ທ່ານຄຳມະນີ ອິນທິລາດ ຜູ້ອຳນວຍການບໍລິຫານລັດວິສາຫະກິດໄຟຟ້າລາວ (EDL)
ໄດ້ຖະແຫຼງຢືນຢັນວ່າ ລັດວິສາຫະກິດໄຟຟ້າລາວໄດ້ປະກອບສ່ວນຢ່າງສໍາຄັນເຂົ້າໃນ
ການຕອບສະໜອງຕໍ່ແນວທາງນະໂຍບາຍຂອງພັກປະຊາຊົນປະຕິວັດລາວ ໃນຕະ
ຫຼອດໄລຍະ 30 ປີມານີ້ ໂດຍສະເພາະແມ່ນການຂະຫຍາຍແນວສາຍສົ່ງກະແສໄຟຟ້າ
ໄປໃນພື້ນທີ່ຕ່າງໆ ແລະສາມາດສະໜອງການຊົມໃຊ້ໄຟຟ້າຂອງປະຊາຊົນລາວໄດ້
ແລ້ວເຖິງ 70% ຂອງຈຳນວນຄົວເຮືອນທັງໝົດໃນທົ່ວປະເທດລາວແລ້ວໃນປັດຈຸບັນນີ້.
ແຕ່ຢ່າງໃດກໍຕາມ ເນື່ອງຈາກ EDL ໄດ້ວາງເປົ້າໝາຍທີ່ຈະຂະຫຍາຍແນວສາຍສົ່ງກະ
ແສໄຟຟ້າ ໄປຍັງເຂດຊົນນພບົດ ໃຫ້ໄດ້ຫລາຍຂຶ້ນ ເພື່ອໃຫ້ສາມາດຕອບສະໜອງການ ຊົມໃຊ້ຂອງປະຊາຊົນໃຫ້ໄດ້ບໍ່ໜ້ອຍກວ່າ 85% ແລະ 90% ຂອງຈຳນວນຄົວເຮືອນ
ຂອງປະຊາຊົນລາວທັງໝົດໃນປີ 2015 ແລະປີ 2020 ຕາມລຳດັບ ກັບທັງຍັງຈະເພີ່ມ
ຄວາມສາມາດໃນການສົ່ງອອກກະແສໄຟຟ້າໄປຕ່າງປະເທດໃຫ້ໄດ້ຫຼາຍຂຶ້ນຢ່າງຕໍ່ເນື່ອງ
ອີກດ້ວຍນັ້ນ ຈຶ່ງເຮັດໃຫ້ຕ້ອງ ເພີ້ມການຜະລິດພະລັງງານໄຟຟ້າໃຫ້ໄດ້ອີກເຖິງ 3,856
MW ໃນປີ 2015.
ການທີ່ຈະເຮັດໃຫ້ສາມາດບັນລຸເປົ້າໝາຍດັ່ງກ່າວ ໄດ້ຢ່າງເປັນຮູບປະທໍານັ້ນ EDL ກໍ
ຄາດວ່າ ຈະຕ້ອງໃຊ້ເງິນລົງທຶນ ຄິດເປັນມູນຄ່າລວມປະມານ 24,650 ລ້ານໂດລາ
ແລະຄາດວ່າ EDL ຈະສາມາດປະກອບ ສ່ວນເຂົ້າໃນການລົງທຶນ ໄດ້ໃນມູນລວມປະ
ມານ 1,452 ລ້ານໂດລາ ຫລືບໍ່ເຖິງ 6% ຂອງຄວາມຕ້ອງການເງິນທຶນທັງໝົດເທົ່ານັ້ນ.
ດ້ວຍເຫດນີ້ ຈຶ່ງເຮັດໃຫ້ຈໍາເປັນທີ່ຈະຕ້ອງກູ້ຢືມ ແລະສົ່ງເສີມການລົງທຶນຈາກຕ່າງປະ ເທດເປັນດ້ານຫລັກນັ້ນເອງ.

