VOANews.com

ວີໂອເອ ພາກພາສາລາວ ▪ Lao
ແຫລງຂາວທໄວໃຈໄດ
 
News in 45 Languages
ການພິຈາລະນາຄະດີຂອງນາງ ສາມານທາ ໂອໂຣບາເທີ້ ຈະຖືກຊັກຊ້າ

27/05/2009

Undated handout image of Samantha Orobator, issued 02 May 2009 by British legal action charity 'Reprieve'
ຮູບຂອງ ນາງ ສາມານທາ ໂອໂຣບາເທີຣ ມອບໃຫ້ ໃນວັນທີ 02 ພຶດສະພາ ໂດຍ British legal action charity 'Reprieve'
ທາງ​ການ​ລາວ​ຍອມຮັບ​ວ່າ ​ແມ່ຍິງຊາວອັງກິດ​ທີ່​ຕົກ​ເປັນ​ຈຳ​ເລີຍ​ໃນຄະ​ດີ​ລັກລອບຂົນ​ຢາ​ເສບຕິດ​ຈາກ​ລາວ ໄປ​ຕ່າງປະ​ເທດ​ທີ່​ຕັ້ງ ຄັນນັ້ນ ​ເປັນ​ການ​ຕັ້ງຄັນຫລັງ​ຈາກ​ທີ່​ຖືກທາງ​ການ​ລາວ​ຈັບ​ກຸມ​ຕົວ​ໄດ້​ແລ້ວ ຊຶ່ງ​ກໍ​ຄື ​ເປັນ​ການ​ຕັ້ງຄັນ​ໃນ​ລະຫ​ວ່າງ​ທີ່​ຖືກ​ຄຸ​ມຂັງ ຈຶ່ງ​ເຮັດ​ໃຫ້​ທາງ​ການ​ລາວ​ຈໍາ​ເປັນທີ່​ຈະ​ຕ້ອງ​ສືບ​ຫາ​ຄວາມ​ຈິງ​ໃຫ້​ໄດ້​ວ່າ ແມ່ຊາວອັງກິດຄົນ​ນີ້ຕັ້ງຄັນ ຫລື ຖືພາ​ໄດ້​ແນວ​ໃດ.

 

