VOANews.com

ວີໂອເອ ພາກພາສາລາວ ▪ Lao
ແຫລງຂາວທໄວໃຈໄດ
 
News in 45 Languages
Electricity Demand in Laos Increasing


28/05/2009

electricity
ຕາຂ່າຍສາຍສົ່ງກະແສໄຟຟ້າ ແຫ່ງນຶ່ງໃນລາວ
ລັດ​ວິ​ສາ​ຫະກິດ​ໄຟຟ້າ​ລາວລາຍງານວ່າຄວາມຕ້ອງການ ຊົມໃຊ້ພະລັງງານໄຟຟ້າ ໃນລາວ ຈະເພີ້ມຂຶ້ນ ສະເລ່ຍ ເຖິງ 18% ຕໍ່ປີ ນັບຈາກປັດຈຸບັນ ໄປເຖິງປີ 2016 ຊຶ່ງກໍມີສາຍ ເຫດມາຈາກ ການຂຸດຄົ້ນບໍ່ແຮ່ ທີ່ເພີ້ມຂຶ້ນລວມໄປເຖິງ ການຂະຫຍາຍ ຕາໜ່າງສາຍສົ່ງກະແສໄຟຟ້າໄປຍັງເຮືອນ ຊານຂອງປະຊາຊົນລາວ ທີ່ມີການຂະ ຫຍາຍກວ້າງຂຶ້ນອີກ ດ້ວຍເຊັ່ນກັນ.

