VOANews.com

ວີໂອເອ ພາກພາສາລາວ ▪ Lao
ແຫລງຂາວທໄວໃຈໄດ
 
News in 45 Languages
ລະເບີດສະລະຊີບ ໃນເຂດຮ່ອມພູ Swat Valley ສັງຫານຜູຄົນ 41 ຄົນແລະບາດເຈັບ 45 ຄົນທ່ີປາກີສຖານ

12/10/2009

​​ທີ່ປາ​ກີສຖານ: ຕຳ​ຫລວ​ດປາ​ກີ​ສຖານ​ກ່າວ​ວ່າ
Pakistani renforncements arrive at military headquarters
Pakistani renforncements arrive at military headquarters
ຜູ້​ວາງ​ລະ​ເບີດ​ສະລະ​ຊີບ​ຄົນ​ນຶ່ງ​ໄດ້​ສັງຫານ​ຜູ້​ຄົນ​ໄປ 41 ຄົນ ຮວມທັງ​ພວກເຈົ້າ​ໜ້າ​ທ່ີຮັກສາ​ຄວາມ​ປອດ​ໄພ 6 ຄົນ​ໃນ​ເມືອງ Shangla ​ໃກ້ໆ​ກັບ​ຮ່ອມ​ພູ Swat Valley ​ແລະບັນດາ​ເຈົ້າ​ໜ້າ​ທ່ີ​ກ່າວ​ວ່າ ປະຊາຊົນ45  ຄົນ​ໄດ້​ຮັບ​ບາດ​ເຈັບ​ຈາກ​ ການ​ໂຈມ​ຕີ​ດັ່ງກ່າວ.  ຕຳຫລວດ​
ກ່າວ​ວ່າ ຜູ້​ວາງ​ລະ​ເບີດ​ໂຈມ​ຕີ​ຄັ້ງ​ນີ້​ໄດ້​ລະ​ເບີດ​ໂຕ​ຕາຍ​ໃສ່​ຂະ​ບວນລົດບັນທຸກ​ທະຫານ​ຈຸ​ນຶ່ງ.
 ເຫດການ​ໂຈມ​ຕີ​ທ່ີ​ພາ​ໃຫ້​ມີ​ຜູ້​ເສັຍ​ຊີວິດ​ໃນ​ເມືອງ Shangla ນີ້​ມີ​ຂຶ້ນ​ໃນ​ເວລາ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ ຫລັງ​ຈາກ ​ບັນດາ​ເຈົ້າ​ໜ້າ​ທ່ີ​ປາ​ກີ​ສຖານ​ກ່າວ​ວ່າ ຝູງ​ເຮືອບິນຣົບ​ໄອ​ພົ່ນ​ຂອງ​ກອງທັບຈຸ​ນຶ່ງ​ໄດ້​ຖິ້ມ​ລະ​ເບີດ​ໃສ່​ທ່ີ​ໝັ້ນ
​ແຫ່ງ​ຕ່າງໆ​ຂອງ​ພວກ​ຫົວ​ຮຸນ​ແຮງ​ໃນ​ເຂດ​ຊົນ​ເຜົ່າ​ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ປະ​ເທດ​ ​ໂດຍ​ໄດ້​ສັງຫານ​ພວກ​ທ່ີ​ສົງ​ໄສ​ວ່າ​ເປັນ​ພວກ​ນັກຕໍ່ສູ້​ຫົວ​ຮຸນ​ແຮງ​ປະມານ​ສິບ​ຄົນແລະ​ໄດ້​ຮັບ​ບາດ​ເຈັບ​ອີກ​ຫລາຍ​ຄົນ.
​ໃນ​ການ​ເຄື່ອນ​ໄຫວ​ອີກ​ດ້ານ​ນຶ່ງ​ໃນ​ວັນ​ຈັນ​ມື້​ນີ້ ກຸມ​ຕາ​ລີ​ບັນ​ໄດ້​ອ້າງ​ເອົາຄວາມ​ຮັບຜິດຊອບ​ໃນ​ການ ​ບຸກ​ໂຈມ​ຕີ​ກອງ​ບັນຊາ​ການ​ກອງທັບ​ທ່ີ​ມີ​ການປ້ອງ​ກັນ​ຢ່າງ​ໜາ​ແໜ້ນ​ໃນ​ວັນ​ເສົາ​ຜ່ານ​ມາ​ນີ້​ທ່ີ​ເມືອງ Rawalpindiນັ້ນ.
