VOANews.com

ວີໂອເອ ພາກພາສາລາວ ▪ Lao
ແຫລງຂາວທໄວໃຈໄດ
 
News in 45 Languages
ອິຣ່ານຈະສືບຕໍ່ຫລອມທາດ ຢູເຣນຽມຕໍ່ໄປ ຖ້າການເຈຣະຈາລົ້ມແຫລວ

19/10/2009

Iranian President Mahmoud Ahmadinejad (file photo)
Iranian President Mahmoud Ahmadinejad (file photo)
ກ່ຽວ​ກັບ​ນີວ​ເຄລັຍ​ຂອງ​ອິຣ່ານ
: ​ເຈົ້າ​ໜ້າ​ທ່ີ​ອິຣ່ານທ່ານ​ນຶ່ງ​ກ່າວ​ວ່າ ອິຣ່ານຈະ​ສືບ​ຕໍ່​ຫລອມ​ທາດ​ຢູ​ເຣນຽມ
ຕໍ່ໄປ ຖ້າ​ການ​ພົບ​ປະ​ເຈຣະຈາ​ກັບ​ພວກ​ປະ​ເທດ​ມະຫາ​ອຳນາດ​ກ່ຽວ​ກັບ​ໂຄງການ​ນີວ​ເຄລັຍ​ຂອງ​ຕົນ​ລົ້ມ​ແຫລວ​.
​ໂຄສົກ​ປະຈຳ​ອົງການ​ພລັງ​ປະຣະມະນູ​ຂອງ​ອິຣ່ານ​ໄດ້​ປະກາດ​ເຣື່ອງນີ້ໃຫ້ຮູ້​ໃນ​ຂະນະ​ທ່ີ​ກ່າວ​ຕໍ່​ ອົງການ​ຂ່າວທາງ​ການ​ IRNA ຂອງ​ອິຣ່ານ​ໃນ​ວັນ​ຈັນ​ມື້​ນີ້ ​ໃນ​ເວລາ​ພຽງ​ບໍ່​ເທ່ົາ​ໃດ​ຊົ່ວ​ໂມງ​ກ່ອນ​ການ​ພົບປະ​ເຈຣະຈາ ​ທ່ີ​ກຸງ​ວຽນ​ນາ ກຳນົດ​ຈະ​ໄຂ​ຄືນ​ກ່ຽວ​ກັບ​ໂຄງກາ​ນີວ​ເຄລັຍຂອງ​ອິຣ່ານທ່ີ​ເປັນ​ບັນຫາ​ໂຕ້​ແຍ່ງ​ກັນ​ນັ້ນ. ການ​ພົບ​ປະ​ເຈຣະ ຈາ​ກັນ​ລະຫວ່າງ​ບັນດາ​ຜູ້ຕາງໜ້າ​ຈາກ​ປະ​ເທດ​ອິຣ່ານຣັດ​ເຊັຍ ຝຣັ່ງ ສະຫະຣັດອະ​ເມຣິກາ ​ແລະ​ອົງການ ​ຄວບ​ຄຸມພລັງ​ປະຣະມະນູ​ສາກົນ ທ່ີ​ກຳນົດ​ຈະ​ເພ່ງ​ເລັງ​ໃສ່​ເຣືອ່ງຂໍ້​ສະ​ເໜີ​ສະບັບ​ນຶ່ງ​ທ່ີ​ໃຫ້​ອິຣ່ານສົ່ງ​ທາດ ​ຢູ​ເຣນຽມ​ໄປ​ຍັງຣັດ​ເຊັຍ​ແລະ​ຝຣັ່ງ​ເພື່ອ​ໃຫ້​ພວກ​ປະ​ເທດ​ເຫລົ່າ​ນີ້​ຫລອມ​ທາດ​ດັ່ງກ່າວ​ເປັນ​ນ້ຳມັນ​ເຊື້ອ​ໄຟ​ນີວ​ເຄລັຍໃຫ້ອິຣ່ານ.  ທີ່ອັຟກາ​ນີສຖານ: ຄາດ​ວ່າ ຄນະ​ກັມມະການສືບສວນ​ລາຍ​ງານການ​ສໍ້​ໂກງ​ບັດ​ເລືອກຕັ້ງ​ທ່ີ​ໄດ້​ຮັບ​ການ ​ໜຸນ​
Afghan President Hamid Karzai (file photo)