ທ່ານ ພັນ​ໂທຄຳ​ພອນ ສີ​ຫາ​ປັນຈະ ຫົວໜ້າ ກົມ​ຄວບ​ຄຸມຢາ​ເສບ​ຕິດ ກະຊວງປ້ອງ​ກັນ​ຄວາມ​ສະ​ງົບ​ພາຍ​ໃນ​ລາວ ​ໄດ້​ຖະ​ແຫລ​ງ ຍອມຮັບ​ວ່າ ກາ​ນຟ້ອງ​ຮ້ອງ​ຕໍ່ສານ​ປະຊາຊົນ​​ເພື່ອ​ດຳ​ເນີນ​ຄະ​ດີ​ກັບ​ ນາງ ສາມານ​ທ້າ ໂອ​ໂຣບາ​ເທີ້ ຊາວ​ອັງກິດ​ໄວ​ 20 ປີ ​ໃນ​ຄວາມ​ຜິດ​ກ່ຽວກັບ​ຢາ​ເສບ​ຕິດ​ນັ້ນ ຈະ​ຕ້ອງ​ຊັກ​ຊ້າ​ອອກ​ໄປ​ອີກ ຍ້ອນ​ວ່າ ຜົນຈາກ​ການ​ຕົວ​ຄັນ​ຂອງ​ນາງ​ພົບ​ວ່າ ນາງ ສາມານ​ທ້າ ​ໄດ້​ຕັ້ງຄັນ ​ແລະ ຖືພາ ຫລັງຈາກ​ທີ່​ນາງ​ໄດ້​ຖືກຈັບ​ກຸມ​ຕົວ​ໄດ້​ແລ້ວ ​ກໍ​ຄື ​ໃນ​ຂະນະ​ທີ່ນາງ​ໄດ້​ຖືກ​ຄຸ​ມຂັງ ຢູ່​ພາຍ​ໃນ​ຄຸກ​​ໂພນ​ຕ້ອງ​ໃນ​​ເຂດ​ນະຄອນຫລວງ​ວຽງຈັນ​ ແລ້ວ ນັ້ນ​ເອງ. ທັງນີ້ ​ໂດຍ​ຈາກ​ການ​ກວດ​ຄັນ​ຂອງ ນາງ ສາມານ​ທ້າ ​ເມື່ອ​ ວັນ​ທີ 4 ​ເມສາ ທີ່​ຜ່ານ​ມາ​ກໍ​ພົບ​ວ່າ ນາງ ສາມານ​ທ້າ ​ໄດ້ຕັ້ງຄັນ ​ແລະ ຖື​ພາ​ແລ້ວເປັນ​ເວລາ​ທີ່ 17 ສັບປະດາ ຫລື​ວ່າ ກືນ​ກວ່າ 24 ສັບ​ປະດາ ຫລື​ວ່າ ປະມານ 7 ​ເດືອນ​ແລ້ວ​ຈົນ​​ເຖິງ​ປະຈຸ​ບັນ​ນີ້ ​ໃນ​ຂະນະ​ທີ່​ທາງ​ການ​ລາວ​ໄດ້​ທຳ​ການ​ຈັບ​ກຸມ ນາງ ສາມານ​ທ້າ ນັບ​ຕັ້ງ​ແຕ່​ເດືອນ​ສິງຫາ ປີກາຍ ຫລື ກວ່າ 40 ສັບປະດາ​ທີ່​ຜ່ານ​ມາ ​ເພາະສະນັ້ນ ຈຶ່ງ​ເຮັດ​ໃຫ້​ທາງ​ການ​ລາວ​ຕ້ອງ​ທຳ​ການ​ສືບ​ຫາ​ຄວາມ​ຈິງ​ໃຫ້​ໄດ້ ວ່າ ນາງ ສາມານ​ທ້າ ສາມາດ​ຕັ້ງຄັ​ນ​ ໄດ້​ແນວ​ໃດ ​ໃນ​ເມື່ອ​ວ່າ​ຖືກ​ຄຸມ​ຂັງ​ຢູ່​ໃນ​ຄຸກ​ຕະຫລອດ​ເວລາ​ ກັບ​ທັງ​ຍັງ​ເປັນ​ການ​ຄວບ​ຄຸມ​ຕົວ ​ໂດຍ​ແຍກ​ອອກ​ຈາກ​ນັກ​ໂທດ​​ເພດ​ຊາຍ​ຢ່າງ​ເດັດຂາດ ​ແລະ ທີ່​ຄອຍ​ຄວບ​ຄຸມ​ຕົວ ນາງ ສາມານ​ທ້າ ນັ້ນ ກໍ​ເປັນ​ພະນັກງານ​ເພດ​ຍິງ​ຂອງ​ລາວ​ອີກ​ດ້ວຍ. ສ່ວນ​ທາງ​ດ້ານ ນາງ ສາມານ​ທ້າ ​ເອງກໍ​ບໍ່​ເຄີຍ​ຟ້ອງ​ຮ້ອງ ຫລື ກ່າວ​ໂທ​ດ ​ແລະ ກ່າວ​ຫາວ່າ​ນາງຖືກ​ຂົ່ມ​ຂືນ​ຢູ່​ໃນ​ລະຫວ່າງ​ການ​ຖືກ​ຄຸມ​ຂັງ​ຢູ່​ໃນ​ຄຸກ​ອີກ​ດ້ວຍ.

 

​ແຕ່​ຢ່າງ​ໃດ​ກໍ​ຕາມ ກ່ອນໜ້ານີ້ ກໍ​ຄື​ຫລັງ​ຈາກ​ຖືກ​ຈັບ​ກຸມ​ຕົວ​ໄດ້​ໃໝ່ໆ ທາງ​ຝ່າຍ​ຂອງ​ນາງ ສາມານ​ທ້າ ກໍ​ເຄີຍ​ໄດ້​ຢືນຢັນ​ກັບ​ທາງ​ການ​ລາວ​ວ່າ ນາງ​ໄດ້​ຕັ້ງຄັນ​ກັບ​ຄົນ​ຮັກຢູ່​ປະ​ເທດ​ອັງກິດ ຫາກ​ແຕ່​ທາງ​ການ​ລາວ​ກໍ​ໄດ້​ນຳ​ຕົວ​ໄປ​ກວດສຸຂະພາບ​ຮ່າງກາຍ ກໍ​ພົບ​ວ່າບໍ່ມີ​ການ​ຕັ້ງຄັນ​ແຕ່​ຢ່າງ​ໃດ.

