ຟັງບົດສໍາພາດໂດຍເຕັມ:

ເມື່ອ​ໄດ້​ຍິນ​ຊື່ອົງການ​ນາ​ຊາ ຫລື National Aeronautics and Space Adminis-
tration ຂອງ​ສະຫະລັດ ຜູ້​ຄົນ​ສ່ວນ​ໃຫຍ່​ແມ່ນ​ຈະ​ພາກັນ​ຄິດ​ເຖິງ​ການສໍາ​ຫລວດ​ຄົ້ນ​ຄ້ວາ
ອາ​ວະ​ກາດ ​ແຕ່​ວ່າ​ວຽກ​ງານ​ສ່ວນ​ນຶ່ງ​ຂອງ​ນາ​ຊາ​ແມ່ນ​ກ່ຽວ​ກັບ​ການບິນນໍາ​ ຕາມ​ທີ່ບອກ​ຢູ່​
ໃນ​ຊື່​ພາສາ​ລາວ ຄື​ອົງການ​ການບິນ​ແລະ​ອາ​ວະ​ກາດ​ແຫ່ງ​ຊາດ​ຂອງ​ສະຫະລັດ​ ​ແລະ​ວຽກ
ນຶ່ງ​ທີ່​ສໍາຄັນ​ກໍ​ຄື​ການ​ຄົ້ນ​ຄ້ວາ​ເພື່ອ​ຄຸ້ມ​ຄອງ​ການ​ສັນຈອນ​ທາງ​ອາກາດຢູ່​ໃນ​ປະ​ເທດ​ນີ້ ​ເພື່ອ
ເຮັດ​ໃຫ້ມີ​ຄວາມ​ປອດ​ໄພ​ຍິ່ງ​ຂຶ້ນ. ​ເດ​ວິດ ທິບ​ພະ​ວົງ ​ແມ່ນ​ເປັນ​ໜຸ່ມ​ອາ​ເມຣິກັນເຊື້ອສາຍ​
ລາວຄົນ​ດຽວ ​ທີ່​​ໄດ້ມີ​ສ່ວນ​ປະກອບ​ໃນ​ວຽກ​ງານ​ອັນ​ສໍາຄັນ​ນີ້ໃນ​ຂະນະ​ທີ່​ສຶກສາ​ເອົາ​ປະລິນ
ຍາ​ໂທ​ໄປ​ພ້ອມ ​ໂດຍ​ທຶນຂອງ​ອົງການ​ນາ​ຊາ​ເອງ.