Afghan President Hamid Karzai (file photo)
ຫລັງ​ຈາກ​ສະຫະ​ປະຊາ​ຊາດ ​ໃນ​ການ​ເລືອກຕັ້ງ​ປະທານາທິບໍດີ​ທ່ີ​ອັຟກາ​ນີສຖານ​ທ່ີ​ເປັນ​ ບັນຫາ​ໂຕ້​ແຍ່ງ​ກັນ​ນັ້ນ​ຈະ​ເປີດ​ເຜີຍ​ຜົນ​ຂອງ​ການ​ສືບສວນ​ທ່ີ​ມີ​ການ​ຄາດ​ກັນ​ລ່ວງ​ໜ້າ​ຢ່າງ​ສູງ​ໃນ​ວັນ​ຈັນ​ມື້​ນີ້.
​ໂຄສົກ​ປະຈຳ​ຄນະ​ກັມມະການ​ທ່ີ​ເປັນ​ອິດສະຣະ ກ່າວ​ວ່າ ລາຍ​ງານຂອງ​ການ​ສືບສວນ​ຈະ​ຖືກ​ເປີດ​ເຜີຍ ​ໃຫ້​ຮູ້​ໃນ​ຕອນ​ບ່າຍ​ມື້​ນີ້​ທ່ີ​ກຸງ​ຄາ​ບູລ.ຜົນ​ຂອງ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນກ່ອນໜ້ານີ້​ສະ​ແດງ​ໃຫ້​ເຫັນ​ວ່າ ປະທານາທິບໍດີHamid Karzai ມີ​ສຽງ​ສນັບ​ສນຸນຳ​
ໜ້າ​ໃນ​ຈຳນວນ 54 ​ເປີ​ເຊັນຂອງ​ບັດ​ຄະ​ແນນ​ສຽງທັງ​ໝົດ  ​ແຕ່​ຄນະ​ກັມມະການ​ສືບສວນ​ການ​ເລືອກ​ຕັ້ງ​ນີ້​ສາມາດ​ກຳຈັດ​ບັດ​ເລືອກ​ຕັ້ງ​ປອມ​ໃນ​ຈຳນວນ​ພຽງພໍ ທີ່ວ່າ ຈຳນວນ​ຄະ​ແນນ​ສຽງ​ທັງ​ໝົດ​ທ່ີ​ທ່ານ  Karzai ​ໄດ້​ຮັບ​ນັ້ນ​ຕ່ຳກວ່າ 50​ເປີ​ເຊັນ ຊຶ່ງ​ນັ້ນ​ຈະ​ເປັນ​ສິ່ງ​ຈຳ​ເປັນ​ຈະ​ຕ້ອງ​ມີ​ການ​ເລືອກ​ຕັ້ງ​ຮອບ​ຊີ້​ຂາດ​ແຂ່ງຂັນ​ກັບ​ຄູ່​ແຂ່ງ​ທ່ານ Abdullah  Abdullah ຈາກ​ຝ່າຍ​ຄ້ານ​ນັ້ນ
​ໄດ.  ບັນດາ​ເຈົ້າ​ໜ້າ​ທ່ີ​ຕ່າງປະ​ເທ​ກດຂັ້ນ​ສູງ​ທ່ີ​ທຳ​ການ​ຢ້ຽມຢາມ​ກຸງຄາ​ບູລ​ໃນ​ຫວ່າງ​ໄວໆ​ມາ​ນີ້  ​ໄດ້​ຮຽກຮ້ອງ​ໃຫ້ທ່ານ Karzai ຮັບ​ເອົາຄຳ​ຕັດສິນ​ ຂອງຄນະ​ກັມມະການ​ສືບສວນ​ດັ່ງກ່າວ.ບັນດາ​ເຈົ້າ​ໜ້າ​ທ່ີ​ສະຫະຣັດ ກ່າວ​ໃນ​ວັນ​ອາທິດ​ວານ​ນີ້​ວ່າ ປະທານາທິບໍດີ​ບາຣັກ​ໂອ​ບາ​ມາ​ຈະ​ບໍ່​ຕັດສິນ​ໃຈ​ກ່ຽວ​ກັບ​ວ່າ​ຈະ​ສົ່ງ​ທະຫານ​ຕື່ມ​ອີກ
