VOANews.com

ວີໂອເອ ພາກພາສາລາວ ▪ Lao
ແຫລງຂາວທໄວໃຈໄດ
 
News in 45 Languages
ຜູ້ວາງລະເບີດສະລະຊີບສັງຫານຜູ້ຄົນຢ່າງນ້ອຍ 23 ຄົນໃນອັຟການີສຖານ

02/09/2009

US soldier stands guard near site of suicide attack in Mehterlam, 2 Sep 2009
US soldier stands guard near site of suicide attack in Mehterlam, 2 Sep 2009
ສະຖາ​ນະ​ການໃນ​ອັຟກາ​ນີສຖານ:
ຜູ້​ວາງ​ລະ​ເບີດ​ສະລະ​ຊີບ​ຄົນ​ນຶ່ງ​ໄດ້​ຈຈູດ​ຂະນວນ​ວັດຖຸ​ລະ​ເບີດ​ໃສ່​ຝູງຊົນທີ່​ປະກອບ​ດ້ວຍເຈົ້າ​ໜ້າ​ທ່ີຣັຖບານ​ ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ອັຟກາ​ນີສຖານ ຍັງຜົນ​ເຮັດ​ໃຫ້​ຢ່າງ​ນ້ອຍ 23 ຄົນ​ເສັຍ​ຊີວິດ ຮວມທັງ​ຮອງຫົວໜ້າສືບ​ຂ່າວ​ລັບ​ຂອງ​ປະ​ເທດ​ນຳ. ການ​ໂຈມ​ຕີ​ດັ່ງກ່າວ​ເກີດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ພຸດ​ມື້​ນີ້ ທ່ີ​ໂບດ​ແຫ່ງ​ນຶ່ງ​ໃນ​ເມືອງ Mehtarlam ​ແຂວງ Laghman ​ໄກ​ຈາກ​ນະຄອນຫລວງຄາ​ບູລ ​ໄປທາງ​ກ້ຳຕາ​ເວັນ​ອອກ​ ປະມານ 100 ຫລັກ​ກິ​ໂລ​ແມັດ​. ທາງ​ການ​ສົງ​ໄສ​ວ່າ ທ່ານ Abdullah Laghmani ​ຮອງ​ຫົວໜ້າ​ຝ່າຍສືບ​ລັບ ​ໄດ້​ເປັນ​ເປົ້າ​ໝາຍ​ຂອງ​ການວາງ​ລະ​ເບີດ​ໂຈມ​ຕີ​​ຄັ້ງ​ນີ້.ໂຄສົກ​ກຸ່ມ​ກະບົດ​ຕາ​ລີ​ບານ ​ໄດ້​ອອກ​ມາ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ວ່າ ພວກ​ຕົນ​ເປັນ​ຜູ້​ທຳ​ການ​ໂຈມ​ຕີ.
ກ່ຽວ​ກັບ​ນັກ​ຂ່າວອະ​ເມຣິກັນທ່ີ​ປ່ອຍອອກຈາກ​ເກົາຫລີ​ເໜືອ: ນັກ​ຂ່າວ​ອະ​ເມຣິກັນ2 ຄົນ​ທ່ີ​​ເຄີຍ​ຖືກ​ຂັງ​ຄຸກ​​ໃນ​ເກົາຫລີ​ເໜືອໃນ​ຂໍ້​ຫາ​ເຂົ້າ​ເມືອງ​ຢ່າງຜິດ​ກົດໝາຍ​ ໄດ້​
Laura Ling, top, and Euna Lee arrive at Bob Hope Airport in Burbank, California, 05 Aug 2009
Laura Ling, top, and Euna Lee arrive at Bob Hope Airport in Burbank, California, 05 Aug 2009
ອອກ​ມາ​​ເລົ່າເຖິງ​ປະສົບ​ປະການ​ຂອງ​ເຂົາເຈົ້າເປັນ​ເທື່ອ​ທຳ​ອິດ ​ແລະ​ເວົ້າ​ວ່າພວກ​ເຂົາ​ເຈົ້າ​ບໍ່​ເຄີຍ​ຕັ້ງ​ໃຈ​ໄວ້​ເລີຍວ່າ​ ຈະ​ຂ້າມ​ແມ່​ນ້ຳ Tumen ທ່ີ​ກ້າມ​ເປັນ​ນ້ຳກ້ອນ ​ເຂົ້າ​ໄປ​ຍັງ​ປະ​ເທດ​ຄອມ​ມິ​ວນິດເກົາຫລີ​ເໜືອ​ນັ້ນ.
