04-21-2009
Laos Still Unable to Launch Vientiane Industrial Zone
ທາງການລາວຍອມຮັບວ່າ ການພັດທະນາເຂດນິຄົມ ອຸດສາຫະກຳໂຄກສະອາດ
ໃນເຂດນະຄອນຫລວງວຽງຈັນ ຍັງຄົງບໍ່ເປັນໄປຕາມແຜນການເປົ້າໝາຍທີ່ວາງເອົາໄວ້
ເນື່ອງຈາກວ່າປະຊາຊົນໃນພື້ນທີ່ີ່ ຍັງຄົງບໍ່ຍອມຍົກຍ້າຍອອກໄປຈາກເຂດນິຄົມອຸດສາຫະກຳ
ຈຶ່ງເຮັດໃຫ້ທາງການລາວ ສາມາດບຸກເບີກພື້ນທີ່ໄດ້ພຽງແຕ່ 50 ເຮັກຕ້າ ເທົ່ານັ້ນ ຈາກເປົ້າໝາຍທີ່ວາງເອົາໄວ້ທັງໝົດເຖິງ 2.000 ເຮັກຕ້າ.
ທ່ານ
ບົວສອນ ບຸບຜາວັນ ນາຍົກລັດຖະມົນຕີລາວ
ຊຶ່ງໄດ້ເດີນ ທາງໄປກວດຢ້ຽມໂຄງການພັດທະນາເຂດນິຄົມອຸດສາຫະກຳແຫ່ງໃໝ່
ຂອງນະຄອນຫລວງວຽງຈັນ ຊຶ່ງຕັ້ງຢູ່ໃນເຂດບ້ານໂຄກ ສະອາດ
ຫ່າງຈາກນະຄອນຫລວງວຽງຈັນ
ໄປຕາມຖະໜົນເລກ 13 ໃຕ້ ເປັນໄລຍະທາງຍາວ 25 ກິໂລກເມັດ
ຫວ່າງບໍ່ນານມານີ້
ແລະໄດ້ໃຫ້ການຢືນຢັນວ່າ ລັດຖະບານລາວ
ຈະຍັງຄົງສືບຕໍ່ໃຫ້ການຊຸກຍູ້ ແລະ
ຊ່ອຍເຫລືອບັນດາເອກະຊົນທີ່ເຂົ້າໄປລົງທຶນຢູ່ໃນເຂດນິຄົມອຸດສາຫະກຳ ດັ່ງກ່າວຕໍ່ໄປ
ຢ່າງບໍ່ຢຸດຢັ້ງ ໂດຍມີການອອກດຳລັດ ວ່າດ້ວຍການນຳເຂົ້າ ແລະ
ສົ່ງອອກສິນຄ້າເພື່ອອຳນວຍຄວາມສະດວກໃຫ້ກັບພາກເອກະຊົນຫລາຍຂຶ້ນ
ໂດຍບໍ່ວ່າຈະເປັນການປັບຫລຸດອັດຕາອາກອນ ແລະ ຍົກເວັ້ນພາສີ
ໃຫ້ກັບການນຳເຂົ້າສິນຄ້າປະເພດວັດຖຸດິບ
ຫລື ສິນຄ້າທຶນ ລວມໄປເຖິງ ການຫລຸດຂັ້ນຕອນໃນການສົ່ງອອກສິນຄ້າ
ແລະ
ການບຸກເບີກຕະຫລາດສົ່ງອອກໃໝ່ໆໃຫ້ກ້ວາງຂວາງຫລາຍຂຶ້ນກໍຕາມ
ຕ່າງກໍລ້ວນແລ້ວແຕ່ເປັນແຜນ ການດຳເນີນງານຂອງລັດຖະບານລາວ ຢ່າງເປັນຂະບວນການຢູ່ແລ້ວ.