​ຫລື​ບໍ?ໄປ​ຍັງ​ອັຟກາ​ນີສຖານນັ້ນ​ຈົນ​ກວ່າ​ການ​ເລືອກ​ຕັ້ງ​ຈະ​ໄດ້​ຮັບ​ການ​ແກ້​ໄຂ​ເສັຍ​ກ່ອນ ​ແລະ​ທາງ ຣັຖບານອັຟກາ​ນີສຖານ​ຕຽມ​ພ້ອມ​ທ່ີ​ຈະ​ດຳ​ເນີນ​ງານ​ຢ່າງ​ມີ​ປະສິດທິ​ຜົນ​ກັບ​ສະຫະຣັດນັ້ນ.
A Pakistani tribal family who fled from South Waziristan due to military offensive against al-Qaida activists and Taliban militants, Waziristan, Monday, 19 Oct. 2009
A Pakistani tribal family who fled from South Waziristan due to military offensive against al-Qaida activists and Taliban militants, Waziristan, Monday, 19 Oct. 2009
ທີ່ປາ​ກີ​ສຖານ:
ກອງທັບ​ປາ​ກີ​ສຖານ​ກ່າວ​ວ່າ ທະຫານ​ຂອງ​ຕົນ​ກຳລັງ​ສືບ​ຕໍ່​ທຳ​ການ​ໂຈມ​ຕີ​ເປົ້າ​ໝາຍ​ແຫ່ງ​ຕ່າງໆ​ຂອງ​ກຸ່ມ​ຕາ​ລີ​ບັນ​ໃນ​ເຂດ Waziristan ໃຕ້​ໃນ​ຂະນະ​ທ່ີ​ການ​ບຸກ​ໂຈມ​ຕີ​ຍ່າງ​ເຂົ້າ​ເປັນ​ມື້​ທີ​ສາມ​ໃນ​ວັນ​ຈັນ​ມື້​ນີ້. ພວກ​ນາຍ​ທະຫານ​ກອງທັບ​ບົກ​ປາກີສຖານແລະ​ພວກ​ໂຄສົກ​ກຸ່ມ​ຕາ​ລີ​ບັນ​ຕ່າງ​ຝ່າຍຕ່າງ​ອ້າງ​ເອົາ​ໄຊຊະນະ​ ໃນ​ຕອນ​ຕົ້ນ​ໃນ​ການ​ສູ້ຣົບກັນ​ດັ່ງກ່າວ.  ​ແຕ່​ລາຍ​ງານ​ທ່ີ​ວ່າ​ນີ້​ບໍ່​ໄດ້​ຮັບ​ການ​ພິສູດ​ຄວາມ​ຈິງ​ເປັນ​ອິດສະຣະ ​ເພາະວ່າທາງກອງທັບປາ​ກີ​ສຖານ​ກີ​ກັນ​ບໍ່ອະນຸຍາດ​ໃຫ້​ຜູ້​ຄົນ​ເຂົ້າ​ໄປ​ຍັງ​ເຂດສະຫນາມຣົບດັ່ງກ່າວ.  ພວກ​ທ່ີ​ເຫັນ​ ເຫດການ​ກ່າວ​ວ່າ ປະຊາຊົນ​ຫລາຍ​ພັນ​ຄົນ​ພາ​ກັບ
ຫລັບ​ໜີ​ຈາກ​ຂົງ​ເຂດ​ໃນ​ຫວ່າງ​ບໍ່​ເທົ່າ​ໃດ​ມື້​ຜ່ານ​ມາ​ນີ້. ພວກ​ໂຮງຮຽນ
ຫລາຍ​ແຫ່ງ​ໃນ​ທົ່ວ​ປາ​ກີ​ສຖານ​ໄດ້​ປິດ​ລົງ​ໃນ​ສັບປະດາ​ນີ້​ຍ້ອນ​ຄວາມ​ເປັນ​ຫ່ວງ​ໃນ​ດ້ານ​ຄວາມ​ປອດ​ໄພ.