ເດ​ວິດ​ບອກ​ກັບວີ​ໂອ​ເອວ່າ ​ນ່ານ
ຟ້າ​ຂອງ​ສະຫະລັດແມ່ນ​ເປັນ​ເຂດ
ນ່ານຟ້າ​ທີ່ສັບສົນ​ທີ່​ສຸດ. ໃນ​ມື້​ນຶ່ງໆ ມີ​ເຮືອບິນ​ຂຶ້ນ​ບິນ​ຫລາຍ​ເຖິງຫ້າໝື່ນ​ຖ້ຽວ​​ ແລະ ​ໃນ​ຊ່ວງ​ເວລາ​ນຶ່ງໆແມ່ນ​ມີ​ເຮືອບິນ​ ບິນ​ຢູ່​​ເທິງຟ້າ​ພ້ອມ​ກັນ​ເຖິງ​ຫ້າພັນລໍາ ​ແລະ​ໃນ​ຊົ່ວ​ໂມງນຶ່ງໆ​ ຈະ​ມີ​ຍົນ​ຂຶ້ນ​ບິນ 40-50 ລໍາ ຫລື​ເກືອບ​ວ່າ ນາທີ​ລະ​ລໍາ ຢູ່​ເດິ່ນບິນ​ທີ່​ໃຫຍ່​ແລະ​ເປັນ​ສູນ​ກາງການ​ເດີນທາງ​ໄປ​ຕ່າງປະ​ເທດ ​ເຊ່ນ​ສະໜາມ​ບິນ O’Hare ທີ່​ນະຄອນ Chigaco ລັດ Illinois ​ເປັນ​ຕົ້ນ. ສະ​ນັ້ນ
ບັນດາ​ເຈົ້າ​ໜ້າ​ທີ່​ຄວບ​ຄຸມ​ການ
ບິນຢູ່​ໃນ​ແຕ່​ລະສະ​ໜາມ​ບິນ
ຈຶ່ງ​ມີ​ພາລະ​ໜັກ​ທີ່​ສຸດ​ໃນ​ການ
ປ້ອງ​ກັນ ບໍ່​ໃຫ້​ເກີດ​ອຸບັດ​ຕິ​ເຫດ​
ເຮືອບິນ​ຕໍາກັນ ຊຶ່ງ​​ເດ​ວິດ​ເວົ້າ​ວ່າ ຜ່ານ​ມາ ພວກ​ຄວບ​ຄຸມ​ການບິນ​ແມ່ນ​ໄດ້​ປະຕິບັດ​ໜ້າ​ທີ່​ຂອງ​ເຂົາ​ເຈົ້າ​ໄດ້​ດີ​ທີ່​ສຸດ ​ເພາະວ່າຍັງ​ບໍ່​ເຄີຍ​ມີ​ອຸບັດ​ຕິ​ເຫດ​ເຮືອບິນ​ຕໍາ​ກັນຢູ່​ກາງ​ອາກາດ​ຈັກ​ເທື່ອ. ​ແຕ່​​ກໍ​ເປັນ​ທີ່​ຄາດຄະ​ເນ​ກັນ​ວ່າ ​ໃນ​ອີກ 20 ປີ​ຂ້າງ​ໜ້າ​ນີ້ ຈໍານວນ​ເຮືອບິນ​ທີ່​ສັນຈອນ​ຢູ່​ເທິງ​ອາກາດ​ແມ່ນ​ຈະ​ເພິ່ມຂຶ້ນເປັນສອງ ​ເທົ່າ​ໂຕ ສະ​ນັ້ນ ຈຶ່ງ​ມີ​ຄວາມ​ຈໍາ​ເປັນ​ທີ່​ສຸດ​ທີ່​ຈະຕ້ອງ​ຫາ​ທາງ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​ອຸບັດ​ຕິ​ເຫດ​ຂຶ້ນ​ໄດ້. ​ແລະ​ນັ້ນ​ກໍ​ເປົ້າ​ໝາຍ​ຂອງ​ວຽກ​ງານ​ຄົ້ນຄວ້າ​ຂອງ​ລາວ ຊຶ່ງ​ເດ​ວິດ​ອະທິບາຍ​ຕື່ມ​ວ່າ:

ວຽກ​ຫລັກ​ຂອງຂ້ອຍແມ່ນ​ການ​ພັດທະນາ computer software ຫລື​ລາຍການ​
ຄອມ​ພິວ​ເຕີ ທີ່​ສາມາດ​ບອກ​ລ່ວງ​ໜ້າ​ໄດ້​ວ່າ ເຮືອບິນຈະບິນ​ຢູ່​ໃນ​ລະດັບ​ໃດ
ແລະ
ສາມາດ​ສົ່ງ​ສັນຍານ​​ອັດຕະ​ໂນ​ມັດ ເຕືອນ​ໃຫ້ພວກ​ເຈົ້າ​ໜ້າ​ທີ່​ຄວບ​ຄຸມການບິນຊາບ​ ​
ໃນ​ກໍລະນີ​ທີ່​ມີເຮືອ
ບິນໆຢູ່​​ໃກ້​ກັນ​​ເກີນ​ໄປ. ພວກຄວບ​ຄູ​ມການບິນຢູ່​ສະໜາມ​ບິນຈະ​
ຕ້ອງ​​​ຮັກສາ
ລຍະຂອງເຮືອບິນ​ ໃຫ້​ຢູ່​ຫ່າງ​ໄກ​ກັນ ຢ່າງ​ນ້ອຍ ຫ້າ​ໄມລ໌ຫລື​ປະມານ
9 ຫລັກ
ທາງລວງນອນ ແລະ 1000 ​ຟິດຫລື​ປະມານ 300 ​​ແມັດທາງ​ລວງສູງ.
ແຕ່
ຖິງ​ແມ່ນ ໄລຍະຈະໄກ​ກັນ​​ຂະໜາດ​ນັ້ນກໍ​ຕາມ ພວກຄວບຄຸມການບິນກໍຍັງ​ຈະ​
ມີ​ບັນຫາ​ໃນ​ອານາ​ຄົດ ​ເພາະວ່າຈໍາ​ນວນ​ຂອງ​ເຮືອບິນ​ຈະ
ມີເພີ້​ມຂື້ນ. ຈຸດປະສົງ
ລາຍການ
ຄອມ​ພີ​ວ​ເຕີທີ່​ວ່າ ນີ້ ກໍ​ແມ່ນ​ເພື່ອ ຊ່ວຍຜ່ອນ​ເບົາວຽກ​ຂອງພວກຄວບ
ຄຸ
ມການບິນ ເພື່ອ​ວ່າ​ແຕ່ລະຄົນຈະສາມາດຕິດຕາມ​ແລະ​ຄຸ້ມ​ຄອງ​ເຮືອບິນໄດ້​​
ຫລາຍ​ລໍາຂຶ້
ແລະຢ່າງ​ປອດ​ໄພ​ຂຶ້ນ. ນັ້ນແຫລະຄື ວຽກທີ່​ຂ້ອຍ​​ໄດ້ທໍາ​ການຄົ້ນ​
ຄ້ວາ​ມາ.