​ໃນຄຳ​ຖະ​ແຫລ​ງຍາວ​ໆທ່ີ​ລົງ​ໃນ Web site ຂອງສະຖານີ​ໂທລະພາບ Current TV ນາງ Laura Ling ​ແລະ​ນາງ Euna Lee ກ່າວ​ວ່າ ​ເຂົາ​ເຈົ້າໄດ້ຂ້າມ​ແມ່​ນ້ຳ​ດັ່ງກ່າວ ຕາມນາຍ​ທາງ​ຂອງ​ເຂົາ​ເຈົ້າ​​ໄປ​ດ້ວຍ​ຄວາມ​ລັ່ງ​ເລ​ໃຈ​ ​ແລະ​ຢືນຢັນ​ວ່າ​​ເຂົາ​ເຈົ້າ​ໄດ້​ກັບ​ຄືນ​ມາຢູ່​ໃນ​ດິນ​ແດນ​ຂອງ​ຈີນ​ແລ້ວ ​ເວລາ​ຖືກພວກໜ່ວຍາມ​ຊາຍ​ແດນ​ຂອງ​ເກົາຫລີ​ເໜືອ​ໄປ​ຈັບ​​ເອົາ ໃນ​ວັນ​ທີ 17 ມີນາ​ຜ່ານ​ມາ​ນັ້ນ. ນາງ Lee ​ແລະ​ນາງ Ling ກ່າວ​ວ່າ ​ເຂົາ​ເຈົ້າ​ຖືກ​ແກ່​ລາກ​ຢ່າງ​ຮຸນ​ແຮງ​ຂ້າມ​ນ້ຳກ້ອນ​ ໄປ​ຍັງ​ເກົາຫລີ​ເໜືອແລະ​ພາຍ່າງ​ໄປ​ຍັງ​ຖານ​ທັບແຫ່ງ​ນຶ່ງ​ຢູ່​ໃກ້ໆ​ນັ້ນ ​ແລະວ່າເຖິງແມ່ນ ​ຈະບໍ່​ມີ​ປ້າຍ​​ຫລື​ເຄື່ອງໝາຍໃດໆ​ ແບ່ງ​ແຍກ​ຊາຍ​ແດນ​ຈີນ​ກັບ​ເກົາຫລີ​ເໜືອ​ກໍ​ຕາມ ​ແຕ່​ເຂົາ​ເຈົ້າ​ກໍ​ຮູ້​ໂຕ​ຢູ່​ວ່າ​ ພວກເຂົາ​ເຈົ້າ​ກຳລັງ​ເຄື່ອນເຂົ້າ​ໄປ​ຫາ​ດ່າ​ນຂ້າມ​ຊາຍ​ແດນ​ ເວລາ​ເຂົາ​ເຈົ້າຂ້າມ​ແມ່​ນ້ຳ​ Tumen ທ່ີ​ເປັນ​ນ້ຳກ້ອນ​ນັ້ນ. ນາງ Lee ​ແລະ​ນາງ Ling ກ່າວ​ຕື່ມ​ວ່າ ​ໃນ​ລະຫວ່າງ​ທ່ີ​ຕິດ​ຄຸກ​ຢູ່​ເປັນ​ເວລາ 140 ມື້​ນັ້ນ ​ເຂົາ​ເຈົ້າ​ໄດ້​ຖືກ​ຂັງແຍກ​ກັນຢູ່​ຄົນ​ລະ​ບ່ອນ ​ແລະ​ຖືກ​ສອບ​ປາກຄຳ​ຊ້ຳ​ແລ້ວ​ຊ້ຳ​ອີກ.  

