 |
| ທ່ານ ອະພິສິດ
ເວດຊາຊິວະ, ນາຍົກລັດຖະມົນຕີ ໄທ |
ນາຍົກລັດຖະມົນຕີໄທຮັບປາກກັບເຄືອຂ່າຍ ພັນທະມິດເພື່ອການອານຸລັກແມ່ນ້ຳຂອງວ່າ
ຈະນຳເອົາປະເດັນບັນຫາທີ່ກ່ຽວກັບໂຄງ
ການກໍ່ສ້າງເຂື່ອນໃນລຳແມ່ນ້ຳຂອງເຂົ້າ
ສູ່ການປຶກສາຫາລືໃນລະດັບນາໆຊາດ.
ສ່ວນບັນດາອົງການອະນູລັກທຳມະຊາດ
ໃນໄທນັ້ນກໍຍັງຄົງຢືນຢັນທີ່ຈະດຳເນີນ
ການຄັດຄ້ານການຊື້ກະແສໄຟຟ້າຈາກລາວອີກດ້ວຍ.
ກຸ່ມເຄືອຂ່າຍພັນທະມິດເພື່ອການອານຸລັກ ແມ່ນ້ຳຂອງຊຶ່ງເປັນການປະສານງານຮ່ວມ
ກັນລະຫວ່າງອົງການອານຸລັກຊັບພະຍາກອນທຳມະຊາດທັງໃນປະເທດໄທໃນລະດັບ
ພູມມີພາກລຸ່ມແມ່ນ້ຂອງແລະໃນລະດັບສາກົນຈຳນວນຫລາຍກວ່າ 20 ອົງການນັ້ນ
ໄດ້ລວມຕົວກັນຍື່ນໜັງສືສະແດງການ ຄັດຄ້ານຕໍ່ໂຄງການກໍ່ສ້າງເຂື່ອນໃນລຳແມ່ນ້ຳ
ຂອງງຕໍ່ທ່ານອະພິສິດເວດຊາຊີວະນາຍົກລັດຖະມົນຕີຂອງໄທຢ່າງເປັນທາງການເມື່ອ
ວັນທີ18 ມີຖຸນາທີ່ຜ່ານມານີ້ຢູ່ບາງກອກໂດຍໄດ້ຍື່ນໜັງສືດັ່ງກ່າວພ້ອມດ້ວຍລາຍຊື່
ຂອງບຸກຄົນທີ່ໄດ້ຮ່ວມກັນ ລົງຊື່ໃນໂພດສຄາດຈຳນວນເຖິງ 16.380 ແຜ່ນຈາກທົ່ວໂລກ
ທີ່ສະແດງການຄັດຄ້ານຕໍ່ໂຄງການ ກໍ່ສ້າງເຂື່ອນໃນລຳແມ່ນ້ຳຂອງດັ່ງກ່າວ.
![[insert caption here] [insert caption here]](/lao/images/Dams-location-in-Mekong.gif) |
ແຜນຈຸດທີ່ຕັ້ງ ຂອງເຂື່ອນຕ່າງໆ ຕາມລຳ ແມ່ນ້ຳຂອງ
|
ໃນໂອກາດທີ່ໄດ້ຮັບໜັງສືດັ່ງກ່າວນີ້ດ້ວຍຕົວເອງທ່ານ ອະພິສິດກໍໄດ້ຮັບ
ປາກກັບບັນດາຜູ້ແທນຂອງກຸ່ມເຄືອ
ຂາຍພັດທະມິດເພື່ອການອານຸລັກ
ແມ່ນ້ຳຂອງວ່າທ່ານຈະນຳສະເໜີປະ
ເດັນບັນຫາກ່ຽວກັບໂຄງການກໍ່ສ້າງ
ເຂື່ອນໃນລຳແມ່ນ້ຳຂອງດັ່ງກ່າວເຂົ້າ
ສູ່ການປຶກສາຫາລືໃນລະດັບລະຫວ່າງ
ປະເທດແລະນາໆ ຊາດຕໍ່ໄປໂດຍບໍ່ວ່າ
ຈະເປັນຄະນະກຳມາທິການແມ່ນ້ຳຂອງຫລືຄວາມຮ່ວມມືທີ່ເອີ້ນວ່າອານຸພູມມີພາກ
ລຸ່ມແມ່ນ້ຳຂອງລວມໄປເຖິງການຮ່ວມມືລະຫວ່າງປະເທດສະມາຊິກໃນກຸ່ມອາຊຽນ
ກັບປະເທດຄູ່ເຈລະຈາຂອງອາຊຽນດ້ວຍ.