​ໃນ​ວັນ​ຈັນ​ມື້​ນີ້ ທ່ີ​ກຸງ​ອີສລາມາ​ບັດ ທ່ານ John Kerry ສະມາຊິກ​ສະພາ​ສູງ​ສະຫະຣັດ ​ແລະ​ນາຍ​ພົນ
David Petraeus ຜູ້​ບັນຊາ​ການ​ກອງທັບ​ສະຫະຣັດ​ໃນ​ຂົງ​ເຂດ​ໄດ້​ພົບ​ປະ​ກັບ​ບັນດາ​ເຈົ້າ​ໜ້າ​ທ່ີ​ພົນລະ​ເຮືອນ​ແລະ​ທະຫານ​ຂອງ​ປາ​ກີ​ສຖານ.
ແຜນການ​​ຢ້ຽມຢາມ​ເອ​ເຊັຍ​ຂອງ​ຣັຖມຸນຕີ​ປ້ອງ​ກັນ​ປະ​ເທດສະຫະຣັດ:
U.S. Defense Secretary Robert Gates speaking on Afghanistan and Iraq at the Association of the United States Army 2009 Annual Meeting in Washington, 05 Oct 2009
U.S. Defense Secretary Robert Gates speaking on Afghanistan and Iraq at the Association of the United States Army 2009 Annual Meeting in Washington, 05 Oct 2009

ທ່ານ Robert Gates ຣັຖມຸນຕີ​ປ້ອງ​ກັນ​ປະ​ເທດ​ສະຫະຣັດຈະ​ໄປ​ຮ່ວມ​ພິທີການ​ປ່ຽນ​ຜູ້ບັນຊາການທະຫານ​ໃນ​ເກາະ​ຮາ​ວາຍ​ທີມະຫາສມຸດ​ປາຊີ​ຟິກ​ໃນ​ວັນ​ຈັນ​ມື້​ນີ້ ກ່ອນ​​ເດີນທາງ​ໄປ​ຢ້ຽມຢາມພາກ​ເອ​ເຊັຍ​ເປັນ​ເວລາ  1  ສັບປະດາ​ເຕັມ. ທ່ານ Gates ​ເດີນທາງ​ໄປ​ຮອດຣັດ Hawaii  ​ໃນ​ຄືນ​ວັນ​ອາທິດ​ວານນີ້ ບ່ອນ​ທ່ີ​ທ່ານ​ຈະ ​ເປັນ​ປະທານ​ຮັບ​ມອບ​ໜ້າ​ທ່ີ​ຫົວໜ້າ​ກອງ​ບັນຊາ​ການ​ກອງທັບ​ສະຫະຣັດ​ໃນ​ພາກ​ພື້ນ​ມະຫາສມຸດ​ປາຊີ​ຟິກຈາກ​ນາຍ​ພົນ​​ເຮືອ​ເອກ Timothy Keating ​ໃຫ້​ພົນ​ເຮືອ​ເອກ Robert Willard. ຫລັງ​ຈາກ​ນັ້ນ ທ່ານ​ຈະ​​ເດີນທາງ​ໄປພົບ​ປະ​ຫາລື​ ໃນ​ລະດັບ​ສູງ​ກັບ​ບັນດາ​ເຈົ້າ​ໜ້າ​ທ່ີ​ຍີ່ປຸ່ນ​ແລະ​ເກົາຫລີ​ໃຕ້ ​ເພື່ອ​ຂໍ​ຮ້ອງ​ໃຫ້​ ພວກ​ປະ​ເທດ​ເຫລົ່າ​ນີ້​ໃຫ້ການສນັບ​ສນຸນສົງຄາມ​ໃນ​ອັຟກາ​ນີສຖານ​ຕໍ່​ໄປ.