ຟັງລາຍການດົນຕີໂດຍເຕັມ:

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ຄືນນີ້ຂ້າພະເຈົ້າກັບມາຈັດເພງຕາມຄໍາຂໍຂອງທ່ານຜູ້ຟັງອີກ ເພາະຈະຖ້າໃຫ້ວັນນະສອນມາຈັດໃຫ້ຟັງ ທ່ານກໍຄົງຈະອີກຫລາຍອາທິດ. ເອົ້າເພື່ອບໍ່ໃຫ້
ເສຍ ເວລາ ມາຟັງເພງທໍາອິດກັນເລີຍ ເພງສະຫວັນແດນຮັກ ຈັດຕັ້ງໃຫ້ຕາມຄໍາຂໍຂອງ
ຫລານສີນຸກ ທິລະວົງ ທີ່ກໍາລັງກຶກສາຢູ່ ສປ ຈີນ ທີ່ຂຽນມາຂໍຟັງບົດເພງນີ້ຂອງອະນຸໂລມ
ອະນຸລັກ ປ້າຂໍຈັດເວີເຊີນຂອງຕ້ອມເຣນໂບໃຫ້ກໍແລ້ວກັນ ເພາະຂອງອະນຸໂລມມັນເກົ່າ
ຫລາຍ ຊອກຫາບໍ່ເຫັນ. ຫວັງວ່າຄົງຖືກໃນຫລານສີນຸກຄືກັນເນາະ ແລະປ້າຂໍອວຍພອນ ຫລານຈົ່ງປະສົບຄວາມສໍາເລັດໃນການສຶກສາ. ພ້ອມນີ້ ຂໍມອບໃຫ້ທ່ານອິນທະສອນທີ່ ຂຽນມາຂໍຟັງເພງຂອງຕ້ອມຫລາຍເພງ ລໍຖ້າໃຫ້ວັນນະສອນຈັດໃຫ້ຟັງກໍແລ້ວກັນເນາະ.
ເອົ້າ ເຊີນພົບກັບຕ້ອມ ເຣນໂບ ໄດ້ໃນເພງສະຫວັນແດນຮັກ

 

ເພງຕໍ່ໄປຈັດໃຫ້ຕາມຄໍາຂໍຂອງທ່ານສີວິໄລ ບຸດຕາວົງ ທີ່ອີເມລເຂົ້າມາຂໍຟັງເພງສາວໄຊທານີ
ກັບສາວດົງໂດກ. ເອົາສາວໄຊທານີກ່ອນໍແລ້ວກັນເນາະ ວ່າແຕ່ວ່າຄືມາຫລາຍໃຈແທ້ນໍ ມັກ
ທັງສາວໄຊທານີ ທັງສາວດົງໂດກ. ເອົາ ມາຟັງກັນເບິ່ງວ່າສວາວໄຊທານີຈະງາມປານໃດ
ຈາກການຂັບຮ້ອງຂອງອຸດຕະພົົງ ຄົນວຽງ ນັກຮ້ອງທີ່ ສປປ ລາວ.

ເພງສຸດທ້າຍນີ້ ຂໍມອບໃຫ້ທ່ານ ສ. ບຸນທອນ ທີ່ຍີ່ປຸ່ນ ທີ່ຂຽນເຂົ້າມາຂໍຟັງທາງເວັບໄຊ້
ບໍ່ໄດ້ບອກວ່າເພງໃດ ແ່ຂໍມອບໃຫ້ລູກຊາຍທີ່ບໍລິຄໍາໄຊວ່າຊັ້ນ ຄົງຈະຄິດຮອດລູກຊາຍ
ຫລາຍເນາະ ຂ້າພະເຈົ້າຂໍມອບເພງນີ້ໃຫ້ກໍແລ້ວກັນ ຈະໄດ້ສົມກັບຄິດຣອດແດ່ ເພງຄິດ
ເຖີງສະເໝີ ຂອງໂສລິດາ ພົງສາ ນັກຮ້ອງສາວສຽງໜ້າຮັກທີ່ ສປປ ລາວຄືກັນ ຫວັງວ່າ
ຄົງຖືກໃຈທ່ານ ສ. ບຸນທອນແລະລູກຊາຍ. ທ່ານສາມາດຕິດຕາມຟັງເພງເຫລົ່ານີ້ໄດ້ອີກ
ທາງເວບໄຊ້ຂອງເຮົາ voanews.com/lao ແລະຖ້າທ່ານມັກຜົນງານຂອງໂສລິດາ ກໍ
ຂຽນເຂົ້າມາຂໍຟັງໄດ້ສະເໝີ ແລະຂໍຂອບໃຈບັນດາທ່ານທີ່ອັບໂລດເພງມ່ວນໆໃຫ້ພວກ
ເຮົາໄດ້ຟັງ ສໍາລັບຄືນນີ້ ໄດ້ຟັງເພງມ່ວນໆແລ້ວ ກໍຫວັງວ່າທຸກທ່ານຈົງນອນຫລັບແລະ
ຝັນດີ. ລາຕີສະຫວັດ.