ການ​ໂຈມ​ຕີ​ແລະ​ການ​ເຂົ້າ​ຄອບ​ຄອງ​ອາຄານ​ຫລັງ​ນຶ່ງ​ທ່ີຢູ່​ໃກ້ໆ​ກັບ​ກອງ​ບັນຊາ​ການນັ້ນ​ ​ໄດ້​ເຮັດໃຫ້​ຜູ້​ຄົນ23 ຄົນ​ເສັຍ​ຊີວິດ ຮວມທັງ​ພວກຫົວ​ຮຸນ​ແຮງ 9 ຄົນ ທະຫານຣັຖບານ 10 ຄົນ ​ແລະ​ພວກ​ໂຕ​ປະກັນ 4 ຄົນ.
ອອສ​ເຕຣ​ເລັຍ​​ແລະອັຟກາ​ນີສຖານ: ອອສ​ເຕຣ​ເລັຍ​ໄດ້​ຮັບ​ເອົາ​ພວກ​ຂໍ​ລີ້​ໄພ​ອັຟກາ​ນີສຖານ​ຈຸ​ນຶ່ງ​
Afghan refugees from left Khadadad Dosti, Ali Khosh Razaee, Zaman Haidari, obscured, and Hassan Varasi, right, gather at a house in an Adelaide, Australia (File)
Afghan refugees from left Khadadad Dosti, Ali Khosh Razaee, Zaman Haidari, obscured, and Hassan Varasi, right, gather at a house in an Adelaide, Australia (File)

ທ່ີ​ລອດ​ຊີວິດ​ຈາກລະ​ເບີດ​ທ່ີ​ແຕກ​ຂຶ້ນ​ໃນ​ເຮືອ​ລຳ​ນຶ່ງ​ທ່ີ​ໄດ້​ເອົາ​ຊີວິດ​ຜູ້​ຄົນ​ໄປ 5 ຄົນ​ໃນທະ​ເລ Timor ນັ້ນ.
ໃນ​ເດືອນ​ເມສາ​ຜ່ານ​ມາ ​ເຮືອ​ລຳ​ນຶ່ງ​ທ່ີ​ບັນທຸກ​ພວກ​​ລີ້​ໄພ​ອັຟກາ​ນີສຖານ 47 ຄົນ ​ໄດ້​ລະ​ເບີດ​ຂຶ້ນ ​ເຮັດ​ໃຫ້​ພວກ​ຜູ້​ຊາຍ 5 ຄົນ​ເສັຍຊີວິດ​ແລະ​ເກືອບ​ໝົດ​ທຸກ​ຄົນ​ໃນ​ເຮືອ​ໄດ້​ຮັບ​ບາດ​ເຈັບ. ກອງທັບ​ເຮືອ  ​ອອສ​ເຕຣ​ເລັຍ ຊຶ່ງ​ໄດ້​ພໍ້​​
ເຮຶອລຳ​ນີ້​ຢູ່​ນອກ​ຝັ່ງ​ທະ​ເລ​ອອກ​ໄປ​ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ປະມານ 600 ຫລັກ​ກິ​ໂລ​ແມັດ ​ໄດ້​ນຳ​ເຮືອ​ລຳ​ນີ້​ໄປ​ເວລາ​ມັນ​ເກີດ​ລະ​ເບີດ​ຂຶ້ນ​. ເຖິງ​ຢ່າງ​ໃດ​ກໍ​ດີ ​ໄດ້​ມີ​ຄວາມ​ສົງ​ໄສ​ກັນ​ວ່າ​​ເປັນ​ແຜນການ​ທຳລາຍ ຊຶ່ງ​ພວກ​ນາຍ​ທະຫານ​ກອງທັບ​ເຮືອ​ອອສ​ເຕຣ​ເລັຍ​ ຕັດສິນ​ວ່າ​ບໍ່​ມີ​ຫລັກຖານ​ພຽງພໍ​ທ່ີ​ຈະ ​ຕັ້ງ​ຂໍ້​ກ່າວ​ຫາ​ຕໍ່​ບຸກຄົນ​ໃດ​ໃນ​ຂໍ້​ຫາ​ກໍ່​ອາຊຍາ​ກັມ​ນັ້ນ. ເຖິງ​ຢ່າງກໍ​ດີ ພວກ​ລູກ​ເຮືອ​ອິນ​ໂດ​ເນ​ເຊັຍ 2 ຄົນ​​ໄດ້ຖືກ​ກ່າວ​ຫາ​ວ່າ  ລັກລອບນຳ​ຜູ້​ຄົນ​ເຂົ້າ​ເມືອງຢ່າງ​ຜິດ​ກົດໝາຍ.
