VOANews.com

ວີໂອເອ ພາກພາສາລາວ ▪ Lao
ແຫລງຂາວທໄວໃຈໄດ
 
News in 45 Languages
ການຮຽນທີ່ສະຫະຣັດ: ການສຶກສາວິຊາການທະຫານ


13/06/2009

Foreign students attending university courses in the United States
ນັກສຶກສາຕ່າງປະເທດກຳລັງຮຽນຢູ່ ມະຫາວິທະຍາໄລ ແຫ່ງນຶ່ງໃນອາເມຣິກາ
ຢູ່ໃນສະຫະຣັດ ອາເມຣິກາ ມີມະຫາວິທະຍາ ໄລນ້ອຍ ແລະ ໃຫຍ່ ຫລາຍແຫ່ງທີ່ທຳການ ສິດສອນວິຊາການທະຫານ. ຫາກແຕ່ວ່າ ນອກຈາກ ມະຫາວິທະຍາໄລເຫລົ່ານີ້ແລ້ວ ນັກສຶກສາ ຕ່າງປະເທດຍັງສາມາດໄປຮຽນ ຢູ່ໃນວິທະຍາຄານທະຫານ ຫລື ໂຮງຮຽນ ນາຍຮ້ອຍທະຫານແຫ່ງຊາດໄດ້ ອີກ 5 ແຫ່ງ.

ໃນຈຳນວນ​ໂຮງຮຽນ​ນາຍຮ້ອຍທະຫານ 5 ແຫ່ງຂອງສະຫະຣັດ ອາເມຣິການັ້ນ ມີ 3 ແຫ່ງທີ່ຢູ່ພາຍໃຕ້ກະຊວງປ້ອງກັນປະເທດ ສະຫະຣັດ. ນັ້ນກໍຄື ວິທະຍາຄານທະຫານ ແຫ່ງສະຫະຣັດ ຫລື The United States Military Academy ຢູ່ West Point, ຢູ່ຣັດ ນີວຢອກ, ຊື່​ງທຳ​ການສິດສອນເພື່ອກະກຽມນາຍທະຫານໃຫ້ແກ່ ກອງທັບບົກ, ວິທະຍາຄານທະຫານອາກາດ ຫລື The Air Force Academy ຢູ່ໃນເມືອງ Colorado Springs, ຣັດ Colora-do (ໂຄໂລຣາໂດ) ແລະ ວິທະຍາຄານ ທະຫານເຮືອ ທີ່ຕັ້ງຢູ່ ເມືອງ ແອນນາໂພລິສ (Annapolis) ຢູ່ຣັດ ເມຣີແລນ ຊຶ່ງເປັນ ມະຫາວິທະຍາໄລ ທີ່ກະກຽມນາຍທະຫານໃຫ້ແກ່ກອງທັບເຮືອ ແລະ ກອງທັບນາວິກະ​ໂຍທິນ ຫລື ທະຫານ​ມາຣິນສ໌.

ຜູ້ທີ່ຖືກສົ່ງໄປຮຽນໃນໂຮງຮຽນນາຍທະຫານເຫລົ່ານີ້ ຕ້ອງມີ ອາຍຸໃນລະຫວ່າງ ສິບເຈັດປີ ຫາ ຊາວສາມປີ, ເປັນໂສດ ແລະ ບໍ່ມີລູກ. ​​ໂດຍ​ປົກກະຕິ​ແລ້ວ ຜູ້ສະໝັກຂໍເຂົ້າຮຽນໃນ ວິທະຍາຄານທະຫານເຫລົ່ານີ້ ຕ້ອງຖືກສະເໜີຊື່​ໂດຍສະມາ ຊິກຣັດຖະສະພາ ຫລື Congress. ສ່ວນຜູ້ສະໝັກທີ່ເປັນຊາວ ຕ່າງປະເທດ ແມ່ນໄດ້ຖືກນຳສະເໜີ ໂດຍ ລັດຖະບານປະເທດຂອງເຂົາເຈົ້າ ທີ່ເປັນຜູ້ຈ່າຍຄ່າການສຶກສາໃຫ້ເຂົາເຈົ້າ.