ຫາກແຕ່ໃນຂະນະດຽວ ກັນ ທາງການລາວກໍຍອມຮັບວ່າ ບັນຫາ ແລະ
ອຸປະສັກທີ່ສຳຄັນທີ່ສຸດໃນເວລານີ້ກໍຄື
ການທີ່ບໍ່ສາມາດທີ່ຈະຂະຫຍາຍພື້ນທີ່ໃນເຂດນິຄົມອຸດສາຫະກຳ ໃຫ້ຄວບຄຸມເນື້ອທີ່ທັງໝົດໄວ້
ຕາມແຜນການທີ່ວາງເອົາໄວ້ເຖິງ 2.000 ເຮັກຕ້າ
ເນື່ອງຈາກວ່າປະຊາຊົນລາວໃນເຂດພັດທະນາດັ່ງກ່າວ
ບໍ່ຍອມຂາຍ ແລະ
ບໍ່ຍອມພາກັນຍົກຍ້າຍອອກໄປຈາກທີ່ດິນຂອງພວກຕົນ
ນັບຕັ້ງ້ງແຕ່ປີ
1992 ເປັນຕົ້ນມາແລ້ວ, ເພາະສະນັ້ນ ຈົນເຖິງປະຈຸບັນນີ້
ທາງການລາວສາມາດບຸກເບີກພື້ນ ທີ່່ໃນເຂດນິຄົມອຸດສາຫະກຳໃໝ່
ໄດ້ພຽງແຕ່ 50 ເຮັກຕ້າ ເທົ່ານັ້ນ ແລະ ໃນຂະນະດຽວກັນ
ກໍຍັງຄົງມີໂຮງງານອຸດສາຫະກຳພຽງແຕ່
15 ໂຮງງານ ແລະ ກໍມີເງິນທຶນລວມກັນພຽງແຕ່ 7.200.000
ໂດລ້າສະຫະລັດ ເທົ່ານັ້ນ
ແລະ ໃນຈຳນວນນີ້ກໍປະກົດວ່າ ເປັນການລົງທຶນຈາກຕ່າງປະເທດພຽງແຕ່ສາມລາຍເທົ່ານັ້ນ.
ແຕ່ຢ່າງໃດກໍຕາມ ທາງການລາວກໍຄາດຫວັງໄວ້ວ່າ
ການລົງທຶນຂອງຕ່າງປະເທດ ຢູ່ໃນເຂດນິຄົມອຸດ ສາຫະກຳ
ຈະເພີ້ມຫລາຍຂຶ້ນໃນອານາຄົດ ຫລື
ຫລັງຈາກທີ່ບັນຫາວິກິດການທາງເສດຖະກິດການເງິນໂລກ
ໄດ້ຮັບການແກ້ໄຂ ໃຫ້ກັບຄືນສູ່ສະພາວະການປົກກະຕິແລ້ວ. ສຳລັບໃນໄລຍະສະເພາະໜ້າ ທາງການລາວກໍຈະສົ່ງເສີມການລົງທຶນຈາກປະເທດເພື່ອນບ້ານ
ໃຫ້ຫລາຍຂຶ້ນນັບມື້ ໂດຍສະເພາະແມ່ນປະເທດເພື່ອນບ້ານທີ່ຢູ່ໃນເຂດລຸ່ມແມ່ນ້ຳຂອງ ດ້ວຍກັນລວມໄປເຖິງປະເທດສະມາຊິກໃນກຸ່ມອາຊຽນອີກດ້ວຍ.
ໃນປະຈຸບັນນີ້ໄທ
ກໍຍັງຄົງຄອງອັນດັບນຶ່ງໃນການເປັນປະເທດທີ່ມີມູນຄ່າການລົງທຶນ
ໃນລາວຫລາຍທີ່ສຸດ
ຕິດຕາມດ້ວຍຈີນ, ຫວຽດນາມ, ແລະ ສະຫະຣັດອາເມລິກາຕາມລຳດັບ.