ລັດ​ວິ​ສາ​ຫະກິດ​ໄຟຟ້າ​ລາວ ຫລື EDL ​ໄດ້​ສະ​ເໜີລາຍ​ງານ​ວ່າ ການ​ຊົມ​ໃຊ້​ພະລັງງານ​ໄຟຟ້າຢູ່​ໃນ​ລາວ​ໄດ້​ເພີ້ມສູງ​ຂຶ້ນຢ່າງ​ຕໍ່​ເນື່ອງ ​ແລະ ກໍ​ເພີ້ມສູງ​ຂຶ້ນ​ໃນ​ທຸກໆປີ ​ໂດຍ​ຈາກ​ການ​ສຳ​ຫລວດ​ໃນ​ໄລຍະ​ນັບ​ຈາກ​ປີ 2003 ຈົນ​ເຖິງ​ປີ 2007 ​ທີ່​ຜ່ານມານັ້ນກໍ​ພົບ​ວ່າ ການຊົມ​ໃຊ້ພະລັງງານ​​ໄຟຟ້າ​ຢູ່​ໃນ​ທົ່ວ​ປະ​ເທດ​ລາວ ​ໄດ້​ເພີ້ມສູງ​ຂຶ້ນ​ໃນ​ອັດຕາ​ສະ​ເລ່ຍ​ເຖິງ 11% ຕໍ່ປີ ​ໂດຍ​ໃນ​ບາງ​ປີນັ້ນກໍ​ປະກົດ​ວ່າ ການ​ຊົມ​ໃຊ້​ພະລັງງານ​ໄຟຟ້າ ​ໄດ້​ເພີ້ມສູງ​ຂຶ້ນ​ເຖິງ​ລະດັບ 13% ກໍ​ມີ. ຍິ່ງ​​ໄປ​ກວ່າ​ນັ້ນ ການ​ສຳ​ຫລວດ​ໃນ​ປີ 2008 ທີ່​ຜ່ານ​ມານີ້ກໍ​ຍັງພົບອີກ​ວ່າ ການຊົມ​ໃຊ້ພະລັງງານ​​ໄຟຟ້າ​ໃນ​ທົ່ວ​ປະ​ເທດ​ລາວ ​ໄດ້​ປັບ​ຕົວສູງ​ຂຶ້ນຈາກ​ເດີມ​ເຖິງ 18% ​ເມື່ອ​ທຽບ​ໃສ່​ກັບປີ 2007 ທີ່​ຜ່ານ​ມາ​ດັ່ງກ່າວ ​ແລະ ຈົນ​ເຖິງ​ປະຈຸ​ບັນນີ້ ການ​ຊົມ​ໃຊ້​ພະລັງງານ​ໄຟຟ້າ​ໃນ​ລາວ ກໍ​ຍັງ​ຄົງ​ເພີ້ມຂຶ້ນຢ່າງ​ຕໍ່​ເນື່ອງ ​ໂດຍ​ເຖິງ​ແມ່ນ​ວ່າ​ລາວ ຈະ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ບັນຫາ​ວິ​ກິດ​ການ​ທາງ​ເສດ​ຖະ​ກິດ​ການ​ເງິນ​ໂລກ ຄື​ກັບປະ​ເທດ​ອື່ນໆ​ກໍ​ຕາມ. ຫາກ​ແຕ່​ ຍ້ອນ​ວ່າການ​ລົງທຶນ​ໃນ​ພາກ​ອຸດສາຫະກຳ​ການ​ຂຸດ​ຄົ້ນບໍ່​ແຮ່ທີ່​ເພີ້ມຫລາຍ​ຂຶ້ນ ​ແລະ ​ເມື່ອສົມທົບ​ກັບ​ການ​ປະຕິບັດ​ແຜນການ​ກ່ຽວກັບ​ການ​ຂະ​ຫຍາ​ຍ​ເຄືອຂ່າຍ​ສົ່ງ​ກະ​​ແສ​ໄຟຟ້າ​ເຂົ້າ​ໄປ​​ໃນ​ເຂດ​ຊົນນະບົດ​ຂອງ​ລາວ​ທີ່​ກ້ວາງຂວາງ​ຫລາຍ​ຂຶ້ນນັບ​ມື້ ດ້ວຍ​ຫວັງ​ວ່າ​ພະລັງງານ​ໄຟຟ້າ ຈະ​ມີ​ສ່ວນ​ຢ່າງ​ສຳຄັນ ​ໃນ​ການ​ຊ່ອຍ​ຫລຸດ​ຜ່ອນ​ບັນຫາ​ຄວາມທຸກ​ຈົນ​ຂອງ​ປະຊາຊົນ​ລາວ​ໃນ​ເຂດ​ຊົນນະບົດ​ດ້ວຍ​ນັ້ນ ກໍ​ຍິ່ງ​ໄດ້​ເຮັດ​ໃຫ້ຄວາ​ມຕ້ອງການຊົມ​ໃຊ້ພະລັງງານ​​ໄຟຟ້າ​ຢູ່​ໃນ​ລາວ ​ບໍ່ມີ​ການ​ຫລຸດໜ້ອຍລົງ​ແຕ່​ຢ່າງ​ໃດ. ​
l-electricity-meeting
ກອງປະຊຸມສຳຄັນອັນນຶ່ງກ່ຽວກັບໄຟຟ້າໃນລາວ ຈັດຂຶ້ນ ໃນປີ 2008