ແຕ່​ເລື່ອງ​ຄວາມ​ປອ​ດ​ໄພ​ບໍ່​ແມ່ນ ​ເປົ້າ​ໝາຍ​ດຽວ​ຂອງ​ວຽກ​ງານ​ຄົ້ນ​ຄ້ວາ​ຂອງເດ​ວິດ. ລາວອະ
ທິບາຍ​​ວ່າ​​ ເຂດ​ນ່ານຟ້າ​ຂອງ​ເມືອງ​ນຶ່ງໆ​ຈະ​​ແບ່ງ​ອອກ​ເປັນຫລາຍພາກສ່ວນ ຕາມ​ທີ່​ເຫັນ​ຢູ່​
ໃນ​ຈໍ​ເຣດາຣ໌ ​ແລະ​ໃຫ້​ຜູ້​ຄວບ​ຄຸມ​ການບິນ​ຄົນ​ນຶ່ງ​ຫລື​ສອງ​ຄົນຄຸມຫລື​ຫລາຍກ່ວາ​ນັ້ນ ຖ້າ​ຫາກ
ເປັນ​ເມືອງ​ໃຫຍ່ ມີ​ການ​ສັນຈອນ​ທາງ​ອາກາດ​ຄັບ​ຄັ່ງ ຊຶ່ງ​ແຕ່​ລະ​ພາກສ່ວນ​ອາດ​ຈະ​ຮັບ​ຜິດ​
ຊອບ​ເຮືອບິນ ຮອດ 15 ຫາ 20 ລໍາ​ກໍ​ມີ. ​ແລະ​ລະບົບ​ການບິນ​ໃນ​ປັດຈຸບັນ​ນີ້ ກໍ​ຄື​ວ່າເວລາ
ເຮືອບິນ​ແລ່ນ​ຂຶ້ນ​ຈາກ​ເດິ່ນໄປ​ຮອດ​ລະດັບ​ນຶ່ງ​ແລ້ວ ຜູ້​ຄວບ​ຄຸມ​ກາ​ນບິນ​ກໍ​ຈະ​ບອກ​ໃຫ້​ນັກ​
ບິນບັງຄັບ​ໃຫ້​ຍົນບິນ​ໄປ​ຊື່ໆ​ຊົ່ວ​ໄລຍະ​ນຶ່ງ ​ແລ້ວ​ຈຶ່ງ​ບິນ​ສູງ​ຂຶ້ນ​ໄປ​ຮອດ​ລະດັບ​ທີ່​ເຂົາ​ເຈົ້າ​ຕ້ອງ
ການ ຊຶ່ງ​ເປັນ​ການ​ສິ້ນ​ເປືອງ​ນໍ້າມັນ​ຫລາຍ. ສະ​ນັ້ນ ​ເລື່ອງ​ການ​ປະ​ຍັດ​ນໍ້າມັນປະ​ຫຍັດ​ຄ່າ​
ໃຊ້​ຈ່າ​ຍ​ ກໍ​ແມ່ນ​ອີກ​ເປົ້າ​ໝາຍ​ນື່ງຂອງ​ວຽກ​ງານ​ຄົ້ນ​ຄ້ວາ​ຂອງ​ເດ​ວິດ ທີ່​ຊີ້​ແຈງ​ຕື່ມ​ວ່າ:

“ວຽກ​ທີ່​ຂ້ອຍ​ກໍາລັງພະຍາຍາມເຮັດ​ຢູ່ ກໍ​ຄື​ຫາ​ທາງ​ພັດທະນາ​ເຄື່ອງ​ມື​ທາງ​ຄອມ​
ພິວ​ເຕີ ທີ່​ຈະ​ເຮັດ​ໃຫ້​ພວກ​ຄວບຄຸມ​ການບິນ​ໝັ້ນ​ໃຈ​ໄດ້​ວ່າ ​ເຮືອບິນ​ຈະສາມາດ​
ບິນ​ເຈີດ​ຂຶ້ນ​ໄປ​ໄດ້​ບາດ​ດຽວຮອດ​ລະດັບ​ທີ່​ນັກ​ບິນ​ຢາກ​ບິນ ຈົນ​ໄປ​ຮອດ​ຈຸດໝາຍ
ປາຍ​ທາງ​ຂອງ​ເຂົາ​ເຈົ້າ​ ​ໂດຍ​ບໍ່​ຕ້ອງ​ໄດ້ຢຸດ​ຢູ່​ໃນ​ລະດັບ​ນຶ່ງ​ແລ້ວ​ ຈຶ່ງ​ບິນ​ຂຶ້ນ​ໄປ
ອີກ ຄື​ກັບ​ໃນ​ປັດຈຸບັນ​ນີ້. ​ເວົ້າ​ໃນ​ອີກ​ແງ່​ນຶ່ງ​ກໍ​ຄື​ວ່າ ພວກ​ເຮົາ​ກໍາລັງ​ເລ່ງ​ໃສ່ພັດ
ທະນາ​ການບິນ​ສີຂຽວ ຫລື green aviation ນໍາ ຊຶ່ງ​ກໍ​ຄື​ລະບົບ​ການ​ບິນ​ທີ່​ເປັນ​
ມິດ​ຕໍ່​ສິ່ງ​ແວດ​ລ້ອມ ​ເພາະວ່າ​ການ​ທີ່​ຍົນ​ສາມາດ​ບິນຂຶ້ນ​ໄປ​ຮອດ​ລະດັບ​ທີ່​ຕ້ອງ
ການ​ໄດ້​ບາດ​ດຽວ​ນັ້ນ ມັນ​ກໍ​ຈະ​ປ່ອຍໄອ​ເສຍຫລື​ມົນ​ລະ​ພິດ​​ໜ້ອຍ​ລົງ ​ບໍ່​ປ່ອຍ​
ສຽງ​ດັງ​ຫລາຍ ແລະ​ກໍ​ຈະໃຊ້​ນໍ້າມັນ​ໜ້ອຍ​ລົງ ຊຶ່ງມີ​ຜົນ​ການ​ສຶກສາ​ຄົ້ນ​ຄ້ວາ
ສະ​ແດງ​ວ່າ ຖ້າ​ຫາກ​ຍົນບິນຂຶ້ນ​ໄປ​ຮອດ​ລະດັບ​ ທີ່​ຕ້ອງການ​ໄດ້​ບາດດຽວ​ນັ້ນ ​
ເຮົາ​ກໍ​ຈະ​ສາມາດປະ​ຍັດ​ນໍ້າມັນ​ໄວ້​ໄດ້ ຮອດ 188 ລ້ານ​ແກ​ລລອນໃນ​ແຕ່ລະ​ປີ.”