​​
Workers use mobile phones as they gather outside their office buildings following an earthquake in Jakarta, Indonesia, 02 Sep 2009
Workers use mobile phones as they gather outside their office buildings following an earthquake in Jakarta, Indonesia, 02 Sep 2009
ແຜ່ນດິນ​ໄຫວ​ທ່ີ​ອິນ​ໂດ​ເນ​ເຊັຍ:
ທາງ​ການອິນ​ໂດ​ເນ​ເຊັຍ ກ່າວ​ວ່າ ປະຊາຊົນຢ່າງ​ນ້ອຍ 12 ຄົນ​ເສັຍ​ຊີວິດ ​ຫລັງ​ຈາກ​ໄດ້​ເກີດແຜ່ນດິນ​ໄຫວ​ຢ່າງ​ແຮງ​ ຢູ່​ນອກ​ຝັ່ງ​ທະ​ເລ​ຂອງ​ປະ​ເທດ​ ໃນ​ວັນ​ພຸດ​ມື້​ນີ້. ແຜ່ນດິນ​ໄຫວ​ໄດ້​ເກີດ​ຂຶ້ນ​ຢູ່​ໃຕ້​ນ້ຳ​​ ເລິກລົງ​ໄປ​​ 49 ຫລັກກິ​ໂລ​ແມັດ ນອກ​ຝັ່ງ​ທະ​ເລ​ຂອງເກາະ​ໃຫຍ່ Java ​ແລະຢູ່​ຫ່າງ​ຈາກ​ນະຄອນຫລວງ​ Jakarta ​ໄປ​ທາງ​ທິດຕາ​ເວັນ​ອອກສຽງ​ໃຕ້​ປະມານ 200 ຫລັກກິ​ໂລ​ແມັດ. ໃນ​ເບື້ອງ​ຕົ້ນ ຫ້ອງການ​ສຳ​ຫລວດ​​ທໍຣະນີຂອງ​ສະຫະຣັດ ​​ປະ​ເມີນ​ວ່າ ​ແຜ່ນດິນ​ໄຫວ​ຄັ້ງນີ້​ ມີ​ຄວາມ​ແຮງ 7.4 ຕາມ​ເຄື່ອງ​ວັນ​ແທກ​ແຜ່ນດິນ​ໄຫວ Richter ​ແຕ່​ບັດ​ນີ້ ​ໄດ້​ຫລຸ​ດລົງ​ມາ​ເປັນ 7.0 ແລະສູນ​ກາງ Pacific Tsunami ຂອງ​ສະຫະຣັດທ່ີ​​ເກາະຮາ​ວາຍ ທີ່ຕິດຕາມ​ເບິ່ງ​ໄພ​ຊຶນາ​ມິ​ ໃນ​ເຂດ​ມະຫາ​ສະມຸດ​ປາຊີ​ຟິກ ກໍ​ໄດ້ອອກ ຄຳ​ເຕືອນກ່ຽວ​ກັບ Tsunami ​ແຕ່​​ເວລານີ້ ໄດ້​ຍົກ​ເລີກ​​ໄປ​ແລ້ວ.  ແຜ່ນດິນ​ໄຫວ​ດັ່ງກ່າວ​ໄດ້​ເຮັດ​ໃຫ້​ ຕຶກ​ອາຄານ​ຫລາຍ​ລັງ ໃນ​ນະຄອນ ຫລວງ Jakarta ​ສັ່ນ​ສະເທືອ​ນ​​ ​ເຮັດ​ໃຫ້​ພວກ​ພນັກ​ງານ​ ແຕກ​ຕື່ນຕົກ​ໃຈ ​ແລະ​ພາກັນແລ່ນ​ອອກ​ໄປ​ຍັງ​ຖນົນ​ຫົນທາງ​ສາຍ​ຕ່າງໆ.