ລັດຖະບານແຕ່ລະປະເທດ ມີຂໍ້ກຳນົດຂອງ​ຕົນ​ເອງ ກ່ຽວ​ກັບວ່າ ນັກສຶກສາທີ່ຮຽນຈົບ ຈາກວິທະຍາຄານ​ທະຫານ​ຂອງ​ສະຫະຣັດ ນັ້ນ ຕ້ອງເຂົ້າຮັບໃຊ້ໃນກອງທັບ​ ເປັນ​ເວລາ​ດົນ​ນານ​ສ່ຳ​ໃດ.ສຳລັບນັກສຶກສາອາເມຣິກັນທີ່​ເຂົ້າຮຽນໃນມະຫາວິທະຍາໄລ 4 ປີ ເຫລົ່ານີ້ ຕ້ອງໄດ້ຮັບໃຊ້ໃນກອງທັບ​ເປັນ​ທະຫານ​ປະຈຳ ຢ່າງ ໜ້ອຍ 5 ປີ ຫລັງຈາກ ຮຽນຈົບແລ້ວ. 

Camp Pendelton Marines in Writers Workshop
ນັກຮຽນທະຫານມາຣິນສອາເມຣິກັນຈຳນວນ ນຶ່ງກຳລັງຮຽນໃນໂຮງຮຽນນາຍທະຫານ ແຫ່ງນຶ່ງ

ກະຊວງ ປ້ອງກັນປະເທດສະຫະຣັດ ເລືອກ ເອົາຫລາຍ​ກວ່າ 100 ປະເທດ ໃນແຕ່ລະປີ ແລະ ​ເຊື້ອ​ເຊີນໃຫ້ເຂົາເຈົ້າສ​ະ​ເນີຊື່ ຂອງນັກສຶກ ສາຂອງຕົນ​ເຂົ້າມາຮຽນ​ໃນວິທະຍາຄານເຫລົ່ານີ້. ນັກສຶກສາຕ່າງປະເທດ ສາມາດເຂົ້າຮຽນ ໃນແຕ່ລະ ໂຮງຮຽນ ພ້ອມກັນໄດ້ບໍ່​ກາຍ 60 ຄົນ ​ໃນ​​ເວລານື່ງໆ.

ຕົວຢ່າງເຊັ່ນ: ໃນຊຸດນັກຮຽນລຸ້ນຕໍ່ໄປນີ້ ຢູ່ໃນວິທະຍາຄານທະ ຫານເຮືອ ຫລື Naval Academy ນັ້ນ ຈະມີນັກຮຽນຕ່າງປະ ເທດ 18 ຄົນ ເຊິ່ງໃນນັ້ນ 4 ຄົນເປັນເພດຍິງ ​​ເຮັດ​ໃຫ້ຈຳນວນ ສຶກສາຕ່າງປະເທດ ທີ່ຮຽນໃນວິທະຍາຄານດັ່ງກ່າວ​ໃນ​ສົກສຶກ ສາ ປີໜ້າ​ນີ້ ເພີ່ມຂຶ້ນເປັນ ຫ້າສິບສາມຄົນ.

ທ່ານ ທິມ ດີຊເສີ້ (Tim Disher) ຫົວໜ້າໂຄງການການສຶກສາ ສາກົນ ຂອງ​​ໂຮງຮຽນ​ທະຫານ​ເຮືອສະຫະຣັດ ເວົ້າວ່າພວກທີ່ມີ ຄວາມສົນໃຈຢາກມາຮຽນໃນມະຫາວິທະຍາໄລນີ້ ຄວນຕິດຕໍ່​ໄປ​ຍັງພະ​ແນ​ກກ່ຽວຂ້ອງ ທີ່ຮວມທັງພະແນກກອງທັບເຮືອຂອງປະ​ເທດເຂົາເຈົ້າເອງ. ນອກນັ້ນ ທຸກວິທະຍາຄານ ຫລື ໂຮງຮຽນ ນາຍຮ້ອຍທະຫານ ຈະມີຂໍ້ມູນກ່ຽວກັບການ​ຮັບເອົານັກຮຽນເຂົ້າ ຮຽນ ຢູ່ເວັບໄຊ໌ຂອງເຂົາເຈົ້ານຳອີກ.