 

​ໂດຍ​ທາງ​ການ​ລາວ​ໄດ້​ມາ​ກວດພົບ​ວ່າ ນາງ ສາມານ​ທ້າ ​ໄດ້​ຕັ້ງຄັນ​ແລ້ວ​ໃນ​​ເມື່ອ ​ເດືອນ​ມີນາ ປີນີ້ ​ແລະ ທີ່ໜ້າສັງເກດ​ກໍ​ຄື ​ໃນ​ຊ່ວງ​ເດືອນ​ພຶດສະຈິ​ກາປີ​ກາຍ​ນາຍ​ແ​ເພດ​ຊາວ​ອັອສ​​​​ເຕຣ​ເລຍ ​ໄດ້​ເຂົ້າ​ໄປ​ທຳ​ການ​ກວດ​ສຸຂະພາບ​ຂອງນາງ ສາມານ​ທ້າ ​ເຖິງເຈັດ​ຄັ້ງ​ໃນ​ເດືອນ​ດັ່ງກ່າວ ຫາກ​ແຕ່​ໃນ​ການ​ຕວ​ດ​ສຸຂະພາບ​ທຸກ​ຄັ້ງກໍ​ຍັງ​ຈະ​ຕ້ອງ​ຜ່ານ​ການກວດ​ຄົ້ນ​ຈາກ​​ເຈົ້າໜ້າທີ່ຂອງ​ຄຸກ​ໂພນ​ຕ້ອງ​ໃນ​ທຸກໆ ຄັ້ງ. ສ່ວນ​ທາງ​ດ້ານ ດັອກ​ເຕີ້ ບົວ​ວັນ ​ແສນ​ສະ​ຖິດ ຜູ້ອຳ​ນວຍການ​ໂຮງໝໍ​ເພື່ອ​ສຸຂະພາບ​ແມ່ ​ແລະ ​ເດັກ ​ແຫ່ງ​ປະ​ເທດ​ລາວ ກໍ​ໄດ້​ໃຫ້ການ​ຊີ້​ແຈງ​ວ່າມີ​ຄວາມ​​ເປັນ​ໄປ​ໄດ້ ທີ່​ນາງ ສາມານ​ທ້າ ​ເຮັດ​ໃຫ້​ຕົວ​ເອງ​ຕັ້ງຄັນ​ໄດ້​ດ້ວຍ​ຕົນ​ເອງ ດ້ວຍ​ການ​ສີ​ດ​ເອົານໍ້າອະສຸຈິິ​ຂອງ​ເພດ​ຊາຍ​ເຂົ້າ​ໄປ​ໃນຊ້ອງຄອດໃນ​ຂະນະ ​ທີ່ມີການຕົກ​ໄຂ່ເກີດ​ຂຶ້ນ ຫາກ​ແຕ່​ບັນຫາ​ກໍ​ຄື​ວ່າ ນາງ​ໄດ້ຮັບນ້ຳເຊື້ອອະສຸຈິ ຂອງ​ເພດ​ຊາຍ​ມາ​ໄດ້​ແນວ​ໃດ ຊຶ່ງ​ທາງ​ການ​ລາວ​ຈະ​ຕ້ອງ​ສືບ​ຫາ​ຄວາມ​ຈິງ​ໃຫ້​ໄດ້​ ກ່ອນທີ່ຈະ​ມີ​ການ​ຟ້ອງ​ຮ້ອງ​ຄະ​ດີ​ຕໍ່ສານ​ປະຊາຊົນ​ຕໍ່ໄປ. ​ແຕ່​ຢ່າງ​ໃດ​ກໍ​ຕາມ ກ່ອນໜ້ານີ້ ທາງ​ການ​ລາວ​ກໍ​ໄດ້ ຢືນຢັນ​ແລ້ວ​ວ່າ ນາງ ສາມານ​ທ້າ ຈະ​ບໍ່ຖືກ​ສານ​ຕັດສິນ​ໂທດ​ເຖິງ​ຂັ້ນປະ​ຫານ​ຊີວິ​ຢ່າງ​ແນ່ນອນ ຍ້ອນ​ວ່າ​ນາງ​ຕັ້ງຄັນ​ນັ້ນ​ໄດ້​ເຮັດ​ໃຫ້​ນາງ​ໄດ້​ຮັບ​ການ​ຍົກ​ເວັ້ນ​ໂທດ​ປະຫານ​ຊີວິດ, ຍິ່ງ​ໄປ​ກວ່າ​ນັ້ນ ການ​ທີ່ທ່ານ ທອງ​ລຸນ​ ສີ​ສຸ​ລິດ ຮອງ​ນາຍົກ​ລັດຖະມົນຕີ ​ແລະ ລັດຖະມົນຕີ​ວ່າການ​ຕ່າງປະ​ເທດ​ຂອງ​ລາວ​ໄດ້​​ໄປ​ລົງ​ນາມ​ໃນ​​ຂໍ້​ຕົກລົງ​ວ່າ​ດ້ວຍ​ການ​ໂອນ​ຕົວ​ນັກ​ໂທດ​ຮ່ວມ​ກັນ​ກັບ​ລັດຖະມົນຕີ ວ່າການ​ຕ່າງປະ​ເທດ​ຂອງ​ອັງ​ກິດ​ດ້ວຍ​ແລ້ວ ກໍ​ຍັງ​ເຮັດ​ໃຫ້​ທາງ​ການ​ອັງກິດ​ສາມາດ​ທີ່​ຈະ​ຂໍ​ເອົາ​ຕົວນາງ ສາມານ​ທ້າ ​ໄປ​ລົງ​ໂທ​ດຢູ່​ປະ​ເທດ​ອັງກິດ​ໄດ້​ຕໍ່​ໄປ​ອີກ​ດ້ວຍ ຫລັງ​ຈາກ​ທີ່​ໄດ້​ມີ​ການ​ຕັດສິນ​​ຄະ​ດີ​​ໃນປະ​ເທດລາວ​ສິ້ນສຸດ​ແລ້ວ ດັ່ງ​ທີ່​ ທ່ານ ທອງ​ລຸນ ​ໄດ້​ກ່າວ​ຊີ້​ແຈງ​ໃນ​ຕອນໜຶ່ງວ່າ:

