Published January 30, 2013
ປະທານາທິບໍດີບາຣັກ ໂອບາມາ ໄດ້ສາບານຕົວເຂົ້າຮັບຕໍາແໜ່ງ
ປະທານາທິບໍດີສະໄໝທີສອງ ຕໍ່ໜ້າມະຫາຊົນ ເມື່ອວັນຈັນ ທີ
21 ມັງກອນຜ່ານມານີ້ ໂດຍມີປະຊາຊົນຫຼາຍແສນຄົນພາກັນໄປ
ເຕົ້າໂຮມກັນຢູ່ທີ່ສະໜາມຫຼວງ ໃນນະຄອນຫລວງວໍຊິງຕັນ ດີຊີ
ເພື່ອຊົມພິທີສາບານຕົວດັ່ງກ່າວ ມືໂບກທຸງຊາດອະເມຣິກັນ
ພ້ອມກັບຮ້ອງໂຮສະໜັບສະໜຸນປະທານາທິບໍດີ ຄົນທີ 44
ຂອງປະເທດ. Carolyn Presutti ຜູ້ສື່ຂ່າວວີໂອເອ ນໍາເອົາ
ພາບແລະສຽງຂອງບັນຍາກາດ ໃນພິທີສາບານຕົວປະທານາ
ທິບໍດີ ຄັ້ງທີ 57 ຂອງສະຫະລັດ ມາໃຫ້ຊົມ.