Xinjiang province in China
Xinjiang province in China
ທີ່ຈີນ:
ບັນດາ​ເຈົ້າ​ໜ້າ​ທ່ີ​ຈີນ​ກ່າວ​ວ່າ ສານ​ແຫ່ງ​ນຶ່ງ​ໃນ​ແຂວງ​ຊິນ​ຈຽງ​ທາງ​ພາກຕາ​ເວັນ​ຕົກ​ຂອງ​ຈີນ​ໄດ້​ຕັດສິນ​ປະຫານ​ຊີວິດ​ປະຊາຊົນ 6 ຄົນ​ໃນ​ວັນ​ຈັນມື້​ນີ້ ​ໃນ​ຖານ​ມີ​ຄວາມ​ຜິດ​ແທ້​ ໃນ​ຂໍ້​ຫາ​ທຳ​ການ​ຄາດ​ຕະກັມ​ແລະ​ອາຊຍາກັມ​ອື່ນໆ​ໃນ​ລະຫວ່າງ​​ເກີດ​ຄວາມ​ວຸ້ນວາຍ​ຂຶ້ນ​ ໃນ​ເດືອນ​ກໍລະກົດ​ຜ່ານມາ​ທ່ີ​ໄດ້​ເຮັດ​ໃຫ້​ຜູ້​ຄົນ​ເສັຍ​ຊີວິດ​ໄປ​ເກືອບ 200 ຄົນ​ນັ້ນ.ບັນດາ​ເຈົ້າ​ໜ້າ​ທີ່ີສານ​ກ່າວ​ວ່າ ຈຳ​ເລີຍອີກ​ຄົນ​ນຶ່ງ ​ໄດ້​ຖືກ​ຕັດສິນ​ໃຫ້​ຈຳຄຸກ​ຕລອດ​ຊີວິດ​ທທີ​ມີ​ສ່ວນ​ພົວພັນ​ກັບ​ການ​ກໍ່​ຄວາມ​ວຸ້ນວາຍ ​ຂຶ້ນ ຊຶ່ງ​ເປັນ​ການ​ກໍ່​ ວາມ​ຮຸນ​ແຮງດ້ານ​ຊົນ​ຊາດ​ຊົນ​ເຜົ່າ​ຂຶ້ນ​ຄັ້ງ​ຮ້າຍ​ແຮງທ່ີ​ສຸດໃນຮອບ​ຫລາຍ​ທົດ​ສວັດທທີ​ເກີດ​ຂຶ້ນ​ໃນ​ຈີນ.
​ໃນ​ລະຫວ່າງ​ທ່ີ​ເກີດ​ຄວາມ​ວຸ້ນວາຍ​ນັ້ນ ພວກ​ສະມາຊິກ​ຂອງ​ຊົນ​ເຜົ່າ ມຸສລິ​ມ Uighur ຊຶ່ງ​ເປັນ​ຊົນ​ກຸ່ມ​ນ້ອຍ​ໄດ້​ເປັນ​ຜູ່​ທຳ​ການ​ໂຈມ​ຕີ​ທ່ີ່ແນ​ໃສ່​ພວກ​ຊົນ​ເຜົ່າ​ຫັ້ນ ຊຶ່ງ​ເປັນ​ຊົນ​ກຸ່ມ​ໃຫຍ່​ໃນ​ຂົງ​ເຂດ​ນີ້​ຂອງຈີນ.