David Thipphavong
ເດວິດ ທິບພະວົງ ກັບຄອບຄົວ ຊຶ່ງມີພໍ່ແມ່ ແມ່ຕູ້ຫລືອາມ້າ ກັບນ້ອງຊາຍ

ນີ້​ແຫລະ​ຄື ​ເດ​ວິດ ທິບ​ພະ​ວົງ ໜຸ່ມ​ອາ​ເມຣິກັນ​ເຊື້ອສາຍ​ລາວ ທີ່​ມີ​ອາຍຸ​ພຽງ 26 ປີ ​ແຕ່​ກໍ​ໄດ້​ເຮັດ​ວຽກ​ງານ​ຄົ້ນ​ຄ້ວາ​ທີ່​ສໍາຄັນ​ໃຫ້​ກັບ ສອງ​ສະ​ຖາ​ບັນ​ໃຫຍ່​ໆຂອງ​ປະ​ເທດ​ນີ້ ກໍ​ຄື​ທະນາຄານ​ແຫ່ງ​ຊາດ​ສະຫະລັດ ບ່ອນ​ທີ່​ລາວ​ເຄີຍ​ເຮັດ​ມາກ່ອນ ​ແລະອົງການ​ນາ​ຊາ ບ່ອນ​ທີ່​ລາວ​ກໍາລັງ​ເຮັດ​ຢູ່​ໃນ​ປັດຈຸ ບັນ​ ຊຶ່ງກໍ​ຖື​ວ່າ​ເປັນຄວາມ​ສໍາ​ເລັດ​ຢ່າງ​ສູງສົ່ງ ຍາກ​ທີ່​ຈະ​ຫາ​ຄົນ​ອື່ນ​​ໃດ​ເທົ່າ​ທຽມ​ໄດ້​ໃນ​ປະຊາ​ຄົມ​ລາວ​ໃນ​ສະຫະລັດ​ນີ້. ຜົນງານ​ການ​ຄົ້ນ​ຄ້ວ​າຂອງ​ເດ​ວິດ​ໄດ້​ປາກົດ​ອອກ ​ໃນ​ບົດ​ຂຽນ​ຫລາຍ​ສະບັບ ທີ່​ຖືກ​ນໍາ​ລົງ​ພິມ​ເຜີຍ​ແຜ່​ໃນວາລະສານ​ຕ່າງໆ ກ່ຽວ​ກັບການ​ວິ​ເຄາະ​ເສດ ຖະກິດ​ແລະການ​ຄົ້ນ​ຄ້ວາ​ດ້ານ​ ການບິນ.

ເດ​ວິດ​ເປັນ​ລູກ​ຊາຍ​ຂອງ​ທ່ານ​ພິຣິດ ​ແລະ​ຍານາງ​ວິພາ ທິບພະ​ວົງ ທີ່​ດໍາລົງ​ຊີ​ວິດ​ຢູ່​ທີ່​ລັດ​ຮາ​ວາຍ. ທັງ​ສອງ​ແລະ​​ແມ່ຕູ້ຂອງ​ເດ​ວິດ​ ຄື​ຍາ​ແມ່ຈັນ​ໄຊ ພົມ​ສຸວັນ ທີ່​ເດ​ວິດ​ເອີ້ນ​ວ່າ​ອາ​ມ້ານັ້ນ ​ໄດ້​ເປັນ​ພະລັງ​ຊຸກຍູ້​ໃຫ້​ເດ​ວິດ​
ມຸມານະ​ສູ້​ຊົນມາ​ ຈົນ​ຮອດ​ຂັ້ນ​ນີ້ ​ໂດຍ​ສະ​ເພາະ​ຜູ້​ເປັນ​ມານ​ດາ ຊຶ່ງ​ເດ​ວິດ​ກ່າວ​ວ່າ:

