍພັດທະນາ ເພາະຫລາຍຄົນມາແຕ່ຊົນນະບົດ ບໍ່ເຄີຍເຫັນອຸດສາຫະກຳຈັກເທື່ອ
ເຂົາກະເຮັດວຽກຍາມໃດເຂົາຢາກເຮັດກໍເຮັດ ບໍ່ຢາກເຮັດແລະກໍແລ້ວ, ຮອດຍາມບຸນກໍເມືອບຸນ,
ຮອດຍາມເຮັດນາກ໋າເມືອເຮັດນາ, ຈະປ່ຽນນິໃສອັນນີ້ ນີ້ນະຍັງຫຍຸ້ງຍາກ. ອຸປະສັກອັນໜຶ່ງອີກກໍຄືວ່າ
ຄົນສ່ວນຫລາຍທີ່ມາຈາກຊົນນະບົດກໍແມ່ນດ້ອຍໂອກາດໃນການຮຽນ ກະຄວາມຮູ້ກໍຕ່ຳແລ້ວ,
ປະຖົມກໍບໍ່ຈົບ, ມັດທະຍົມກໍບໍ່ຈົບ ກໍຫລາຍ. ສະນັ້ນ ເມື່ອເວລາເຮົາມາເຮັດວຽກຄວາມຕ້ອງການທາງດ້ານເທັກໂນໂລຢີ້
ແລະ ຕ່າງໆ ມັນກະນັບມື້ນັບສູງຂຶ້ນ, ເຮັດໃຫ້ເຂົາເຈົ້ານີ້ມີຄວາມຫຍຸ້ງຍາກໃນການປັບຕົວເຂົ້າໃນເທັກໂນໂລຢີ້ໃໝ່.
ຊົງຣິດ ໂພນເງິນ
ລາຍງານຈາກບາງກອກ 23 ພຶດສະພາ 2009