ທີ່​ກຳປູ​ເຈັຍ : ສານ​ອາຊຍາ​ກັມ​ສົງຄາມ​ຂອງ​ກຳປູ​ເຈັຍ ​ທ່ີ​ໄດ້​ຮັບ​ການ​ໜຸນ​ຫລັງ​ຈາກ ສະຫະ​ປະຊາ​ຊາດ
Kaing Guek Eav (C-white shirt), better known as Duch, the former Khmer Rouge prison chief of S-21, or Tuol Sleng prison, stands behind co-lawyers in the courtroom in Phnom Penh, 30 Mar 2009
Kaing Guek Eav (C-white shirt), better known as Duch, the former Khmer Rouge prison chief of S-21, or Tuol Sleng prison, stands behind co-lawyers in the courtroom in Phnom Penh, 30 Mar 2009
ປະກາດ​ໃຫ້​ຮູ້​ໃນ​ວັນ​ພຸດ​ມື້​ນີ້​ວ່າ ຕົນຈະ​ອະນຸຍາດ ໃຫ້ມີ​ການ​ໄຂ​ການ​ສືບສວນ​ສອບ​ສວນ​ຕື່ມ​ອີກ​ ກ່ຽວ​ກັບ​ພວກ​ອະດີດ​ຜູ້ນຳ​ຂະ​ເໝັນແດງ​ນັ້ນ. ທ່ານ Lars Olsen ​ໂຄສົກ​ສານ​ອາຊຍາກັມສະຫະ​ປະຊາ​ຊາດກ່າວ​ວ່າ ໄອ​ຍະ​ການ​ນາໆ​ຊາດ​ໃນ​ສານ​ດັ່ງກ່າວ ​ຈະ​ໄດ້​ຮັບ​ອະນຸມັດໃຫ້​ທຳການ​​ສ​ເນີ​ແນະ​ ກ່ຽວ​ກັບ​ການ​ສອບສວນ​ໃນ​ດ້ານ​ຕຸລາການ​ຕື່ມ​ອີກ. ບາດ​ແລ້ວ ອິງຕາມ​ການ​ສືບສວນ​ສອບ​ສວນຕື່ມ​ນີ້ ທາງ​ສານ​ຈະ​ເປັນ​ຜູ້​ຕັດສິນ​ໃຈວ່າ ຄວນ​ຈະ​ດຳ​ເນີນ​ຄະດີ​ຜູ້​ຕ້ອງ​ສົງ​ໄສຄົນ​ໃດ​ຕືມອີກ​ຫລື​ບໍ? ຊື່​ງ​ການ​ເຄື່ອນ​ໄຫວ​ທ່ີ​ວ່າ​ນີ້ ນາຍົກຣັຖມຸນຕີ Hun Sen ​ແຫ່ງ​ກຳປູ​ເຈັຍ​​ໄດ້ຄັດຄ້ານຢ່າງ​ແຂງ​ແຮງ​. ທ່ານ​ຮຸນ​​ເຊນ ​ເຄີຍ​ກ່າວ​ຊ້ຳ​ແລ້ວ​ຊ້ຳ​ອີກ​ວ່າ ການ​ດຳ​ເນີນ​ຄະດີ​ຄວນຈະ​ຈຳກັດ​ໃສ່​ແຕ່​ພວກ​ຜູ້​ຕ້ອງ​ຫາ 5 ຄົນ​ທ່ີ​​ໄດ້​ຖືກ​ກ່າວ​ຫາ​ແລ້ວ​ນັ້ນ ​ແລະວ່າການ​ເປີດ​ຄະດີ​ຕື່ມ​ອີກ ອາດ​ສາມາດ​ກະ​ຕຸ້ນ ໃຫ້​ເກີດສົງຄາມ​ກາງ​ເມືອງ​ຂຶ້ນ​ອີກໄດ້ ​ແລະ​ທ່ານ​ຈະ​ຢຸດ​ການ​ປະກອບ ສ່ວນຂອງ​ສະຫະ​ປະຊາ​ຊາດ ​ໃນການ​ດຳ​ເນີນ​ຄະດີ​​ເຫລົ່າ​ນີ້ ຖ້າ​ຈຳນວນ​ຜູ້​ຕ້ອງ​ຫາ​ ມີເພີ່ມ​ຂຶ້ນ.