ຂ້າພະ​ເຈົ້າ​ໄດ້​ລົງ​ນາມ​ໃນ​ສັນຕິ​ສັນຍາ​ສົ່ງ​ນັກ​ໂທດ​ຊຶ່ງ​ກັນ​ ​ແລະ ກັນ ຢູ່​ລອນ​ດອນ ກັບ​ທ່ານ ລັດຖະມົນຕີ​ຕ່າງປະ​ເທດ​ຂອງ​ອັງກິດ​ແລ້ວ ພວກ​ເຮົາ​ຈະ​ປະຕິບັດ​ຕາມ​ສັນຕິ​ສັນຍານັ້ນ. ລັດຖະບານ​ລາວ​ກໍ​ມີນາ​ຍ​ໂຍບາຍ​ມະນຸດ​ສະທຳ​ກ່ຽວກັບ​ເລື້ອງນີ້ ກໍ​ມີ​ບົ່ງ​ໄວ້​ຢູ່​ໃນ​ມາດ​ຕາ​ທີ່​ວ່າ ຫ້າມ​ບໍ່​ໃຫ້​​ລົງ​ໂທ​ດປະຫານຊີວິດຜູ້​ທີ່​ຖືພາຢູ່.

 

ຊົງຣິດ ​ໂພນ​ເງິນ ລາຍ​ງານ​ຈາກ​ບາງກອກ ​ໃນ​ວັນ​ທີ 26 ພຶດສະພາ 2009


Download ຊົງຣິດ ລາຍງານຈາກ ບາງກອກ ໃນວັນທີ 26/05/2009
Download  (MP3)
Listen to This Report ຊົງຣິດ ລາຍງານຈາກ ບາງກອກ ໃນວັນທີ 26/05/2009
Listen to (MP3)
E-mail This Article E-mail this article
Print This Article Print Version
  Featured Story
21 Killed in Philippines Abduction  Audio Clip Available

  More From VOA
Indonesian Ferry Sinks: At Least 9 Dead, Some 230 Survive  Audio Clip Available
Vaccine Shortage-Concern of H1N1 Spread in Mecca During Hajj  Audio Clip Available
Laos-ASEAN Free Trade Area (AFTA)  Audio Clip Available
Legacy of War's Briefing and Discussion in Washington DC  Audio Clip Available
Thailand: Impossible to Repatriate All Huay Namkhao Hmongs by Year's End  Audio Clip Available
Taylor Swift - CMA Entertainer of the Year and Female Vocalist of the Year  Audio Clip Available