ບັນດາ​ເຈົ້າ​ໜ້າ​ທ່ີ​ປ້ອງ​ກັນ​ປະ​ເທດ​ສະຫະຣັດກ່າວ​ວ່າ ການ​ຢ້ຽມຢາມ​ກຸງໂຕ​ກຽວ​ຂອງຣັຖມຸນຕີ​ປ້ອງ​ກັນ​ປະ​ເທດ​ຈະເປັນ​ໂອກາດ ​ອັນ​ນຶ່ງ​ເພື່ອ​ພົບ​ປະ​ຫາລື​ແລະ​ຄຸ້ນ​ເຄີຍ​ກັບ​ຄນະ​ນຳພາ​​ໃໝ່​ຂອງ​ຍີ່​ປຸ່ນ. ​ໂຄສົກ​ຂ່າວ​ປະຈຳ​ທຳນຽບຫ້າ​ແຈ ກ່າວ​ວ່າ ທ່ານ Gates ຈະ​ທຳ​ການ​ໂອ້​ລົມ​ສົນທະນາ​ກັນ​ເຣື່ອງການ​ຕັດສິນ​ໃຈ​ຂອງຣັຖບານ​ໃໝ່​ຖອນ​ເຮືອ 2 ລຳ​ທ່ີ​ເຄີຍ​ຮັບ​ໃຊ້​ເປັນ​ບ່ອນຢຸດ​ແວ່​ເຕີມ​ນ້ຳມັນ​ສຳລັບ​ພວກ​ເຮືອ​ບັນທຸກ​ເຄື່ອງ​ລຳລຽງ​ສຳພາລະໄປ​ໃຫ້​ພວກ​ກຳລັງ​ລະຫວ່າງ​ຊາດ​ທ່ີ​ປະຕິບັດ​ງານ​ຢູ່​ໃນ​ອັຟກາ​ນີສຖານ​ນັ້ນ​ເຊັ່ນ​ກັນ.
Rescuers try to dig out some residents allegedly trapped inside houses as landslides fall on houses at Cresencia Village, Baguio city, northern Philippines, 09 Oct 2009
Rescuers try to dig out some residents allegedly trapped inside houses as landslides fall on houses at Cresencia Village, Baguio city, northern Philippines, 09 Oct 2009
ກ່ຽວ​ກັບ​ລົມພາຍຸ​ໄຕ້​ຝຸ່ນ​ໃນ​ເຂດ​ເອ​ເຊັຍ:
ບັນດາ​ເຈົ້າ​ໜ້າ​ທ່ີ​ຟີ​ລິບ​ປິນກຳລັງ​ສົ່ງ​ພວກ​ພນັກ​ງານ ​ຊ່ອຍ​ກູ້​ໄພ​ແລະ​ເຄື່ອງ​ບັນ​ເທົາ​ທຸກ​ຕ່າງໆ​ເພື່ອ​ກະກຽມ​ສຳລັບ​ຮັບ​ມື​ກັບ​ລົມພາຍຸ​ລູກ​ໃໝ່​ທ່ີກຳລັງ​ຫຍັບ​ໃກ້​ເຂົ້າ​ມາ​ຫາ​ ປະ​ເທດ ຊຶ່ງ​ເວລາ​ນີ້​ ຟີລິບປິນກຳລັງ​ພະຍາຍາມຟື້ນ​ໂຕ​ຄືນ​ຈາກ​ຜົນ​ກະທົບກະ​ເທືອ​ນຈາກ​ລົມພາຍຸ​ໄຕ້​ຝຸ່ນ​ສອງ ​ລູກ​ໃນ​ຫວ່າງ​ໄວໆ​ຜ່ານ​ມາ​ນີ້ຢູ່. ພວກ​ພະຍາກອນ​ອາກາດ​ກ່າວ​ວ່າ ລົມ​ໄຕ້​ຝຸ່ນ Lupit ມີ​ລົມ​ແຮງ 175
ຫລັກ​ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ ​ແລະ​ບາງ​ຄັ້ງມີ​ລົມ​ແຮງ​ເຖິງ 210ຫລັກ​ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງຈະ​ປະ​ທະ​ເກາະ​ໃຫຍ່ Luzon ​ໃນ​ວັນ​ພະຫັດ​ສັບປະດາ​ນີ້. ຟີ​ລິບ​ປິນຍັງ​ບໍ​່ທັນ​ຟື້ນ​ໂຕ​ຄືນ​ຈາກ​ລົມພາຍຸ​ໄຕ້​ຝຸ່ນ​ເກດ​ສະໜາ​ແລະ Parma ທ່ີ​ໄດ້​ປະ​ທະ​ປະ​ເທດ​ເມື່ອ​ສອງ​ສາມ​ອາທິດ​ຜ່ານ​ມາ​ນີ້. ລົມ​ສອງ​ລູກ​ນີ້​ໄດ້​ເຮັດ​ໃຫ້​ຜູ້​ຄົນ​ເສັຍ​ຊີວິດ​ໄປ​ຫລາຍກວ່າ 850 ຄົນ ​ແລະ​ເວລາ​ນີ້​ປະຊາຊົນ​ຈຳນວນ​ເກືອບ 3​ແສນ​ຄົນ​ຍັງພັກ​ພາ​ອາ​ໄສ​ຢູ່​ໃນ​ສະຖານ​ທ່ີ​ ພັກ​ອາ​ໄສ​ຊົ່ວຄາວ​ຢູ່.  ອົງການ​ອະນາ​ໄມ​​ໂລກ ກ່າວ​ວ່າ ສະຖານະ​ການ​ຢູ່​ໃນ​ປະ​ເທດ​ຟີລິບປິນທ່ີ​ຖືກ​ນ້ຳ​ຖ້ວມ ​ແມ່ນ​ຮ້າຍ​ແຮງ​ກວ່າ​ທ່ີ​ໄດ້​ຄາດ​ຫວັງ​ໄວ້​ກ່ອນ ຊຶ່ງ​ເວລາ​ນີ້​ກຳລັງ​ປະ​ເຊີນ​ກັບ​ໂຣກຕິດ​ແປດ​ຕ່າງໆ​ແລະ​ປະຊາຊົນ​ຈຳນວນ​ເປັນ​ພັນໆ​ຄົນ​ກຳລັງສ່ຽງ​ກັບ​ການ​ເຈັບ​ປ່ວຍ​ຫລື​ລົ້ມ​ຕາຍ​ໄປ​ໄດ້.


Download ຂ່າວຮອບໂລກສຳລັບວັນທີ 19 ຕຸລາ
Download  (MP3)
Listen to This Report ຂ່າວຮອບໂລກສຳລັບວັນທີ 19 ຕຸລາ
Listen to (MP3)
E-mail This Article E-mail this article
Print This Article Print Version
  Featured Story
Gibbs: Obama to Announce Afghan War Strategy within Days  Audio Clip Available

  More From VOA
Bikes for the World  Audio Clip Available
21 Killed in Philippines Abduction  Audio Clip Available
Vaccine Shortage-Concern of H1N1 Spread in Mecca During Hajj  Audio Clip Available
Laos-ASEAN Free Trade Area (AFTA)  Audio Clip Available
Legacy of War's Briefing and Discussion in Washington DC  Audio Clip Available
Thailand: Impossible to Repatriate All Huay Namkhao Hmongs by Year's End  Audio Clip Available
Taylor Swift - CMA Entertainer of the Year and Female Vocalist of the Year  Audio Clip Available