Songrit Pongern
ຕາໜ່າງສາຍສົ່ງໄຟຟ້າຂອງບໍລິສັດ EDL ທີ່ເມືຶອງລາວ
ທາງການລາວເຊື່ອວ່າ
ການຂະຫຍາຍຕະໜ່າງ
ສາຍສົ່ງກະແສໄຟຟ້າ
ໃນເຂດຊົນນະບົດ ຈະ
ເຮັດໃຫ້ປະຊາຊົນສາມາດ
ຜະລິດສິນຄ້າຕ່າງໆໄດ້
ຫຼາຍຂຶ້ນ ຊຶ່ງກໍໝາຍເຖິງ
ການມີລາຍໄດ້ສູງຂຶ້ນ
ສຳລັບນຳໄປໃຊ້ຈ່າຍໃນ
ຄົວເຮືອນເພື່ອຍົກລະດັບ
ຄຸນນະພາບຊີວິດການ
ເປັນຢູ່ໃຫ້ນັບມື້ດີຂຶ້ນນັບມື້ ສະນັ້ນຈຶ່ງສາມາດກ່າວໄດ້ວ່າ ລັດວິສາຫະກິດໄຟຟ້າລາວໄດ້
ປະກອບສ່ວນຢ່າງສຳຄັນ ເຂົ້າໃນແນວທາງນະໂຍບາຍຂອງພັກປະຊາຊົນປະຕິວັດລາວທີ່
ມີເປົ້າໝາຍຈະຫຼຸດຜ່ອນ ແລະລົບລ້າງບັນຫາຄວາມທຸກຈົນຂອງປະຊາຊົນລາວໃຫ້ໄດ້
ຢ່າງເປັນຮູບປະທໍາ ດັ່ງທີ່ທ່ານຄຳມະນີ ໄດ້ເນັ້ນຢ້ຳໃນຕອນນຶ່ງວ່າ:
“ລັດວິສາຫະກິດໄຟຟ້າລາວໄດ້ຕັ້ງໜ້າເຂົ້າຮ່ວມ ຂະບວນການພັດທະນາຊົນນະບົດ,
ການສ້າງບ້ານ ແລະກຸ່ມບ້ານພັດທະນາ ແລະແກ້ ໄຂຄວາມທຸກຍາກຂອງປະຊາຊົນ
ບັນດາເຜົ່າໃນຂອບເຂດທົ່ວປະເທດ ຊຶ່ງໄຟຟ້າລາວໄດ້ປະກອບສ່ວນອັນສຳຄັນ ໄດ້
ເຮັດໃຫ້ຈຳນວນຄອບຄົວທີ່ທຸກຍາກ ໃນທົ່ວປະເທດ ຫຼຸດລົງຍັງເຫຼືອພຽງແຕ່ 20.4%
ໃນປີນີ້.”
ໃນປັດຈຸບັນນີ້ ຢູ່ໃນປະເທດລາວມີເຂື່ອນທີ່ສ້າງສໍາເລັດ ແລະກໍໄດ້ທໍາການຜະລິດກະແສ
ໄຟຟ້າແລ້ວຈຳນວນທັງໝົດ 14 ໂຄງການ ຊຶ່ງມີກຳລັງຕິດຕັ້ງລວມກັນ 2,540 ເມກາວັດ
ແລະ ກໍສາມາດຜະຫລິດກະແສໄຟຟ້າໄດ້ລວມກັນຫລາຍກວ່າ 11 ພັນລ້ານກິໂລວັດໂມງ
ຕໍ່ປີ ຫລື ເພີ້ມຂຶ້ນຈາກປີ 2005 ຄິດເປັນເຖິງ 3 ເທົ່າຕົວ.

Songrit Pongern
ລັດວິສາຫະກິດໄຟຟ້າລາວ (EDL) ເຊັນສັນຍາ ເພື່ອຊື້ກະແສໄຟຟ້າ ຈາກບໍລິສັດຫົງສາລິກໄນ ໃນປີ 2011 ທີ່ຜ່ານມາ
ແຕ່ຢ່າງໃດກໍຕາມໃນຈຳນວນ 14 ໂຄງການເຂື່ອນດັ່ງກ່າວ
ກໍ່ເປັນເຂື່ອນທີ່ຢູ່ພາຍໃຕ້ການດູແລແລະຄູ້ມຄອງຂອງ EDL
ຈໍານວນ 9 ໂຄງການ ຊຶ່ງມີກໍາລັງຕິດຕັ້ງຮວມກັນພຽງແຕ່
385 ເມກາວັດ ແລະກໍສາມາດຜະລິດກະແສໄຟຟ້າໄດ້ຮວມ
ກັນໃນປະລິມານບໍ່ເກີນ 1,800 ລ້ານກິໂລວັດໂມງຕໍ່ປີແລະ
ໃນນີ້ກໍເປັນກະແສໄຟຟ້າທີ່ຕອບສະໜອງໃຫ້ການຊົມໃຊ້
ພາຍໃນປະເທດ ໃນປະລິມານລວມ 1,400 ລ້ານກິໂລວັດ
ໂມງຕໍ່ປີ ຊຶ່ງກໍໝາຍຄວາມວ່າ EDL ມີພະລັງງານໄຟຟ້າ
ອອກໄປຕ່າງປະເທດ ບໍ່ເກິນ 400 ລ້ານກິໂລວັດໂມງຕໍ່ປີ
ເທົ່ານັ້ນ.
ສ່ວນອີກ 5 ໂຄງການທີ່ເປັນການລົງທຶນຂອງຕ່າງ ປະເທດຊຶ່ງມີກໍາລັງຕິດຕັ້ງລວມກັນ
2,157 ເມກາວັດ ທີ່ສາມາດຜະລິດກະແສໄຟຟ້າ ໄດ້ຫຼາຍກວ່າ 9,200 ລ້ານກິໂລວັດໂມງ
ຕໍ່ປີນັ້ນ ມີເປົ້າໝາຍເພື່ອການສົ່ງອອກພະລັງງານໄຟຟ້າໄປຕ່າງປະເທດເປັນດ້ານຫຼັກ ຈຶ່ງ
ເຮັດໃຫ້ສາມາດຕອບສະໜອງການຊົມໃຊ້ໃນລາວໄດ້ຢ່າງຈໍາກັດ.