ນອກ​ນັ້ນອີກ ນັກຮຽນຕ່າງປະເທດ ຍັງສາມາດ​ເຂົ້າສຶກສາໃນ ອີກ​ສອງ​ໂຮງຮຽນ​ທະຫານ​ຂອງ​ສະຫະຣັດ ຄື ວິທະຍາຄານທະ ຫານຍາມ​ຝັ່ງ ຫລື Coast Guard Academy ຢູ່​ເມືອງ ນິວລອນ ດອນ, ຣັດ Connecticut ແລະ ວິທະຍາຄານທະຫານ​ເຮືອ​ພານິດ ຫລື Merchant Marine Academy ຢູ່ທີ່ເມືອງ ຄິ່ງສ ພັ້ອຍ(Kings Point) ຣັດ ນິວຢັອກ. ວິທະຍາ​ຄານທະຫານຍາມ​ຝັ່ງ ຫລື Coast Guard Academy ສາມາດຮັບ​ເອົານັກຮຽນຕ່າງ ປະເທດ ມາຮຽນ​ໃນເວລາດຽວກັນ ໄດ້ ເຖິງສາມສິບຫ້າຄົນ ສ່ວນຢູ່ ໂຮງຮຽນ Merchant Marine ແມ່ນຮັບ​ເອົາໄດ້ເຖິງສາມສິບຄົນ.

ໂຮງຮຽນສອງ​ແຫ່ງນີ້ ກໍມີມາດຕະການຂອງຕົນເອງໃນການຮັບ​ເອົານັກຮຽນ ເຂົ້າຮຽນໃນ ໂຮງຮຽນເຂົາເຈົ້າ. ວິທະຍາຄານ ທະ ຫານຍາມ​ຝັ່ງ ຫລື Coast Guard Academy ເວົ້າວ່າ ນັກຮຽນທີ່ ສົນໃຈເຂົ້າຮຽນໃນໂຮງຮຽນຂອງເຂົາເຈົ້າ ຄວນຕິດຕໍ່​ໄປ​ຍັງທູດ ທະຫານ ປະຈຳສະຖານທູດສະຫະຣັດ ອາເມຣິກາ ຢູ່ໃນປະ​ເທດຂອງເຂົາເຈົ້າ. ສ່ວນນັກຮຽນຕ່າງປະເທດ ທີ່ມີຄວາມສົນໃຈຢາກ ເຂົ້າຮຽນໃນ ວິທະຍາຄານ Merchant Marine Academy ນັ້ນ ຕ້ອງຂໍຟອມຄຳຮ້ອງສະໝັກເຂົ້າຮຽນ ນຳຫ້ອງການຮັບ​ເອົານັກ ຮຽນ ຂອງ​ໂຮງຮຽນ​ນີ້ ທີ່ Kings Point ຣັດ New York ນັ້ນ ໂດຍກົງ. 


ຟັງສຽງ ເປັນພາສາລາວໄດ້ ໂດຍການກົດປຸ່ມຢູ່ຂວາມືຂ້າງເທິງ.


Download ລາຍງານຂອງ Steinbach ກ່ຽວກັບການສຶກສາ ດ້ານການທະຫານ
Download  (MP3)
Listen to This Report ລາຍງານຂອງ Steinbach ກ່ຽວກັບການສຶກສາ ດ້ານການທະຫານ
Listen to (MP3)
E-mail This Article E-mail this article
Print This Article Print Version
  Featured Story
Gibbs: Obama to Announce Afghan War Strategy within Days  Audio Clip Available

  More From VOA
Bikes for the World  Audio Clip Available
21 Killed in Philippines Abduction  Audio Clip Available
Vaccine Shortage-Concern of H1N1 Spread in Mecca During Hajj  Audio Clip Available
Laos-ASEAN Free Trade Area (AFTA)  Audio Clip Available
Legacy of War's Briefing and Discussion in Washington DC  Audio Clip Available
Thailand: Impossible to Repatriate All Huay Namkhao Hmongs by Year's End  Audio Clip Available
Taylor Swift - CMA Entertainer of the Year and Female Vocalist of the Year  Audio Clip Available