ຍິ່ງໄປກວ່ານັ້ນ ການທີ່ໄທມີເຂດຊາຍແດນຕິດຕໍ່ກັບລາວ
ຄຶດເປັນໄລຍະທາງຍາວກວ່າ 1.800 ກິໂລເມັດ ແລະ
ໄທກໍເປັນລູກຄ້າ ລາຍໃຫຍ່ທີ່ສຸດ
ທີ່ຈະຮັບຊື້ກະແສໄຟຟ້າຈາກລາວ ໃນປະລິມານລວມເຖິງ 7.000 ເມກາວັດ
ນັບແຕ່ປີ
2015 ເປັນຕົ້ນໄປ
ລວມທັງຍັງເປັນປະເທດທີ່ມີມູນຄ່າການຄ້າກັບລາວຫລາຍທີ່ສຸດອີກ ດ້ວຍນັ້ນ
ກໍເຮັດໃຫ້ທາງການລາວຄາດຫວັງວ່າ ຈະເປັນອີກເງື່ອນໄຂປະການນຶ່ງ
ທີ່ຈະຊ່ອຍຊຸກຍູ້ໃຫ້ມີການລົງທຶນຂອງໄທ
ເຂົ້າມາໃນລາວເພີ້ມຫລາຍຂຶ້ນຢ່າງຕໍ່ເນື່ອງ ເຊິ່ງລວມໄປເຖິງ
ການລົງທຶນທີ່ຈະເຂົ້າໄປໃນເຂດນິຄົມອຸດສາຫະກຳໃໝ່ຂອງນະຄອນຫລວງວຽງ
ຈັນອີກດ້ວຍ
ດັ່ງທີ່ ທ່ານ ທອງລຸນ ສີສຸລິດ ຮອງນາຍຍົກລັດຖະມົນຕີີ ແລະ
ລັດຖະມົນຕີີວ່າ ການຕ່າງປະເທດຂອງລາວ
ໄດ້ຖະແຫລງຕອນໜຶ່ງໃນລະຫວ່າງເຂົ້າຮ່ວມກອງປະຊຸມຄະນະກໍາມາທິການຮ່ວມລະຫວ່າງລາວກັບໄທຄັ້ງທີ
15 ເມື່ອບໍ່ນານມານີ້ ວ່າ:ທັງສອງຝ່າຍກໍຈະໄດ້ຮ່ວມມືກັນແລະກັນ
ສະໜັບສະໜູນສົ່ງເສີມການລົງທຶນຂອງສອງປະເທດ ໂດຍສະເພາະ ຊຸກຍູ້ໃຫ້ການລົງທຶນຂອງໄທກັບລາວ
ໃຫ້ນັບມື້ນັບຫລາຍຂຶ້ນ.ການລົງທຶນຂອງຕ່າງປະເທດໃນລາວ
ນັບຈາກປີ 1988 ເປັນຕົ້ນມາ ຈົນເຖິງທ້າຍປີ 2008 ທີ່ຜ່ານມານີ້
ປະກົດວ່າ ມີມູນຄ່າການລົງທຶນສະສົມລວມກັນ
ຄຶດເປັນມູນຄ່າເກືອບ 9.000 ລ້ານ ໂດລ້າສະຫະລັດແລ້ວ
ໂດຍໃນມູນຄ່າດັ່ງກ່າວນີ້
ເປັນການລົງທຶນຈາກໄທເກີນກວ່າ ຫ້າພັນລ້ານ ໂດລ້າສະຫະລັດ
ຊຶ່ງສ່ວນໃຫຍ່ກໍຄືການລົງທຶນໃນພາກສ່ວນການພັດທະນາພະລັງງານໄຟຟ້າໃນລາວ
ເພື່ອທີ່ຈະສົ່ງຂາຍໃຫ້ໄທນັ້ນເອງ.
ຊົງຣິດ
ໂພນເງິນ ລາຍງານມາຈາກບາງກອກ ເມື່ອວັນທີ 29 ເດືອນ ມີນາ 2009
- ຟັງ: ຊົງຣິດລາຍງານຈາກ ບາງກອກ, ວັນທີ 29/03/2009
MP3

Email us for calendars at lao@voanews.com
VOA 60 - Your World in 60 Seconds
ພວກເຮົາຢາກຮູ້ວ່າ ທ່ານມີຄວາມຄິດເຫັນແນວໃດ ກ່ຽວກັບເວັບໄຊ້ທ໌ໃໝ່ ພາສາລາວຂອງເຮົາ. ກະລຸນາ e-mail ຫາພວກເຮົາ ທີ່: lao@voanews.com