ບັນຫານ້ຳ​ຖ້ວມ​ລະຫວ່າງ​ສອງ​ເກົາຫລີ: ບັນດາ​ເຈົ້າ​ໜ້າ​ທ່ີ​ເກົາຫລີ​ໃຕ້​ກ່າວ​ວ່າ ​ໃນ​ວັນ​ຈັນ​ມື້​ນີ້ ຣັຖບານ​ກຸງ​
Koreas map
Koreas map
ໂຊນ ​ໄດ້​ສະ​ເໜີ​ໃຫ້​ມີ​ການ​ໂອ້​ລົມ​ສົນທະນາ​ກັນ​ກັບ​ເກົາຫລີ​ເໜືອ​ເພ່ືອ​ປ້ອງ​ກັນບໍ່​ໃຫ້​ເກີດ​ນ້ຳ​ຖວ້ມຈາກ​ແມ່​ນ້ຳ​ສາຍ​ນຶ່ງ​ທ່ີຢູ່​ລະຫວ່າງ ​ຊາຍ​ແດນ​ກັນ​ນັ້ນ. ໃນ​ວັນ​ທີ6 ​ເດືອນ​ກັນຍາ​ຜ່ານ​ມາ​ນີ້ ​ເກົາຫລີ​ເໜືອ​ໄດ້​ປ່ອຍ​ນ້ຳ​ໃນ ​ປະລິມານ​ຢ່າງ​ຫລວງຫລາຍ​ ຈາກ​ເຂື່ອນ​ແຫ່ງ​ນຶ່ງ​ໃນ​ແມ່​ນ້ຳ Imjin ​ເຮັດ​ໃຫ້ນ້ຳ​ຖ້ວມ ​ແລະ​ໄດ້​ເອົາ​ຊີວິດ​ພວກ​ຊາວ​ເກົາຫລີ​ໃຕ້ 6 ຄົນ​ທ່ີກຳລັງ​ພາກັນໄປ​ພັກ camping ​ແລະ​ຕຶກ​ເບັດ​ຢູ່​ບໍລິ​ເວນ​ທາງ​ໃຕ້​ຂອງ​ແມ່​ນ້ຳ​ນັ້ນ.
​ເກົາຫລີ​ເໜືອ​ກ່າວ​ວ່າ ນ້ຳ​ທ່ີ​ໄດ້​ຍຶ່ງຂຶ້ນ​ຢ່າງ​ກະທັນຫັນ​ຢູ່​ຕໍ່ໜ້າ​ເຂື່ອນດັ່ງກ່າວ ຊຶ່ງ​ເປັນ​ລະດັບ​ນ້ຳ​ທ່ີ​ຈຳ​ເປັນ​ ຕ້ອງ​ປ່ອຍ​ອອກ​ຢ່າງ​ສຸກ​ເສີນ.​ແຕ່ ກະຊວງ​ປ້ອງ​ກັນ​ປະ​ເທດ​ເກົາຫລີ​ໃຕ້​ກ່າວ​ວ່າ ມີ​ຮ່ອງຮອຍ​ຕ່າງໆ​ທ່ີ​ ສະ​ແດງ​ໃຫ້​ເຫັນ​ວ່າການ​ປ່ອຍ​ນ້ຳ​ລົງ​ມານັ້ນ​ແມ່ນເປັນ​ການ​ໂຈມ​ຕີ​ໂດຍ​ຝ່າຍ​ເກົາຫລີ​ເໜືອ​ໂດຍ​ເຈດ​ຕະນາ. ກະຊວງ​ທ້ອນ​ໂຮມ ​ຊາດ​ເກົາຫລີ​ໃຕ້ ກ່າວ​ວ່າ​​ເກົາຫລີ​ໃຕ້​ໄດ້ສະ​ເໜີ​​ໃຫ້​ມີ​ການ​ໂອ້​ລົມ​ສົນທະນາ​ກັນ​ໃນ​ວັນ​ພຸດ​ສັບປະດານີ້ ​ແຕ່​ຍັງ​ບໍ່​ທັນ​ໄດ້​ຮັບ​ຄຳ​ຕອບ​ໃດໆ​ຈາກຣັຖບານ​ກຸງ​ພຽງ​ຢ້າງ​ເທື່ອ.