 
Augusto Pinochet (file photo)
Augusto Pinochet (file photo)
ທີ່ປະ​ເທດ Chile:
ຜູ້​ພິພາກສາ​ສານ​ທ່ານ​ນຶ່ງ​ໄດ້​ສັ່ງ​ໃຫ້​ທຳ​ການ​ຈັບ​ກຸມ​ອະດີດ​ເຈົ້າ​ໜ້າ​ທ່ີ​ຮັກສາ​ຄວາມສງົບ 129 ຄົນ​ ໃນ​ຂໍ້​ຫາ​ລະ​ເມີດ​ສິດທິມະນຸດ​ໃນລະຫວ່າງ​ ການ​ປົກຄອງ​ປະ​ເທດ​ຂອງ​ອະດີດ​ຈອມ​ຜະ​ເດັດ​ການ​ທະຫານ Augusto Pinochet ​ເປັນ​ເວລາ 17 ປີ​ນັ້ນ.  ຜູ້​ພິພາກສາVictor Montiglioໄດ້​ອອກ​ໝາຍ​ຈັບ​ໃນ​ວັນ​ອັງຄານ​ວານ​ນີ້ ສຳລັບ​ພວກ​ຈຳ​ເລີຍ​ເຫລົ່ານີ້ ທ່ີ​ຮວມທັງ​ສະມາຊິກ​ຫລາຍ​ຄົນຂອງ​ກອງທັບ​ອາກາດ​ແລະ​ຕຳຫລວດ. ພວກ​ຈຳ​ເລີຍ​ທັງ​ໝົດ​ນີ້​ເປັນອະດີດ​ ສາຍ​ລັບ​ ໃນ​ຜ​ແນ​ກສືບ​ລັບ DINA ຂອງ​ນາຍ​ພົນ PinoChet ທ່ີ​ໄດ້​ຖືກ​ສົງ​ໄສ​ວ່າ ປົກ​ປິດ​ຂ່າວ​ ກ່ຽວ​ກັບ​ການ​ຫາຍ​ສາບ​ສູນໄປ​ຂອງ​ພວກ​ນັກ​ການ​ເມືອງ​ຝ່າຍ​ຄ້ານ​ນັ້ນ.
ໝາຍ​ຈັບ​ທ່ີ​ວ່າ​ນີ້​ແມ່ນ​ພົວພັນ​ກັບ​ການ​ປຸກລະດົມ​ຕໍ່ຕ້ານ​ພວກ​ຝ່າຍ​ຄ້ານທ່ີ​ນິຍົມ​ຊ້າຍ​ ຂອງ​ຣັຖບານ​ທະຫານ​ໃນ Chile​ແລະ​ປະ​ເທດ​ອື່ນໆ​ໃນ​ເຂດ​ອະ​ເມຣິກາ​ໃຕ້ ​ໃນ​ຊຸມ​ປີ1970 ນັ້ນ ​ແລະ​ພົວພັນ​ກັບ​ການ​ຫາຍ​ສາບ​ສູນ​ໄປ​ຂອງສະມາຊິກ​ພັກຄອມ​ມີ​ວນິດຫລາຍ​ຄົນ ຈາກ​ທີ່​ໝັ້ນ​ຂອງ​ເຂົາ​ເຈົ້າ​ ຢູ່​ຖນົນ Conferencia ໃນ​ປີ 1976 ນັ້ນ.


Download ຂ່າວຮອບໂລກສຳລັບວັນທີ 2 daopk
Download  (MP3)
Listen to This Report ຂ່າວຮອບໂລກສຳລັບວັນທີ 2 daopk
Listen to (MP3)
E-mail This Article E-mail this article
Print This Article Print Version
  Featured Story
Iran TV: Iran Starts Higher Uranium Enrichment  Audio Clip Available

  More From VOA
Yanukovych Claims Win in Ukraine; Tymoshenko Won't Concede  Audio Clip Available
Small Reduction of Salt in Diet Can Save Life
Give Children A Choice to Bring Vitamins to Xieng Khouang Children  Audio Clip Available
Lao Government Approves Long-Stay Visa for Lao Expatriates  Audio Clip Available
Phaan Chindavong - Hak Sao Lao  Audio Clip Available
Wildlife Population in Laos Rapidly Declining and Close to Extinction  Audio Clip Available