Published January 21, 2013
ວັນສາບານຕົວຢ່າງເປັນທາງການແມ່ນວັນທີ 20 ມັງກອນ
ຕາມຂໍ້ກໍານົດຂອງກົດໝາຍລັດຖະບານກາງ ແຕ່ເນື່ອງຈາກ
ວັນທີ 20 ມັງກອນປີນີ້ ຕົກຖືກວັນອາທິດ ພິທີສາບານຕົວຕໍ່
ໜ້າມະຫາຊົນ ຈຶ່ງຈັດຂຶ້ນໃນມື້ວັນຈັນ ທີ 21 ມັງກອນແທນ. ພິທີສາບານຕົວເຂົ້າຮັບຕໍາແໜ່ງປະທານາທິບໍດີ ແມ່ນເປັນ
ການມ້ວນທ້າຍຂັ້ນຕອນທາງການເມືອງ ທີ່ໄດ້ເລີ່ມຕົ້ນຂຶ້ນ
ດົນກວ່ານຶ່ງ ປີເຄິ່ງມາແລ້ວ ກໍຄືການແຂ່ງຂັນເລືອກຕັ້ງຂອງ
ສະຫະລັດ. ພິທີດັ່ງກ່າວແມ່ນສະທ້ອນເຖິງປະເພນີແລະ
ສັນຍາລັກ ເພື່ອສະແດງໃຫ້ເຫັນເຖິງການສືບຕໍ່ອໍານາດແລະ
ຄວາມເຂັ້ມແຂງຂອງລະບົບການເມືອງຂອງອະເມຣິກາ.