A computer screen showing the pictures of Elinor Ostrom, left, and Oliver E. Williamson, at the Royal Academy of Sciences in Stockholm, 12 Oct 2009
A computer screen showing the pictures of Elinor Ostrom, left, and Oliver E. Williamson, at the Royal Academy of Sciences in Stockholm, 12 Oct 2009
ກ່ຽວ​ກັບ ​ລາງວັນ​ໂນ​ແບນ ຂະ​ແໜງ ​ເສ​ດ​ຖະສາດ:
ທ່ານ​ນາງ Elinor Ostrom  ​ແລະ​ທ່ານ  Olver Williamson ທັງ​ສອງ​ເປັນ​ຄົນອະ​ເມຣິກັນ​ໄດ້​ຊະນະ​ລາງວັນ​ໂນ​ແບນ​ຂະ​ແໜງ​ເສດຖະສາດ. ​ໃນ​ວັນ​ຈັນ​ ມື້​ນີ້ ສະ​ຖາ​ບັນຣາຊອານາຈັກ Sweden ກ່າວ​ວ່າລາງວັນ​ດັ່ງກ່າວ​ຮັບ​ຮູ້​ທ່ານ​ນາງ Ostrom ທ່ີ​ສະ​ແດງ​ໃຫ້​ເຫັນ​ກ່ຽວ​ກັບ​ວ່າ ຊັບ​ສິນ​ສາມາດ​ຈັດການ​ພາຍ​ໃຕ້​ການ​ຄວບ​ຄຸມ​ທັມມະ​ດາ​ສາມັນ​ໄດ້​ແນວ​ໃດ ​ແລະ​ສຳລັບ​ທ່ານ  Williamson ນັ້ນ​ແມ່ນ​ຮັບ​ຮູ້​ທິດສະ​ດີ​ຂອງ​ທ່ານ​ກ່ຽວ​ກັບ​ການ​ແກ້​ໄຂ​ບັນຫາ​ ຂັດ​ແຍ່ງຂອງ​ບໍລິສັດ.
ທ່ານ​ນາງ Elinor Ostrom ​ເປັນ​ແມ່ຍິງ​ຄົນ​ທຳ​ອິດທ່ີ​ໄດ້​ຮັບ​ລາງວັນ​ໂນ​ແບນ​ໃນ​ຂະ​ແໜງ​ດັ່ງກ່າວ​  ນັບ​ແຕ່​ສະ​ຖາ​ບັນ​ດັ່ງກ່າວ​ໄດ້​ຖືກ​ຈັດ​ຕັ້ງ​ຂຶ້ນມາ​ໃນ​ທ້າຍ​ຊຸມ​ປີ1960. ທັງ​ສອງ​ທ່ານ​ນີ້​ຈະ​ໄດ້​ຮັບ​ລາງວັນ​ຮ່ວມ​ກັນເປັນ ​ເງິນ​ຈຳນວນ1 ລ້ານ 4 ​ແສນ​ດອນ​ລາ​ໃນ​ທ້າຍ​ປີ​ນີ້. ລາງວັນ​ຂະ​ແໜງ​ເສດຖະສາດ​ນີ້​ ປັນ​ລາງວັນ​ສຸດ​ທ້າຍ​ຂອງ​ຈຳນວ6 ລາງວັນ​ໂນ​ແບນ​ທ່ີ​ຖືກ​ແຈກ​ຢາຍ​ໄປ​ໃນ​ປີ​ນີ້.


Download ຂ່າວຮອບໂລກສຳລັບວັນທີ 12 ຕຸລາ
Download  (MP3)
Listen to This Report ຂ່າວຮອບໂລກສຳລັບວັນທີ 12 ຕຸລາ
Listen to (MP3)
E-mail This Article E-mail this article
Print This Article Print Version
  Featured Story
Major US Health Care Vote Scheduled for Sunday  Audio Clip Available

  More From VOA
Obama Addresses Iran Via Internet Video  Audio Clip Available
US and Laos to Strengthen Relations and Cooperation  Audio Clip Available
Lao Youths Increasingly Involved With Drug Trafficking and Crimes  Audio Clip Available
UNICEF Appeal For Aid for Women and Children  Audio Clip Available
Sesoumack Thongoulay - Kidhot Barnkerd  Audio Clip Available
Luang Prabang Regains Its Rank As World's Top Tourist Destination  Audio Clip Available