ແມ່​ຂອງ​ຂອ້ຍ​​ເປັນ​ພະລັງທີ່​ດົນບັນດານ​ໃຫ້​ຂ້ອຍ​ກ້າວ​ມາ​​ໄກ​ພຽງຮອດນີ້.​ ​ເພິ່ນ
ຮຽນ​ຮອດ​ແຕ່ຫ້ອງ​ທີ​ສີ່​ເທົ່າ​ນັ້ນ ​ແຕ່​ເພິ່ນເປັນ​ຄົນ​​ມີ​ມານະ​ອົດທົນ ສະຫລາດ
ມີ
ຄວາມທະ​ເຍີ​ທະ​ຍານ
ແລະມັກ​ຮຽນ ​ແລະ​ເຖິງ​ແມ່ນເພິ່ນ ໄດ້​ມີ​ໂອກາດຮຽນ​ໜັງ
ສື
ຮອດ ປ. 4 ​ເທົ່າ​ນັ້ນ ເພິ່ນໄດ້ກໍຫັນ​ໄປ​ຮຽນອາຊີບຫຍິບ​ເສື້ອ ​ແລະ ກໍເປັນ​
ຊ່າງ​ຫຍິບ​ເສື້ອ​ທີ່​ເກ່ງ
ມີ​ຝີ​ມື. ຫລັງ​ຈາກບ້ານເມືອງແຕກ ເພິ່ນໄດ້ລົບ​ໜີ​ມາ​ຢູ່
ສູນ​ອົບ​ພະ​ຍົ
ບ​ໃນ​ໄທ ແລະດ້ເຂົ້າມາຢູ່ ໃນ​ສະຫະລັ ທີ່ລັດຮາ​ວາຍ ​ໂດຍ​
ການ​ອຸ
ປະຖໍາຂອງອ້າຍ ທ່ານ​ຄໍາອຸ້​ຍ ລູງຂອງ​ຂ້ອຍ. ຫລັງ​ຈາກ​ນັ້ນ ​ແມ່​ໄດ້​
ໄປ​ເຂົ້າ​ໂຮງຮຽນ​ອາ
ຊີບ ​ແລະ​ໃນ​ທີ​ສຸດກໍ​ໄດ້​ເປີດຮ້ານຂາຍ​ເຄື່ອງ​ເອ້ນ້ອຍໆ
ເປັນຂອງ​ຕົນ​ເອ
ງ ທີ່ໄວ​ກີ​ກີ ​ເປັນ​ເວລາ 25 ປີ​ມາ​​ແລ້ວ ຊຶ່ງເພິ່ນເຮັດຜູ້ດຽວໝົດ.
ເພິ່ນ
ເຮັດ​ວຽກມື້ລ່ະ 12 ຊົ່ວ​ໂມງ​ ຊຶ່ງ​ເປັນໜ້າ​ງຶດແທ້ໆ. ຂ້ອຍ​ເອງເຮັດ​ວຽກ​ພຽງ​
ແຕ່ 9 ຊົ່ວ​ໂມງ​ເທົ່າ​ນັ້ນ
. ພໍ່ຂ້ອຍເປັນ​ນັກ​ວິສະວະກອນ ​ເຮັດ​ວຽກ​​ໃຫ້​​ລັດຖະ​ບານ
ສະຫະ​ລັດ ຢູ່​ທີ່​ລັດ​ຮາ​ວາຍ
.”

ເດ​ວິດ​ກ່າວ​ໃນ​ທີ່​ສຸດ​ວ່າ ​ເວລາ​ນີ້ ​ລາວ​ຍັງ​ບໍ່​ໄດ້​ຄິດ​ເລື່ອງ​ການ​ຮຽນ​ຕໍ່​ເອົາ​ປະລິນຍາ​ເອກ​ເທື່ອ
ຄິດ​ວ່າ​ຈະ​ພັກຜ່ອນ​ຈາກການ​ຮຽນ​ຈັກ​ປີ​ສອງ​ປີ ​ແລະ​ຕັ້ງ​ໃຈ​ໃສ່​ວຽກ​ງານ ທີ່​ສູນ​ກາງ​ຄົ້ນ​ຄ້ວາ
Ames ຂອງ​ອົງການ​ NASA ທີ່​ລັດ​ແຄ​ລິ​ຟໍ​ເນຍນັ້ນ ​ແລະ​ປະຕິບັດ​ໜ້າ​ທີ່​ລູກ​ທີ່​ດີ​ຂອງພໍ່​ແມ່
ດູ​ແລ​ແລະ​ສົ່ງ​ເສຍ​ໃຫ້ນ້ອງ​ຊາຍ​ໃຫ້​ໄດ້​ຮຽນ​ຕໍ່​ສູງໆ ​ຄື​ກັນ​ກັບ​ລາວ.

ຄລິກລິ້ງຄ໌ຂ້າງລຸ່ມ ເພື່ອ່ານບົດຂຽນບົດນຶ່ງຂອງເດວິດ ທິບພະວົງ
ຫລືຄອບປີ້ໄປເພສໃສ່ບຣາວເຊີຂອງທ່ານ:

http://www.aviationsystemsdivision.arc.nasa.gov/publications/2010/DThippha_ATIO2010_Final.pdf