ແຕ່ຢ່າງໃດກໍຕາມ ທ່ານ ອະພິສິດ
ກໍໄດ້ໃຫ້ ການເນັ້ນຢ້ຳວ່າລັດຖະບານໄທບໍ່ສາມາດທີ່ຈະຕັດສິນໄດ້ພຽງແຕ່ຝ່າຍ ດຽວວ່າຈະເຫັນດ້ວຍຫລືບໍ່ເຫັນດ້ວຍກັບໂຄງ
ການກໍ່ສ້າງເຂື່ອນໃດໜຶ່ງໃນລຳແມ່ນ້ຳຂອງເນື່ອງຈາກວ່າແມ່ນ້ຳຂອງນັ້ນເປັນແມ່
ນ້ຳລະຫວ່າງປະເທດຈຶ່ງຈຳເປັນທີ່ຈະຕ້ອງມີການປຶກສາຫາລືຮ່ວມກັນກັບປະ
ເທດອື່ນໆຢູ່ໃນລຸ່ມນ້ຳດ້ວຍກັນໂດຍການປຶກສາຫາລືກໍຍັງຈະຕ້ອງຢືນຢູ່ບົນຂໍ້ມູນ
ທີ່ໄດ້ຈາກການສຶກສາສຳຫລວດຢ່າງໄດ້ມາດຕະຖານສາກົນແລະກໍເປັນທີ່ຍອມຮັບ
ຂອງທຸກໆຝ່າຍອີກດ້ວຍ.ສ່ວນກ່ຽວກັບລະດັບຄວາມຕ້ອງການໃນດ້ານພະລັງງານ
ໄຟຟ້າຂອງໄທນັ້ນທ່ານອະພິສິດກໍໄດ້ຢືນຢັນວ່າຈະສັ່ງການໃຫ້ຫນ່ວຍງານລັດທີ່
ກ່ຽວຂ້ອງດຳເນີນການສຶກສາແລະປະເມີນຜົນໃນດ້ານສະຖານະການຢ່າງຮອບ
ດ້ານອີກເທື່ອໃໝ່,
ເພາະວ່າໃນປະຈຸບັນນີ້ເຖິງແມ່ນວ່າການຊົມໃຊ້ພະລັງງານໄຟຟ້າ
ໃນໄທຈະຫລຸດລົງກໍຕາມ ຫາກແຕ່ກໍເປັນຍ້ອນບັນຫາຜົນກະທົບຈາກວິກິດການ
ທາງເສດຖະກິດການເງິນໂລກ, ເພາະສະນັ້ນ ຖ້າຫາກ ວ່າສະຖານະການໄດ້ກັບຄືນ
ສູ່ສະພາບການ ທີ່ເປັນປົກກະຕິ ແລະ ເສດຖະກິດຂອງໄທກໍກັບຄືນສູ່ສະພາບ
ການຂະຫຍາຍຕົວອີກເທື່ອໃໝ່ນັ້ນຈຶ່ງມີຄວາມຈຳເປັນ ທີ່ຈະຕ້ອງດຳເນີນການສຶກ
ສາສຳຫລວດແລະວິໄຈຢ່າງຖືກຕ້ອງແລະສອດຄ້ອງກັບສະພາບຕົວຈິງຕໍ່ໄປ.
ຫາກແຕ່ວ່າ
ສຳລັບກຸ່ມເຄືອຂ່າຍພັນທະມິດ ເພື່ອການອານຸລັກແມ່ນ້ຳຂອງນັ້ນກໍຍັງຄົງໄດ້ສະແດງ ການຢືນຢັນວ່າຈະທຳການເຂື່ອນໄຫວເພື່ອຄັດຄ້ານໂຄງການກໍ່ສ້າງເຂື່ອນ
ໃນລຳແມ່ນ້ຳຂອງຕໍ່ ໄປຢ່າງບໍ່ຢຸດຢັ້ງພ້ອມທັງຍັງຈະລົນນະລົງໃຫ້ຂໍ້ມູນກັບປະຊາຊົນ
ຄົນໄທໃນທົ່ວປະເທດເພື່ອສະແດງການຄັດຄ້ານຕໍ່ແຜນການຮັບຊື້ກະແສໄຟຟ້າຈາກປະ
ເທດເພື່ອນບ້ານຂອງໄທ ໂດຍສະເພາະແມ່ນແຜນການຮັບຊື້ກະແສໄຟຟ້າຈາກລາວ
ແລະພະມ້າ, ເນື່ອງຈາກເປັນແຜນການຮັບຊື້ກະແສໄຟຟ້າທີ່ເກີນກວ່າລະດັບຄວາມ
ຕ້ອງການພາຍໃນປະເທດ.
ຕາມຄວາມເຫັນຂອງທ່ານ ນາງ ເປຣມຣືດີ ດາວເຣືອງ,
ຜູ້ປະສານງານເຄືອຂ່າຍພັນທະມິດເພື່ອການອານຸລັກແມ່ນ້ຳຂອງ. ທັງນີ້ ລັດຖະ
ບານໄທໄດ້ຕົກລົງໃນຫລັກການວ່າຈະຮັບຊື້ກະແສໄຟຟ້າຈາກລາວໃນປະລິມານ
ລວມເຖິງ 7.000
ເມັກາວັດ ພາຍໃນປີ 2015. ສ່ວນແຜນການກໍ່ສ້າງເຂື່ອນ
ໃນແນວແມ່ນ້ຳຂອງທີ່ຢູ່ໃນຊ່ວງຂອງປະເທດລາວ,
ໄທ, ແລະ ກຳປູເຈຍ ນັ້ນ
ກໍມີຢູ່ທັງໝົດ 11 ໂຄງການດ້ວຍ ກັນໃນປະຈຸບັນນີ້.
ຊົງຣິດ ໂພນເງິນ ລາຍງານມາຈກ ບາງກອກໃນວັນທີ 19 ມິຖຸນາ 2009