ໃນ​ຂະນະ​ດຽວກັນ ລັດ​ວິ​ສາ​ຫະກິດ​ໄຟຟ້າ​ລາວ ກໍ​ຍັງ​ໄດ້​ຄາດ​ການ​ອີກດ້ວຍ​ວ່າ ​ໃນ​ປີ 2008​​ ໄປ​ຈົນເຖິງປີ 2016 ຄວາມ​ຕ້ອງການ​ຊົມ​ໃຊ້​ພະລັງງານ​ໄຟຟ້າ​ໃນ​ລາວ ຍັງ​ຈະ​ເພີ້ມຂຶ້ນ​ເຖິງ​ອັດຕາ​ສະ​ເລ່ຍ 18% ຕໍ່ປີ ຢ່າງ​ຕໍ່​ເນື່ອງ​ອີກ​ດ້ວຍ. ຊຶ່ງ​ຖ້າ​ຫາກ​ວ່າ​ເປັນ​ຈິງ​ຕາມ​ການ​ຄາດໝາຍດັ່ງກ່າວ​ຂອງ​ລັດ​ວິ​ສາ​ຫະກິດ​ໄຟຟ້າ​ລາວ​ນັ້ນ ກໍ​ຈະ​ເປັນ​ຜົນ​ເຮັດ​ໃຫ້ການ​ຊົມ​ໃຊ້​ພະລັງງານ​ໄຟຟ້າ​ໃນ​ລາວ​ເພີ້ມຂຶ້ນຈາກ​ລະດັບ 1.642 ລ້ານ​​ກິ​ໂລ​ວັດ​ໂມງ​ ໃນ​ປະຈຸ​ບັນ ຂຶ້ນ​ໄປ​ເປັນ​ບໍ່ໜ້ອຍກວ່າ 7.257 ລ້ານ​ກິ​ໂລ​ວັດ​ໂມງ ​ໃນ​ປີ 2016 ​ແລະ ກໍ​ຈະ​ເປັນຜົນ​ກະ​ທົບ​ຕໍ່​ເນື່ອງ​ໄປ​ເຖິງ​ການທີ່ຈະ​ເຮັດ​ໃຫ້​ລັດ​ວິ​ສາ​ຫະກິດ​ໄຟຟ້າ​ລາວ​ນັ້ນ ຈະ​ຕ້ອງ​ມີ​ການ​ລົງທຶນ​​ໃນ​ມູນ​ຄ່າ​ຫລາຍ​ກວ່າ 1.500 ລ້ານ​ໂດ​ລ້າ​ສະຫະຣັດ ​ເພື່ອ​ການ​ພັດທະນາ​ພະລັງງານ​ໄຟຟ້າ​ໃຫ້​ໄດ້​ຢ່າງ​ພຽງພໍ​ກັບ​ຄວາມ​ຕ້ອງການ​ພາຍ​ໃນ​ປະ​ເທດ ທີ່​ເພີ້ມຂຶ້ນຈາກ 416 ​ເມກາ​​ວັດ ​ໃນ​ປະຈຸ​ບັນ​ໄປ​​ເປັນ​ບໍ່ໜ້ອຍກວ່າ 1.260 ເມກາ​ວັດ ພາຍ​ໃນ​ປີ 2016 ດັ່ງກ່າວ​ອີກ​ດ້ວຍ. ​ແຕ່​ຢ່າງ​ໃດ​ກໍ​ຕາມ​ໃນ​ໄລຍະ ຫົ​ກ​ເດືອນຕົ້ນປີຂອງ​​ແຜນການ​ປະຈຳ​ປີ 2008 ຫາ 2009 ນີ້ ກັບ​ປາກົດ​ວ່າ ການ​ຜະຫລິດ​ກະ​ແສ​ໄຟຟ້າ​ຂອງລັດ​ວິ​ສາ​ຫະກິດ​ໄຟຟ້າ​ລາວ ​ໄດ້​ຫລົດ​ລົງ​ຈາກ​ໃນ​ໄລຍະ​ດຽວກັນ​ຂອງ​ປີ​ກາຍ ຄຶດ​ເປັນ​ສັດສ່ວນ​ເກືອບ​ເຖິງ 9% ຊຶ່ງ​ກໍ​ເປັນ​ຜົນ​ເຮັດ​ໃຫ້​ຜົນ​ຜະຫລິດ​ພະລັງງານ​ໄຟຟ້າ​ຫລົດ​ລົງ​ຈາກ 1.636 ລ້ານ​ກິ​ໂລ​ວັດ​ໂມງ ລົງ​ມາ​ເປັນ 1.497 ລ້ານ​ກິ​ໂລ​ວັດ​ໂມງ ຈຶ່ງ​ບໍ່ພຽງພໍ​ກັບ​ຄວາມ​ຕ້ອງການ​ຊົມ​ໃຊ້​ພະລັງງານ​ໄຟຟ້າ​ທີ່​ເປັນ​ຈິງ​ໃນ​ລາວ ​ໂດຍ​ມີ​ສາ​ເຫດ​ມາ​ຈາກ​ປະລິມານ​ນ້ຳທີ່​ບົກ​ແຫ້ງ​ລົງ​ຢ່າງ​ໄວວາ ຈຶ່ງ​ເຮັດ​ໃຫ້​ມີ​ປະລິມານ​ນ້ຳບໍ່​ພຽງພໍ ກັບ​ຄວາມ​ອາດ​ສາມາດ​ໃນ​ການຜະຫລິດ​ກະ​ແສ​ໄຟຟ້າ​ຂອງ​ໂຄງ​ການ​ເຄື່ອນ​ຕ່າງໆ​ໃນ​ລາວ​ນັ້ນ​ເອງ. ​ເພາະສະນັ້ນ ຈຶ່ງ​ເຮັດ​ໃຫ້​ທາງ​ການ​ລາວ​ມີ​ຄວາມ​ຈຳ​ເປັນ​ທີ່​ຈະ​ຕ້ອງ​ດຳ​ເນີນ​​ໂຄງການລົນ​ນະ​ລົງ​ເພື່ອ​ໃຫ້​ປະຊາຊົນ​ລາວ​ຊ່ອຍ​ກັນ​ຊົມ​ໃຊ້​ພະລັງງານ​ໄຟຟ້າ​ຢ່າງ​ປະຢັດ ​ໂດຍ​ກໍ​ເປັນ​ການ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ເພື່ອນ​ບ້ານ​ໃນ​ເຂດ​ລຸ່ມ​ແມ່ນ້ຳຂອງ​ດ້ວຍ​ກັນ ດັ່ງ​ທີ່​ເຈົ້າໜ້າທີ່​ຂັ້ນສູງ​ໃນ EDL ​ໄດ້​ໃຫ້ການຊີ້ແຈງວ່າ:

​​ໃນກອບ​ການ​ຮ່ວມ​ມື ​ແລະ ການພັດທະນາ​ເສດ​ທະ​ກິດ​ຕາມ​ລາມ​ແມ່ນ້ຳຂອງ​ ວຽກງານ​ການ​ສົ່ງ​ເສີມ​ພະລັງງານ​ຕົວ​ແທນ ​ແລະ ອະນຸລັກ​ພະລັງ​ງານ​ແມ່ນໜຶ່ງ​ໃນ​ວຽກດັ່ງ​ກ່າວ. ສະ​ເພາະ​ສົກ​ປີ 2008-2009​ ນີ້ ໃນ​ກອບ​ການ​ຮ່ວມ​ມື​ລະຫວ່າງ​ກະຊວງ​ພະລັງງານ​ແຫ່ງ​ປະ​ເທດ​ໄທ ​ແລະ ກະຊວງ​ພະລັງງານ ​ແລະ ບໍ່​ແຮ່ ຂອງ ສ.ປ.ປ. ລາວ ກໍ​ໄດ້​ມີ​ການ​ຮ່ວມ​ມື​ກັນ​ຢູ່ ສາມ-ສີ່ໂຄ​ງ ການ ​ແລະ ວຽກງານ​ການ​ສົ່ງ​ເສີມ​ການ​ປະຢັດ​ພະລັງງານ​ ​ແລະ ອານຸລັກ​ພະລັງງານນີ້ ຖື​ວ່າແມ່ນ ໜຶ່ງ​ໃນ​ບັນດາ​ວຽກງານ​ດັ່ງກ່າວ.

 

ຊົງຣິດ ​ໂພນ​ເງິນ ລາຍ​ງານ​ຈາກ​ບາງກອກ​ໃນ​ວັນ​ທີ 27 ພຶດສະພາ 2009


Download ຊົງຣິດ ລາຍງານຈາກ ບາງກອກ ໃນວັນທີ 26/05/2009
Download  (MP3)
Listen to This Report ຊົງຣິດ ລາຍງານຈາກ ບາງກອກ ໃນວັນທີ 26/05/2009
Listen to (MP3)
E-mail This Article E-mail this article
Print This Article Print Version
  Featured Story
North & South Korean Navies Exchange Fire  Audio Clip Available

  More From VOA
Germany Celebrates Collapse of Berlin Wall  Audio Clip Available
Vientiane Officials Concerned About Trash Disposal Problem During SEA Games  Audio Clip Available
SEA Games Songs  Audio Clip Available
Diarrhea Causes Deaths of 1.5 million Children Worldwide Each Year  Audio Clip Available
Laos Among Five ASEAN Nations Criticized Over Human Rights  Audio Clip Available
Laotian American Professor Takes a Leading Role in American Literature  Audio Clip Available